ຢາປິ່ນປົວໂຣກຄວາມຈໍາເສື່ອມ (Alzheimer's Disease) ໃກ້ເຂົ້າມາແລ້ວ.

PET scan results that are part of a study on Alzheimer's disease at a hospital in Washington

PET scan ຂອງສມອງທີ່ ເປັນໂຮກ Alzheimer’s Source: AAP

ຢາປິ່ນປົວໂຣກຄວາມຈໍາເສື່ອມ (Alzheimer's Disease) ໃກ້ເຂົ້າມາແລ້ວ. ຢານີ້ ຊື່ວ່າ Donanemab ແມ່ນຢາອີກປະເພດໜຶ່ງເຊິ່ງຖືກອອກແບບ ເພື່ອຮັກສາຈຸລັງສມອງ (Brain cells) ເຫຼົ່ານັ້ນ ໃຫ້ມີຊີວິດຢູ່. ຜູ້ຜລິດກຳລັງ ຈະສົ່ງຄຳຮ້ອງເພື່ອນຳຢາອອກສູ່ຕລາດ ແລະ ມີລາຍຊື່ໃນ PBS (Pharmaceutical Benefits Scheme).


ຢາປິ່ນປົວໂຣກຄວາມຈໍາເສື່ອມ (Alzheimer's Disease) ໃກ້ເຂົ້າມາແລ້ວ.

ການປິ່ນປົວສໍາລັບຄວາມຈໍາເສື່ອມ (Alzheimer's Disease) ໃກ້ເຂົ້າມາເລື້ອຍໆ.

ການສຶກສານາໆຊາດພົບວ່າ ຢາທົດລອງ ສາມາດເຮັດໃຫ້ ຄວາມກ້າວຫນ້າ ຂອງຄວາມຊົງຈໍາ ແລະບັນຫາຄວາມຄິດນັ້ນ ຊ້າລົງ. ແຕ່ຢາຈະມີປະສິດທິພາບທີ່ສຸດ ເມື່ອຄົນເຈັບໄດ້ຮັບການປິ່ນປົວຕັ້ງແຕ່ຕອນເປັນໃໝ່ໆ.

Adriana Wainstok ລາຍງານ.

ໝໍຢາ Bill Yeates ຖືກກວດພົບວ່າ ເປັນໂຣກຄວາມຈຳເສື່ອມ(Alzheimer's Disease) ໃນປີ 2019.

"ບໍ່ມີຫຍັງເຫຼືອເລີຍ. ຂ້ອຍຄິດເຊັ່ນດຽວກັບເລື້ອງທົ່ວໄປ, ເຈົ້າມີຄວາມຄິດວ່າ ອະນາຄົດຂອງເຈົ້າ ຈະພາເຈົ້າໄປໃສ ແລະສິ່ງນັ້ນ ກໍຫາຍໄປຫມົດຈາກເຈົ້າ."

ຊາຍອາຍຸ 63 ປີ ໄດ້ຍິນດີກັບຂ່າວ ກ່ຽວກັບການປິ່ນປົວໃຫມ່ ທີ່ໃຫ້ຄວາມຫວັງສໍາລັບພາວະສມອງເສື່ອມ ທີ່ພົບເຫັນຫຼາຍທີ່ສຸດ.

ຂໍ້ມູນການທົດລອງໃຫມ່ ສໍາລັບຢາ Donanemab ໄດ້ສະແດງໃຫ້ເຫັນວ່າ ມັນເຮັດໃຫ້ຄວາມກ້າວຫນ້າ ຂອງຄວາມຊົງຈໍາ ແລະບັນຫາຄວາມຄິດ ຊ້າລົງ ໂດຍປະມານຫນຶ່ງສ່ວນສາມ. ແຕ່ອັດຕາດັ່ງກ່າວ ເພີ່ມຂຶ້ນເປັນສອງເທົ່າ ເຖິງ 60 ເປີເຊັນ ຖ້າຄົນເຈັບ ເລີ້ມໄດ້ຮັບການປິ່ນປົວ ຕັ້ງແຕ່ມີປັນຫາຄວາມບົກພ່ອງພຽງເລັກນ້ອຍເທົ່ານັ້ນ.

