ການໃຫ້ທຶນຂອງຣັຖບານໃນການດູແລຜູ້ສູງອາຍຸ ອອສເຕຣເລັຍ

An aged-care advocacy group is urging the federal government to start reforming the sector.

ຜູ້ໃຫ້ບໍຣິການເຊັ່ນ ເຮືອນພັກຜູ້ສູງອາຍຸ ພົບວ່າ ມັນເປັນສິ່ງທ້າທາຍ ທີ່ຈະດຶງດູດເອົາຄົນງານ ໃຫ້ພຽງພໍ ໂດຍສະເພາະ ແມ່ນເຮືອນພັກຜູ້ສູງອາຍຸ ໃນເຂດພູມີພາກ ແລະຊົນນະບົດ. Source: AAP

Get the SBS Audio app

Other ways to listen


Published

Presented by Sak Phoumirath
Source: SBS

Share this with family and friends


ເມື່ອປະຊາກອນອອສເຕຣເລັຍ ມີອາຍຸສູງຂຶ້ນ, ການໃຫ້ທຶນຂອງຣັຖບານໃນການດູແລຜູ້ສູງອາຍຸ ອອສເຕຣເລັຍ ຈຶ່ງມີຄວາມສຳຄັນ ຢ່າງຍິ່ງໃນການແກ້ປັນຫາຂອງຂແນງການນີ້. ແຕ່ງົບປະມານນີ້ ຈະເປັນຕົວປ່ຽນເກມ ທີ່ພາກສ່ວນຕ້ອງການຫຼືບໍ່?


ການໃຫ້ທຶນຂອງຣັຖບານໃນການດູແລຜູ້ສູງອາຍຸ ອອສເຕຣເລັຍ.

ເຮົາມັກຈະໄດ້ຍິນ ກ່ຽວກັບນະໂຍບາຍ ແລະໂຄງການໃຫມ່ໆ ທີ່ສັນຍາວ່າ ຈະປັບປຸງຊີວິດຂອງຊາວ. ແຕ່ຈະວ່າແນວໃດ ກ່ຽວກັບບັນຫາຕ່າງໆທີ່ຄິດວ່າ ຍາກເກີນໄປ, ແລະເບິ່ງຄືວ່າ ເປັນຂໍ້ຫ້າມ ສໍາລັບຜູ້ກໍານົດນະໂຍບາຍ ທີ່ຈະແກ້ໄຂ?

ຂ້ອຍແມ່ນ Deborah Groarke, ແລະນີ້ແມ່ນ 'ປັນຫາທີ່ຍາກເກີນໄປ'.

ໃນຕອນນີ້, ພວກເຮົາຈະເບິ່ງ ການໃຫ້ທຶນການດູແລຜູ້ສູງອາຍຸ ແລະເງິນທີ່ໄດ້ກໍານົດໄວ້ ໃນງົບປະມານ ຂອງຄັ້ງຫຼ້າສຸດ ເພື່ອປັບປຸງຄ່າຈ້າງ ຂອງພະນັກງານ ດູແລຜູ້ສູງອາຍຸ.

ເມື່ອປະຊາກອນອອສເຕຣເລັຍ ມີອາຍຸສູງຂຶ້ນ, ຈຶ່ງມີຄວາມເປັນຫ່ວງວ່າ ບັນຫາທີ່ຖືກລະບຸ ໂດຍຄນະກັມມາທິການ ດູແລຜູ້ສູງອາຍຸ ຍັງຄົງມີຢູ່ຕໍ່ໄປ.

ພວກເຮົາຖາມວ່າ ງົບປະມານນີ້ ຈະເປັນຕົວປ່ຽນເກມ ທີ່ພາກສ່ວນຕ້ອງການຫຼືບໍ່?

Anika Wells ຣັຖມົນຕີ ກະຊວງດູແລຜູ້ສູງອາຍຸ ມີຄວາມມຸ່ງໝັ້ນ ໃນພາລະກິດນີ້.

