ຈຸດສໍາຄັນ:
- ຊາວອອສເຕຣເລັຍ ກວ່າ 17 ລ້ານຄົນ ໄດ້ລົງທະບຽນ ເພື່ອລົງປະຊາມະຕິໃນທ້າຍປີນີ້.
- ການອະນຸມັດຮ່າງກົດຫມາຍ ທີ່ຈະໃຫ້ມີການລົງປະຊາມະຕິ the Voice ສົ່ງຜົນໃຫ້ມີການກໍານົດວັນທີ່ຊັດເຈນ ສໍາລັບການລົງຄະແນນສຽງ.
- ວັນທີລົງປະຊາມະຕິ ຕ້ອງມີຂຶ້ນພາຍໃນ ສອງ ຫາຫົກເດືອນ ນັບຈາກມື້ນີ້.
ຊາວອອສເຕຣເລັຍ ຈະລົງຄະແນນສຽງຢ່າງເປັນທາງການ ຕໍ່ Voice to Parliament ພາຍໃນຫົກເດືອນຂ້າງຫນ້າ, ຫຼັງຈາກທີ່ຮ່າງກົດຫມາຍ ທີ່ໄດ້ສົ່ງຜົນໃຫ້ມີການລົງປະຊາມະຕິ ໄດ້ຜ່ານການອະນຸມັດ ຈາກສະພາສູງ 52 ຕໍ່ 19 ສຽງ.
ຣັຖສະພາ ໄດ້ກ້າວຂ້າມອຸບປະສັກສຸດທ້າຍ ຢ່າງເປັນທາງການ ກ່ອນການລົງປະຊາມະຕິ ໃນວັນຈັນ ຊຶ່ງໃຫ້ຊາວອອສເຕຣເລັຍ ຕັດສິນໃຈວ່າ ຈະລະບຸ the Voice- ຊຶ່ງເປັນເສົາຫຼັກຂອງຄໍາຖແລງ Uluru ຈາກຫົວໃຈ (Uluru Statement from the Heart) ຂອງປີ2017-ໃນຣັຖທັມມະນູນ ຫຼືບໍ່.
ຜູ້ຣົນນະຣົງ Yes ໄດ້ປະກາດວ່າ "ວຽກຂອງຣັຖສະພາໄດ້ເສັດສິ້ນແລ້ວ" ໂດຍການວິພາກວິຈານໃນເວລານີ້ ຈະໄດ້ຖືກກໍານົດໂດຍ ປະຊາຊົນທົ່ວໄປ ທີ່ຈະຊຸກຍູ້ ໃຫ້ມີການປ່ຽນແປງ ຣັຖທັມມະນູນ.
- ຫຼືບໍ່
ຣັຖມົນຕີກະຊວງ ຊາວອອສເຕຣເລັຍພື້ນເມືອງ (Indigenous Australians), Linda Burney ກ່າວວ່າ ການພັດທະນາ ໄດ້ນໍາອອສເຕຣເລັຍ "ເຂົ້າໃກ້ອີກບາດກ້າວຫນຶ່ງ" ເພື່ອຮັບຮູ້ຊາວພື້ນເມືອງອອສເຕຣເລັຍ ໃນຣັຖທັມມະນູນ ແລະເຮັດໃຫ້ "ປະເທດທີ່ຍິ່ງໃຫຍ່ນັ້ນ..ຍິ່ງໃຫຍ່ກວ່າເກົ່າ".
"ມັນເລີ້ມຕົ້ນແລ້ວ ...ມື້ນີ້, ການໂຕ້ຖຽງທາງການເມືອງໄດ້ຈົບລົງແລ້ວ. ມື້ນີ້, ພວກເຮົາສາມາດເລີ່ມຕົ້ນການສົນທະນາ ທັງລະດັບຊາດ ແລະໃນລະດັບຊຸມຊົນ.”
