ເຮົາຄວນຈະໃຫ້ tip ບໍ່? ຄຳອະທິບາຍ ວັດທະນະທັມການໃຫ້ tip ຂອງອອສເຕຣເລັຍ

ເມື່ອເວົ້າເຖິງການໃຫ້ທິປ (tipping), ອອສເຕຣເລັຍມີຄວາມຄິດແຕກຕ່າງກັນ. ການຮູ້ວ່າໃຜ ແລະເມື່ອໃດ ທີ່ຈະໃຫ້ທິປ (tipping) ຍັງກໍ່ໃຫ້ເກີດຄວາມສັບສົນ ເຖິງແມ່ນສໍາລັບຜູ້ທີ່ເກີດໃນອອສເຕຣເລັຍກໍຕາມ, ແຕ່ມີນິສັຍທົ່ວໄປ ບາງຢ່າງທີ່ເຮົາສາມາດ ເອົາເປັນວິທີໃຊ້ໄດ້.

Paying at cafe

Source: Getty / Getty Images/xavierarnau

ຈຸດສຳຄັນ
  • ໃນອອສເຕຣເລັຍ ການໃຫ້ Tip ແມ່ນດ້ວຍຄວາມສມັກໃຈ
  • ຫຼາຍຄົນເລືອກທີ່ຈະໃຫ້ tip ພະນັກງານບໍຣິການ
  • tip ທີ່ເໝາະສົມສໍາລັບການບໍຣິການທີ່ດີ ແມ່ນ 10 ເປີເຊັນ
  • ວັດທະນະທັມ Tipping ປ່ຽນໄປ ໃນການຕອບສນອງ ຕໍ່ການລະບາດ ຂອງພະຍາດ
Tip ແມ່ນຂອງຂວັນທາງການເງິນ ທີ່ໃຫ້ແກ່ພະນັກງານ ເພື່ອເປັນລາງວັນສໍາລັບ ການບໍຣິການທີ່ດີ, ຈ່າຍດ້ວຍເງິນສົດ ຫຼືຜ່ານລະບົບການຊໍາລະເງິນ ແບບບໍ່ໃຊ້ເງິນສົດ (cashless payment systems).

ໃນອອສເຕຣເລັຍ ມີຄວາມສັບສົນ ແລະຄວາມບໍ່ເຫັນດີ ກ່ຽວກັບວ່າຈະໃຫ້ tip ຫຼືສິ່ງທີ່ບາງຄັ້ງເອີ້ນວ່າ 'gratuity'. ນີ້ແມ່ນ ມາຈາກນິສັຍ tipping ທີ່ເຮົາເຫັນຢູ່ຕ່າງປະເທດ.

ໃນອອສເຕຣເລັຍ ຄົນໃຫ້ tip ຫຼືບໍ່ ?

ທ່ານ Bill Dee ຜູ້ທີ່ໄດ້ເຮັດວຽກຮ່ວມກັບ the Australian Competition and Consumer Commission (ACCC) ອະທິບາຍວ່າ: ການໃຫ້ tip ແມ່ນເລື້ອງຂອງວັດທະນະທັມ.

Mr Dee ກ່າວວ່າ "ໃນສະຫະຣັດ, ໂດຍພື້ນຖານແລ້ວ ມັນເປັນສິ່ງບັງຄັບ. ຖ້າທ່ານໄປຮ້ານອາຫານ, ພວກເຂົາເຈົ້າມີ ‘gratuity’ ຢູ່ໃນໃບລາຍງານ. ມີຄວາມຄາດຫວັງເຊັ່ນກັນວ່າ ຖ້າຫາກທ່ານນັ່ງຣົດ Taxi, ທ່ານຈະຈ່າຍ tip."
ໃນອອສເຕຣເລັຍ, ພວກເຮົາຖືກປ່ຽນຕາມວັດທະນະທັມກັນຫລາຍຂຶ້ນ ແລະໃຫ້ tip ດ້ວຍຄວາມສມັກໃຈ.
Mr Dee ກ່າວວ່າ ຕາມປົກກະຕິແລ້ວ ການໃຫ້ tip ແມ່ນການສະແດງ ຄວາມຮັບຮູ້ ຕໍ່ການບໍຣິການ ທີ່ເກີນກວ່າທັມມະດາ.

