ລະບົບການໃຫ້ຄະແນນ ແກ່ບ້ານພັກຄົນຊະຣາໄດ້ຖືກເປີດໂຕແລ້ວ.

An elderly person holding a walking stick

ຄົນຊະຣາທີ່ອາສັຍໃນບ້ານພັກຂອງ ຄົນຊະຣາ Source: AAP

ການໃຫ້ຄະແນນ ບ້ານພັກຄົນຊະຣາໄດ້ຖືກນຳມາປະຕິບັດແລ້ວ. ລະບົບນີ້ຈະຊ່ອຍໃຫ້ຜູ້ທີ່ກຳລັງຊອກຫາບ້ານພັກຄົນຊະຣາ ເລືອກບ່ອນທີ່ຈະໄປອາສັຍຢູ່ ໃນບັ້ນປາຍຂອງຊີວິດ.


ລະບົບການໃຫ້ຄະແນນ ແກ່ບ້ານພັກຄົນຊະຣາໄດ້ຖືກເປີດໂຕແລ້ວ.

ຣັຖບານກາງ ໄດ້ເປີດເຜີຍລະບົບການໃຫ້ຄະແນນ ສໍາລັບການດູແລຜູ້ສູງອາຍຸ ຢ່າງເປັນທາງການ, ໂດຍວັດແທກຄຸນນະພາບ ຂອງບ້ານພັກຜູ້ອາຍຸສູງ.

ແຕ່ມີປະຕິກິຣິຍາຫຼາກຫຼາຍຕໍ່ຣະບົບໃຫມ່, ຈາກຄວາມຍິນດີຈົນເຖິງຄວາມໝົດຫວັງ, ດັ່ງທີ່ Deborah Groarke ອະທິບາຍ.

ໃນຕົ້ນປີນີ້ ,ທ່ານນາງ Anika Wells ຣັຖມົນຕີກະຊວງດູແລຜູ້ສູງອາຍຸ ໄດ້ອອກກົດຫມາຍ ກຳໜົດໃຫ້ມີ ພະຍາບານ ທີ່ໄດ້ຮັບການຈົດທະບຽນໃນການດູແລຜູ້ສູງອາຍຸ 24 ຊົ່ວໂມງ ຕໍ່ມື້, ເຈັດມື້ຕໍ່ອາທິດ, ທ່າມກາງຄວາມກັງວົນວ່າມັນ (ການດູແລ) ຈະຖືກປະໄວ້ໃຫ້ເປັນໜ້າທີ່ ຂອງຜູ້ຊ່ວຍດູແລ ສ່ວນບຸກຄົນ ທີ່ໄດ້ຮັບຄ່າຈ້າງຕ່ຳ.

"ກົດຫມາຍສະບັບ ນີ້ເຮັດໃຫ້ພະຍາບານກັບຄືນມາ (ເຮັດວຽກຄືນທີ່) ບ້ານພັກຜູ້ສູງອາຍຸ. ກົດຫມາຍສະບັບນີ້ ໃຫ້ແນ່ໃຈວ່າ ຜູ້ເບິ່ງແຍງ ມີເວລາຫຼາຍຂຶ້ນ ໃນການເບິ່ງແຍງ. ກົດຫມາຍສະບັບນີ້ ປັບປຸງຄວາມໂປ່ງໃສ, ຄວາມຊື່ສັດ ແລະຄວາມຮັບຜິດຊອບ"

ຣັຖບານຍັງໄດ້ໃຫ້ການສນັບສນູນ ເລື້ອງຄ່າຈ້າງ ສໍາລັບພະນັກງານດູແລຜູ້ສູງອາຍຸ, ດັ່ງທີ່ຣັຖມົນຕີ ໄດ້ບອກກັບ Seven News.

"ຂະບວນການ Fair Work ກໍາລັງເກີດຂຶ້ນ ພວກເຮົາກໍາລັງຈັດຣະບຽບຂອງພວກເຮົາ ເພື່ອວ່າເມື່ອຂັ້ນຕອນນັ້ນ ສິ້ນສຸດລົງ ໃນໄລຍະປີໃຫມ່, ເມື່ອວັນທີ 1 ກໍລະກົດ ມາຮອດ, ການຂຶ້ນເງິນເດືອນ 10 ເປີເຊັນ ຈະຢູ່ທີ່ນັ້ນ ສໍາລັບພະນັກງານດູແລຜູ້ ສູງອາຍຸ, ແລະອີກ 5 ເປີເຊັນ 12 ເດືອນຫຼັງຈາກນັ້ນ."

