ຈຸດສຳຄັນ
- ປໂຍດຂອງສອງພາສາແມ່ນ ນັບຕັ້ງແຕ່ຄວາມຮູ້ຄວາມເຂົ້າໃຈ ຈົນເຖິງທັກສະໃນການດໍາລົງຊີວິດ ແລະການເຊື່ອມໂຍງກັບວັດທະນະທັມມໍລະດົກ.
- ຄວາມສຳພັນດ້ານ ພາສາ-ວັດທະນະທັມ ອາດຈະແຕກຕ່າງກັນ ລະຫວ່າງຄອບຄົວ ແລະກຸ່ມເຊື້ອຊາດ
- ເຄືອຂ່າຍໂຮງຮຽນ, ຄອບຄົວ ແລະຊຸມຊົນ ສາມາດເປັນບ່ອນອີງ ສໍາລັບການສຶກສາສອງພາສາ, ແຕ່ຄວາມຄາດຫວັງ ຈໍາເປັນຕ້ອງຕອບ ສນອງຄວາມຕ້ອງການຂອງເດັກ need to serve the child’s needs
ຄວາມຫຼາກຫຼາຍທາງດ້ານພາສາ ແມ່ນຄວາມເປັນຈິງໃນອອສເຕຣເລັຍ, ດ້ວຍວ່າມີຫຼາຍກວ່າ 1 ໃນ 5 ຄົວເຮືອນ ທີ່ເວົ້າພາສາອື່ນ ນອກຈາກພາສາອັງກິດ, ອີງຕາມການສໍາຫຼວດສຳມະໂນປະຊາກອນ ເມື່ອບໍ່ດົນມານີ້.
ເຖິງແມ່ນວ່າການລ້ຽງດູລູກສອງພາສາ ຈະມາພ້ອມກັບສິ່ງທ້າທາຍ ແຕ່ຜູ້ຊ່ຽວຊານກ່າວວ່າ ຜົນຕອບແທນແມ່ນມີຫຼາຍກວ່າບັນຫາ.
ອີງຕາມສາສດາຈານ ດ້ານພາສາສາດທີ່ມະຫາວິທະຍາໄລ Melbourne, John Hajek, ເດັກນ້ອຍສອງພາສາ ໄດ້ຮັບການພິສູດໃຫ້ເຫັນວ່າ ມີຜົນການຮຽນທີ່ດີກວ່າ.
ລາວເວົ້າວ່າປໂຍດຂຍາຍອອກໄປກວ້າງ ຕໍ່ການພັດທະນາສ່ວນຕົວຂອງເດັກ ເຮັດໃຫ້ເຂົາເຈົ້າ ເຂົ້າໃຈຄວາມແຕກຕ່າງໄດ້ດີຂຶ້ນ.

Bilingual tend to better understand difference, the world around them and be more empathetic. Source: Getty / Credit: Getty Image / Catherine Falls Commercial
ການເຊື່ອມໂຍງລະຫວ່າງ ພາສາ ແລະ ວັດທະນະທັມ
ສາດສະດາຈານ Hajek ກ່າວວ່າ ຄວາມຮູ້ທາງດ້ານວັດທະນະທັມ ແລະພາສາ ແມ່ນມີການເຊື່ອມໂຍງຢ່າງແຍກບໍ່ອອກ ສໍາລັບຫຼາຍຊຸມຊົນ ແລະເດັກນ້ອຍສອງພາສາ ມີຄວາມສຳພັນທີ່ດີກວ່າ ກັບມໍລະດົກຂອງຜູ້ອົບພະຍົບ.
ມີເລື່ອງຄວາມສໍາເລັດຫຼາຍຢ່າງຂອງຄົນລຸ້ນທີສອງ ແລະສາມ ທີ່ສາມາດຮຽນຮູ້ພາສາຂອງຄອບຄົວ, ພາສາມໍລະດົກ, ລວມທັງວັດທະນະທັມ.
