Feature

ວິທີຮັບຟັງການແຂ່ງຂັນເຕະບານໂລກ 2022TM ສົດ ແລະ ຟຣີ ທາງວິທຍຸ SBS

ຟັງ ການແຂ່ງຂັນເຕະບານໂລກຂອງ™ ຟີຟ່າ ທຸກນັດທີ່ ປະເທດກາຕ້າ ດ້ວຍການຣາຍງານສົດ ຂອງ ວິທະຍຸ SBS ທົ່ວອອສເຕຣເລັຍ.

QATAR SOCCER FIFA WORLD CUP 2022

Cameroon's goalkeeper Gael Ondoua (L) and Brazil's Neymar (R) on office buildings in Doha, Qatar. Source: EPA / NOUSHAD THEKKAYIL/EPA/AAP Image

ການແຂ່ງຂັນເຕະບານໂລກ 2022™ ເລີ່ມຂຶ້ນໃນວັນທີ 21 ພະຈິກ 2022 ແລະ ຈະເປັນການຖ່າຍທອດສົດຟຣີ ທາງ SBS ໃນອອສເຕຣເລັຍ ການແຂ່ງຂັນທັງ 64 ນັດ ມີການຖ່າຍທອດສົດ ແລະຟຣີ ທີ່ຈະຟັງໄດ້ໃນ:

  • ວິທຍຸ ດິຈິຕອລ DAB
  • ອອນໄລນ໌ທີ່
  • ແອັບມືຖື SBS Radio |

ວິທີຮັບຟັງ

ໝູນເຂົ້າໄປທີ່ ສະຖານີ FIFA World Cup 2022™ ໂດຍສະເພາະຂອງເຮົາ SBS Football 1, 2 ແລະ 3 ໃນ ວິທຍຸ DAB ຂອງ ທ່ານ, , ຫຼື ຜ່ານແອັບມືຖື SBS    ວິທຍຸຟຣີ , ເພື່ອຟັງທຸກ ການແຂ່ງຂັນສົດໃນ 12 ພາສາ .
  • SBS Football 1 (ມີຢູ່ຕອນນີ້): ບັນຍາຍເປັນພາສາອັງກິດ ໃນທຸກນັດຂອງ ການແຂ່ງຂັນ, ພ້ອມກັບເພງ ຂອງ World Cup ຕລອດເວລາ.
  • SBS Football 2 ແລະ 3 (ເປີດຕົວວັນທີ 14 ພະຈິກ): ບັນຍາຍສົດໃນພາສາຂອງທີມທີ່ ແຂ່ງຂັນໃນແຕ່ລະນັດ.
  • SBS Arabic24: ບັນຍາຍເປັນພາສາອາຣັບ ໃນທຸກນັດຂອງ ການແຂ່ງຂັນ
ຄຳບັນຍາຍຖືກຈັດໃຫ້ໂດຍຄູ່ຮ່ວມງານການຖ່າຍທອດສົດຂອງ FIFA World Cup™ ຈາກທົ່ວໂລກ ແລະຈະມີຢູ່ໃນ SBS ໃນພາສາອາຣັບ, ສະເປນ, ປອກຕຸຍການ, ຝຣັ່ງ, ເຢັຍລະມັນ, ໂຮນລັງ, ໂຄຣເອເຊັຍ, ໂປແລນ, ຍີ່ປຸ່ນ, ເກົາຫຼີ, ເປີເຊັຍ, ແລະ ອັງກິດ.
ໃນລະຫວ່າງການແຂ່ງຂັນ SBS Radio 3 ຈະກາຍເປັນ SBS Football 2 - ໃຫ້ຄໍາບັນຍາຍ ໃນພາສາຂອງທຸກໆການແຂ່ງຂັນ. ເພື່ອສືບຕໍ່ຮັບຟັງຣາຍການ BBC World Service ໃນໄລຍະນີ້, ເພື່ອເຂົ້າເຖິງເວັບໄຊທ໌ສົດ.

ເພງຂອງການແຂ່ງຂັນ

ນອກຈາກ ການແຂ່ງຂັນສົດແລ້ວ, ໃຫ້ຕິດຕາມ ເພງຮິດ ຂອງແຂ່ງຂັນບານເຕະຢ່າງຕໍ່ເນື່ອງ, ຮວມທັງເພງທີ່ເປັນທາງການຈາກການແຂ່ງຂັນທີ່ຜ່ານມາ, ແລະບາງເພງທີ່ດີທີ່ສຸດ (ແລະຂີ້ຮ້າຍທີ່ສຸດ) ຂອງທີມຊາດຕ່າງໆ. ເລີ້ມຕົ້ນປະສົບການ World Cup ຂອງທ່ານໃນຕອນຕົ້ນ ແລະຟັງ SBS Football 1 ສົດຕອນນີ້, ໃນວິທຍຸ DAB ຫຼື .

FIFA World Cup 2022TM ວັນທີ ແລະເວລາ

ຕາຕະລາງການບັນຍາຍ ໃນພາສາຕ່າງໆຂອງ SBS Radio ຈະຖືກອັບເດດ ເມື່ອໃກ້ຈະເຖິງມື້ເລີ້ມຕົ້ນການແຂ່ງຂັນ.
  • ຮອບແບ່ງກຸ່ມ: 21 ພະຈິກ - 3 ທັນວາ
  • ຮອບ 16 ທີມ: 4 ທັນວາ – 7
  • ຮອບກ່ອນຮອງຊນະເລີດ: ວັນທີ 10 – 11 ທັນວາ
  • ຮອບຮອງຊນະເລີດ: ວັນທີ 14 – 15 ທັນວາ
  • ຮອບຊິງທີ 3: December 18
  • ຮອບຊິງຊະນະເລີດ: ວັນທີ 19 ທັນວາ
ຄູ່ຮ່ວມງານການຖ່າຍທອດພາສາ ໄດ້ແກ່: BBC, Radio Nacional de España, Radio France Internationale, BAND, beIN, RTP, ARD, SRF, RNE, Radio Oriental Montevideo, HRT, RFI, NHK, NOS, VRT, Polskie Radio, Seoul Broadcasting System.

Share
Published 9 November 2022 12:52pm
By SBS Radio
Presented by Sak Phoumirath
Source: SBS


Share this with family and friends