ສັບປະດາອົບພະຍົບແມ່ນຫຍັງ ແລະເປັນຫຍັງ ມັນຈຶ່ງມີຄວາມສຳຄັນ ປະຈໍາປີ ໃນອອສເຕຣເລັຍ ?

ສັບປະດາອົບພະຍົບ ແມ່ນກິດຈະກັມສຳຄັນປະຈໍາປີ ຂອງອອສເຕຣເລັຍ ເພື່ອແຈ້ງໃຫ້ສາທາຣະນະຊົນ ຮູ້ກ່ຽວກັບອົບພະຍົບ ແລະສເລີມສລອງການມີສ່ວນຮ່ວມ ໃນທາງບວກ ທີ່ເຂົາເຈົ້າເຮັດຕໍ່ສັງຄົມ ອອສເຕຣເລັຍ.

Refugees

Credit: Getty Images/bymuratdeniz

ຈຸດສໍາຄັນ
  • ສັບປະດາອົບພະຍົບ ແມ່ນກິດຈະກັມສຳຄັນປະຈໍາປີ ຂອງອອສເຕຣເລັຍ ເພື່ອແຈ້ງໃຫ້ສາທາຣະນະຊົນຮູ້ກ່ຽວກັບອົບພະຍົບ.
  • ໃນແຕ່ລະປີ, ສັບປະດາອົບພະຍົບ ມີຫົວຂໍ້ທີ່ແຕກຕ່າງກັນ.
  • ສະພາອົບພະຍົບ ແຫ່ງອອສເຕຣເລັຍດໍາເນີນຫຼາຍໂຄງການຕລອດປີ ເພື່ອສ້າງຄວາມຮັບຮູ້ກ່ຽວກັບອົບພະຍົບ.
  • ໃນທົດສະວັດທີ່ຜ່ານມາ ຈໍານວນອົບພະຍົບ ໄດ້ເພີ່ມຂຶ້ນຫຼາຍກວ່າສອງເທົ່າ.
ທຸກໆປີ, ປະຊາຊົນຫຼາຍລ້ານຄົນ ຖືກບັງຄັບໃຫ້ຫນີອອກຈາກເຮືອນ ເພື່ອຊອກຫາຄວາມປອດພັຍ.

ສັບປະດາອົບພະຍົບໃນອອສເຕຣເລັຍຈະຈັດຂຶ້ນແຕ່ ວັນອາທິດ ຫາ ວັນເສົາໃນສັບປະດາ ຊຶ່ງລວມເຖິງວັນທີ 20 ມິຖຸນາ ຊຶ່ງເປັນ

ກິດຈະກັມສັບປະດາອົບພະຍົບ ຄັ້ງທໍາອິດໄດ້ຈັດຂຶ້ນທີ່ Sydney ໃນປີ 1986 ໂດຍ Austcare. ໃນປີ 1987, ສະພາອົບພະຍົບຂອງອອສເຕຣເລັຍ (RCOA) ໄດ້ກາຍເປັນຜູ້ຮ່ວມຈັດງານ ຂອງອາທິດ ແລະງານນີ້ກໍໄດ້ກາຍເປັນງານລະດັບຊາດ ໃນປີຕໍ່ມາ. RCOA ໄດ້ຮັບຫນ້າທີ່ຮັບຜິດຊອບ ໃນການປະສານງານປະຈໍາຊາດ ຂອງສັບປະດາອົບພະຍົບ ໃນປີ 2004.