ບັດນີ້, ພັກແຮງງານກໍາລັງເຮັດເຄື່ອງຫມາຍໃສ່ອີກສິ່ງຫນຶ່ງ ອອກຈາກລາຍການປະຕິຮູບຂອງຕົນ.

ລະບົບການໃຫ້ຄະແນນ, ຫນຶ່ງໃນຄໍາແນະນໍາຂອງຄນະກັມມາທິການການດູແລຜູ້ສູງອາຍຸ (the Aged Care Royal Commission) ໄດ້ຖືກເປີດຕົວ ຢ່າງເປັນທາງການ ເພື່ອໃຫ້ປະຊາຊົນສາມາດເຫັນວ່າ ຜູ້ໃຫ້ການດູແລທີ່ ຢູ່ອາສັຍຜູ້ສູງອາຍຸນັ້ນ ເຮັດດີຫຼືບໍ່ດີພຽງໃດ.

ບາງຄົນ-ເຊັ່ນ Craig Gear ຈາກເຄືອຂ່າຍສນັບສນູນຜູ້ສູງອາຍຸ (Older Persons Advocacy Network) ມີຄວາມຍິນດີທີ່ໄດ້ເຫັນມັນ.

"ຜູ້ສູງອາຍຸ ແລະຄອບຄົວຂອງເຂົາເຈົ້າ ໄດ້ບອກພວກເຮົາມາດົນແລ້ວວ່າ ພວກເຂົາຕ້ອງການຄວາມໂປ່ງໃສ ກ່ຽວກັບຄຸນນະພາບຂອງການດູແລຜູ້ສູງອາຍຸ ທີ່ພວກເຂົາໄດ້ຮັບ ໃນການດູແລທີ່ບ້ານພັກຜູ້ສູງອາຍຸ.
ແຕ່ຍັງຊ່ອຍໃຫ້ຜູ້ຄົນສາມາດປຽບທຽບ ລະຫວ່າງຜູ້ໃຫ້ບໍລິການ ແລະເບິ່ງວ່າ ຜູ້ໃຫ້ບໍລິການແຕກຕ່າງກັນແນວໃດ. ດັ່ງນັ້ນ ມັນຈຶ່ງຊ່ວຍຜູ້ຄົນ ໃນການເລືອກເອົາ ການເບິ່ງແຍງໃນບ້ານພັກຜູ້ສູງອາຍຸ.

ທ່ານນາງ Anne Ruston ໂຄສົກຂອງການດູແລຜູ້ສູງອາຍຸຂອງຝ່າຍຄ້ານ ມີຄວາມບໍ່ພໍໃຈ. ທ່ານນາງເວົ້າວ່າ ຂໍ້ມູນທີ່ກໍາລັງຖືກນໍາໃຊ້ ແມ່ນລ້າສມັຍແລະໄດ້ກໍ່ໃຫ້ເກີດຄວາມເດືອດຮ້ອນ ສໍາລັບຜູ້ສູງອາຍຸຊາວອອສເຕຣເລັຍ, ແລະສໍາລັບຜູ້ໃຫ້ບໍລິການ ທີ່ມີເວລາໜ້ອຍຢູ່ແລ້ວ ແລະດີ້ນລົນກັບການລະບາດຂອງ COVID.

ເຖິງຢ່າງໃດກໍຕາມ, ອົງກອນສໍາຄັນ ສໍາລັບຜູ້ບໍຣິການບ້ານພັກຜູ້ສູງອາຍຸ, ສະມາຄົມຜູ້ໃຫ້ການດູແລ ແລະຊຸມຊົນທີ່ມີອາຍຸ ໄດ້ຕ້ອນຮັບການໃຫ້ຄະແນນໃຫມ່.

CEO, Tom Symondson ກ່າວວ່າ ພຽງແຕ່ 90 ເປີເຊັນຂອງບ້ານພັກຄົນຊະຣາ ທີ່ໄດ້ຄະແນນການຍອມຮັບ ຂອງສາມດາວ ຫລືສູງກວ່ານັ້ນ ຊຶ່ງທ່ານກ່າວວ່າ ຜູ້ໃຫ້ບໍຣິການ ສະແດງໃຫ້ເຫັນວ່າ ກໍາລັງເຮັດທຸກສິ່ງທຸກຢ່າງ ຕາມທີ່ຣັຖບານໃຫ້ທຶນແກ່ພວກເຂົາເຈົ້າເຮັດ.

