ຈຸດສໍາຄັນ
- ການລົງປະຊາມະຕິ ຂອງ ສຽງຂອງຊາວພື້ນເມືອງຕໍ່ຣັຖສະພາ ມີຜົນໃຫ້ ມີການລົງຄະແນນສຽງ 'ບໍ່-No' ຢ່າງຖ້ວມທົ້ນ.
- ການລົງປະຊາມະຕິ ຂອງ ສຽງຂອງຊາວພື້ນເມືອງຕໍ່ຣັຖສະພາ ມີຜົນໃຫ້ ມີການລົງຄະແນນສຽງ 'ບໍ່-No' ຢ່າງຖ້ວມທົ້ນ.
- ນາຍົກ ຣັຖມົນຕີ Anthony Albanese ໄດ້ຊຸກຍູ້ຊາວອອສເຕຣເລັຍໃຫ້ຮວມກັນ.
ຊາວອອສເຕຣເລັຍ ໄດ້ປະຕິເສດ ຕໍ່ຂໍ້ສເນີ ສຽງຂອງຊາວພື້ນເມືອງຕໍ່ຣັຖສະພາ ໃນຣັຖທັມມະນູນ.
ການລົງຄະແນນສຽງ 'ບໍ່-No' ໄດ້ຖືກບັນທຶກໄວ້ ໃນທັງຫົກຣັດ ແລະ the Northern Territory ໃນລະຫວ່າງ ການລົງປະຊາມະຕິ ຄັ້ງປວັດສາດໃນວັນເສົາ.
ການລົງຄະແນນສຽງ 'ບໍ່-No' ກໍນໍາຫນ້າໃນການນັບຄະແນນ ທົ່ວປະເທດ.
ACT ເປັນເຂດດຽວ ທີ່ບັນທຶກການລົງຄະແນນສຽງ 'ແມ່ນ-Yes '
ນາຍົກຣັຖມົນຕີ Anthony Albanese ຜູ້ທີ່ຜິດຫວັງ ໄດ້ຢືນຢັນວ່າ ຜົນການລົງປະຊາມະຕິ "ບໍ່ໄດ້ກໍານົດພວກເຮົາ ແລະມັນຈະບໍ່ແບ່ງແຍກພວກເຮົາ".
"ຕອນນີ້ ມັນຂຶ້ນກັບພວກເຮົາທຸກຄົນ ທີ່ຈະມາຮວມກັນ ແລະຊອກຫາວິທີອື່ນ ເພື່ອໄປສູ່ຈຸດຫມາຍ ໃນການປອງດອງກັນ."

Australian Prime Minister Anthony Albanese delivers a statement on the outcome of the Voice Referendum at Parliament House.
"ຂໍ້ສເນີ ແລະຂະບວນການນີ້ ຄວນຖືກອອກແບບ ເພື່ອໃຫ້ຊາວອອສເຕຣເລັຍ ເປັນອັນຫນຶ່ງອັນດຽວກັນ, ບໍ່ແມ່ນ ເພື່ອແບ່ງແຍກພວກເຮົາ." ທ່ານກ່າວ.

Opposition Leader Peter Dutton and Shadow Minister for Indigenous Australians Senator Jacinta Price address the media following the referendum. Source: AAP / JONO SEARLE/AAPIMAGE
ທ່ານນາງ Linda Burney, ຣັຖມົນຕີກະຊວງຊາວພື້ນເມືອງ ອອສເຕຣເລັຍ (Indigenous Australians) ແລະຜູ້ສນັບສນູນ 'ແມ່ນ-Yes'' ໄດ້ກ່າວວ່າ ທ່ານນາງຫມັ້ນໃຈວ່າ ພວກຜູ້ນໍາຊາວຊາວພື້ນເມືອງລຸ້ນໃຫມ່ ຈະເກີດຂຶ້ນ ຫລັງຈາກການລົງຄະແນນສຽງ.
ນັກຣົນນະຣົງ 'ບໍ່-No'' ຊື່ດັງ, ທ່ານ Nyunggai Warren Mundine, ໄດ້ກ່າວວ່າ ຜົນໄດ້ຊີ້ໃຫ້ເຫັນວ່າ ຊາວອອສເຕຣເລັຍ "ຢາກເຮັດໃຫ້ສິ່ງຕ່າງໆສໍາເລັດ" ກ່ຽວກັບບັນຫາ ທີ່ກໍາລັງປະເຊີນ ໃນຊຸມຊົນຊົນພື້ນເມືອງ.
"ຜູ້ຄົນ ຕ້ອງຢຸດການເບິ່ງຂ້າມຄວາມຮຸນແຮງ, ການລ່ວງລະເມີດ, ການຄວບຄຸມບັງຄັບ ແລະພຶດຕິກັມ ທີ່ກໍ່ຄວາມເສັຍຫາຍ ທີ່ເກີດຂຶ້ນໃນຊຸມຊົນຊາວພື້ນເມືອງບາງແຫ່ງ." ທ່ານກ່າວ.
ຮັບຊາບຂໍ້ມູນກ່ຽວກັບການລົງປະຊາມະຕິຂອງສຽງຂອງຊາວພື້ນເມືອງຕໍ່ຣັຖສະພາ (Indigenous Voice to Parliament) ໃນປີ 2023 ຈາກທົ່ວເຄືອຂ່າຍ SBS ລວມທັງມຸມມອງ ຂອງ First Nations ຜ່ານ NITV.
ເພື່ອເຂົ້າເຖິງບົດຄວາມ, ວິດີໂອ ແລະ podcasts ໃນຫຼາຍກວ່າ 60 ພາສາ, ຫຼື stream ຂ່າວຫຼ້າສຸດ ແລະການວິເຄາະ, ສາຣະຄະດີ ແລະການບັນເທີງ ໂດຍບໍ່ເສັຍຄ່າ,