Adama Kamara ຮອງຫົວຫນ້າອົງການ RCOA ກ່າວວ່າ ຫນຶ່ງໃນຈຸດປະສົງຂອງສັບປະດາອົບພະຍົບ ແມ່ນເພື່ອສເລີມສລອງ ການປະກອບສ່ວນ ໃນທາງບວກ ທີ່ອົບພະຍົບມີຕໍ່ ສັງຄົມອອສເຕຣເລັຍ .
Adama Kamara Deputy CEO RCOA
Adama Kamara, RCOA’s Deputy Chief Executive Officer. Credit: RCOA
ຈຸດປະສົງໂດຍລວມ ແມ່ນໃຫ້ພວກເຮົາມີຄວາມເຂົ້າໃຈທີ່ດີຂຶ້ນ ລະຫວ່າງ ຊຸມຊົນອົບພະຍົບ ແລະຊຸມຊົນທີ່ບໍ່ແມ່ນອົບພະຍົບ... ແລະ ໃຫ້ການຕ້ອນຮັບຊຶ່ງກັນ ແລະກັນຫຼາຍຂຶ້ນ.
Adama Kamara, Deputy Chief Executive Officer, RCOA
ໃນແຕ່ລະປີ, ນີ້ແມ່ນເພື່ອສ້າງຄວາມຮັບຮູ້ ກ່ຽວກັບບັນຫາທີ່ສົ່ງຜົນກະທົບ ຕໍ່ອົບພະຍົບໃນອອສເຕຣເລັຍ ແລະທົ່ວໂລກ, ແລະເພື່ອຊ່ວຍໃຫ້ ຊຸມຊົນທົ່ວໄປ ເຂົ້າໃຈວ່າ ການເປັນອົບພະຍົບເປັນແນວໃດ.

ຫົວຂໍ້ນີ້ ຊ່ອຍໃຫ້ຂໍ້ຄວາມທີ່ເປັນອັນຫນຶ່ງອັນດຽວກັນ ແລະສມ່ຳສເມີ ທີ່ສາມາດແພ່ຂຍາຍໄປທົ່ວປະເທດ, ເພີ່ມຜົນກະທົບຂອງການຣົນນະຣົງ ແລະກິດຈະກັມການຮັບຮູ້ຕ່າງໆ.

ການມີຫົວຂໍ້ປະຈໍາປີ ຊ່ວຍສົ່ງເສີມຄວາມປອງດອງ ແລະຄວາມເປັນອັນຫນຶ່ງດຽວກັນ,ຮວບຮວມເອົາບຸກຄົນ, ຊຸມຊົນ ແລະອົງການທີ່ມີພື້ນຖານທີ່ແຕກຕ່າງກັນ ພາຍໃຕ້ຈຸດປະສົງຮ່ວມກັນ. ມັນເປັນສິ່ງເຕືອນໃຈ ທີ່ມີພະລັງວ່າ ເຖິງແມ່ນເຮົາ ຈະແຕກຕ່າງກັນ, ແຕ່ເຮົາທຸກຄົນກໍເຊື່ອມໂຍງກັນ ໂດຍຄວາມເປັນມະນຸດຮ່ວມກັນຂອງເຮົາ.

ຄວາມຍືດຍຸ່ນ ຂອງຜູ້ອົບພະຍົບ

ເປັນທະນາຍຄວາມໃນ Sydney ແລະເປັນນຶ່ງໃນບັນດາທູດຂອງສັບປະດາອົບພະຍົບ. ລາວໄດ້ເຕີບໂຕຂຶ້ນໃນຄອບຄົວຊາວ Assyrian ໃນປະເທດ Iraq ແລະໄດ້ເດີນທາງຜ່ານ Jordan,Turkey ແລະ Greece ໃນຖານະຜູ້ອົບພະຍົບກ່ອນທີ່ຈະພົບບ່ອນອາສັຍ ທີ່ປອດພັຍ ໃນອອສເຕຣເລັຍໃນປີ 1994.

ທ່ານ Slewa ກ່າວວ່າ ຄວາມເຈັບປວດລະຫວ່າງຄົນລຸ້ນໃຫມ່ ສາມາດໃຊ້ເວລາຫລາຍປີກ່ອນຈະບັນເທົາລົງ, ແຕ່ການປິ່ນປົວ ແມ່ນເປັນໄປໄດ້ ເມື່ອພວກອົບພະຍົບເລີ່ມທຳ "ການເດີນທາງຕັ້ງຖິ່ນຖານ" ຂອງພວກເຂົາ.

