ງົບປະມານຂອງຣັຖບານກາງ: ໃຜໄດ້...ໃຜເສັຍ?

ທ່ານ Jim Chalmers ເຈົ້າຫນ້າທີ່ໄດ້ສົ່ງມອບງົບປະມານທໍາອິດ ຂອງພັກແຮງງານ ໃນຮອບເກົ້າປີ. ໃຜໄດ້ຜົນປໂຍດ ແລະໃຜເສັຍຜົນປໂຍດ, ແລະມັນທັງຫມົດ ມີຄວາມຫມາຍແນວໃດສໍາລັບທ່ານ?

Budget winners and losers.

Who were the winners and losers of the October 2022 federal budget? Source: SBS

Key Points
  • 1. ທ່ານ Jim Chalmers ເຈົ້າຫນ້າທີ່ໄດ້ສົ່ງມອບງົບປະມານຂອງພັກແຮງງານຄັ້ງທໍາອິດ ໃນຮອບເກົ້າປີ.
  • 2. ໃຜໄດ້ຜົນປໂຍດ ແລະໃຜເສັຍຜົນປໂຍດ, ແລະທັງຫມົດນີ້ ມີຄວາມຫມາຍແນວໃດສໍາລັບທ່ານ?
ທ່ານ Jim Chalmers ເຈົ້າຫນ້າທີ່ໄດ້ສົ່ງມອບ ໃນຮອບເກົ້າປີ.

ມັນມາຫຼັງຈາກ ສະພາບການຂອງຄ່າຄອງຊີບ ທີ່ສູງຂຶ້ນ, ຄວາມທ້າທາຍທົ່ວໂລກ, ເຫດການສະພາບອາກາດທີ່ຮ້າຍແຮງ, ແລະຫນີ້ສິນເກືອບ ຫນຶ່ງ ລ້ານ ລ້ານໂດລາ.

ທ່ານ Chalmers ໄດ້ກ່າວວ່າ ງົບປະມານຈະໃຫ້ການບັນເທົາທຸກ ທີ່ມີຄວາມຮັບຜິດຊອບ, ມີເປົ້າຫມາຍຕໍ່ການລົງທຶນໃນເສດຖະກິດ ທີ່ມີຄວາມຍືດຍຸ່ນກວ່າ, ແລະເລີ່ມຕົ້ນການສ້ອມແປງງົບປະມານ.

ທ່ານກ່າວໃນວັນອັງຄານວານນີ້ວ່າ "ການ ‘ຮັດສາຍແອວ’ ແມ່ນຊື່ຂອງເກມໃນງົບປະມານນີ້."

ສະນັ້ນ ໃຜເປັນຜູ້ໄດ້ ແລະໃຜເປັນຜູ້ເສັຍ, ແລະງົບປະມານ ຈະມີຜົນກະທົບຕໍ່ທ່ານແນວໃດ?

ຜູ້ໄດ້ຜົນປໂຍດ

ພໍ່ແມ່ທີ່ເຮັດວຽກ

ກ່ອນການເລືອກຕັ້ງ, ຣັຖບານ ໄດ້ສົ່ງເສີມງົບປະມານວ່າເປັນຜົນດີຕໍ່ຄອບຄົວ, ດັ່ງນັ້ນຈຶ່ງບໍ່ແປກໃຈທີ່ການເບິ່ງແຍງເດັກ ແລະການຈ່າຍເງິນໃຫ້ພໍ່ແມ່ຕອນລາວຽກເມື່ອມີລູກ (Paid Parental Leave) ແມ່ນໄດ້ຮັບທຶນທີ່ຈຳນວນສູງ.

ນັບແຕ່ເດືອນກໍລະກົດປີ 2023 ອັດຕາເງິນຊ່ວຍເຫຼືອດ້ານການດູແລເດັກ ຈະເພີ່ມຂຶ້ນຈາກ 85 ເປີເຊັນ ເປັນ 90 ເປີເຊັນ ສໍາລັບຄອບຄົວທີ່ມີລາຍໄດ້ຫນ້ອຍກວ່າ 80,000 ໂດລາ. ຈາກນັ້ນ ອັດຕາເງິນອຸດຫນູນຈະຫຼຸດລົງຈົນກວ່າຈະຮອດ $530,000.