The Royal Commission ໄດ້ລະບຸບັນຫາຫຼາຍຢ່າງ ເມື່ອເວົ້າເຖິງການດູແລ ຜູ້ສູງອາຍຸ ຂອງອອສເຕຣເລັຍ ແລະນາງມີຄວາມກະຕືລືລົ້ນ ທີ່ຈະກ່າວວ່າ ບັນຫາເຫຼົ່ານັ້ນ ກໍາລັງໄດ້ຮັບການແກ້ໄຂ.

"ຫຼຸດຜ່ອນຄວາມຢ້ານ ຕໍ່ການປຸກລະດົມທີ່ມີຢູ່ນັ້ນ. ຂ້າພະເຈົ້າ ບໍ່ໄດ້ຄຶດຈະມີຄວາມຮຸນແຮງ ຕໍ່ສະຖານທີ່ (ດູແລຜູ້ສູງອາຍຸ) ໃນວັນທີ 1  ກໍລະກົດທີ່ບໍ່ສາມາດບັນລຸຂໍ້ກໍານົດ ໃນການມີພະຍາບານ 24 ຊົ່ວໂມງຕໍ່ມື້ 7ມື້ ຕໍ່ອາທິດ. ຂ້າພະເຈົ້າເຂົ້າໃຈ ໃນຂນາດຂອງສິ່ງ ທີ່ເຮົາຂໍໃຫ້ຜູ້ຄົນເຮັດ, ແຕ່ຂ້າພະເຈົ້າ ປະຕິເສດທີ່ຈະຂໍໂທດ ສໍາລັບການເປັນຄົນທະເຍີທະຍານ ໃນການດູແລຜູ້ສູງອາຍຸ."

ຄໍາເວົ້າຂອງຣັຖມົນຕີ ກ່ຽວຂ້ອງກັບກົດລະບຽບໃຫມ່ ທີ່ວ່າພະຍາບານຈົດທະບຽນ ຕ້ອງຢູ່ໃນບ້ານດູແລຜູ້ສູງອາຍຸ ຕລອດເວລາ ນັບແຕ່ວັນທີ 1 ກໍລະກົດ. ມັນເປັນນຶ່ງ ໃນຄໍາແນະນໍາ ຈາກຄນະກັມມາທິການ ທີ່ຣັຖບານກ່າວວ່າ ພວກເຂົາເຈົ້າ ກໍາລັງປະຕິບັດຢູ່.

ທ່ານນາງ Janet Anderson ຜູ້ອໍານວຍການ Aged Care Quality and Safety ໄດ້ຢືນຢັນວ່າ ມີຄວາມກ້າວຫນ້າ ຕາມທີ່ຄາດຫວັງໄວ້.

"ຄວາມຮັບຜິດຊອບໃຫມ່ເຫຼົ່ານີ້ ແມ່ນສອດຄ່ອງ ກັບຂໍ້ກຳໜົດທີ່ມີຢູ່ແລ້ວ ພາຍໃຕ້ມາດຕະຖານຄຸນນະພາບ ການຜູ້ສູງອາຍຸ... ບັດນີ້ ການປະຕິບັດ ຕາມຄວາມຮັບຜິດຊອບໃຫມ່ ແມ່ນສໍາຄັນ. ແນ່ນອນວ່າ ມັນເປັນສິ່ງສໍາຄັນ-ແລະຜູ້ໃຫ້ບໍຣິການຄາດວ່າ ຈະພະຍາຍາມ ທີ່ຈະປະຕິບັດຕາມ. ຂໍ້ມູນທີ່ມີຢູ່ ຊີ້ໃຫ້ເຫັນວ່າ ຜູ້ໃຫ້ບໍຣິການຫຼາຍຄົນ ກໍາລັງປະຕິບັດ ຕາມຄວາມຮັບຜິດຊອບໃຫມ່ ເຫຼົ່ານີ້ແລ້ວ."