ການປິ່ນປົວແບບ Antibody ຈະມີປະສິດທິຜົນ ໂດຍການກຳຈັດສິ່ງຕົກຄ້າງ (Deposits) ຫຼື "Plaques" ຂອງໂປຣຕີນ ທີ່ເອີ້ນວ່າ Beta amyloid ອອກຈາກສມອງ.

ຜູ້ນໍາການສຶກສາ ແລະນັກຊ່ຽວຊານປະສາດ, Emer MacSweeney ກ່າວວ່າ ຢາທີ່ພັດທະນາໂດຍບໍຣິສັດຢາ Eli Lilly-ສະແດງເຖິງການຄົ້ນພົບ ທີ່ບໍ່ເຄີຍມີມາກ່ອນ.

"ການປິ່ນປົວໃນຕລາດສໍາລັບໂຣກ Alzheimer ແມ່ນສິ່ງທີ່ພວກເຮົາເອີ້ນວ່າ ການປິ່ນປົວຕາມອາການ, ສະນັ້ນ ໝາຍຄວາມວ່າ ພວກເຂົາບໍ່ໄດ້ປ່ຽນສາເຫດຂອງໂຣກນີ້. ພວກເຂົາເຈົ້າ ພຽງແຕ່ຊ່ວຍໃຫ້ຈຸລັງສມອງ (Brain cells) ທີ່ກຳລັງຈະຕາຍ ໃນໂຣກ Alzheimer ໃຫ້ເຮັດວຽກໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ ເລັກນ້ອຍ ໃນໄລຍະເວລາທີ່ຈໍາກັດ. ໃນຂນະທີ່ Donanemab ແມ່ນຢາອີກປະເພດໜຶ່ງເຊິ່ງຖືກອອກແບບ ເພື່ອຮັກສາຈຸລັງສມອງ (Brain cells) ເຫຼົ່ານັ້ນ ໃຫ້ມີຊີວິດຢູ່ ຕັ້ງແຕ່ຕອນທໍາອິດ. ດັ່ງນັ້ນ, ມັນຈຶ່ງເປັນການປັບປ່ຽນໂຣກ ໃນການທີ່ມັນປ່ຽນແປງ ແນວທາງຂອງໂຣກ. ແລະດັ່ງທີ່ເຮົາໄດ້ເຫັນ ຈາກຜົນໄດ້ຮັບໃນມື້ນີ້, ຢາກໍາລັງເຮັດໃຫ້ ຄວາມກ້າວຫນ້າຂອງໂຣກນັ້ນ ຊ້າລົງຢ່າງມີປະສິດທິພາບ ໂດຍການກໍາຈັດໂປຣຕີນ Amyloid."

ການສຶກສານາໆຊາດ ໄດ້ປະເມີນປະສິດທິພາບ ແລະຄວາມປອດພັຍຂອງຢາ ຕໍ່ສມອງ ແລະການເຮັດວຽກທາງຮ່າງກາຍ ຂອງຜູ້ຄົນເກືອບ 1,700 ຄົນ ທີ່ທີ່ເປັນໂຣກ Alzheimer's ລວມທັງຊາວ 16 ຄົນ.

ຢານີ້ ຍັງບໍ່ທັນໄດ້ຮັບການອະນຸມັດ ໃນອອສເຕຣເລັຍເທື່ອ.

ຜູ້ຈັດການທົ່ວໄປຂອງ Eli Lilly Australia & New Zealand, Tori Brown ກ່າວວ່າ ກໍາລັງດໍາເນີນການ ເພື່ອເຮັດໃຫ້ຜູ້ຄົນສາມາດເຂົ້າເຖິງຢາໄດ້.