ທ່ານ Slewa ກ່າວວ່າ ຄວາມເຈັບປວດລະຫວ່າງຄົນລຸ້ນໃຫມ່ ສາມາດໃຊ້ເວລາຫລາຍປີກ່ອນຈະບັນເທົາລົງ, ແຕ່ການປິ່ນປົວ ແມ່ນເປັນໄປໄດ້ ເມື່ອພວກອົບພະຍົບເລີ່ມທຳ "ການເດີນທາງຕັ້ງຖິ່ນຖານ" ຂອງພວກເຂົາ.
ການເວົ້າລົມກັບຄົນອື່ນ, ການແບ່ງປັນເລື່ອງລາວຂອງທ່ານ, ຄວາມສາມາດໃນການສົນທະນາຢ່າງເປີດເຜີຍກ່ຽວກັບ ການເດີນທາງນັ້ນ ໂດຍບໍ່ມີອະຄະຕິ, ແລະການໄດ້ຮັບການຍອມຮັບ, ການຮັບຮູ້ ແລະນັບຖື, ຂ້າພະເຈົ້າຄິດວ່າ, ຊ່ວຍໃນຂະບວນການປິ່ນປົວ.
Oliver Slewa, RCOA ambassador
RCOA ambassador, Oliver Slewa
RCOA ambassador, Oliver Slewa Source: Supplied by Danyal Syed / Supplied by RCOA

ໂຄງການ 'ຫນ້າຕໍ່ຫນ້າ (Face-to-Face)'

ມີໂຄງການ ແລະກິດຈະກັມຕ່າງໆຫຼາຍຢ່າງ ທີ່ດໍາເນີນໂດຍ RCOA ໃນໄລຍະສັບປະດາອົບພະຍົບ ແລະອື່ນໆ.

ແມ່ນຫນຶ່ງໃນ ໂຄງການເຫຼົ່ານີ້ ທີ່ດໍາເນີນໄປຕລອດສັບປະດາອົບຍົບ ເປັນການນໍາສເນີ ແລະ ການປະຕິບັດຢ່າງມີປະສິດທິພາບ ໂດຍທູດ ແລະ ຜູ້ຕ່າງຫນ້າຂອງ RCOA.

ຜູ້ບັນລະຍາຍຊາວອົບພະຍົບ ແບ່ງປັນເລື່ອງສ່ວນຕົວ ກ່ຽວກັບການເດີນທາງ ໄປສູ່ຄວາມປອດພັຍ ແລະໃຫ້ໂອກາດແກ່ນັກຮຽນ ທີ່ຈະຮຽນຮູ້ກ່ຽວກັບຜູ້ອົບພະຍົບ, ປະສົບການ ແລະການປະກອບສ່ວນຂອງເຂົາເຈົ້າ ໃນອອສເຕຣເລັຍ.

ການນໍາສເນີ ແນໃສ່ນັກຮຽນຊັ້ນປະຖົມ ແລະມັດທະຍົມ, ຄູອາຈານ ແລະກຸ່ມທີ່ສົນໃຈ.
Face-2-Face program workshop
Face-2-Face program workshop Credit: RCOA

ຈໍານວນຄົນພັດຖິ່ນ ຫຼາຍກວ່າສອງເທົ່າ

ໃນທົດສະວັດທີ່ຜ່ານມາ,, ຈາກ 41 ລ້ານເປັນ 103 ລ້ານຄົນ (ໃນເດືອນມິຖຸນາ 2022).

, ປັດຈຸບັນຫນຶ່ງໃນ 95 ຄົນຖືກບັງຄັບໃຫ້ພັດຖິ່ນ, ເພີ່ມຂຶ້ນຈາກຫນຶ່ງໃນ 159 ຄົນໃນປີ 2010, ໂດຍອັດຕາການພັດຖິ່ນທົ່ວໂລກໃນເວລານີ້ ແມ່ນຫຼາຍກວ່າ ການເພີ່ມຂຶ້ນຂອງປະຊາກອນ.

Ms Kamara ກ່າວວ່າ RCOA ກໍາລັງຊຸກຍູ້ໃຫ້ອອສເຕຣເລັຍເພີ່ມການຮັບເອົາອົບພະຍົບຕໍ່ປີ ພາຍໃຕ້ໂຄງການດ້ານມະນຸດສະທັມຂອງຕົນ.

Share
Published 28 June 2023 4:03pm
By Roza Germian
Presented by Sak Phoumirath
Source: SBS


Share this with family and friends