ຄອບຄົວຈະຍັງຄົງໄດ້ຮັບເງິນຊ່ວຍເຫຼືອທີ່ສູງກວ່າ ສໍາລັບລູກຄົນທີສອງ ແລະຄົນຕໍ່ໄປ ທີ່ມີອາຍຸຫ້າປີ ແລະຕ່ຳກວ່າທີ່ພາຍໃຕ້ການດູແລ, ສູງເຖິງ 95 ເປີເຊັນ.
ນອກນັ້ນຣັຖບານ ກໍລົງທຶນ 531.6 ລ້ານໂດລາ ໃນໄລຍະສີ່ປີ ເພື່ອ ເຊິ່ງຈະເຫັນວ່າ ເພີ່ມຂື້ນເປັນ 26 ອາທິດ ນັບແຕ່ເດືອນກໍລະກົດ 2026 ເປັນຕົ້ນໄປ.

ອີກສອງອາທິດຈະຖືກຕື່ມເຂົ້າໃນແຕ່ລະປີ ນັບແຕ່ເດືອນກໍລະກົດປີ 2024 ຫາເດືອນ ກໍລະກົດປີ 2026 ໂດຍເພີ່ມຣະຍະເວລາໂດຍລວມໃຫ້ໄດ້ຫົກອາທິດ.

ຜູ້ຍິງ

ຣັຖບານ ພັກແຮງງານໄດ້ສັນຍາຊໍ້າແລ້ວຊໍ້າອີກວ່າ ຈະສົ່ງເສີມ ຄວາມສເມີພາບທາງເພດ, ແລະໄດ້ກ່າວຢໍ້າເຖິງເຣື້ອງນີ້ ໃນເອກະສານງົບປະມານຂອງຕົນ.

ນອກເຫນືອໄປຈາກການເງິນໃຫ້ພໍ່ແມ່ຕອນລາວຽກເມື່ອມີລູກ ແລະເງິນຊ່ວຍເຫຼືອ ການດູແລລູກ – ເງິນຊ່ອຍທັງສອງຢ່າງນີ້ຣັຖບານ ກ່າວວ່າ ຈະປັບປຸງຄວາມສເມີພາບທາງເສດຖະກິດຂອງແມ່ຍິງ ແລະຊ່ອງວ່າງຄ່າແຮງງານ ລະຫວ່າງເພດ – ໂຄງການລິເລີ່ມດ້ານຄວາມປອດພັຍຂອງແມ່ຍິງ ຈະໄດ້ຮັບການສນັບສນູນຈາກເງິນທຶນ 1.7 ພັນລ້ານໂດລາ.

ກົດຫມາຍວ່າດ້ວຍການໃຫ້ເງິນເດືອນ () ແລະການລົງທຶນໃນບ່ອນຢູ່ອາສັຍສັງຄົມ ແລະ ລາຄາບໍ່ແພງ ໄດ້ຖືກອອກແບບມາເພື່ອຊ່ວຍເຫຼືອແມ່ຍິງ ແລະເດັກນ້ອຍທີ່ປະສົບກັບຄວາມຮຸນແຮງໃນຄອບຄົວ.

ນັກສຶກສາ ແລະພາກສ່ວນການສຶກສາ

ຄຽງຄູ່ກັບພາກຣັດ ແລະເຂດປົກຄອງ, ຣັຖບານ ກໍາລັງລົງທຶນ 1 ພັນລ້ານໂດລາ ໃນ TAFE ທີ່ບໍ່ເສັຍຄ່າຮຽນ ແລະສະຖານທີ່ສຶກສາວິຊາຊີບ ຜ່ານຂໍ້ຕົກລົງທັກສະແຫ່ງຊາດ (National Skills Agreement) ຫນຶ່ງປີ.