"ໃນອອສເຕຣເລັຍ ມັນເປັນການສະແດງຄວາມຮັບຮູ້ຂອງທ່ານ ໃນການບໍຣິການລູກຄ້າທີ່ດີກວ່າ. ຍົກຕົວຢ່າງ ,ຖ້າຫາກວ່າ ທ່ານຢູ່ໃນຮ້ານອາຫານ ແລະຜູ້ເສີບອາຫານ ບໍຣິການທ່ານຢ່າງດີເລີດ ແລະອາຫານດີ, ຫຼາຍຄົນຈະໃຫ້ tip ທີ່ຈະສະແດງຄວາມຮັບຮູ້ຂອງເຂົາເຈົ້າ."

ຫຼາຍຄົນເຊື່ອວ່າ ການໃຫ້ tip ແມ່ນບໍ່ຈໍາເປັນ – ວ່າພວກເຮົາ ຄວນຫຼີກເວັ້ນ ການຮຽນແບບປະເທດຕ່າງໆ ເຊັ່ນອາເມຣິກາ, ບ່ອນທີ່ເງື່ອນໄຂ ການຈ້າງງານ ສໍາລັບພະນັກງານບໍຣິການ ແມ່ນແຕກຕ່າງກັນຢ່າງຫຼວງຫຼາຍ.
ທ່ານບໍ່ຄວນມີຄວາມຮຼ້ສຶກວ່າ ຖືກບັງຄັບຕ້ອງໃຫ້ tip ເພາະ ອອສເຕຣເລັຍ ມີລະບົບຄ່າແຮງງານດີ
ທ່ານ Cam Smith ເຈົ້າຂອງລາຍການສະແດງອາຫານ ທີ່ດຳເນີນເປັນເວລານານທີ່ສຸດ ຂອງອອສເຕຣເລັຍ ທີ່ສະຖານີວິທະຍຸ 3RRR ກ່າວວ່າ "ອອສເຕຣເລັຍ ມີຄ່າແຮງງານຂັ້ນຕ່ຳທີ່ສຸດສູງ ພໍສົມຄວນ ເມື່ອທຽບໃສ່ກັບກັບປະເທດອື່ນໆ.ບໍ່ເຫມືອນກັບສະຫະຣັດ ບ່ອນທີ່ຄ່າຈ້າງຫນ້ອຍຫລາຍ ແລະພະນັກງານບໍຣິການ ຕ້ອງການ tip ເພື່ຄວາມຢູ່ລອດ, ໃນອອສເຕຣເລັຍ ມັນຂຶ້ນກັບຄົນນັ້ນວ່າ ການບໍຣິການນັ້ນ ຈະໄດ້ຮັບລາງວັນດ້ວຍ tip ຫຼືບໍ່."

ຫຼັງຈາກກິນອອກນອກເຮືອນ, ເງິນສົດຖືກວາງຢູ່ເທິງໂຕະ, ຫຼືຢູ່ໃນຈອກ tip ທີ່ໂຕະຈ່າຍເງິນ. Tip ຍັງສາມາດເພີ່ມເຂົ້າ ໃນການຈ່າຍເງິນອັດຕະໂນມັດທີ່ບໍ່ມີເງິນສົດ ທີ່ລວມເຖິງການ tipping.

ເຈົ້າຂອງຮ້ານອາຫານຄວນຈະສົ່ງຕໍ່ tip ໃຫ້ພະນັກງານຂອງຕົນ.
Tips
Tip jar Source: Getty / Getty Images/Toni Faint

ເຮົາຄວນໃຫ້ tip ຫຼາຍປານໃດ?

ທ່ານ Cam Smith ກ່າວວ່າ ນັ້ນແມ່ນຂຶ້ນຢູ່ກັບ ແຕ່ລະບຸກຄົນ, ແຕ່ກໍມີການແນະນໍາບາງຢ່າງ.

ທ່ານກ່າວວ່າ "ມັນງ່າຍທີ່ສຸດ ທີ່ຈະຄິດໄລ່ 10 ເປີເຊັນ. ທ່ານຍັງສາມາດໃຫ້ເງິນຕື່ມ ຖ້າທ່ານຄິດວ່າ ຜູ້ໃຫ້ບໍຣິການເຮັດດີກວ່າຫນ້າທີ່."
ໃນອອສເຕຣເລັຍ ໂດຍທົ່ວໄປແລ້ວ ການໃຫ້ tip ສຳລັບການບໍຣິການດີໆ ແມ່ນ 10 ເປີເຊັນ.

ການໃຫ້ Tip ໃນລະຫວ່າງການລະບາດຂອງໂຣກ

ການສໍາຫຼວດ ນິສັຍຂອງຜູ້ບໍຣິໂພກເມື່ອບໍ່ດົນມານີ້ ໄດ້ເປີດເຜີຍວ່າ ການລະບາດ ໄດ້ປ່ຽນແປງວັດທະນະທັມການໃຫ້ Tip ແນວໃດ ໃນຄວາມຄິດທີ່ຈະສນັບສນູນ ອຸດສາຫະກັມການຕ້ອນຮັບ ແລະການບໍຣິການ.