Vasso Zangalis, ຊາວອອສເຕຣເລັຍລຸ້ນທີສອງເຊື້ອສາຍ ກຣີກ, ແມ່ນຫນຶ່ງໃນເດັກນ້ອຍຄົນທໍາອິດ ໃນອອສເຕຣເລັຍທີ່ໄດ້ຮັບການສຶກສາສອງພາສາ ໃນການຮຽນແບບເປັນທາງການ ໂດຍຜ່ານໂຄງການທົດລອງໃນຊຸມປີ 80.
ໃນຂນະທີ່ຈື່ໄດ້ວ່າ ເປັນ "ນັກຮຽນທີ່ຮຽນອ່ອນທີ່ສຸດໃນຫ້ອງຮຽນ" ໃນພາສາກຣີກໃນເວລານັ້ນ, ນາງເວົ້າວ່າພໍ່ແມ່ຂອງນາງຄິດວ່າ ມັນ "ສໍາຄັນ" ທີ່ຈະເຂົ້າຮຽນໃນໂຄງການນັ້ນ.
ເມື່ອຄິດກ່ຽວກັບເລື່ອງນີ້, ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າເປັນຄົນໂຊກດີ ແລະມີວັດທະນະທັມຫລາຍກວ່າ, ແລະມີມະນຸດສຳພັນທີ່ດີກວ່າ ເມື່ອຂ້າພະເຈົ້າປຽບທຽບຕົວເອງ ໃສ່ກັບນ້ອງຊາຍຂອງຂ້າພະເຈົ້າ, ຜູ້ທີ່ບໍ່ເວົ້າພາສາທີສອງ, ຜູ້ທີ່ບໍ່ໄດ້ຕິດຕໍ່ກັບວັດທະນະທັມນັ້ນຫລາຍ.
ປະສົບການຂອງສາສດາຈານ Hajek ຍັງສະແດງໃຫ້ເຫັນວ່າ ການສົ່ງຕໍ່ພາສາມໍລະດົກ ໃຫ້ແກ່ເດັກນ້ອຍ ແມ່ນເຫັນວ່າເປັນ ”ພອນສວັນ” ໃນບາງຄອບຄົວ.

Cultural knowledge and language are inextricably linked for many communities. Source: Getty / Credit: Getty Image / Marko Geber
ແຕ່ລາວຊີ້ໃຫ້ເຫັນວ່າ ຄວາມສຳພັນທີ່ໃກ້ຊິດລະຫວ່າງພາສາ ແລະວັດທະນະທັມບໍ່ແມ່ນເລື່ອງທີ່ທຸກຄອບຄົວ ຫຼືຊຸມຊົນຈະເບິ່ງຂ້າມ.
ມັນຂຶ້ນກັບຊຸມຊົນ ແລະບຸກຄົນ ທີ່ຈະຮູ້ວ່າອັນໃດແມ່ນສິ່ງທີ່ສໍາຄັນ ສໍາລັບເຂົາເຈົ້າ.
ໃນຣັດວິກຕໍເຣັຍ, ມີໂຮງຮຽນປະຖົມຂອງ ຣັຖບານ 12 ແຫ່ງ ທີ່ມີໂຄງການສອງພາສາ ທີ່ກໍານົດໄວ້.
Stanley Wang ແມ່ນທ່ານຄູໃຫຍ່ຂອງໂຮງຮຽນປະຖົມ Abbotsford ຊຶ່ງດໍາເນີນໂຄງການສອງພາສາ ທີ່ສອນພາສາຈີນ ທີ່ເກົ່າແກ່ທີ່ສຸດຂອງຣັດ.
ປັດຈັຍຫນຶ່ງ ທີ່ມີຜົນກະທົບຕໍ່ຂໍ້ມູນປະຊາກອນ ຂອງນັກຮຽນໃນໂຮງຮຽນ ແມ່ນຄວາມສໍາຄັນ ທີ່ຊຸມຊົນອົບພະຍົບ ມີຕໍ່ບົດບາດຂອງພາສາ.