ໃນປີ 2023, ຈະມີສະຖານທີ່ສຶກສາວິຊາຊີບ TAFE ແລະສະຖານທີ່ສຶກສາວິຊາຊີບຊຸມຊົນທີ່ບໍ່ເສັຍຄ່າຮຽນ 180,000 ແຫ່ງ, ເຊິ່ງເປັນ ຂັ້ນຕອນທໍາອິດໃນແຜນການຂອງຣັຖບານຮວມຈໍານວນທັງຫມົດ 480,000 ແຫ່ງ.

ຢ່າງຫນ້ອຍ 15,000 ສະຖານທີ່ສຶກສາເຫຼົ່ານີ້ ຈະເນັ້ນໃສ່ຫຼັກສູດ ໃນການດູແລ ຜູ້ສູງອາຍຸ ເພື່ອ ຊ່ວຍບັນເທົາຄວາມກົດດັນໃນພາກສ່ວນນີ້.

ງົບປະມານນີ້ຍັງໄດ້ລົງທຶນຫຼາຍກວ່າ 770 ລ້ານໂດລາສໍາລັບ "ໂຮງຮຽນທີ່ດີກວ່າ, ນັກຮຽນທີ່ມີຄວາມສຸກ ແລະມີສຸຂະພາບແຂງແຮງ, ແລະຄູທີ່ມີຄຸນວຸດທິຫຼາຍກວ່າ" ພ້ອມກັບ 485 ລ້ານໂດລາ ເພື່ອໃຫ້ມະຫາວິທະຍາໄລ ສາມາດຮັບນັກສຶກສາໃຫມ່ທີ່ດ້ອຍໂອກາດ ໄດ້ເຖິງ 20,000 ຄົນ ໃນໄລຍະສອງປີ.

ສິ່ງແວດລ້ອມ

ການປ່ຽນແປງຂອງສະພາບ ອາກາດ ແລະສິ່ງແວດລ້ອມ ໄດ້ເປັນຫົວຂໍ້ສຳຄັນໃນເອກກະສານ ງົບປະມານປີນີ້.

ມັນມີມູນຄ່າ 1.8 ພັນລ້ານ ໂດລາ ສໍາລັບການຄຸ້ມຄອງສິ່ງແວດລ້ອມ ແລະມໍຣະດົກ ລວມທັງເງິນເພີ່ມຕື່ມອີກ 204 ລ້ານໂດລາ ເພື່ອເລັ່ງລັດການປ້ອງກັນ ແລະຟື້ນຟູ Great Barrier Reef.

ຂໍ້ລິເລີ່ມໃນການອະນຸຣັກສາຍພັນພື້ນເມືອງ, ປັບປຸງທາງນ້ຳໃນຕົວເມືອງ, ຈັດຕັ້ງສູນຄົ້ນຄວ້າ, ປັບປຸງການຈັດການ ສວນສາທາຣະນະທະເລ ແລະມະຫາສມຸດ, ແລະການມີສ່ວນຮ່ວມກັບປະຊາຊົນຊາດທໍາອິດ ກ່ຽວກັບການປ່ຽນແປງສະພາບອາ ກາດ ກໍໄດ້ຮັບການສນັບສນູນເຊັ່ນກັນ.
Graphic showing some areas of investment.
Childcare, environmental protection, women's safety, closing the gap initiatives and fee-free TAFE will all receive a funding injection. Source: SBS
ຈາກແຜນ Powering Australia, ຣັຖບານ ໄດ້ວາງແຜນທີ່ຈະຂັບເຄື່ອນການລົງທຶນໃນພະລັງງານທົດແທນ, ເຊິ່ງຣັຖບານກ່າວວ່າຈະເປັນການສ້າງວຽກ ພ້ອມທັງມີຣາຄາຖືກ ແລະສະອາດກວ່າ.