ນອກນັ້ນ ຍັງມີກົດລະບຽບໃຫມ່ ກ່ຽວກັບມາດຕະຖານການດູແລ.

ທ່ານ Josh Maldon ຈາກຜແນກຄຸນະພາບແລະການປະກັນ (Quality and Assurance Division) ໃນກະຊວງສາທາຣະນະສຸກ ກ່າວວ່າ ຕົວຊີ້ວັດຄຸນນະພາບໃຫມ່ ໄດ້ມີຜົນບັງຄັບໃຊ້ ຕັ້ງແຕ່ວັນທີ 1 ເມສາ ເປັນຕົ້ນມາ ດັ່ງນັ້ນ ໜ່ວຍງານກຳກັບ ຈຶ່ງສາມາດເຝົ້າເບິ່ງວ່າ ຜູ້ໃຫ້ບໍຣິການ ກໍາລັງເຮັດໄດ້ດີປານໃດ.

"ຄຸນນະພາບການດູແລຜູ້ສູງອາຍຸ ຈໍາເປັນຕ້ອງມີການກໍານົດ, ເຂົ້າໃຈ, ແລະສາມາດວັດແທກໄດ້. ແລະ ຂໍ້ມູນໃນປະຈຸບັນໃນລະບົບນີ້ ມີຄວາມແຕກຕ່າງ ແລະມັນຈຶ່ງຍາກ ທີ່ຈະກໍານົດຂອບເຂດ ຂອງການດູແລ ທີ່ຕ່ຳກວ່າມາດຕະຖານ."

ສໍາລັບ Annie Butler ຈາກ Australian Nursing and Midwifery Federation ເວົ້າວ່າ ກົດລະບຽບແມ່ນອີກເລື້ອງຫນຶ່ງ ຕ່າງຫາກ.

ນາງເວົ້າວ່າ ການບັງຄັບໃຊ້ກົດ ເປັນອີກເລື່ອງອື່ນທັງຫມົດ-ແລະໃນອະດີດ, ມັນກໍເຄີຍເປັນບັນຫາ.

"ມີຂໍ້ກຳໜົດ ໃນການລາຍງານຫຼາຍຢ່າງ ໃນແຕ່ລະປະເພດ, ແຕ່ນັ້ນ ບໍ່ມີຜົນກະທົບທີ່ຊັດເຈນ ຖ້າຫາກພົບວ່າ ຜູ້ໃດຜູ້ຫນຶ່ງ ປະຕິບັດຕ່ຳກວ່າມາດຕະຖານ ຫຼືສິ່ງທີ່ພວກເຂົາ ຈໍາເປັນຕ້ອງເຮັດ ເພື່ອແກ້ໄຂສິ່ງຕ່າງໆ. ອາດມີການອ້າງອີງ ເຖິງຄນະ Aged Care Safety and Quality Commission. ຄນະກວດກາ Aged Care Royal Commission ໄດ້ຕິຕຽນການປະເມີນ ກ່ຽວກັບການເຮັດວຽກ ທີ່ບໍ່ດີປານໃດ ຂອງຄນະກັມມາທິການອື່ນໆ- ແລະເຮົາຢາກເຫັນ ການປັບປຸງຫຼາຍຂຶ້ນ ໃນເລື້ອງເຫລົ່ານັ້ນ. ພວກເຮົາຮູ້ວ່າ ຣັຖບານ ແລະຜແນກ ກໍາລັງເຮັດວຽກ ກ່ຽວກັບການຈັດລະບົບ ການໃຫ້ຄະແນນດາວ (star rating system), ແຕ່ວ່າ ນັ້ນໄດ້ຮັບການປັບປຸງທີ່ຈໍາເປັນຢ່າງຫຼວງຫຼາຍ ເພື່ອໃຫ້ກາຍເປັນ ລະບົບທີ່ມີຄວາມຫມາຍທີ່ແທ້ຈິງ ທີ່ຊຸກຍູ້ ການປະຕິບັດທີ່ດີທີ່ສຸດ ໃນຂແນງການຕ່າງໆ."