"ເປັນເວລາດົນນານແລ້ວ ທີ່ຊາວພື້ນເມືອງອອສເຕຣເລັຍ ໄດ້ຢູ່ໃນສະພາບທີ່ດ້ອຍກວ່າ ຊາວອອສເຕຣເລັຍທີ່ບໍ່ແມ່ນຄົນພື້ນເມືອງ...ເປັນລະບົບຫັກເພ. ແລະ the Voice ແມ່ນໂອກາດທີ່ດີທີ່ສຸດ ຂອງພວກເຮົາໃນການແກ້ໄຂ, ເພາະເມື່ອພວກເຮົາຟັງ ຜູ້ຢູ່ໃນພື້ນທີ່ ແລະປຶກສາກັບຄົນທ້ອງຖິ່ນ, ພວກເຂົາຕັດສິນໃຈໄດ້ດີກວ່າ ແລະບັນລຸຜົນທີ່ດີກວ່າ."
ພັກແຮງງານເນັ້ນວ່າ the Voice ຈະເປັນພຽງແຕ່ ຄນະທີ່ປຶກສາ, ໃຫ້ໂອກາດແກ່ຊາວພື້ນເມືອງ ອອສເຕຣເລັຍ ໃຫ້ຄໍາແນະນໍາແກ່ຣັຖສະພາ ແລະຣັຖບານ ກ່ຽວກັບບັນຫາທີ່ມີຜົນກະທົບຕໍ່ເຂົາເຈົ້າ ໂດຍສະເພາະ.
ແຕ່ນັກວິຈານບາງຄົນອ້າງວ່າ ຂໍ້ສເນີນີ້ ແມ່ນເຕັມໄປດ້ວຍຄວາມສ່ຽງ, ໃນຂນະທີ່ບາງຄົນ ໂຕ້ຖຽງວ່າ ມັນໃຫ້ອໍານາດບໍ່ພຽງພໍ ແກ່ປະຊາຊົນຊາວພື້ນເມືອງ.
ການລົງປະຊາມະຕິເທື່ອທໍາອິດ ໃນຮອບເກືອບ 25 ປີ ຈະມີຂຶ້ນ ພາຍໃນສອງ ຫາຫົກເດືອນ ນັບແຕ່ວັນຈັນເປັນຕົ້ນໄປ ເຖິງແມ່ນວ່ານາຍົກຣັຖມົນຕີ Anthony Albanese ໄດ້ສເນີວ່າ ມັນຈະມີຂຶ້ນໃນປີນີ້.
"ໂອກາດຄັ້ງຫນຶ່ງໃນຊີວິດ ເພື່ອຍົກລະດັບຊາດ ອັນຍິ່ງໃຫຍ່ຂອງພວກເຮົາ ໃຫ້ສູງຂຶ້ນກວ່າເກົ່າ."

Independent Senator Lidia Thorpe reacts after the passing of the Voice to Parliament in the Senate chamber at Parliament House. Source: AAP / Lukas Coch
"ນີ້ແມ່ນໂອກາດ ທີ່ຈະເຮັດສິ່ງຕ່າງໆໃຫ້ດີຂຶ້ນ, ແທນທີ່ຈະເຮັດສິ່ງຕ່າງໆ ສໍາລັບຊາວພື້ນເມືອງອອສເຕຣເລັຍ, [ເພື່ອ] ເຮັດໃຫ້ມີ ການປ່ຽນແປງກັບຊາວພື້ນເມືອງອອສເຕຣເລັຍ."
ຄື້ນຟອງຂອງ Coalition ລະຫວ່າງການຜ່ານຮ່າງກົດຫມາຍການລົງປະຊາມະຕິ.
ເຖິງຈະຄັດຄ້ານ the Voice ນັ້ນກໍຕາມ ແຕ່ຝ່າຍຄ້ານກໍຍອມ ປ່ອຍຮ່າງກົດຫມາຍນີ້ຜ່ານການອະນຸມັດ ໃນຕອນເຊົ້າວັນຈັນ.
ທ່ານນາງ Michaelia Cash ສະມາຊິກພັກ Liberal ໄດ້ໂຕ້ແຍ້ງວ່າ ການລົງຄະແນນສຽງ “Yes” ຈະເຮັດໃຫ້ຣັຖທັມມະນູນ ຂອງອອສເຕຣເລັຍ “ປ່ຽນກັບຄືນບໍ່ໄດ້” ໂດຍອ້າງວ່າ ພັກແຮງງານ ບໍ່ໄດ້ໃຫ້ລາຍລະອຽດພຽງພໍ ກ່ຽວກັບວ່າ ຄນະກັມມະການ ທີ່ມີຄວາມ "ແບ່ງແຍກ" ຈະເຮັດວຽກແນວໃດ.