ຫຼາຍກວ່າ 800 ລ້ານໂດລາ ຈະຖືກລົງທຶນໃນການສນອງການເກັບຮັກສາຫມໍ້ໄຟແສງຕາເວັນ ໃຫ້ໄດ້ເຖິງ 100,000 ເຮືອນ, ຫຼຸດພາສີຣົດໄຟຟ້າ, ສ້າງເຄືອຂ່າຍການຕື່ມໄຟ (charging) ຣົດໄຟຟ້າແຫ່ງຊາດ ແລະສະຖານີຕື່ມເຊື້ອໄຟ ໄຮໂດຣເຈນ ຢູ່ຕາມທາງຫຼວງ.

ຊາວອອສເຕຣເລັຍພື້ນເມືອງ ແລະສຽງຕໍ່ຣັຖສະພາ.

) ສໍາລັບປະຊາຊົນ ແລະຊຸມຊົນຂອງຊົນຊາດທໍາອິດ.

ນີ້ລວມທັງເງິນ 50.2 ລ້ານໂດລາ ສໍາລັບຄນະກັມມະການເລືອກຕັ້ງຂອງອອສເຕຣເລັຍ ເພື່ອຕຽມພ້ອມສໍາລັບການລົງປະຊາມະຕິ ເພື່ອນຳເອົາ ສຽງຕໍ່ຣັຖສະພາ (Voice to Parliament) ໃສ່ໃນຣັຖທັມນູນ.

ນອກຈາກນັ້ນຍັງມີ 54.3 ລ້ານທີ່ໄດ້ມອບໃຫ້ແກ່ການ ຝຶກອົບຮົມພະນັກງານ ແລະເຈົ້າໜ້າທີ່ ສຸຂະພາບ ຂອງຊົນຊາດທໍາອິດ 500 ຄົນ, ແລະ 164.3 ລ້ານໂດລາ ສໍາລັບໂຄງການກໍ່ສ້າງພື້ນຖານໂຄງລ່າງ ດ້ານສຸຂະພາບ ເພື່ອຕອບສນອງໃຫ້ແກ່ປະຊາກອນຂອງຊາດທໍາອິດ (First Nations).

ງົບປະມານດັ່ງກ່າວຍັງເຫັນສະຖິຕິ 99 ລ້ານໂດລາ ທີ່ລົງທຶນໃນຄວາມຍຸຕິທັມຂອງປະຊາຊາດທໍາອິດ

ປ້ອງກັນປະເທດ

ການໃຫ້ທຶນປ້ອງກັນປະເທດ ຈະເພີ່ມຂຶ້ນ 8 ເປີເຊັນໃນປີ 2022–23 ແລະເພີ່ມຂຶ້ນເປັນຫຼາຍກວ່າ 2 ເປີເຊັນຂອງ GDP ໃນໄລຍະສີ່ປີຂ້າງຫນ້າ.

ຣັຖບານ ຍັງຈະລົງທຶນ 13 ລ້ານໂດລາ ເຂົ້າໃນການແຕ່ງຕັ້ງທູດພິເສດຢູ່ເຂດເອເຊັຍຕາເວັນອອກສຽງໃຕ້ ແລະຈັດຕັ້ງຫ້ອງການເອເຊັຍຕາເວັນອອກສຽງໃຕ້ ເພື່ອປະສານງານ ກັບຄວາມພະຍາຍາມຂອງຣັຖບານ ໃນທົ່ວທັງພູມິພາກ.

ອີກ 31 ລ້ານໂດລາ ຈະຖືກຈັດໃຫ້ເພື່ອຂຍາຍ ສູນກາງອິນເຕີເນັດຂອງອົງການບໍຣິການສາທາຣະນະ ອອສເຕຣເລັຍ (Australian Public Service) ເພື່ອຊ່ວຍປັບປຸງຄວາມຍືດຍຸ່ ແລະ ຄວາມປອດພັຍທາງອິນເຕີເນັດ

ຜູ້ກິນເບັ້ຍບຳນານ

ຜູ້ກິນເບັ້ຍບຳນານທີ່ຕ້ອງການເຮັດວຽກ ຈະໄດ້ຮັບອະນຸຍາດໃຫ້ມີລາຍໄດ້ເຖິງ 11,800 ໂດລາ (ແທນທີ່ຈະເປັນ 7,800ໂດລາ) ກ່ອນທີ່ເງິນຊ່ອຍເຫຼືອຂອງເຂົາເຈົ້າຈະຫຼຸດລົງ.

