ເປັນຫຍັງ ຄວາມສເມີພາບທາງເພດ ຈຶ່ງຍັງ 'ຢູ່ໄກອີກ 300 ປີ' ອີງຕາມ ອົງການສະຫະປະຊາຊາດ

ການປະຕິບັດຕໍ່ແມ່ຍິງ ຂອງອັຟການິສຖານ ໃນຂນະທີ່ພວກເຂົາເຈົ້າ "ຖືກລຶບອອກຈາກ ຊີວິດສາທາຣະນະ" ແມ່ນຫນຶ່ງ ໃນຫລາຍຕົວຢ່າງທົ່ວໂລກ ທີ່ວ່າ ຄວາມສເມີພາບ ທາງເພດ ແມ່ນໄກຈາກຄວາມເປັນຈິງ.... ຫົວໜ້າສະຫະປະຊາຊາດເຕືອນ.

Women chanting with their arms up in the air.

Women in Kabul protested against a new Taliban ban on women accessing university education in December. Source: Getty / Getty Images/Getty Images

ຈຸດສຳຄັນ
  • ຄວາມກ້າວຫນ້າ ກ່ຽວກັບສິດທິຂອງແມ່ຍິງທົ່ວໂລກກຳລັງ "ຫາຍໄປ" ຕາມຣາຍງານ ຂອງຫົວໜ້າຝ່າຍຄວາມໝັ້ນຄົງ ຂອງສະຫະປະຊາຊາດ.
  • ຄໍາເຕືອນທີ່ຫນ້າຕົກໃຈນີ້ ມາຈາກທ່ານ Antonio Guterres ໃນຄໍາປາໄສ ກ່ອນວັນແມ່ຍິງສາກົນ.
  • ບັນຫາຕ່າງໆ ທີ່ຖືກເນັ້ນໜັກ ແມ່ນກ່ຽວກັບ ການເຂົ້າເຖິງການສຶກສາ ແລະການເອົາລູກອອກຂອງແມ່ຍິງ, ລວມທັງຊ່ອງວ່າງ ໃນດ້ານວິທະຍາສາດ ແລະເຕັກໂນໂລຈີ.
ຄວາມກ້າວຫນ້າທົ່ວໂລກ ກ່ຽວກັບສິດທິ ຂອງແມ່ຍິງແມ່ນ "ສູນຫາຍໄປຕໍ່ຫນ້າຕໍ່ຕາພວກເຮົາ" ຫົວໜ້າສະຫະປະຊາຊາດ ໄດ້ເຕືອນໂດຍກ່າວວ່າ ເປົ້າຫມາຍ ຂອງຄວາມສເມີພາບທາງເພດ ທີ່ກຳລັງຫ່າງໄກ ຫລາຍຂຶ້ນນັ້ນຈະຕ້ອງໃຊ້ເວລາ ອີກສາມສັດຕະວັດ ເພື່ອຈະໄປເຖິງທີ່ນັ້ນ.

"ຄວາມເທົ່າທຽມທາງເພດ ກໍາລັງຫ່າງໄກຈາກກັນຫຼາຍກວ່າເກົ່າ. ໃນເສັ້ນທາງປະຈຸບັນ, ສະຕີຂອງອົງການສະຫະປະຊາຊາດ ປະເມີນວ່າ ມັນຫ່າງກັນ300 ປີ." ທ່ານ Antonio Guterres ເລຂາທິການໃຫຍ່ໄດ້ກ່າວ ໃນວັນພຸດ ໃນຄໍາປາໄສທີ່ກອງປະຊຸມສະມັດຊາໃຫຍ່ ກ່ອນວັນແມ່ຍິງສາກົນ.

ຄວາມເຫັນຂອງ ທ່ານ Guterres ມີຂຶ້ນ ໃນຂນະທີ່ເພິ່ນ ໄດ້ເລີ່ມການສົນທະນາ ສອງອາທິດ ທີ່ນໍາໂດຍຄນະກັມມາທິການ ກ່ຽວກັບສະຖານະພາບຂອງແມ່ຍິງ.
Man stands in a suit.
Antonio Guterres, United Nations (UN) Secretary-General warned that gender equality is three centuries away. Source: Getty / Amanuel Sileshi
"ສິດທິຂອງແມ່ຍິງ ກໍາລັງຖືກທໍາຮ້າຍ, ຖືກຂົ່ມຂູ່, ແລະຖືກລະເມີດທົ່ວໂລກ," ທ່ານເວົ້າຕື່ມ, ໃນຂນະທີ່ທ່ານ ໄດ້ຂີດອອກວິກິດການຈໍານວນຫນຶ່ງ: ການຕາຍຂອງແມ່(ທີ່ອອກລູກໃໝ່), ເດັກຍິງທີ່ຖືກຂັບໄລ່ອອກຈາກໂຮງຮຽນ, ຜູ້ດູແລທີ່ຖືກປະຕິເສດການເຮັດວຽກ ແລະເດັກນ້ອຍທີ່ຖືກບັງຄັບໃຫ້ແຕ່ງດອງກ່ອນກຳໜົດອາຍຸ.