"[ແຕ່] ພວກເຮົາເຊື່ອໃນປະຊາຊົນຂອງຊາດນີ້, ແລະສິດທິຂອງພວກເຂົາ ທີ່ຈະສະແດງຄວາມຄິດເຫັນ ໃນປະເດັນນີ້."
"ມັນເປັນສິ່ງທີ່ເຮົາບໍ່ຮູ້, ມັນເປັນການແບ່ງແຍກ ແລະມັນເປັນແບບຖາວອນ. ຖ້າທ່ານບໍ່ຮູ້ວ່າ the Voice ຈະເປັນແນວໃດ, ຄວາມຄິດເຫັນຂອງຂ້າພະເຈົ້າຄື: ເລືອກ “ບໍ່” (vote No)."
ທ່ານນາງ Jacinta Price ໂຄສົກຂອງ Coalition Indigenous Australians, ຊາວເຜົ່າ Warlpiri/Celtic ໄດ້ໂຕ້ຖຽງວ່າ ຖ້າປ່ອຍໃຫ້ສະພາ ເປີດເຜີຍລາຍລະອຽດ ຫຼັງຈາກການລົງປະຊາມະຕິແລ້ວ ມັນຈະເຕັມໄປດ້ວຍຄວາມສ່ຽງ ທາງກົດຫມາຍ.
ລາວກ່າວວ່າ "ນາຍົກ ຣັຖມົນຕີ ຢາກໃຫ້ພວກເຮົາ ໄວ້ວາງໃຈລາວແບບຕາບອດ ເພື່ອໃຫ້ລາວເຊັນຊື່ໃນ cheque ເປົ່າ ແລະ ອະນຸຍາດໃຫ້ຂໍ້ສເນີ ທີ່ມີຄວາມສ່ຽງ ຂອງລາວ ຖືກບັນຍັດໄວ້ໃນຣັຖທໍາມະນູນຕລອດໄປ, ໃນເມື່ອລາວວ່າບໍ່ສາມາດຮັບປະກັນຫຍັງໄດ້."
ສະມາຊິກພັກຝ່າຍຄ້ານຈໍານວນນຶ່ງ ໄດ້ລົງມະຕິຄັດຄ້ານຮ່າງກົດຫມາຍສະບັບນີ້ ຊຶ່ງເປັນເທັກນິກ ທີ່ຈະຊ່ອຍໃຫ້ພວກເຂົາມີສ່ວນ ໃນການຣົນນະຣົງ “No” ໃນໃບພັບໂຄສະນາ ການລົງປະຊາມະຕິ ຢ່າງເປັນທາງການ ຊຶ່ງຈະມີການແຈກຢາຍ ໃຫ້ຜູ້ລົງຄະແນນສຽງ.
ພັກ Greens ຕ້ອນຮັບ 'ວັນປວັດສາດຢ່າງແທ້ຈິງ'
ທ່ານນາງ Dorinda Cox ໂຄສົກຂອງຊາວພື້ນເມືອງອອສເຕຣເລັຍ ຂອງພັກGreens, ຜູ້ທີ່ສລະການເຫັນຊອບຂອງລາວ ຕໍ່ສົນທິສັນຍາ ແລະຄວາມຈິງ(Treaty and Truth) ທີ່ມາກ່ອນ the Voice, ໄດ້ປະກາດວ່າແມ່ນ "ວັນປວັດສາດທີ່ແທ້ຈິງ" ສໍາລັບຊາວພື້ນເມືອງອອສເຕຣເລັຍ.
"ວຽກຂອງຣັຖສະພາໄດ້ເສັດສິ້ນແລ້ວ. ມັນແມ່ນເວລາທີ່ການຣົນນະຣົງ “Yes” ທີ່ຈະອອກໄປໃນຊຸມຊົນ ແລະແບ່ງປັນກັບຊາວອອສເຕຣເລັຍທຸກຄົນ ວ່າເປັນຫຍັງ ການລົງຄະແນນສຽງຄັ້ງນີ້ ຈຶ່ງສໍາຄັນຫລາຍ ແລະເປັນຫຍັງ Voice to Parliament ຈຶ່ງສໍາຄັນຫລາຍ." ລາວກ່າວ.