ຜູ້ສູງອາຍຸ ຊາວອອສເຕຣເລັຍ ຍັງຈະໄດ້ຮັບການຊຸກຍູ້ໃຫ້ຫຼຸດຂນາດບ້ານເຮືອນຂອງຕົນ ໂດຍທີ່ຣັຖບານ ປ່ຽນແປງການປະເມີນ ຊັບສິນບໍານານ ເພື່ອວ່າລາຍໄດ້ຂອງການຂາຍເຮືອນຈະໄດ້ຮັບການຍົກເວັ້ນ ເປັນເວລາເຖິງ 24 ເດືອນ ແທນທີ່ຈະເປັນ 12 ເດືອນ.

ການເຂົ້າເຖິງ ການທ້ອນເງິນບຳນານ (Superannuation Contributions) ຂອງຜູ້ ຫຼຸດຂນາດບ້ານເຮືອນຂອງຕົນ ສໍາລັບຄົນທີ່ມີອາຍຸລະຫວ່າງ 55 ຫາ 59 ປີຈະໄດ້ຮັບການຂຍາຍອອກໄປ.

Australian Finance Minister Katy Gallagher, Australian Prime Minister Anthony Albanese and Australian Treasurer Jim Chalmers holding coffees and documents while speaking in Parliament House courtyard.
Treasurer Jim Chalmers has handed down the 2022-2023 Federal Budget. Source: AAP / Lukas Coch

ການດູແລຜູ້ສູງອາຍຸ

ຣັຖບານ ໄດ້ໃຫ້ເງິນທຶນ 2.5 ພັນລ້ານໂດລາ ເພື່ອໃຫ້ແນ່ໃຈວ່າ ຈະມີພະຍາບານອາຊີບ ຕລອດ 24 ຊົ່ວໂມງ ທຸກມື້ ໃນການດູແລຜູ້ສູງອາຍຸ ຕັ້ງແຕ່ວັນທີ 1 ກໍລະກົດ 2023. ນາທີການດູແລ ສເລັ່ຍແລ້ວ ຈະເພີ່ມຂຶ້ນເປັນ 215 ນາທີຕໍ່ຄົນ ຕໍ່ມື້, ນັບແຕ່ວັນທີ 1 ຕຸລາ 2024.

ຣັຖບານ ຍັງໄດ້ມອບເງິນ 810.2 ລ້ານໂດລາ ໃຫ້ແກ່ຜູ້ໃຫ້ການດູແລຜູ້ສູງອາຍຸ ເພື່ອຈັດການກັບການລະບາດຂອງພະຍາດ COVID-19 ແລະມອບເງິນ 34.9 ລ້ານໂດລາ ເພື່ອສືບຕໍ່ ການທົດສອບ ໃນ ສະຖານທີ່ດູແລຜູ້ສູງອາຍຸ ໃນທີ່ຢູ່ອາສັຍຈົນເຖິງວັນທີ 31 ທັນວາ 2022.

ຜູ້ຢາກມາອອສເຕຣເລັຍ

ທຸຣະກິດທີ່ຕ້ອງການຄົນງານ ຈະພົບວ່າ ມັນງ່າຍຂຶ້ນທີ່ຈະໄດ້ຮັບພະນັກງານ ເນື່ອງຈາກການເພີ່ມຂຶ້ນຂອງຈໍານວນວີຊາທີ່ມີທັກສະ ຈາກ 79,600 ເປັນ 142,400 ຄົນ.