ແຕ່ Mr Wang ຊີ້ໃຫ້ເຫັນ ເຖິງປໂຍດຂອງການສຶກສາສອງພາສາ ໃນການສ້າງເອກກະລັກ ແລະຄວາມອົດທົນ.
"ເມື່ອພວກເຮົາສເນີສະພາບແວດລ້ອມສອງພາສາ ທັງສອງວັດທະນະທັມ, ຫາກບໍ່ແມ່ນຫຼາຍວັດທະນະທັມ, ໄດ້ຮັບການຕອບຮັບທີ່ດີ ແລະຄວາມຈິງທີ່ວ່ າການໃຊ້ສອງພາສາ ແມ່ນເປັນເລື່ອງທັມມະດາ ແລະມີການພິຈາລະນາຢ່າງຄົບຖ້ວນ, ຂ້າພະເຈົ້າຄິດວ່າ ນັ້ນແມ່ນສິ່ງທີ່ມີພະລັງທີ່ສຸດ." ລາວກ່າວ.
ພຽງແຕ່ວ່າພວກເຂົາ ມີສະຖານະພາບທີ່ເທົ່າທຽມກັນ ໃນສະພາບແວດລ້ອມນີ້, ແລະພວກເຂົາໄດ້ຮັບການສນັບສນູນຢ່າງຕໍ່້ນື່ອງໃນການເດີນທາງລະຫວ່າງສອງໂລກ... ມັນເປັນວິທີການຫຼັກ ທີ່ພວກເຮົາຕ້ອງການໃຫ້ພວກເຂົາເຊື່ອມຕໍ່ ກັບວັດທະນະທັມຂອງພວກເຂົາ.
ວິທີສນັບສນູນການຮຽນ ຂອງລູກຂອງທ່ານ
ຢູ່ນອກໂຮງຮຽນ, ສະພາບແວດລ້ອມຂອງຄອບຄົວ ກໍສາມາດເປັນແຫຼ່ງສໍາຄັນ ຂອງການສນັບສນູນ ສໍາລັບການລ້ຽງດູສອງພາສາຂອງເດັກ.
"ແລະເຖິງແມ່ນວ່າ ທ່ານຍັງບໍ່ມີໂອກາດ ທີ່ຈະຮັກສາພາສາຂອງທ່ານ ແລະສົ່ງຕໍ່ໃຫ້ເດັກນ້ອຍ, ຍັງມີຄົນອື່ນທີ່ຢູ່ອ້ອມຂ້າງທ່ານທີ່ສາມາດຊ່ວຍໄດ້. ສະນັ້ນ, ປູ່ ຍ່າ ຕາ ຍາຍ ຈຶ່ງມີບົດບາດຢ່າງຫຼາຍໃນການທີ່ຈະສາມາດສນັບສນູນ ການບໍາລຸງຮັກສາພາສາ ແລະວັດທະນະທັມ” ສາສດາຈານ Hajek ກ່າວ.

The family environment can be a key source of support for a child’s bilingual upbringing. Source: Getty / Credit: Getty Image / Mayur Kakade
ໃນຖານະທີ່ເປັນແມ່ ຂອງເດັກນ້ອຍໃນວັຍຮຽນສອງຄົນ, ນາງ Zangali sກ່າວວ່າລາວໂຊກດີ ທີ່ມີເຄືອຂ່າຍທີ່ຖືກຈັດຕັ້ງຂຶ້ນ ເພື່ອສນັບສນູນການຮຽນພາສາຂອງເຂົາເຈົ້າ.
ແລະລາວໄດ້ແນະນໍາໃຫ້ຜູ້ມາອອສເຕຣເລັຍໃຫມ່ ເຮັດຕາມຂັ້ນຕອນແບບດຽວກັນ.
ຖ້າຫາກວ່າ ທ່ານເປັນກຸ່ມຜູ້ຍົກຍ້າຍຖິ່ນຖານໃຫມ່ ທີ່ມີພຽງສະເພາະພາສາຫນຶ່ງ, ມັນເປັນໄປໄດ້ ທີ່ຈະຂໍໂຄງການສອງພາສາ ທີ່ຈະຈັດຕັ້ງຂື້ນໃນໂຮງຮຽນ.