Ms Burney, seated left, was present for the debate. Source: AAP / Lukas Coch
ໃນຂນະທີ່ສະມາຊິກສະພາສູງ Cox ໄດ້ ເນັ້ນຫນັກວ່າ the Voice ຈະບໍ່ທໍາລາຍ ສິດອໍານາດ ຂອງຊາວພື້ນເມືອງ, ລາວໄດ້ຖືກລົບກວນ ຊ້ຳແລ້ວຊ້ຳອີກ ໂດຍສະມາຊິກສະພາສູງອິດສຣະທ່ານນາງ Lidia Thorpe, ຜູ້ທີ່ລາອອກຈາກພັກ Greens ເພື່ອຈະຣົນນະຣົງເພື່ອ the Voice ຢ່າງເສຣີ.
"ພິສູດເບິ່ງ!" ສະມາຊິກສະພາສູງ Thorpe ໄດ້ກ່າວຊໍ້າແລ້ວຊໍ້າອີກ.
Lidia Thorpe ກ່າວຮ້າຍ Voice ວ່າ 'ປອມ ແລະແອບອ້າງ'
ສະມາຊິກສະພາສູງ Thorpe, ແມ່ຍິງຊາວ DjabWurrung, Gunnai ແລະ Gunditjmara, ໄດ້ກ່າວເຖິງວັນຈັນນີ້ ວ່າເປັນ "ວັນກືນກິນ" ແລະຮຽກຮ້ອງໃຫ້ຊາວອອສເຕຣເລັຍ ຂວ້ຳບາດ ການລົງປະຊາມະຕິ.
ຕອນກ່າວຄໍາປາໄສ, ສະມາຊິກສະພາສູງ Thorpe ໄດ້ອະທິບາຍ ເຖິງຮ່າງກົດຫມາຍວ່າເປັນ "ຕາປູສຸດທ້າຍໃນໂລງສົບ"("final nail in the coffin") ແຕ່ຍັງບໍ່ທັນເປີດເຜີຍວ່າ ທ່ານນາງຈະລົງຄະແນນສຽງ ໃນທາງໃດ.
ນາງກ່າວວ່າ "ຂ້າພະເຈົ້າຈະລົງຄະແນນສຽງ “No” ຕໍ່ແນວຄິດອັນຮ້າຍແຮງນີ້ ຊຶ່ງບໍ່ໃຫ້ອໍານາດແກ່ພວກເຮົາ."
"ແຕ່ຂ້າພະເຈົ້າ ບໍ່ສາມາດສນັບສນູນ ສິ່ງທີ່ບໍ່ໃຫ້ອໍານາດແກ່ພວກເຮົາ. ຂ້າພະເຈົ້າ ບໍ່ສາມາດສນັບສນູນ ສິ່ງທີ່ຖືກຄັດເລືອກ ໂດຍຜູ້ໃດກໍຕາມທີ່ມີອໍານາດ."

Minister for Indigenous Australians Linda Burney poses for a photo with 40 members of Jawun at Parliament House in Canberra. Source: AAP / Mick Tsikas
"ແມ່ນແລ້ວ, ຂ້າພະເຈົ້າຢູ່ທີ່ນີ້ ເພື່ອເຂົ້າໄປໃນມັນ, [ເພື່ອ]ສັ່ນຄອກຂັງ (rattle the cages), [ເພື່ອ] ທໍາລາຍຄວາມມີອຳນາດຂອງພວກຜິວຂາວ ໃນສະຖານທີ່ນີ້."
ສະມາຊິກສະພາສູງ Thorpe ຜູ້ທີ່ໄດ້ໃສ່ເສື້ອທີ່ມີຄໍາວ່າ 'Gammin' ໃນລະຫວ່າງການໂຕ້ຖຽງກັນນັ້ນ ໄດ້ຮຽກຮ້ອງໃຫ້ຣັຖສະພາ ປະຕິບັດ ຕາມຄໍາແນະນໍາ ຈາກຄນະ Royal Commission ໃນການເສັຍຊີວິດຂອງຊາວພື້ນເມືອງ ໃນທີ່ຄຸມຂັງ.