ວີຊາການຮ່ວມມືໃຫມ່ຂອງ ປາຊີຟິກ ຈະມີຮອດ 3,000 ຕຳແໜ່ງທີ່ມີໄວ້ໃຫ້ ຈາກປີຫນ້າ ສໍາລັບປະຊາຊົນຊາວ ເກາະປາຊີຟິກ ແລະຕີມໍ-ເລສເຕ (Timor-Leste), ແລະນີ້ຈະມີນອກເຫນືອໄປຈາກ 195,000 ຕຳແໜ່ງທີ່ມີໄວ້ໃຫ້ເປັນສ່ວນຫນຶ່ງຂອງໂຄງການຖາວອນ.
ຜູ້ທີ່ຢາກມາຢູ່ກັບຄອບຄົວຈາກຕ່າງປະເທດ ກໍຈະໄດ້ຮັບປໂຍດເຊັ່ນກັນ.

ວີຊາຜົວ-ເມັຍ ແລະລູກຈະຖືກຂັບເຄື່ອນໂດຍຄວາມຕ້ອງການ ໂດຍບໍ່ມີຂໍ້ຈໍາກັດ ທີ່ວາງໄວ້ໃນເຫຼົ່ານີ້. ນອກຈາກນັ້ນ ຈຳນວນຂອງ ວີຊາພໍ່ ແມ່ ຍັງມີຕື່ມອີກ, ໂດຍຣັຖບານ ຈະເພີ່ມຈໍານວນທີ່ມີຢູ່ຈາກ 4,500 ຄົນໃນປີ 2021/22 ມາເປັນ 8,500 ຄົນ ໃນປີນີ້.

ທີ່ຢູ່ອາສັຍທີ່ມີລາຄາຖືກ: ຜູ້ໄດ້ ໃນໄລຍະກາງ, ຜູ້ເສັຍ ໃນຕອນນີ້?

ງົບປະມານນີ້ຈະນໍາສເນີຂໍ້ຕົກລົງທີ່ຢູ່ອາສັຍໃຫມ່ ຊຶ່ງເກີດຂຶ້ນລະຫວ່າງຣັຖບານ, ນັກລົງທຶນ ແລະອຸດສາຫະກັມ, ທີ່ຈະສ້າງເຮືອນໃຫມ່ຫນຶ່ງ ລ້ານຫຼັງ, ມີທີ່ຕັ້ງຢູ່ໃນສະຖານທີ່ດີ ໃນໄລຍະຫ້າປີນັບແຕ່ ປີ 2024.

ຣັຖບານ ຍັງໄດ້ມອບເງິນ 350 ລ້ານໂດລາ ໃນເບື້ອງຕົ້ນ ສໍາລັບບ້ານເຮືອນໃຫມ່ ທີ່ມີລາຄາບໍ່ແພງ ຕື່ມອີກ 10,000 ຫຼັງ, ຊຶ່ງສູງກວ່າຄໍາຫມັ້ນສັນຍາ ທີ່ມີຢູ່ຂອງຣັຖບານ. ຣັດ ແລະເຂດປົກຄອງ ຍັງຈະສ້າງເພີ່ມ ໃຫມ່ເຖິງ 10,000 ຫຼັງ; ຊຶ່ງຈະເຮັດໃຫ້ມີທັງຫມົດເຖິງ 20,000 ຫຼັງທີ່ມີລາຄາຖືກ.

ນອກຈາກນັ້ນ, ໂຄງການຊ່ວຍເຫຼືອໃນການຊື້ (Help to Buy Scheme) ຈະຊ່ອຍ ໃຫ້ຊາວອອສເຕຣເລັຍ ທີ່ມີສິດໄດ້ເຖິງ 40,000 ຄົນ ເປັນເຈົ້າຂອງເຮືອນຂອງຕົນເອງ ດ້ວຍເງິນຝາກທີ່ຕ່ຳກວ່າ ແລະເງິນກູ້ຢືມທີ່ນ້ອຍກວ່າ, ສ່ວນ Regional First Home Buyer Guarantee ແມ່ນ ການສນັບສນູນການເປັນເຈົ້າຂອງເຮືອນໃຫມ່ອີກ 10,000 ຄົນ ໃນແຕ່ລະປີ.