ແຕ່ບາງທີບັນຫາໃຫຍ່ທີ່ສຸດ ສໍາລັບຂແນງການດູແລຜູ້ສູງອາຍຸ ແມ່ນແຮງງານ.

ງົບປະມານຂອງຣັຖບານຄັ້ງຫຼ້າສຸດ ໄດ້ຈັດທຶນບາງສ່ວນ ໄວ້ເພື່ອຄອບຄຸມການເພີ່ມຄ່າຈ້າງ ທີ່ລໍຖ້າມາດົນນານ ສໍາລັບພະນັກງານດູແລຜູ້ສູງອາຍຸ, ເມື່ອບໍ່ດົນມານີ້ ໄດ້ຮັບຄໍາສັ່ງຈາກຄນະກັມມາທິການ ງານຍຸດຕິທັມ (Fair Work Commission).

ທ່ານ Jim Chalmers ຣັຖມົນຕີການຄັງ ກ່າວວ່າ:

"ຂ້າພະເຈົ້າມີຄວາມພາກພູມໃຈ ທີ່ງົບປະມານຂອງພວກ ໃຫ້ເງິນ11.3 ພັນລ້ານໂດລາ ເພື່ອເປັນທຶນໃນການເພີ່ມຂື້ນ 15 ເປີເຊັນ ຂອງຄ່າຈ້າງພະນັກງານ ດູແລຜູ້ສູງອາຍຸ ຫຼາຍກວ່າ 250,000 ກວ່າຄົນ. ການເພີ່ມຄ່າຈ້າງນີ້ ຈະຊ່ວຍຮັກສາ, ໃຫ້ລາງວັນ ແລະຈ້າງຄົນທີ່ເຮັດວຽກຫນັກ ທີ່ດູແລຄົນທີ່ເຮົາຮັກ ເມື່ອເຂົາອາຍຸຫຼາຍຂຶ້ນ."

ແຕ່ສໍາລັບກຸ່ມພະຍາບານ, ມີສິ່ງກີດຂວາງໃນລາຍລະອຽດເຫຼົ່ານັ້ນ.

ນາງ Annie Butler ກ່າວວ່າ ພວກເຮົາໄດ້ຜ່ານເສັ້ນທາງນີ້ມາກ່ອນແລ້ວ-ຊຶ່ງໃນອະດີດ, ເງິນທຶນຂອງຣັຖບານ ຫຼາຍພັນລ້ານໂດລາ ບໍ່ໄດ້ຖືກໃຊ້ຈ່າຍ ໃນສິ່ງທີ່ຕັ້ງໃຈໄວ້ ສເມີໄປ.

"ພວກເຮົາໄດ້ເຫັນວ່າ ມັນເກີດຂຶ້ນຫຼາຍເທື່ອໂພດ... ຄວາມເປັນຫ່ວງຂອງພວກເຮົາ ແມ່ນວ່າບາງຄົນ-ບໍ່ແມ່ນທັງຫມົດ, ແຕ່ຜູ້ໃຫ້ບໍຣິການ ເຮືອນພັກຄົນສູງອາຍຸບາງຄົນ-ໄດ້ບົ່ງບອກວ່າ ພວກເຂົາບໍ່ມີຂໍ້ບັງຄັບ ທາງກົດຫມາຍໃດໆ ທີ່ຈະສົ່ງຕໍ່ທຶນນັ້ນໆ."