Independent senator Lidia Thorpe reacts during debate on the Voice to Parliament in the Senate chamber at Parliament House. Source: AAP / Lukas Coch
"ພວກເຮົາໄດ້ຍິນເລື່ອງລາວທີ່ສວຍງາມ ແລະຈັບໃຈທັງຫມົດ ກ່ຽວກັບວ່າ ສິ່ງນີ້ຈະແກ້ໄຂຊີວິດ ຂອງພວກເຮົາໄດ້ແນວໃດ. ມັນຈະແກ້ໄຂທຸກສິ່ງທຸກຢ່າງ. ພວກເຮົາຍັງບໍ່ສາມາດເຮັດຫຍັງໄດ້ເລີຍ ຈົນກວ່າ ຫລັງຈາກການລົງປະຊາມະຕິຄັ້ງນີ້... ໃນຂນະດຽວກັນ ພວກເດັກນ້ອຍ ກໍາລັງຖືກທໍລະມານຢູ່ໃນຄຸກ."
ໃນການກ່າວໃນລະຫວ່າງການໂຕ້ວາທີໃນວັນຈັນ, Malarndirri McCarthyສະມາຊິກພັກແຮງງານ ໄດ້ຊຸກຍູ້ໃຫ້ຊາວອອສເຕຣເລັຍລົງຄະແນນສຽງ ”Yes" ເພື່ອອະນາຄົດທີ່ດີຂຶ້ນ "ແລະກ່າວວ່າ the Voice ຈະຫມາຍຄວາມວ່າ "ເປັນເລື່ອງທີ່ຍິ່ງໃຫຍ່" ຕໍ່ປະຊາຊົນຊາວພື້ນເມືອງ..
"[ຊາວ ພື້ນເມືອງ] ກໍາລັງຍື່ນມືອອກໄປຫາຊາວອອສເຕຣເລັຍທຸກຄົນ, ເພື່ອຈະຮູ້ສຶກພູມໃຈໃນຄັ້ງນີ້ ໃນປວັດສາດຂອງປະເທດເຮົາ, ບ່ອນທີ່ພວກເຮົາ ສາມາດຊຸກຍູ້ເຊິ່ງກັນແລະກັນຂຶ້ນ.
"ບ່ອນທີ່ຄົນຊາດທໍາອິດສາມາດຢູ່ ແລະຮູ້ສຶກເປັນສ່ວນຫນຶ່ງຂອງສັງຄົມທີ່ສົມບູນ."
ຄວາມເປັນຫ່ວງ ກ່ຽວກັບສຽງຂອງການໂຕ້ຖຽງກັນ ຫລັງຈາກ Pauline Hanson ໄດ້ອອກຄວາມເຫັນ.
ຫລັງຈາກສະມາຊິກສະພາສູງພັກ One Nation, Pauline Hanson ໄດ້ຊຸກຍູ້ ໃຫ້ຊາວອອສເຕຣເລັຍ "ຖາມວ່າເປັນຫຍັງ" ຄົນລຸ້ນທີ່ຖືກລັກເອົາໄປ (Stolen Generations) ນັ້ນຈຶ່ງເກີດຂຶ້ນ, ສະມາຊິກສະພາສູງ McCarthy ຮັບວ່າ ທ່ານນາງມີຄວາມເປັນຫ່ວງກ່ ຽວກັບການໂຕ້ຖຽງກັນ ໃນຫລາຍເດືອນຂ້າງຫນ້າ.
ສະມາຊິກສະພາສູງ McCarthy ໄດ້ຊຸກຍູ້ ໃຫ້ຊາວອອສເຕຣເລັຍ "ຮັບຟັງຝ່າຍທີ່ດີກວ່າຂອງຕົນ" ຕລອດການໂຕ້ວາທີ..
ນາງກ່າວວ່າ "ຂ້ອຍເປັນຫ່ວງຫນ້ອຍຫນຶ່ງ, ເມື່ອຂ້ອຍໄດ້ຍິນ ກ່ຽວກັບຄໍາອະທິບາຍບາງຢ່າງ."

