ນັກເຄື່ອນໄຫວ ປະຊາທິປະໄຕ ວຽດນາມ ຖືກປ່ອຍໂຕກັບບ້ານ.
ລາວໄດ້ໃຊ້ເວລາສີ່ປີ ໃນຄຸກຢູ່ວຽດນາມ ຍ້ອນການເວົ້າກ່ຽວກັບປະຊາທິປະໄຕ, ແຕ່ທ່ານ Chau Van Kham ກ່າວວ່າ ທ່ານບໍ່ເຄີຍສູນເສັຍສັດທາ ໃນຄອບຄົວ ແລະຊຸມຊົນຂອງລາວ.
ລາວກ່າວ (ໃນວັນພະຫັດ) ເປັນເທື່ອທໍາອິດ ນັບຕັ້ງແຕ່ໄດ້ຖືກປ່ອຍໂຕ ໃນວັນອັງຄານ. ລາວບອກວ່າ ລາວກໍາລັງດີໃຈ ກັບສະຖານະພາບ ອິດສຣະ ທີ່ໄດ້ມາດ້ວຍຄວາມລຳບາກ.
Naveen Razik ລາຍງານ.
ຄວາມເຈັບປວດຂອງ Chau Van Kham ໄດ້ສິ້ນສຸດລົງ ຫຼັງຈາກ 9 ໂມງເຊົ້າ ຂອງວັນອັງຄານ.
ລາວໄດ້ພົບກັບຄອບຄົວຢູ່ສນາມບິນ Sydney ຫຼັງຈາກຖືກປ່ອຍໂຕ ຈາກຄຸກໃນວຽດນາມ, ບ່ອນທີ່ລາວຖືກຈອງຈຳສີ່ປີ.
"ຂ້ອຍຮູ້ສຶກມີຄວາມສຸກຫຼາຍ ໃນເວລານີ້. ຫົວໃຈຂອງຂ້ອຍເຕັ້ນ ຕຸມ,ຕຸມ, ຕຸມ, ຂ້ອຍຮູ້ສຶກເປັນອິດສຣະ 100 ເປີເຊັນ."
ອະດີດຄົນເຮັດເຂົ້າຈີ່ ແລະເປັນສະມາຊິກ ຂອງ Viet Tan ຊຶ່ງເປັນອົງກອນ ທີ່ຮຽກຮ້ອງປະຊາທິປະໄຕ ແລະເປັນອົງກອນນອກກົດໝາຍ ໃນວຽດນາມ.
ລາວຖືກຈັບໃນປີ 2019, ຫຼັງຈາກໄດ້ເຂົ້າປະເທດ ຈາກກໍາປູເຈັຍ ໃນພາລະກິດ ຄົ້ນຫາຂໍ້ເທັດຈິງ (Fact finding Mission).
ລາວຍອມຮັບວ່າ ໄດ້ຖືຫນັງສືຜ່ານແດນປອມ ໂດຍກ່າວວ່າ ມັນເປັນວິທີດຽວເທົ່ານັ້ນ ທີ່ລາວສາມາດເຂົ້າປະເທດໄດ້-ແຕ່ໄດ້ປະຕິເສດ ກ່ຽວກັບກິດຈະກັມ ກໍ່ການຮ້າຍໃດໆ.
ຫຼັງຈາກມີການພິຈາຣະນາຄະດີເປັນເວລາພຽງບໍ່ເທົ່າໃດຊົ່ວໂມງ, ລາວກໍຖືກຕັດສິນໃຫ້ຕິດຄຸກ 12 ປີ ໃນຂໍ້ຫາຄວາມໝັ້ນຄົງແຫ່ງຊາດ.
ເຖິງຈະທົນທຸກທໍຣະມານ ຈາກຄວາມຍາກລຳບາກເປັນເວລາຫລາຍປີ, ແຕ່ລາວບໍ່ເຄີຍສົງໄສເລີຍວ່າ ມື້ນຶ່ງການປ່ອຍໂຕຂອງລາວ ຈະມາເຖິງ.
"ຂ້ອຍບໍ່ເຄີຍຢ້ານ, ເພາະຂ້ອຍແນ່ໃຈວ່າ ຂ້ອຍເຮັດໃນສິ່ງທີ່ຖືກຕ້ອງ. ສະນັ້ນ, ຂ້ອຍເຊື່ອສະເຫມີ! ຜູ້ຄົນ, ແມ່ນແຕ່ຊາວ, ຊຸມຊົນຂອງຂ້ອຍ, ພັກຂອງຂ້ອຍ, ຄອບຄົວຂອງຂ້ອຍ ສນັບສນູນ ຂ້ອຍ ສເມີ."
ການຣົນນະຣົງຊຸມຊົນສີ່ປີ ເພື່ອປົດປ່ອຍລາວ ໂດຍພັນລະຍາຂອງລາວ, Trang, ລູກຊາຍ, ແລະ Dan Nguyen ຜູ້ເປັນທະນາຍຄວາມທ້ອງຖິ່ນ ເວລາດົນນານ ຂອງເຂົາເຈົ້າ.
"ໃນເດືອນພະຈິກ 2019, 10 ເດືອນ ຫຼັງຈາກທີ່ລາວຖືກຈັບ, Trang ໄດ້ໂທຣະສັບຫາຂ້ອຍ ແລະເຮັດໃຫ້ຂ້ອຍ ກາຍເປັນທະນາຍຄວາມ ນັກເຄື່ອນໄຫວດ້ານສິດທິມະນຸດ."
ມັນຈົບລົງດ້ວຍ ນາຍົກຣັຖມົນຕີ Anthony Albanese ຍົກບັນຫານີ້ ຂຶ້ນມາລົມໂດຍກົງ ກັບຄູ່ເຈຣະຈ າວຽດນາມ ໃນເດືອນແລ້ວນີ້.
ການກັບບ້ານຂອງລາວ ໄດ້ຖືກເຈຣະຈາໃນຖານະ ການແລກປ່ຽນນັກໂທດ.
ແຕ່ສະຖານະພາບຂອງລາວໃນຕອນນີ້ແມ່ນຄົນອິດສຣະ.
Mr Chau ກ່າວວ່າ ຄວາມສຸກທີ່ໄດ້ເຫັນພັນລະຍາຂອງລາວ ອີກເທື່ອນຶ່ງຄືກັນກັບ Honeymoon ຄັ້ງທີສອງ.
"ສິ່ງທໍາອິດທີ່ຂ້ອຍສົ່ງຂໍ້ຄວາມໄປຫາເມັຍຂ້ອຍ ແມ່ນຂ້ອຍເສັຍໃຈຫຼາຍ,ທີ່ຮັກຂອງຂ້ອຍ. ຂ້ອຍເຮັດຜິດໄປແລ້ວ ແຕ່ເຈົ້າຮູ້ຈັກຂ້ອຍ ແລະເຈົ້າຈະພູມໃຈກັບຂ້ອຍ. ທ່ານຮູ້ແລ້ວ, ນາງກໍຮູ້ແລ້ວ. ໜ້າຕາລາວສົດໄສຫຼາຍຕອນນີ້!"
ໃນຂນະທີ່ສເລີມສລອງ ອິດສຣະພາບຂອງລາວ, ກຸ່ມສິດທິມະນຸດ ຍັງມີຄວາມເປັນຫ່ວງຢ່າງໃຫຍ່ຫຼວງ ສໍາລັບນັກໂທດ 150 ຄົນ ທີ່ຖືກກັກຂັງຢູ່ວຽດນາມ-ໃນການສະແດງ ຄວາມເຊື່ອຖື ທາງການເມືອງ ຂອງພວກເຂົາ.
ໃນນັ້ນ ມີສະມາຊິກ Viet Tan ສອງຄົນ ທີ່ຖືກຕັດສິນລົງໂທດ ໃນວັນດຽວກັນກັບທ່ານ Chau.
Kyinzom Dhongdue ຈາກ Amnesty International.
"ໃນວຽດນາມ ແລະທົ່ວເອເຊັຍ, ພວກເຮົາກໍາລັງເຫັນ ຄວາມລົ້ມແຫຼວໃນສິດທິມະນຸດ. ແລະມັນເປັນສິ່ງສໍາຄັນຫຼາຍ ທີ່ອອສເຕຣເລັຍ ທີ່ໄດ້ພັດທະນາ ຄວາມສໍາພັນອັນໃກ້ຊິດ ກັບວຽດນາມ, ໃຫ້ແນ່ໃຈວ່າ ສິດທິມະນຸດ ແມ່ນສູນກາງ ຂອງຄວາມສໍາພັນ ທີ່ເລິກເຊິ່ງນີ້."
ຂ່າວ SBS ໄດ້ສົ່ງຄໍາຮ້ອງ ຂໍຄວາມເຫັນ ຕໍ່ສະຖານທູດວຽດນາມ ໃນCanberra ແຕ່ບໍ່ໄດ້ຮັບຄໍາຕອບ ກ່ອນອອກອາກາດ.
ທ່ານ Chau ກ່າວວ່າ ທ່ານບໍ່ກິນແຫນງເລີຍ ກ່ຽວກັບການຕັດສິນໃຈຂອງລາວ ທີ່ຈະກັບຄືນໄປວຽດນາມ-ແລະຈະສືບຕໍ່ ກ່າວຕໍ່ຕ້ານຄວາມບໍ່ຍຸຕິທັມ.
"ຂ້ອຍບໍ່ເຄີຍເສັຍໃຈ ເວລາຂ້ອຍໄປວຽດນາມ ເພື່ອເຮັດຫນ້າທີ່ບາງຢ່າງ. ນັ້ນຄືຄວາມຕ້ອງການຂອງຂ້ອຍທີ່ຈະເຮັດ, ແລະຄວາມເຕັມໃຈຂອງຂ້ອຍທີ່ຈະເຮັດ. ທ່ານຈະຕໍ່ສູ້ກັບຜູ້ໃດຜູ້ຫນຶ່ງ, ທ່ານຕ້ອງຮູ້ວ່າ ພວກເຂົາຈະຕໍ່ສູ້ຄືນ. ສະນັ້ນ ຂ້າພະເຈົ້າຈຶ່ງທົນທຸກ, ຖືກຕ້ອງ, ດ້ວຍຈິດໃຈທີ່ສງົບ"
Naveen Razik ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