Anika Wells ບໍ່ເຊື່ອວ່າ ມັນຈະເປັນບັນຫາໃນທີ່ນີ້. ນາງເວົ້າວ່າ ຣັຖບານ ຄາດວ່າ ທຸກຄົນຈະປະຕິບັດຕາມ

"ນີ້ແມ່ນເງິນ ທີ່ປ່ຽນແປງຊີວິດ, ແລະຂ້າພະເຈົ້າ ຊາບຊຶ້ງຫຼາຍ ໃນການນໍາພາຂອງ Mike Baird, CEO ຂອງ Hammond care ທີ່ໄດ້ເຊັນສັນຍາ ທີ່ຈະສົ່ງເງິນຕໍ່ ການຈ່າຍຄ່າຈ້າງນັ້ນ ໃຫ້ກັບພະນັກງານລາວ. ແລະມັນເປັນ ຄວາມຄາດຫວັງຂອງເຮົາ ວ່າຜູ້ໃຫ້ບໍຣິການທຸກຄົນ ຈະເປັນຄືກັນ ກັບ Mike: ລົງນາມໃນຄໍາຫມັ້ນສັນຍາ ແລະສົ່ງຕໍ່ທຸກໆໂດລາ ໃຫ້ແກ່ພະນັກງານ ດູແລຜູ້ສູງອາຍຸ. ມັນສໍາຄັນເກີນໄປ ທີ່ຈະບໍ່ເຮັດເຊັ່ນນັ້ນ."

Jason Eldering ເປັນ CEO ຂອງຜູ້ໃຫ້ການດູແລ ຜູ້ສູງອາຍຸຂອງ Southern Cross Care ໃນຣັດ Queensland. ລາວໄດ້ລົງນາມ ໃນຄໍາຫມັ້ນສັນຍາ ອັນດຽວກັນວ່າ ຈະສົ່ງຕໍ່ການຂຶ້ນຄ່າຈ້າງ.

"ພວກເຮົາຄິດວ່າ ນັ້ນແມ່ນມາດຕະການທີ່ດີເລີດ ທີ່ສະແດງໃຫ້ເຫັນ  ເຖິງຄວາມມຸ່ງຫມັ້ນທີ່ແທ້ ຈິງຈາກຣັຖບານໃນການດູແລທີ່ດີກວ່າ ສໍາລັບຄົນທີ່ອ່ອນແອທີ່ສຸດຂອງພວກເຮົາ ໃນສັງຄົມຂອງພວກເຮົາ, ຜູ້ສູງອາຍຸ... ພວກເຮົາ ໄດ້ເຊັນສັນຍາ ດັ່ງນັ້ນ 100 ເປີເຊັນ ຂອງສິ່ງທີ່ພວກເຮົາໄດ້ຮັບ ຈາກຣັຖບານ ຈະຖືກສົ່ງຕໍ່ ໃຫ້ພະນັກງານ ຂອງພວກເຮົາ."

ແຕ່ CEO ກ່າວວ່າ ຜູ້ໃຫ້ບໍຣິການເຊັ່ນ Southern Cross ພົບວ່າ ມັນເປັນສິ່ງທ້າທາຍ ທີ່ຈະດຶງດູດເອົາຄົນງານ ໃຫ້ພຽງພໍ ໂດຍສະເພາະ ແມ່ນເຮືອນພັກຜູ້ສູງອາຍຸ ໃນເຂດພູມີພາກ ແລະຊົນນະບົດ.

"ມັນມີຫຼາຍບັນຫາ. ການມີພະຍາບານທີ່ລົງທະບຽນບໍ່ພຽງພໍ, ດັ່ງນັ້ນ ການຝຶກອົບຮົມ ແລະການໄດ້ຮັບພະຍາບານໃຫມ່ ຜ່ານໂຄງການ ແມ່ນສໍາຄັນຢ່າງຍິ່ງ. ອີກອັນນຶ່ງທີ່ຄຽງຄູ່ກັນ ແມ່ນທີ່ພັກອາສັຍ ນັ້ນກໍເປັນອີກເລື້ອງນຶ່ງເຊັ່ນກັນ. ການຊອກຫາເຮືອນທີ່ມີລາຄາຖືກ ສໍາລັບພະຍາບານ-ແມ່ນຈະເປັນອີກ ບັນຫາສໍາຄັນຢ່າງຫນຶ່ງ."