Senator McCarthy conceded concern over the tenor of the debate, just moments after Pauline Hanson's (pictured) comments. Source: AAP / Lukas Coch
"ແລ້ວຕອນນັ້ນພວກເຮົາຈະສາມາດຊອກຫາ ສ່ວນທີ່ດີກວ່າ ຂອງພວກເຮົາໃນຖານະເປັນປະເທດ, ສ່ວນທີ່ດີກວ່າຂອງພວກເຮົາ ໃນຖານະຊາວອອສເຕຣເລັຍ"
ກ່ອນຫນ້ານີ້ ສະມາຊິກສະພາສູງ Hanson ໄດ້ອ້າງວ່າ ຄົນລຸ້ນທີ່ຖືກລັກພາຕົວໄປ (Stolen Generations) ຫລາຍຄົນຈະ "ບໍ່ລອດຊີວິດ" ຖ້າປາດສະຈາກການຍົກຍ້າຍຂອງພວກເຂົາ.
"ທ່ານເວົ້າກ່ຽວກັບຄົນລຸ້ນທີ່ຖືກລັກໂຕ (Stolen Generation). ມັນໄດ້ເກີດຂຶ້ນໃນເວລານັ້ນ. ຖາມຕົວເອງວ່າເປັນຫຍັງ" ນາງເວົ້າ.
ລາຍງານ Bringing Them Home ທີ່ລະອຽດຂອງປີ 1997 ພົບວ່າ ການຍົກຍ້າຍ ເດັກນ້ອຍຊາວພື້ນເມືອງ ອອກຈາກເຮືອນຂອງພວກເຂົາ ແມ່ນການລະເມີດ ສິດທິມະນຸດຢ່າງໃຫຍ່ຫຼວງ, ໂດຍລູກຫຼານຂອງເດັກ ທີ່ຖືກຈັບໄປມັກຈະຖືກຄຸກ, ມີບັນຫາສຸຂະພາບ, ແລະມີໂອກາດຫນ້ອຍທີ່ຈະໄດ້ເຮັດວຽກ.
ທ່ານ Albanese ກ່າວວ່າ ທ່ານບໍ່ໄດ້ເຫັນຄວາມຄິດເຫັນຂອງສະມາຊິກສະພາສູງ Hanson, ແຕ່ຄິດວ່າ ມັນສອດຄ່ອງກັບສິ່ງທີ່ທ່ານນາງໄດ້ກ່າວມາໃນອະດີດ.
"ຂ້າພະເຈົ້າບໍ່ຕັ້ງໃຈທີ່ຈະຕອບ, ເພາະວ່າຂ້າພະເຈົ້າບໍ່ຄິດວ່າ ນັ້ນສົມຄວນ ທີ່ຈະໄດ້ຮັບຄໍາຕອບຂອງນາຍົກຣັຖມົນຕີ. ຂ້າພະເຈົ້າຈະຮຽກຮ້ອງ ໃຫ້ມີການໂຕ້ຖຽງກັນດ້ວຍຄວາມເຄົາຣົບ ຈາກກັມມະການ."
"ບໍ່ວ່າຜູ້ຄົນຈະເລືອກເອົາທາງໃດກໍຕາມ, ຜູ້ສນັບສນູນ [ຄວນ] ເຮັດໃຫ້ດີທີ່ສຸດ ເພື່ອຢຶດຫມັ້ນໃນຄວາມຈິງ, ບໍ່ເວົ້າສິ່ງທີ່ເຂົາເຈົ້າຮູ້ວ່າ ມັນບໍ່ເປັນຄວາມຈິງ."
Linda Burney ກ່າວວ່າ Voice ຈະນໍາມາ ຊຶ່ງການປ່ຽນແປງໂຄງສ້າງ
ການລົງປະຊາມະຕິ ແມ່ນໄດ້ຖືກຜ່ານໂດຍທີ່ເອີ້ນກັນວ່າ ສ່ວນໃຫຍ່ສອງເທົ່າ - ສ່ວນໃຫຍ່ໂດຍລວມ ແລະສ່ວນໃຫຍ່ໃນຣັດສ່ວນໃຫຍ່. ປະຊາຊົນຂອງ NT ແລະ ACT ບໍ່ໄດ້ເປັນສ່ວນໜຶ່ງຂອງສ່ວນໃຫຍ່ໃນຣັດ.
ສະມາຊິກສະພາສູງອິດສຣະ ທ່ານ David Pocock ເນັ້ນວ່າ ປະຊາຊົນ ໃນ ACT ແລະ NT ບໍ່ມີສຽງເທົ່າທຽມກັນ..
