ບຸນຈັນ ແສງພູມີ ນັກກົດໜາຍລາວຄົນນຶ່ງໃນດອນໃຫຍ່ຈິ່ງໂຈກ.
ຄົນລາວເຮົາໃນອອສເຕຼເລັຍ ອີງຕາມການສຳຫຼວດເບິ່່ງສຳມະໂນຄົວອອສເຕຼຂອງກ່ອນນີ້ ຄືສົກປີ 2016 "ຄົນລາວ"ໃນອອສເຕຼເລັຍມີຢູ່ເກືອບເຖິງນຶ່ງໜືນຄົນ.
ພວກເຫຼົ່ານີ້ທຳມາຫາກິນໄດ້ດີເປັນປົກກະຕິໂດຍມີວິຊາອາຊີບຕ່າງໆນາ ເຊັ່ນວ່າເປັນແຮງງານຂັ້ນຕ່ຳຮອດຂັ້ນສູງໃນການປົກຂອງກໍມີ ຕລອດເຖິງເປັນນັກການເມືອງກ້າວຂຶ້ນສູ່ສະພາຜູ້ແທນຣາຊດອນຂັ້ນຣັດໄດ້ກໍມີ.
ແຕ່ບຸກຄົນທ່ານນຶ່ງທີ່ມີຊີວະປະຫວັດແບບບໍ່ປົກກະຕິແດ່ແມ່ນ ທ່ານ ບຸນຈັນ ແສງພູມີ.
ໃນຄວາມຢູ່ໃນພະຣາຊອານາຈັກລາວ ໃນຂັ້ນອາຍຸວັຍລຸ້ນທ່ານເປັນນັກຮຽນນັກສຶກສາແລະໄປຮຽນຕໍທີ່ໂຮງຮຽນຄູດົງໂດກເພ່ືອເປັນຄູດ້ານຄະນິສາແລະຟີຊິກ.
ຕໍ່ຈາກນັ້ນ ໃນຄາວສະມັຍຫົວລ້ຽວຫົວຕໍ່ ທ່ານກໍຂ້າມແມ່ນ້ຳຂອງເຂົາສູ່ແດນໄທຍ໌ເປັນອົພຍົກກັບພໍ່ແມ່ຍາດຕິພີ້ນ້ອງ.
ຢູ່ໃນສູນອົພຍົບໃນໄທຍ໌ທ່ານກໍ່ຫັນໄປເຄົາຮົບນັບຖືສາສນາຄຼິສຕຽນແລະໃນເມື່ອພາຍຫຼັງກໍໄດ້ເປັນ"ຄຸນພໍ່"ຂອງສາສນາ ເຊີເວັນເດອັດແວງຕິສ ຢູ່ໃນຄຸ້ມນຶ່ງຂອງນະຄອນຊິດນີ ອອສເຕຼເລັຍ.
ໃນເມື່ອທ່ານໄດ້ອາຍຸປະມານ 21 ປີ ທ່ານໄດ້ມາຢູ່ອອສເຕຼເລັຍຢ່າງຖ້າວ່ອນພາຍໃຕໂຄງການມະນຸດສະທັມອອສເຕຼເລັຍແລ້ວທ່ານກໍຄ່ອຍບືນຂຶ້ນຈົນໄດ້ເປັນນັກກົດໜາຍ ຄືເປັນທະນາຄວາມ. ກ່ອນນີ້ທ່ານກໍໄປຮ່ຳໄປຮຽນເອົາປິນຍາດ້ານສາສນາຄຼິສຕຽນ ຄື bachelor of Theology ຢູ່ມະຫາວິທຍາລັຍຂອງໂບດຢູ່ທາງ Newcastle, NSW, Australia. ກ່ຽວກັບທ່ານໄດ້ເປັນທະນາຍຄວາມໄດ້ແບບໃດນັ້ນ ທ່ານເລົ່າສູ່ຟັງວ່າທ່ານເຂົ້າຣຽນກົດໜາຍອອສເຕຼເລັຍໂດຍການໄປເຂົ້າໂຮງຮຽນຜູ້ເຕັມກະສຽນກ່ອນເພາະມີອາຍຸແກ່ໂພດສຳຮັບມັທຍົມສຶກສາເພື່ອຈະໄດ້ປະກາດສະນະຍະບັດການຮຽນປີທີ 12 ເພື່ອໄປຮຽນຕໍ່ຂັນອູດົມສຶກສາທີ່ມະຫາວິທຍາລັຍ. ທ່ານເວົ້າວ່າທ່ານໄປຮຽນ "ເສຖສາດການເງິນ ... ປີນຶ່ງແລ້ວໄດ້ຂະແນນດີ... ກະເລີຍໄປສມັກຮຽນກົດໜາຍ".