 ອີກບັນຫາຫນຶ່ງ ແມ່ນການຊອກຫາພະນັກງານ ທີ່ມີທັກສະດ້ານພາສາ ເພື່ອ ສນັບສນູນ ຊາວອອສເຕຣເລັຍ ຜູ້ສູງອາຍຸຈາກພື້ນຖານ ອົບພະຍົບ.

Mary Gibbs ຜູ້ອໍານວຍການດູແລຂອງ Saint Basil ໄດ້ບອກ SBS News ໃນປີ 2018 ວ່າ ມັນໄດ້ເປັນການຕໍ່ສູ້ຢ່າງຕໍ່ເນື່ອງສໍາລັບພວກເຂົາ.

"ພວກເຮົາພະຍາຍາມ ທີ່ຈະຈ້າງພະນັກງານ ທີ່ເວົ້າພາສາກຣີກ. ພວກເຮົາໂຄສະນາ ຫາພະນັກງານທີ່ເວົ້າພາສາກຣີກໂດຍສະເພາະ. ແຕ່ມັນແມ່ນການຊອກຫາ ພະນັກງານທີ່ເໝາະສົມ ຜູ້ທີ່ອຸທິດຕົນ ຕໍ່ການດູແລຜູ້ສູງອາຍຸ. ຂ້າພະເຈົ້າຫມາຍຄວາມວ່າ, ມັນເປັນວຽກທີ່ທ່ານ (ຕ້ອງ) ຢາກເຮັດໄດ້ຢ່າງແທ້ຈິງ."

ຣັຖບານເບິ່ງຄືວ່າ ຕັ້ງໃຈທີ່ຈະແກ້ໄຂບັນຫາ ການຈັດຫາແຮງງານເຫຼົ່ານັ້ນ ເຊັ່ນກັນ.

ທ່ານ Andrew Giles ຣັຖມົນຕີ ການຍົກຍ້າຍຖິ່ນຖານ ຫາກໍໄດ້ປະກາດຂໍ້ຕົກລົງໃຫມ່ ກັບ Curtin Heritage Living ໃນເມືອງ Perth ທີ່ຈະໃຫ້ຄວາມສໍາຄັນ ໃນການເຂົ້າເຖິງພະນັກງານຈາກຕ່າງຊາດ ສໍາລັບທີ່ພັກນັ້ນ, ໃຫ້ເຂົາເຈົ້າມີໂອກາດຢູ່ຖາວອນໄດ້ໄວ..ພາຍໃນສອງປີ.

ທ່ານນາງ Carolyn Smith ຈາກ United Workers Union ຫວັງວ່າ ນີ້ຈະເປັນໂຕປ່ຽນເກມ.

"ຊາວອອສເຕຣເລັຍ ຢາກເຫັນເວລາດູແລທີ່ກໍານົດໄວ້ ໃນການດູແລຜູ້ສູງອາຍຸ; ພວກເຮົາຕ້ອງການ ທີ່ຈະເຫັນການດູແລຜູ້ສູງອາຍຸ ທີ່ມີຄຸນນະພາບ; ແລະເຮົາຮູ້ວ່າ ຈະເຮັດສິ່ງນັ້ນ ເຮົາຕ້ອງສາມາດດຶງດູດ ແລະຮັກສາພະນັກງານໄວ້ໄດ້. ບໍ່ມີວິທີແກ້ໄຂທີ່ງ່າຍແບບນັ້ນ, ແຕ່ສິ່ງນີ້ ພ້ອມກັບການເພີ່ມຄ່າຈ້າງ ທີ່ພວກເຮົາໄດ້ເຫັນໃນອາທິດທີ່ຜ່ານມາ ແມ່ນສ່ວນໃຫຍ່ ຂອງການສ້າງລະບົບການດູແລ ທີ່ມີຄຸນນະພາບດີໃນອອສເຕຣເລັຍ"