ສະມາຊິກສະພາສູງທ່ານ Pocock ໄດ້ກ່າວເຖິງ ຄວາມພະຍາຍາມຂອງພັກ Coalition ສ້າງຂອບໂຄງຮ່າງ ການລົງປະຊາມະຕິວ່າ ເປັນ "ສຽງ Canberra" ວ່າ "ບໍ່ເປັນຄວາມຈິງຢ່າງຮ້າຍແຮງ".
"ນີ້ແມ່ນຜົນຂອງຂະບວນການປຶກສາ ຫຼາຍທີ່ສຸດໃນປວັດສາດຂອງອອສເຕຣເລັຍ... ແມ່ນແລ້ວ, ຖ້າບໍ່ຫັກ, ຢ່າແປງມັນ. ແຕ່ຖ້າຫາກວ່າມັນຫັກ, ມັນຕ້ອງມີການແກ້ໄຂ. ນີ້ແມ່ນໂອກາດໃນການແກ້ໄຂມັນ."
Indigenous Voice to Parliament ແມ່ນຫນຶ່ງໃນຄໍາຮ້ອງຂໍ ຂອງ
ຊາວອອສເຕຣເລັຍ ຈະຖືກຂໍຮ້ອງໃນທ້າຍປີນີ້ ໃຫ້ລົງປະຊາມະຕິ-ໂດຍການລົງຄະແນນສຽງວ່າ ແມ່ນຫຼືບໍ່ (Yes or No)-ວ່າພວກເຂົາເຈົ້າ ສນັບສນູນໃນການແກ້ໄຂຣັຖທັມມະນູນ ເພື່ອໃຫ້ມີຄນະທີ່ເປັນອິດສຣະ ຢ່າງຖາວອນ ໃຫ້ແກ່ຣັຖສະພາ ແລະຣັຖບານກາງເພື່ອໃຫ້ຄໍາແນະນໍາ ກ່ຽວກັບບັນຫາ ທີ່ມີຜົນກະທົບຕໍ່ຊາວພື້ນເມືອງ ອອສເຕຣເລັຍຫລືບໍ່.
ການອອກແບບ ແລະລາຍລະອຽດຂອງແບບຢ່າງ ຈະຖືກກໍານົດໂດຍ ບັນດາສະມາຊິກສະພາ ໃນກໍຣະນີທີ່ການລົງປະຊາມະຕິເປັນຜົນສໍາເລັດ.
ທ່ານນາງ Burney ໄດ້ກ່າວວ່າ ທ່ານນາງເຊື່ອວ່າ ຂໍ້ສເນີນີ້ຈະເປັນໂຕຕັດວົງຈອນ ທີ່ຈໍາເປັນ ເພື່ອແນໃສ່ເລື້ອງສຸຂະພາບ, ສະຖານະທາງເສດຖະກິດ ແລະສັງຄົມ ແລະອາຍຸສເລັ່ຍ ທີ່ປະສົບໂດຍຊາວ Aboriginal and Torres Strait Islander.
ການປັບປຸງກ່ຽວກັບເປົ້າຫມາຍການປິດຊ່ອງວ່າງ-ການຕິດຕາມ ຄວາມແຕກຕ່າງລະຫວ່າງຊາວພື້ນເມືອງ ແລະຊາວອອສເຕຣເລັຍ ທີ່ບໍ່ແມ່ນຊາວພື້ນເມືອງ ກ່ຽວກັບການວັດທະນະທັມ, ສັງຄົມ ແລະສວັດດີການ-ທີ່ຖືກເຜີຍແພ່ ໃນອາທິດຜ່ານມາ ໄດ້ສະແດງໃຫ້ເຫັນ
ນາງກ່າວວ່າ "ມັນຈະນໍາມາຊຶ່ງການປ່ຽນແປງໂຄງຮ່າງ, ແລະມັນຈະເຄື່ອນຍ້າຍ ບັນຫາຕ່າງໆເຊັ່ນການປິດຊ່ອງວ່າງ.
"ອໍານາດແມ່ນຢູ່ໃນຫຼັກການ - ມັນມີອໍານາດທາງສິລທັມອັນໃຫຍ່ຫຼວງ. ຄິດເຖິງຫຼັກການ: ມັນຈະເປັນອິດສຣະ, ແລະມັນຈະໃຫ້ຄໍາແນະນໍາ ທີ່ເປັນອິດສຣະບໍ່ພຽງແຕ່ຕໍ່ສະພາແຫ່ງຊາດເທົ່ານັ້ນ ແຕ່ຍັງໃຫ້ຣັຖບານ [ກາງ] ນໍາອີກ.