ການເປີດຕົວຢ່າງເປັນທາງການ ສໍາລັບລະບົບການໃຫ້ຄະແນນໃຫມ່ ແມ່ນຢູ່ທີ່ ບ້ານພັກຄົນຊະຣາ Sundale, ໃນເມືອງ Nambour, ຣັດ Queensland, ບ່ອນທີ່ Anika Wells ປະກາດວ່າ ເປັນບ້ານພັກຄົນຊະຣາ ບ່ອນດຽວ ໃນຣັດ ທີ່ໄດ້ຄະແນນ 5 ດາວ.

"ຂ້າພະເຈົ້າໄດ້ກວດສອບຂະບວນການດ້ວຍຕົນເອງໃນເຊົ້ານີ້.ຂ້າພະເຈົ້າໄດ້ໄປດື່ມນ້ຳຊາຕອນເຊົ້າ ແລະ ຫຼິ້ນ bingo ກັບຜູ້ອາສັຍ ທີ່ພໍໃຈຫຼາຍກັບຊີວິດການເປັນຢູ່ໃນສູນແຫ່ງນີ້. ແລະສິ່ງທີ່ຂ້າພະເຈົ້າຕ້ອງການ ໃນຖານະຣັຖມົນຕີ ກະຊວງການດູແລຜູ້ສູງອາຍຸກໍຄື ການທີ່ຜູ້ອາສັຍທຸກຄົນ ຮູ້ສຶກວ່າເຂົາເຈົ້າເລືອກທີ່ຈະອາສັຍ ຢູ່ບ່ອນໃດ ໃນອະນາຄົດທີ່ຈະມາເຖິງ, ເພາະວ່າພວກເຮົາຮູ້ວ່າ ນີ້ແມ່ນອຸດສາຫະກັມທີ່ຕົກຢູ່ໃນພາວະວິກິດການ. ແຕ່ນັ້ນ ສະແດງໃຫ້ເຮົາເຫັນວ່າ ມັນຍັງເປັນບ່ອນ ທີ່ເຮົາສາມາດພົບຄວາມດີເລີດ ແລະນະວັດກັມ, ບ່ອນທີ່ທີມງານ ໄດ້ມາຮ່ວມກັນ ເພື່ອເຮັດໃຫ້ມັນ ເກີດຂຶ້ນ."

ສະຫະພັນແຮງງານກ່າວວ່າ ຜົນທີ່ອອກມາແບບນັ້ນ ຄວນບອກພວກເຮົາວ່າທຸກຢ່າງ...ບໍ່ ໂອເຄ.

Annie Butler ຈາກສະຫະພັນການພະຍາບານແລະຜະດຸງຄັນ (the Australian Nursing and Midwifery Federation) ກ່າວວ່າ ການໃຫ້ຄະແນນ ບໍ່ໄດ້ໄປໄກພໍ ທີ່ຈະໃຫ້ຄວາມຮັບຜິດຊອບ - ແລະຫນຶ່ງໃນບັນຫາສໍາຄັນ ແມ່ນການຈັດພະນັກງານ.

"ພວກເຮົາບໍ່ແນ່ໃຈວ່າ ການຈັດການພະນັກງານໄດ້ຖືກລາຍງານແນວໃດ, ຕົວຢ່າງເຊັ່ນ, ພວກເຮົາ ບໍ່ສາມາດເຫັນລະດັບຂອງການດູແລຂອງພະຍາບານທີ່ລົງທະບຽນ, ພວກເຮົາບໍ່ສາມາດຮູ້ວ່າມີພະຍາບານຝຶກຫຼືບໍ່, ການປະສົມທັກສະເປັນແນວໃດ. ຕອນນີ້ມັນເຊື່ອຖືບໍ່ໄດ້ຫຼາຍ."

ສໍາລັບ ທ່ານນາງ Carolyn Smith ຈາກສະຫະພາບແຮງງານ (United Workers Union), ບັນຫາກໍຄື ການອາສັຍການລາຍງານດ້ວຍຕົວເອງຫຼາຍ ແລະທ່ານນາງກ່າວວ່າ ບໍ່ສາມາດໄວ້ວາງໃຈໄດ້ສເມີໄປ ວ່າຜູ້ໃຫ້ບໍຣິການ ຈະໃຫ້ຂໍ້ມູນທີ່ຖືກຕ້ອງ.