ຣັຖມົນຕີ ກ່າວວ່າ ຂໍ້ຕົກລົງນີ້ ອາດຈະກາຍເປັນແບບແຜນ ໃນການເຮັດວຽກ ແລະຂະບວນການວີຊາ ໃຫ້ແກ່ຄົນງານຕ່າງປະເທດ ໃນການດູແລຜູ້ເຖົ້າ ໂດຍໃຫ້ພວກເຂົາເຈົ້າ ມີຄວາມປອດພັຍຫລາຍຂຶ້ນ.

"ໃນຖານະຣັຖບານ ພວກເຮົາຮັບຮູ້ວ່າ ສ່ວນຫຼາຍຈະຂຶ້ນຢູ່ກັບ ບັນຫາຂອງແຮງງານໃ ນອຸດສາຫະກັມນີ້... ເປັນເວລາດົນເກີນໄປ ທີ່ພະນັກງານ ໃນການດູແລຜູ້ສູງອາຍຸ ຈຳນວນຫຼາຍ ໄດ້ຮັບວີຊາຊົ່ວຄາວ. ທີ່ໄດ້ທໍາລາຍຄວາມໝັ້ນຄົງໃນບ່ອນເຮັດວຽກ, ເງື່ອນໄຂຂອງວຽກ, ແລະຄວາມສາມາດຂອງເຂົາເຈົ້າ ໃນການເຮັດວຽກທີ່ສໍາຄັນຢ່າງຍິ່ງນີ້."

ໃນຂນະທີ່ຫລາຍພັນລ້ານ ໃນງົບປະມານ ໄດ້ອຸທິດໃຫ້ແກ່ການດູແລຜູ້ສູງອາຍຸ ໃນເຮືອນພັກ, ແຕ່ເງິນຈໍານວນຫລວງຫລາຍ ກໍຍັງໄດ້ເນັ້ນໃສ່ການດູແລ ຕາມບ້ານ.

Australian Institute of Health and Welfare ກ່າວວ່າ ເມື່ອເດືອນມິຖຸນາ ປີ 2022 ອັດຕາທີ່ພັກຜູ້ສູງອາຍຸວ່າງ ຢູ່ທີ່ປະມານ 14 ເປີເຊັນ ຍ້ອນວ່າ ຜູ້ຄົນເລືອກເອົາການດູແລຢູ່ເຮືອນ.

9 500 packages ໃຫມ່ ຂອງການດູແລທີ່ບ້ານ ໄດ້ຮັບເງິນຊ່ອຍເຫຼືອໃນງົບປະມານປີ 2023 ເພື່ອສະທ້ອນໃຫ້ເຫັນວ່າ ມີການປ່ຽນແປງໃນຄວາມຕ້ອງການ.

ແຕ່ຄົນໃນວົງການ ກໍາລັງຊຸກຍູ້ ໃຫ້ມີຄວາມລະມັດລະວັງ ໂດຍເຊື່ອວ່າ ໃນມື້ຫນຶ່ງຄວາມຕ້ອງການສາມາດປ່ຽນໄປອີກທາງຫນຶ່ງ- ກັບຄືນໄປຫາການດູແລ ໃນເຮືອນຄົນຊຣາ-ໂດຍສະເພາະ ຖ້າຫາກວ່າບ້ານເຮືອນ ຍັງບໍ່ສາມາດທີ່ຈະຊື້ໄດ້ ແລະບໍ່ປອດພັຍ ແລະການໃຫ້ທຶນດູແລທີ່ບ້ານເຮືອນ ບໍ່ທັນກັບຄວາມຕ້ອງການ.