"ມັນຈະມີຄວາມຮັບຜິດຊອບ. ມັນຈະມີຄວາມສົມດຸນ, ມັນຈະມາຈາກການນໍາພາຂອງຊຸມຊົນ, ແລະມັນຈະມີຢູ່ ພາຍໃນໂຄງສ້າງ ແລະອົງກອນທີ່ມີຢູ່ດຽວນີ້."
'ເອົາຣະບົບຣັຖການອອກຈາກມັນ'
ຜູ້ນໍາພັກ the National ທ່ານ David Littleproud ໄດ້ປະກາດ ເມື່ອເດືອນພະຈິກປີກາຍນີ້ວ່າ ພັກຂອງທ່ານຈະຣົນນະຣົງໃຫ້ລົງຄະແນນ No ຕໍ່ Voice to Parliament.
ຕອນທີ່ທ່ານໄດ້ກ່າວນັ້ນ ທ່ານບໍ່ໄດ້ຄິດວ່າ ຂໍ້ສເນີຈະ "ປິດຊ່ອງວ່າງຢ່າງແທ້ຈິງ".
ທ່ານກ່າວວ່າ ທ່ານຍັງຢູ່ທີ່ຈຸດຢືນນັ້ນຢູ່ ແລະທ່ານເຊື່ອວ່າ ການແກ້ໄຂນັ້ນ ບໍ່ຈຳເປັນທີ່ຈະໃຫ້ Voice to Parliament ຖືກສະຖິດຢູ່ໃນຣັຖທັມມະນູນ.
ເພິ່ນໄດ້ບອກວິທະຍຸ ABC ວ່າ "ຣັຖບານ ໄດ້ຖອກເງິນຈໍານວນຫລາຍພັນລ້ານໂດລາ ເພື່ອພະຍາຍາມແກ້ໄຂບັນຫານີ້ [ຂອງການປິດຊ່ອງວ່າງ] ແຕ່ພວກເຮົາໄດ້ເຮັດໃນທາງທີ່ຜິດ."
"ເຈດຕະນາຂອງຄວາມສເມີພາບ ໄດ້ມີມາຕລອດ, ມັນເປັນພຽງແຕ່ການປະຕິບັດ," ລາວເວົ້າ, ຍອມຮັບວ່າພັກຂອງລາວໃນຣັຖບານ Coalition ເປັນເວລາ 12 ປີ ແມ່ນສ່ວນຫນຶ່ງຂອງບັນຫາ ໃນວິທີການທີ່ຫຼົມແຫຼວ.
"ພວກເຮົາຫຼົມເຫຼວ. ຂ້າພະເຈົ້າບໍ່ຢ້ານທີ່ຈະເວົ້າວ່າຣັຖບານ ທັງຫມົດໄດ້ຫຼົມເຫຼວ... ຖ້າທ່ານເອົາຣະບົບຣັຖການອອກຈາກມັນ, ພວກເຮົາກໍສາມາດປິດຊ່ອງວ່າງໄດ້."
ທ່ານກ່າວວ່າ ຄໍາຕອບແມ່ນກ່ຽວຂ້ອງກັບການແກ້ໄຂໃນລະດັບຊຸມຊົນ, ໂດຍບໍ່ຈໍາເປັນຕ້ອງມີ Voice to Parliament.
"ນັ້ນແມ່ນບ່ອນທີ່ຜູ້ອາວຸໂສໃນຊຸມຊົນທ້ອງຖິ່ນ - ບໍ່ແມ່ນໃນລະດັບພູມີພາກ - ຕ້ອງມີສ່ວນຮ່ວມ ແລະ ມີອໍານາດ... ມັນແມ່ນກ່ຽວກັບ ການເອົາບັນດາເຈົ້າຫນ້າທີ່ ອອກຈາກ Canberra ແລະເອົາພວກເຂົາເຈົ້າໄປພື້ນຖານ ແລະອ້ອມກອງໄຟ ແລະຮັບຟັງພວກອາວຸໂສເຫລົ່ານັ້ນ."