ລາວກ່າວວ່າ ການລິເລີ່ມຂນາດນ້ອຍ ເຊັ່ນກຸ່ມເລົ່ານິທານໃນພາສາ (ຂອງທ່ານ)ຂອງຫ້ອງສມຸດ ມັນຈະງ່າຍຂຶ້ນທີ່ຈະເລີ້ມຕົ້ນສ້າງຕັ້ງ.
"ພວກເຮົາມີ ພໍ່ແມ່ກຸ່ມຫນຶ່ງມາຮ່ວມກັນ, ເຄາະປະຕູຫ້ອງສມຸດ ແລະເວົ້າວ່າ... ພວກເຮົາມີພໍ່ແມ່ 20 ຄົນທີ່ຈະສນັບສນູນໂຄງການ, ແລະຫຼັງຈາກການສນັບສນູນ ແລະການປຶກສາຫາລືຫນ້ອຍຫນຶ່ງ...ພວກເຮົາກໍທຳສຳເລັດ ແລະກໍດຳເນີນຕໍ່ໄປ."

Experts say keeping expectations realistic is key in bilngual education Source: Getty / Credit: Getty Image / Klaus Vedfelt
ສິ່ງສໍາຄັນທີ່ພໍ່ແມ່ແລະຜູ້ສອນ ຕ້ອງຮັບຮູ້... ຖ້າຫາກວ່າລູກຂອງທ່ານກໍາລັງເຕີບໃຫຍ່ຢູ່ໃນປະເທດອອສເຕຣເລັຍພາສາທີ່ພວກເຂົາຈະຕ້ອງຮຽນຮູ້ ຕ້ອງເຫມາະສົມ ກັບຈຸດປະສົງຂອງຄວາມເປັນຈິງ ຂອງອອສເຕຣເລັຍ
ສໍາລັບ ສາສດາຈານ Hajek, ການສຶກສາສອງພາສາ ໃນທ້າຍທີ່ສຸດກໍເພື່ອຮັກສາຄວາມຄາດຫວັງໃຫ້ເປັນຈິງ.
"ທ່ານຕ້ອງເປັນຜູ້ເວົ້າພາສາທີ່ສົມບູນແບບ ເພື່ອເປັນຜູ້ເວົ້າພາສານັ້ນບໍ? ແລະຄໍາຕອບກໍຄື, ແນ່ນອນວ່າ, ບໍ່. ເຮົາຕ້ອງເຂົ້າໃຈວ່າ ເດັກນ້ອຍທີ່ເຕີບໂຕຂຶ້ນໃນອອສເຕຣເລັຍ, ແນ່ນອນວ່າພາສາທີ່ເຂັ້ມແຂງທີ່ສຸດຂອງເຂົາເຈົ້າ ແມ່ນພາສາອັງກິດ ແລະມັນຈະເປັນພາສາອັງກິດສເມີ, ມັນເປັນເລື່ອງປົກກະຕິຢູ່ແລ້ວ."
ບໍ່ມີປຶ້ມຄູ່ມື ກ່ຽວກັບວິທີການລ້ຽງດູລູກສອງພາສາ. ພໍ່ແມ່ແບ່ງປັນຄໍາຖາມ ແລະຄວາມກັງວົນກັນຫລາຍຢ່າງ ກ່ຽວກັບການລ້ຽງດູລູກສອງພາສາ. SBS podcast My Bilingual Family ແມ່ນກ່ຽວກັບ ການຊອກຫາຄໍາຕອບ ສໍາລັບຄໍາຖາມ ທີ່ຖືກຖາມເລື້ອຍໆເຫຼົ່ານີ້. ຟັງໃນ SBS Radio App, ໃນ App ທີ່ທ່ານມັກ ຫຼືອອນໄລນ໌ ທີ່