Jason Eldering ກ່າວວ່າ ການບໍຣິການ ຕ້ອງຄິດກ່ຽວກັບສິ່ງທີ່ເກີດຂຶ້ນ ຖ້າວ່າຈໍານວນຜູ້ສູງອາຍຸ ທີ່ຈຳເປັນຕ້ອງໄປຢູ່ໃນເຮືອນພັກຄົນຊຣາ ເພາະການເຊົ່າ ເຮັດໃຫ້ການດູແລຢູ່ທີ່ບ້ານນັ້ນເປັນໄປບໍ່ໄດ້ ແລະທ່ານກ່າວວ່າ ຕ້ອງມີການຄິດຄືນໃຫມ່ ກ່ຽວກັບວິທີ ທີ່ພວກເຮົາໃຫ້ທຶນແກ່ທັງພາກສ່ວນ.

"ຣັຖບານແນ່ນອນໃຫ້ທຶນສ່ວນກາງ-ສ່ວນການດູແລ-ແລະຣັຖບານຍັງຊ່ວຍເຫຼືອທຶນ ແກ່ຜູ້ທີ່ຕ້ອງການໃນສ່ວນທີ່ພັກອາສັຍ. ຄ່າການດູແລປະຈໍາວັນ ແມ່ນຜູ້ອາສັຍຕ້ອງເສັຍເອງ... 85 ເປີເຊັນ ຂອງເງິນບໍາລຸງສໍາລັບຜູ້ກະສຽນ... ແຕ່ຕອນນີ້ ລະບົບແມ່ນຕ້ອງອາສັຍເງິນຈາກຣັຖບານ. ຂ້າພະເຈົ້າຄິດວ່າ ພວກເຮົາຕ້ອງໄດ້ຍ້າຍ ໄປສູ່ລະບົບທີ່ຍຸດຕິທັມກວ່ານີ້, ແລະຂ້າພະເຈົ້າຄິດວ່າ ນັ້ນເປັນສ່ວນຂອງຄນະເຮັດງານ ທີ່ໄດ້ຖືກວາງໄວ້."

ຄນະງານສະເພາະ ກໍາລັງທົບທວນການຈັດຕຽມ ການສນອງທຶນ ສໍາລັບການດູແລຜູ້ສູງອາຍຸ ແລະຄາດວ່າ ຈະລາຍງານກ່ຽວກັບວິທີໃຫ້ທຶນໃນອະນາຄົດ.

ໃນຂນະທີ່ວຽກງານດັ່ງກ່າວ ກໍາລັງດໍາເນີນຢູ່, ຣັຖບານ ກໍາລັງຮັກສາ ຄວາມກະຕືລືລົ້ນ ໃນການປະຕິຮູບ, ຖ້າຄໍາເວົ້າຂອງຣັຖມົນຕີ ຕໍ່ຊ່ອງ 9 ເປັນການຊີ້ນໍາໃດໆ.

"ຂ້າພະເຈົ້າຢາກຈະບອກທ່ານວ່າ ໃນຖານະຣັຖມົນຕີ ການດູແລຜູ້ສູງອາຍຸ ຊົນລະດັບກາງ ຂອງອອສເຕຣເລັຍທຸກຄົນ ມີຄົນທີ່ພວກເຂົາຮັກ ທີ່ຢູ່ໃນການດູແລຜູ້ສູງອາຍຸ, ຫຼືພວກເຂົາຮູ້ຈັກ ຜູ້ທີ່ຮູ້ສຶກຜິດຫວັງ ກັບປະສົບການຂອງເຂົາເຈົ້າ ໃນການເບິ່ງແຍງຜູ້ສູງອາຍຸ, ທຸກຄົນເຫັນດີວ່າ ພວກເຮົາຕ້ອງຍົກລະດັບມາດຕະຖານ ສໍາລັບຊາວອອສເຕຣເລັຍຜູ້ສູງອາຍຸໃນປະເທດນີ້ ແລະມີທຶນ 36ພັນລ້ານໂດລາ ໃນງົບປະມານເພື່ອເຮັດໃນສິ່ງນີ້"

Deborah Groarke ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share