ທ່ານ Guterres ກ່າວວ່າ "ຄວາມກ້າວຫນ້າ ທີ່ໄດ້ມາເປັນເວລາຫລາຍສິບປີ ກໍາລັງຫາຍສາບສູນໄປ ຕໍ່ຫນ້າຕໍ່ຕາ ຂອງພວກເຮົາ.

ເພິ່ນໄດ້ເນັ້ນເຖິງສະພາບທີ່ຮ້າຍແຮງ ໂດຍສະເພາະຢູ່ໃນປະເທດອາຟຣິການິສຖານ ທີ່ຖືກປົກຄອງໂດຍ ຕາລີບານ, ບ່ອນທີ່ "ຜູ້ຍິງ ແລະເດັກນ້ອຍຜູ້ຍິງ ໄດ້ຖືກລຶບອອກຈາກ ຊີວິດສາທາຣະນະ"
ເພິ່ນບໍ່ໄດ້ຣະບຸຊື່ປະເທດອື່ນໆ ໂດຍສະເພາະ, ແຕ່ທ່ານ Guterres ໄດ້ເນັ້ນຫນັກວ່າ "ໃນຫລາຍບ່ອນ, ສິດທິທາງເພດ ແລະການສືບພັນຂອງແມ່ຍິງ ແມ່ນຖືກດຶງໃຫ້ຖອຍຫຼັງ [ແລະ] ໃນບາງປະເທດ, ເດັກຍິງທີ່ຈະໄປໂຮງຮຽນ ມີຄວາມສ່ຽງ ໃນການຖືກລັກພາຕົວ ແລະການທໍາຮ້າຍຮ່າງກາຍ."

ທີ່ຍັງບໍ່ໄດ້ຖືກກ່າວເຖິງ ແມ່ນອີຣ່ານ ຊຶ່ງໄດ້ຖືກຂັບອອກ ໃນທ້າຍປີກາຍນີ້ ຈາກຄນະກັມມາທິການ ກ່ຽວກັບສະຖານະພາບຂອງສະຕີ ເນື່ອງຈາກປະເທດນີ້ ໄດ້ປາບປາມການປະທ້ວງ ທີ່ນໍາພາໂດຍແມ່ຍິງ ຕັ້ງແຕ່ເດືອນກັນຍາ ທີ່ຜ່ານມາ.

ສາທາຣະນະຣັດອິສລາມ ຖືກໄລ່ອອກຈາກຄນະກັມມາທິການ ໃນວັນທີ 14 ທັນວາ ໂດຍການລົງຄະແນນສຽງ ທີ່ນໍາພາໂດຍສະຫະຣັດອາເມຣິກາ ຂອງສະພາເສດຖະກິດ ແລະສັງຄົມ ຂອງອົງການສະຫະປະຊາຊາດ (Economic and Social Council-ECOSOC).
ທ່ານ Guterres ກ່າວວ່າ"ຫຼາຍສັດຕະວັດຂອງການປົກຄອງໂດຍຜູ້ຊາຍ(Patriarchy), ການເລືອກປະຕິບັດ ແລະແບບແຜນ ທີ່ເປັນອັນຕະລາຍ ໄດ້ສ້າງຊ່ອງວ່າງທາງເພດອັນໃຫຍ່ຫລວງ ໃນດ້ານວິທະຍາສາດ ແລະເຕັກໂນໂລຈີ," ໂດຍອ້າງເຖິງວ່າແມ່ຍິງ ເປັນຕົວແທນພຽງແຕ່ ສາມເປີເຊັນ ຂອງຜູ້ຊະນະລາງວັນ ໂນແບລ (Nobel Prize) ໃນຂແນງນີ້.

ເພິ່ນໄດ້ຮຽກຮ້ອງໃຫ້ມີການ "ກະທໍາຮ່ວມກັນ" ໃນທົ່ວໂລກ ໂດຍຣັຖບານ, ພາກປະຊາສັງຄົມ ແລະພາກເອກກະຊົນ ເພື່ອໃຫ້ການສຶກສາ ທີ່ຕອບສນອງຕໍ່ສະພາບທາງເພດ, ປັບປຸງການຝຶກອົບຮົມທັກສະ ແລະລົງທຶນຫຼາຍຂຶ້ນໃນ "ການເຊື່ອມຕໍ່ ການແບ່ງແຍກ ທາງເພດທາງດິຈິຕອລ."

"ການປົກຄອງໂດຍຜູ້ຊາຍ (Patriarchy) ກໍາລັງຕໍ່ສູ້ຄືນ. ແຕ່ພວກເຮົາກໍເຊັ່ນກັນ." ທ່ານ Guterres ໄດ້ກ່າວຕື່ມອີກ.

"ອົງການສະຫະປະຊາຊາດ ຢືນຄຽງຂ້າງກັບແມ່ຍິງ ແລະເດັກຍິງຢູ່ທຸກຫົນແຫ່ງ."

Share
Published 14 March 2023 1:13pm
Presented by Sak Phoumirath
Source: AFP, SBS


Share this with family and friends