"ລະບົບການໃຫ້ຄະແນນແມ່ນຂຶ້ນກັບການລາຍງານຕົນເອງຂອງຜູ້ໃຫ້ບໍຣິການ, ແລະຕາມຕົວເລກ ປະເພດທີ່ພວກເຮົາກໍາລັງເຫັນໃນຕອນນີ້ ຊຶ່ງໂດຍພື້ນຖານແລ້ວ ຈະຊີ້ໃຫ້ເຫັນວ່າ ບໍ່ມີຫຍັງຜິດປົກກະຕິ ແລະສະແດງໃຫ້ເຫັນວ່າ ລະບົບການໃຫ້ຄະແນນ ດັ່ງທີ່ເປັນຢູ່ຕອນນີ້ ບໍ່ມີປະສິດທິຜົນ"

ທ່ານນາງ Annie Butler ກ່າວວ່າ ຫນ່ວຍງານຕ່າງໆ ຢາກເຮັດວຽກຮ່ວມກັບຣັຖບານເພື່ອປັບປຸງລະບົບ, ເພື່ອວ່າທຸກປະເພດ ສະທ້ອນໃຫ້ເຫັນ ເຖິງສິ່ງທີ່ກໍາລັງເກີດຂຶ້ນໃນພື້ນທີ່ຢ່າງແທ້ຈິງ.

"ມັນຈໍາເປັນຕ້ອງມີການດັດແປງບາງຢ່າງທີ່ເຫມາະສົມ. ແລະເວັ້ນເສັຍແຕ່ ສິ່ງນັ້ນເກີດຂຶ້ນ ເຮົາຈະເປັນຫ່ວງວ່າມັນ ຈະຍັງຄົງເປັນການຄາດເດົາ (ບໍ່ມີຫຼັກຖານສນັບສນຸນ) ວ່າຈະມີຮູຮົ່ວຫລາຍເກີນໄປ ທີ່ຈະລາຍງານລະດັບພະນັກງານ ຂອງທ່ານ ຢ່າງບໍ່ຖືກຕ້ອງ."

Anika Wells ໄດ້ຍອມຮັບວ່າ ຍັງມີວຽກງານທີ່ຕ້ອງເຮັດຕື່ມອີກຫຼາຍ.

ແຕ່ ຣັຖມົນຕີ ກ່າວວ່າ ການໃຫ້ຄະແນນນັ້ນ ເປັນພຽງການເລີ້ມຕົ້ນ ຂອງສິ່ງທີ່ນາງຫວັງວ່າ ເປັນການປ່ຽນແປງຄັ້ງໃຫຍ່ ໃນການດູແລຜູ້ສູງອາຍຸ.

"ສິ່ງທີ່ຂ້າພະເຈົ້າຈະເວົ້າອີກ ໃນຖານະທີ່ເປັນຣັຖມົນຕີທີ່ມຸ່ງ  ໝັ້ນເພື່ອຄວາມເປັນເລີດ ແທນທີ່ຈະເປັນພຽງແຕ່ການຍອມຮັບ, ພວກເຮົາຕ້ອງການໃຫ້ຄະແນນການຍອມຮັບລະດັບສາມດາວ ເປັນລະດັບພື້ນຖານທົ່ວໄປ, ບໍ່ແມ່ນເພດານ. ແລະຂ້າພະເຈົ້າຄິດວ່າ ສິ່ງທີ່ຂ້າພະເຈົ້າພະຍາຍາມທີ່ຈະຫັນປ່ຽນພວກເຮົາໃນເວລານີ້ ແມ່ນມາຈາກສະຖານທີ່ ທີ່ອຸດສາຫະກັມໄດ້ຢູ່ໃນບ່ອນ ຊຶ່ງເປັນທີ່ຍອມຮັບໄດ້ ພໍທີ່ຈະເປັນລະດັບພື້ນຖານ. ແລະພວກເຮົາຢາກໃຫ້ທຸກຄົນຍ້າຍໄປຢູ່ລະດັບສີ່ ຫຼື ຫ້າ ໃນປີຕໍ່ໆໄປ."

ເນື້ອເລື່ອງໂດຍ Deborah Groarke ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.

Share