Robin Chiang, ຜູ້ຈັດການຕລາດສາກົນຂອງ Open Tables, ກ່າວວ່າ "ສິ່ງທີ່ພວກເຮົາໄດ້ເຫັນ ແມ່ນການປ່ຽນແປງໃນຄວາມຄິດເຫັນ."

"ປະມານ 25 ເປີເຊັນຂອງຊາວ ອອສເຕຣເລັຍ ທີ່ພວກເຮົາໄດ້ສໍາຫລວດໃນເວລານີ້ ມີຄວາມຍິນດີ ທີ່ຈະໃຫ້ tip ຫລັງຈາກກິນເຂົ້າ. ສະນັ້ນ ມັນຈຶ່ງເປັນການປ່ຽນແປງທີ່ແທ້ຈິງ ສໍາລັບພວກເຮົາໃນດ້ານການກິນອາຫານຢູ່ນອກເຮືອນ ແລະວິທີ ທີ່ພວກເຮົາປະຕິບັດ ຕໍ່ພວກເຈົ້າຂອງຮ້ານອາຫານ ແລະພະນັກງານບໍຣິການ ຂອງພວກເຮົາ."

ການສໍາຫຼວດ ໄດ້ເປີດເຜີຍວ່າຜູ້ໃຫ້ tip ສ່ວນໃຫຍ່ ແມ່ນມີອາຍຸຕໍ່າກວ່າ 30 ປີ.

ພວກເຮົາເຫັນ tip ເງິນສົດຫນ້ອຍລົງ ແລະການເພີ່ມຂຶ້ນຂອງການຈ່າຍເງິນຜ່ານ eftpos, QR code ordering ແລະການໃຊ້ apps ການ share ຣົດ ແລະ apps ການສົ່ງອາຫານ. apps ເຫຼົ່ານີ້ປົກກະຕິແລ້ວຈະມີ tipping ໃນ app.

ຂໍ້ຄວາມແຈ້ງອັດຕະໂນມັດ ບໍ່ຄວນມີອິດທິພົນຕໍ່ ທ່ານວ່າຈະໃຫ້ tip ຫຼືບໍ່.

ທ່ານ Chiang ກ່າວວ່າ "ນັ້ນບໍ່ແມ່ນຕົວຊຸກຍູ້" ເຫດຜົນສໍາຄັນ ທີ່ຜູ້ຄົນໃຫ້ tip ກໍຄືການຊ່ອຍເຫລືອອຸດສາຫະກັມ ຮ້ານອາຫານ."
Paying in cab
Taxi drivers do not expect a tip in Australia Source: Getty / Getty Images/wagnerokasaki

ການໃຫ້ Tip ສໍາລັບການບໍຣິການອື່ນໆ

ຜູ້ຂັບຣົດແທັກຊີ ຈະບໍ່ຄາດຫວັງວ່າຈະໄດ້ຮັບ tip, ເຖິງແມ່ນວ່າ ມັນເປັນເລື່ອງທັມມະດາ ທີ່ຈະປັບຄ່າໂດຍສານຂຶ້ນເປັນໂດລາ ທີ່ໃກ້ທີ່ສຸດ.
ຊ່າງຕັດຜົມ, ຊ່າງເສີມສວຍ ແລະພະນັກງານໂຮງແຮມ ບໍ່ໄດ້ຄາດຫວັງ ຈະໄດ້ຮັບ tip
ຜູ້ຂັບຣົດສົ່ງອາຫານ ທີ່ເຮັດວຽກໃນລະບົບເສດຖະກິດທີ່ບໍ່ຕາຍໂຕ ຈະບໍ່ມີ ສິດດຽວກັນ ກັບພະນັກງານອື່ນໆ. ຫຼາຍຄົນເລືອກທີ່ຈະເສີມຄ່າຈ້າງຂອງເຂົາເຈົ້າ ດ້ວຍ tip ໃນການຈັດສົ່ງ.

ໃນຂນະທີ່ຄວາມຄິດເຫັນ ແລະນິສັຍແຕກຕ່າງກັນ, ຈົ່ງຈື່ໄວ້ສເມີວ່າ ໃນອອສເຕຣເລັຍ, ການໃຫ້ tip ແມ່ນຂຶ້ນກັບທ່ານ.

Melissa Campagnoni ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share
Published 26 April 2023 11:44am
By Melissa Compagnoni
Presented by Sak Phoumirath


Share this with family and friends