ຜົນປໂຍດຂອງມາດຕະການເຫຼົ່ານີ້ ຈະບໍ່ຮູ້ສຶກໄດ້ທັນທີ, ສະນັ້ນຜູ້ທີ່ສແວງ ທີ່ຈະຊື້ເຮືອນໃຫມ່ ໃນອະນາຄົດອັນໃກ້ ຫຼືການດີ້ນລົນໃນປັດຈຸບັນ ເພື່ອຊອກຫາເຮືອນເຊົ່າ ທີ່ມີລາຄາບໍ່ແພງ ຈະປະເຊີນກັບຄວາມກົດດັນຕໍ່ໄປ.

ຜູ້ເສັຍ ຜົນປໂຍດ

ໃນຄົວເຮືອນ

ເຖິງແມ່ນຈະມີມາດຕະການຫລາຍຢ່າງທີ່ອອກແບບເພື່ອບັນເທົາຄວາມກົດດັນທີ່ມີຕໍ່ຄ່າໃຊ້ຈ່າຍສູງຂຶ້ນເຊັ່ນ: ການດູແລລູກທີ່ມີລາຄາຖືກກວ່າ, ການເພີ່ມ ການຈ່າຍເງິນໃຫ້ພໍ່ແມ່ຕອນລາວຽກເມື່ອມີລູກ (Paid Parental Leave) ແລະການຫຼຸດລົງ ຂອງການຣາຄາຢາ – ຄອບຄົວອອສເຕຣເລັຍ ໂດຍທົ່ວໄປຈະຮູ້ສຶກບັນເທົາທຸກຫນ້ອຍຫນຶ່ງໃນອະນາຄົດອັນໃກ້.

ຄ່າໃຊ້ຈ່າຍໃນປະຈຸບັນເຊັ່ນ: ທີ່ພັກອາສັຍ, ອາຫານ ແລະນ້ຳມັນ ຍັງສູງຢູ່ ແລະເງິນເຟີ້ຄາດວ່າຈະສູງຂຶ້ນເຖິງ 7.75 ເປີເຊັນ ໃນທ້າຍປີນີ້.

ອັດຕາເງິນເຟີ້ສູງ ພ້ອມກັບສິ່ງທ້າທາຍໃນທົ່ວໂລກ ແລະອັດຕາດອກເບັ້ຍສູງ ຫມາຍຄວາມວ່າ ຄ່າຈ້າງຕົວຈິງບໍ່ຄາດວ່າຈະເລີ່ມເຕີບໃຫຍ່ຂຶ້ນອີກຈົນຮອດປີ 2024.
ທ່ານ Chalmers ກ່າວວ່າ "ຄ່າຈ້າງກໍາລັງເຕີບໂຕໄວຂຶ້ນ ໃນເວລານີ້ ຫລາຍກວ່າກ່ອນການເລືອກຕັ້ງ, ແຕ່ວ່າຂ່າວທີ່ໜ້າຍິນດີນັ້ນ ຖືກທຳລາຍໂດຍ ການຂຶ້ນລາຄາໄຟຟ້າ ແລະຄ່າອາຫານ ທີ່ເປັນສ່ວນໃຫຍ່ຂອງຣາຍໄດ້.

ບ່ອນຈອດຣົດ ແລະ ໂຄງການອື່ນໆຂອງຣັຖບານຮ່ວມ

ເພື່ອສນັບສນູນການລົງທຶນ ແລະການໃຊ້ຈ່າຍຂອງພວກເຂົາເຈົ້າ, ຣັຖບານ ພັກແຮງງານ ຈະມອບເງິນ 22 ພັນລ້ານໂດລາ ໃນການຕັດ ແລະການປ່ຽນແປງ.