ໂດຍຫຍໍ້ແລ້ວທ່ານເວົ້າວ່າທ່ານເຂົ້າຮຽນກົດໜາຍໂດຍປະຕູທາງຫຼັງແລະຈົບດ້ານກົດໜາຍອອສເຕຼເລັຍຕາມຄວາມປາຖນາ.
ເມື່ອສອບຖາມທ່ານກ່ຽວກັບວ່າເປັນທະນາຍຄວາມອອສເຕຼລຽນແບບໃດນັ້ນ ຄືເປັນ solicitor ເບາະ? ທ່ານບອກໃຫ້ຊາບວ່າທ່ານໄດ້ເປັນທະນາຍຄວາມ solicitor ໃນວັນທີ "15 ເມສາ 1999 Bachelor of Law" ແລ້ວໄດ້ເປັນທະນາຍຄວາມນັ້ນໃນວັນທີ "17 ທັນວາ 1999" ບໍ່ແມ່ນ barrister "ເປັນ solicitor ບໍ່ແມ່ນ barrister. ຄວາມຈິງ ເວລາທີ່ຖຶກຮັບຮູ້ເຂົ້າເປັນ solicitor ຫັນ ໃນນາມບັດຂອງທະນາຍນັ້ນ (ທ່ານ) ມີສິດທີ່ຈະຂໍເປັນ barrister ກະໄດ້" ວ່າຊັ້ນ!
ທ່ານກໍຊີ້ແຈງວ່າໃນການທຽບເທົ່າກັບທ່ານໜໍ ທະນາຍຄວາມ solicitor ແມ່ນເປັນທັງທ່ານໜໍທົ່ວໄປ ແລະ barrister ແມ່ນທ່ານໜໍຜູ້ສຽວຊານພິເສດ.
ໃນດ້ານການທຳມາຫາກິນແລ້ວທ່ານ ບຸນຈັນ ດຳລົງຊີວີດໃນຫຼາຍວິຊາຊີບ ຄືເປັນນັກທຸຣະກິດດ້ານຮ້ານອາຫານສອງຮ້ານ, ເປັນຜູ້ກະທຳກິຈການການກໍ່ສ້າງທີ່ພ້ອມໆກັນກໍເປັນທະນາຍຄວາມນຳ.
ໃນດ້ານການປະສົບການກັບຊຸມຊົນລາວໃນອອສເຕຼເລັຍແລ້ວ ທ່ານເລົ່າສູ່ຟັງວ່າ "ຊຸມຊົນລາວເຮົາກະມີບັນຫາ ກະຄັນຊິເວົ້າແບບພາສາລາວແມ່ນ 108ພັນປະການເໜາະ ບັນຫາທາງຄອບຄົວ ບາງຄັ້ງແບ່ງປັນຊັບສິນ ຄອບຄົວຜົວເມັຍຢ່າຮ້າງກັນ ບາງຄົນກະເຮັດທຸຣະກິດ ເປິດທຸຣະກິດ ເປີດຮ້ານອາຫານ ເປີດຮ້ານຂາຍເຄື່ອງ ເປີດຮ້ານຕັດຜົມ ບາງຄົນອາດຈະພະຍາຍາມຢາກປະກັນຍາດຕິພີ່ນ້ອງມາຈາກເມືອງລາວຫຼືວ່າບາງຄົນອາດຈະມີບັນຫາຢ່າງອື່ນ ຕົວຢ່າງຂັບຣົດ ກິນເຫຼົ້າຂັບຣົດ ສົກຕ່ອຍຕີກັນ ອື່ນໆອີກ".
ເຖິງແມ່ນວ່າອອສເຕຼເລັຍມີສະມາຕພາບແລະສະມັຕຕິຜົນອັນຈົບດີໃນດ້ານການບັນກົດໜາຍກໍຕາມ ທ່ານບຸນຈັນ ເວົ້າວ່າ "ມີບາງຄັ້ງບາງຄາວກະມີການປະພຶດພາດ ອັນຈະເປັນເພາະເຫດຜົນຫຼາຍຢ່າງ ເຖິງຢ່າງໃດກໍດີ ຄັນມີຄຳຖາມ ປະເຊີນບັນຫາກັບເຈົ້າໜ້າທີ່ຕຳຣວດ ເຂົ້າຫາທະນາຍຄວາມໄດ້ ຂໍຄຳປຶກສາ".
ໃນດ້ານການຊົດຊ່ວຍສາທາຣະນະຊົນກ່ຽວກັບກົດຫຼາຍຢ່າງຫຼາຍແນວແມ່ນມີອົງການຈັດຕັ້ງຂອງທາງການ ຄື Legal Aid ໃນທຸກຣັດໄວ້ບໍຣິການໂດຍທີ່ມີການບໍ່ຄິດຄ່າຫັຍງຈັກດີ້ກໍມີ.
ສຳຮັບຈະຟັງການສຳພາດທ່ານ ບຸນຈັນ ແສນພູມີ ກະຣຸນາກົດຟັງລິງໃນໃຕ້ກ້ອງນີ້: