ແຜນ ”ຊື້ຕອນນີ້-ຈ່າຍນຳຫຼັງ ຫຼື buy now pay later” ກຳລັງຈະຖືກຄວບຄຸມ.
ຊາວ ຫຼາຍລ້ານຄົນ ໃຊ້ແຜນ ”ຊື້ຕອນນີ້-ຈ່າຍນຳຫຼັງ ”- ແຕ່ຈົນເຖິງປະຈຸບັນ ອຸດສາຫະກັມນີ້ ຄວບຄຸມຕົນເອງເປັນສ່ວນໃຫຍ່.
ແຕ່ກຳລັງຈະມີການປ່ຽນແປງ, ດ້ວຍວ່າຣັຖບານກາງ ປະກາດວ່າ ແຜນການເຫຼົ່ານັ້ນ ຈະຖືວ່າ ເປັນຜະລິດຕະພັນສິນເຊື່ອ ໃນໄວໆນີ້.
ດັ່ງທີ່ Catriona Stirrat ລາຍງານ, ມັນເປັນສ່ວນຫນຶ່ງ ຂອງການກົດດັນ ເພື່ອປ້ອງກັນ ການໃຫ້ເງິນກູ້ຢືມ ທີ່ບໍ່ສາມາດຈ່າຍຄືນໄດ້.
Edi Spina ກິນເງິນຊ່ອຍເຫຼືອຜູ້ເຖົ້າ ແລະອາສັຍຢູ່ ໃນເຮືອນສາທາຣະນະ.
ແຜນ ”ຊື້ຕອນນີ້-ຈ່າຍນຳຫຼັງ-buy now pay later” ເບິ່ງຄືວ່າດີເກີນໄປ ທີ່ຈະເປັນຈິງ ສໍາລັບຄົນອາຍຸຫົກສິບປີ.
"ຂ້ອຍຕື່ນເຕັ້ນຫລາຍ ແລະຄິດວ່າ ooh ນີ້ເບິ່ງຄືວ່າແມ່ນບາງຢ່າງ ທີ່ຂ້ອຍສາມາດເຂົ້າຮ່ວມໄດ້. ແຕ່ແລ້ວ ຂ້ອຍຄິດວ່າ ບາງທີເພາະວ່າຂ້ອຍເປັນຜູ້ມີລາຍໄດ້ຕ່ຳ, ບາງທີ ມັນຈະບໍ່ໄດ້ຮັບການອະນຸມັດ. ແລະແລ້ວ ຄືັວ່າມີມົນ-ມັນເກີດຂຶ້ນຢ່າງໄວ-ຂ້ອຍມີບັນຊີ, ແລະຂ້ອຍມີຂີດຈໍາກັດ. ແລະທຸກຄັ້ງ ທີ່ຈະຈ່າຍບາງສິ່ງບາງຢ່າງ, ຂີດຈຳກັດກໍຈະເພີ່ມຂຶ້ນ."
ສໍາລັບ Edi, ສິ່ງທີ່ເລີ່ມຕົ້ນຈາກສວັນຂອງຜູ້ຊື້ ບໍ່ດົນກໍກາຍເປັນຝັນຮ້າຍ.
ໃນທີ່ສຸດເງິນ ບໍານານທັງຫມົດ ຂອງ Edi ກໍຖືກສັງເວີຍຕໍ່ Afterpay.
"ໃນທີ່ສຸດ, ຂ້ອຍກໍບໍ່ສາມາດຄວບຄຸມມັນໄດ້. ແລະນັ້ນແມ່ນສິ່ງທີ່ຂ້ອຍເຮັດ ແມ່ນ: ຊື້, ຊື້-ເຊິ່ງເຮັດໃຫ້ທ່ານຮູ້ສຶກດີ ໃນຕອນນັ້ນ ແລະຕໍ່ມາ ມັນກໍພັງທະລາຍລົງມາ. ເພາະວ່າ ຂ້ອຍບໍ່ສາມາດຈ່າຍເງິນຄືນ ຂ້ອຍຕ້ອງຈັດລະບຽບ ເພື່ອບໍ່ຈ່າຍຄ່ານີ້ ແລະເຮັດສິ່ງນັ້ນ. ມັນຄືການຊັກໜ້າ ບໍ່ເຖິງຫຼັງ"
ມັນເປັນສະຖານະການໃຫ້ເງິນກູ້ຢືມ ແບບຈ່າຍຄືນຍາກແບບນີ້ ທີ່ຣັຖບານກ່າວວ່າ ຢາກຫລີກເວັ້ນ ໃນອະນາຄົດ.
ທ່ານ Stephen Jones ຜູ້ຊ່ວຍຄັງເງິນກ່າວວ່າ ຕົນຈະນໍາເອົາ ”ຊື້ຕອນນີ້-ຈ່າຍນຳຫຼັງ-buy now pay later” ເຂົ້າໃນກົດຫມາຍສິນເຊື່ອ ຜູ້ບໍຣິໂພກແຫ່ງຊາດ.
"ມັນຈະຫມາຍຄວາມວ່າ ກົດບັງຄັບການໃຫ້ກູ້ຢືມ ທີ່ມີຄວາມຮັບຜິດຊອບ ທີ່ນໍາໃຊ້ກັບຜລິດຕະພັນສິນເຊື່ອອື່ນໆທຸກຢ່າງ, ບັດນີ້ ຈະນໍາໃຊ້ກັບ ”ຊື້ຕອນນີ້-ຈ່າຍນຳຫຼັງ-buy now pay later” ຫມາຍຄວາມວ່າ ກ່ອນທີ່ບາງຄົນຈະຖືກອະນຸມັດ ”ຊື້ຕອນນີ້-ຈ່າຍນຳຫຼັງ”, ພວກເຂົາເຈົ້າ ຕ້ອງຜ່ານການກວດສອບ ຄວາມເຫມາະສົມ ແລະຄວາມສາມາດໃນການຈ່າຍຄືນ. ເປັນຫຍັງເຮົາຈຶ່ງເຮັດແບບນີ້? ເຮົາຢາກໃຫ້ແນ່ໃຈວ່າ ເຖິງແມ່ນວ່າ ຈະມີການແຂ່ງຂັນ ແລະການປ່ຽນແປງໃຫມ່, ວ່າຜົນກະທົບອັນຮ້າຍແຮງ ຂອງການ ຕລາດ ແລະວິທີການ ໃຫ້ຢືມທີ່ບໍ່ດີ, ຈະບໍ່ມີຜົນກະທົບ ຕໍ່ຊຸມຊົນທີ່ມີຄວາມສ່ຽງໂດຍສະເພາະ."
ໄດ້ມີການເຕີບໂຕໃນ ”ຊື້ຕອນນີ້-ຈ່າຍນຳຫຼັງ-buy now pay later” ໃນໄລຍະຫ້າປີ ທີ່ຜ່ານມາ, ໂດຍທີ່ມີຊາວອອສເຕຣເລັຍ ຫລາຍກວ່າເຈັດລ້ານຄົນ ທີ່ມີບັນຊີ ຢູ່ໃນປະຈຸບັນ.
ແຕ່ກໍມີຫນີ້ສິນເພີ້ມຂຶ້ນເຊັ່ນກັນ.
ລາຍງານປີ 2022 ຈາກກຸ່ມປົກປ້ອງແມ່ຍິງ Good Shepherd ພົບວ່າກຸ່ ມທີ່ມີຄວາມສ່ຽງຫລາຍທີ່ສຸດ ແມ່ນຄົນຫນຸ່ມ, ພໍ່ແມ່ທີ່ລ້ຽງລູກດ້ວຍຕົວຄົນດຽວ (single parents) ແລະຜູ້ຍິງ.
ສາດສະດາຈານ Roslyn Russel ຜູ້ອໍານວຍການ ດ້ານການຄົ້ນຄວ້າ ແລະການສນັບສນູນຂອງກຸ່ມ. ທ່ານນາງກ່າວວ່າ ລາຍງານພົບວ່າ ກຸ່ມນຶ່ງມີຄວາມສ່ຽງເປັນພິເສດ.
"ແມ່ຍິງທີ່ຫຼົບຫນີຄວາມຮຸນແຮງໃນຄອບຄົວ-ຜູ້ທີ່ຢູ່ໃນສະຖານະການທີ່ຮ້າຍແຮງທີ່ສຸດແລ້ວ-ແມ່ນຕ້ອງອາສັຍ ”ຊື້ຕອນນີ້-ຈ່າຍນຳຫຼັງ-buy now pay later” ເພື່ອຫຼົບຫນີ, ເພື່ອທີ່ຈະຊື້ສິ່ງຈໍາເປັນເພື່ອຕັ້ງເຮືອນໃຫມ່, ຫຼືທີ່ພັກບາງປະເພດທີ່ພວກເຂົາສາມາດອາສັຍຢູ່ ແລະຊື້ສິ່ງຈໍາເປັນ, ສ່ວນຫຼາຍພວກເຂົາຈະໜີມາດ້ວຍເສື້ອຄາຄີງເທົ່ານັ້ນ ແລະ ”ຊື້ຕອນນີ້-ຈ່າຍນຳຫຼັງ-buy now pay later” ມັກຈະເປັນທາງເລືອກດຽວ ສໍາລັບພວກເຂົາ ເພາະວ່າມັນໄວ ແລະຍັງເພາະວ່າ ບໍ່ມີການກວດສອບ ຄວາມສາມາດ ຂອງບຸກຄົນ ທີ່ຈະຈ່າຍຄືນ."
ລາຍງານຂອງ Good Shepherd ໄດ້ສໍາພາດທີ່ປຶກສາດ້ານການເງິນ 33 ຄົນ.
60 ເປີເຊັນ ກ່າວວ່າ ລູກຄ້າເຄິ່ງຫນຶ່ງ, ສ່ວນຫລາຍ ຫຼືທັງໝົດຂອງເຂົາເຈົ້າ ມີໜີ້ ”ຊື້ຕອນນີ້-ຈ່າຍນຳຫຼັງ-buy now pay later”
ເຈັດສິບສາມ ເປີເຊັນ ກ່າວວ່າ ລູກຄ້າຂອງເຂົາເຈົ້າ ໄດ້ພາດລາຍຈ່າຍ ຫລືຂາດສິ່ງຈໍາເປັນ, ເພື່ອຈະຊໍາລະຫນີ້ເຫລົ່ານັ້ນ.
Professor Russel ກ່າວວ່າ ໃນຂນະທີ່ພວກເຂົາເຈົ້າ ຍິນດີຕ້ອນຮັບ ການປະກາດຂອງຣັຖບານ, ພວກເຂົາເຈົ້າຫວັງວ່າຈະມີ ຂໍ້ບັງຄັບທີ່ຮັດກຸມທີ່ສຸດ ເພື່ອປົກປ້ອງ ຊາວອອສເຕຣເລັຍ ທີ່ມີຄວາມອ່ອນແອທີ່ສຸດ.
"ສິ່ງທີ່ພວກເຮົາພົບເຫັນກັບຜລິດຕະພັນ ທີ່ບໍ່ມີການຄວບຄຸມນີ້ ແມ່ນວ່າ ບໍ່ມີຂໍ້ກໍານົດຄວາມຍາກລໍາບາກ, ບໍ່ມີຂໍ້ກໍານົດ ຄວາມຍາກລໍາບາກທີ່ສນອງໃຫ້ໂດຍຜລິດຕະພັນ ”ຊື້ຕອນນີ້-ຈ່າຍນຳຫຼັງ-buy now pay later”. ດັ່ງນັ້ນ ຈຶ່ງຫນ້າວິຕົກຫລາຍ ແລະພວກເຂົາກໍຕົກຢູ່ໃນຄວາມລຳບາກຕື່ມອີກ. ແລະແລ້ວ-ອັດຕາການເພີ່ມຂຶ້ນເປັນທະວີຄູນ ແບບນີ້ ແມ່ນສິ່ງທີ່ ທີ່ປຶກສາທາງດ້ານການເງິນຂອງພວກເຮົາ ໄດ້ເຫັນ ໃນໄລຍະສອງສາມປີ ທີ່ຜ່ານມາ."
ດ້ວຍມີລູກຄ້າຫຼາຍກວ່າ 3.6 ລ້ານຄົນ, Afterpay ຈຶ່ງເປັນຜູ້ນໍາຕລາດ.
ເຂົາເຈົ້າໄດ້ອອກຖແລງການ ທີ່ເອີ້ນການປະກາດ ຂອງຣັຖບານວ່າ ເປັນ 'ບາດກ້າວທໍາອິດທີ່ເຂັ້ມແຂງ'.
ຖແລງການ: ພວກເຮົາຫວັງວ່າ ຈະໄດ້ເຮັດວຽກຮ່ວມກັບຣັຖບານ, ກຸ່ມຜູ້ບໍຣິໂພກ, ແລະຜູ້ມີສ່ວນກ່ຽວຂ້ອງອື່ນໆ ເພື່ອໃຫ້ ໄດ້ຮັບລາຍລະອຽດ ທີ່ຖືກຕ້ອງໃນເດືອນຈະມາເຖິງນີ້."
ຣັຖບານກາງ ວາງແຜນທີ່ຈະສເນີການປະຕິຮູບ ໃນຣັຖສະພາໃນທ້າຍປີ.
ແຕ່ສໍາລັບລູກຄ້າເກົ່າ ຢ່າງ Edi, ມັນຊ້າເກີນໄປທີ່ຈະກັບໄປໃໝ່.
ຫຼັງຈາກສອງສາມປີ ຂອງການໃຊ້ບໍຣິການ, Edi ໄດ້ປິດບັນຊີຂອງນາງ ໃນເດືອນແລ້ວນີ້.
"ມັນເປັນສິ່ງທີ່ດີທີ່ສຸດທີ່ຂ້ອຍໄດ້ເຮັດ. ມັນຄືການປິດປະຕູໃສ່ ຂີ້ເຮິະຢູ່ອີກຟາກຫນຶ່ງ. ນັ້ນຄືຄວາມຮູ້ສຶກຂອງຂ້ອຍ."
Catriona Stirrat ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.