ສິ່ງເຫຼົ່ານີ້ລວມມີໂຄງການຂອງຣັຖບານຮ່ວມ ຫຼາຍໂຄງການ, ລວມທັງ 1.7 ພັນລ້ານໂດລາ ຈາກການປ່ຽນເງິນທຶນຈາກ Regional Accelerator Program ແລະ 1.4 ພັນລ້ານໂດລາ ຈາກການປ່ຽນຈາກການປະຕິຮູບບາງສ່ວນຂອງ Energy Security and Regional Development Plan.

ຣັຖມົນຕີການເງິນທ່ານ Katy Gallagher ໄດ້ກ່າວວ່າ ຍັງຈະມີການຕັດຈໍານວນ 671 ລ້ານໂດລາ ຈາກ Urban Congestion Fund, ສໍາລັບ "car park rorts" ແລະ 252 ລ້ານໂດລາ ຈາກເງິນຊ່ອຍເຫຼືອພິເສດ ອອກຈາກ Building Better Regions.

ບໍຣິສັດຕ່າງປະເທດຂນາດໃຫຍ່

ຈະມີການປາບປາມ ບໍຣິສັດຕ່າງປະເທດ ເຊິ່ງຈະຖືກບັງຄັບໃຫ້ເປີດເຜີຍ ຂໍ້ມູນດ້ານພາສີບາງຢ່າງ ນັບແຕ່ວັນທີ 1 ກໍລະກົດ 2023 ເປັນຕົ້ນໄປ.

ເຂົາເຈົ້າຍັງຈະຖືກກີດກັນບໍ່ໃຫ້ອ້າງສິດໃນການຫັກພາສີບາງຢ່າງທີ່ມີການເຊື່ອມ ໂຍງກັບເຂດອຳນາດສານ ທີ່ມີພາສີຕ່ຳ ຫລືບໍ່ມີພາສີ.

ການລົງໂທດສໍາລັບການລະເມີດກົດຫມາຍການແຂ່ງຂັນ ແລະຜູ້ບໍຣິໂພກຈະເພີ່ມຂຶ້ນຈາກ 10 ລ້ານໂດລາ ເປັນ 50 ລ້ານໂດລາ ຕໍ່ການລະເມີດແຕ່ລະເທື່ອ, ແລະຈາກ 10 ເປີເຊັນ ຂອງຜົນປະກອບການປະຈໍາປີ ເຖິງ 30 ເປີເຊັນ (ແລ້ວແຕ່ຈຳນວນໃດຈະສູງກວ່າ) ໃນໄລຍະທີ່ການລ່ວງລະເມີດໄດ້ເກີດຂຶ້ນ.

ຜູ້ຫຼົບຫຼີກພາສີ

ຜູ້ປະກອບການດ້ານພາສີ (Tax practitioners) ທີ່ໃຫ້ຄໍາແນະນໍາດ້ານພາສີທີ່ບໍ່ດີ ແລະບໍ່ຖືກຕ້ອງຕາມກົດຫມາຍ ຈະເປັນເປົ້າຫມາຍ ດ້ວຍເງິນທຶນຈໍານວນ 30 ລ້ານ ໂດລາ ສໍາລັບຄນະປະຕິບັດການດ້ານພາສີ (Tax Practitioners Board) ເພື່ອໃຫ້ມີການກວດສອບ ແລະປັບປຸງການປະຕິບັດຕາມການເກັບພາສີ.

ສຳນັກງານພາສີອອສເຕຣເລັຍ (ATO) ຍັງຈະໄດ້ຮັບເງິນ 80 ລ້ານໂດລາ ເພື່ອສືບຕໍ່ໂຄງການຂອງຕົນໃນການຮັບມືກັບການຫຼຸດເງິນພາສີເກີນກໍານົດ.

Share
Published 1 November 2022 11:13am
By Jessica Bahr
Presented by Sak Phoumirath
Source: SBS


Share this with family and friends