"ພວກເຮົາກໍາລັງເຮັດວຽກຫນັກ ທີ່ຈະສົ່ງຄຳຮ້ອງຕໍ່ TGA (Therapeutic Goods Administration) ໃນໄວໆນີ້, ແລະແນ່ນອນ, ພວກເຮົາຕ້ອງການ ທີ່ຈະເຮັດວຽກຢ່າງໃກ້ຊິດ ກັບບໍ່ພຽງແຕ່ ກ່ຽວກັບ ການອະນຸມັດເທົ່ານັ້ນ ແຕ່ຍັງມີລາຍຊື່ຢູ່ໃນ PBS (Pharmaceutical Benefits Scheme) ຖ້າເປັນໄປໄດ້. ພວກເຮົາຕ້ອງເຂົ້າໃຈວິທີ ທີ່ພວກເຮົາສາມາດອໍານວຍຄວາມສະດວກ ໃນການອ້າງອີງລະຫວ່າງ GP ແລະຜູ້ຊ່ຽວຊານໄດ້ດີຂຶ້ນແນວໃດ. ເຮົາຕ້ອງເຂົ້າໃຈວ່າ ເຮົາຈະສາມາດໃຫ້ແນ່ໃຈໄດ້ແນວໃດວ່າ ຄົນເຈັບຈະໄດ້ຮັບການວິນິດສັຍທີ່ຖືກຕ້ອງ ແລະເຮົາຕ້ອງເຂົ້າໃຈວ່າ ເຮົາຈະເຮັດແນວໃດ ໃຫ້ແນ່ໃຈວ່າຄົນເຈັບສາມາດໄດ້ຮັບຢາ."

ຖ້າໄດ້ຮັບການອະນຸມັດ, Donanemab ຈະເປັນຢາ Alzheimer ທີສາມທີ່ຈະເຂົ້າສູ່ຕລາດໃນຫຼາຍເດືອນທີ່ຜ່ານມາ.

ທ່ານ Yeates ເຊື່ອວ່າ ຢານີ້ ສາມາດໃຫ້ເວລາແກ່ຜູ້ຄົນໃຊ້ຊີວິດຢ່າງອິດສຣະ ຫລາຍຂຶ້ນ.

"ຂ້ອຍພຽງແຕ່ປລາດໃຈ. ຕອນນີ້ ຂ້ອຍກໍາລັງຈະໄປພົບແພດ, ຂ້ອຍຮູ້ວ່າ ເມື່ອຂ້ອຍກັບຮອດບ້ານ, ຂ້ອຍຈະກັບໄປອ່ານທຸກຢ່າງ ກ່ຽວກັບເລື່ອງນີ້ ເພາະວ່ານີ້ ເປັນສິ່ງທີ່ຄ້າຍຄືກັບ ແສງແຫ່ງຄວາມຫວັງ."

ຢານີ້ ບໍ່ແມ່ນຢາປິ່ນປົວ ແລະຄົນເຈັບ ຈໍາເປັນຕ້ອງໄດ້ຮັບ ການກວດຜົນຂ້າງຄຽງ ທີ່ອາດເກີດຂຶ້ນເຊັ່ນ: ການບວມຂອງສມອງ ແລະມີເລືອດອອກ.

ໂຣກ Alzheimer ແມ່ນຮູບແບບ ທີ່ພົບເຫັນຫຼາຍທີ່ສຸດຂອງ ພາວະ ສມອງເສື່ອມ (Dementia) ຊຶ່ງແມ່ນປະມານສອງສ່ວນສາມ ຂອງຜູ້ປ່ວຍໃນ ອອສເຕຣເລັຍ.

ປະຈຸບັນ ມີຊາວອອສເຕຣເລັຍຫລາຍກວ່າ 400,000 ຄົນກໍາລັງປ່ວຍເປັນໂຣກສມອງເສື່ອມ ຊຶ່ງເປັນສາເຫດສໍາຄັນອັນດັບສອງ ຂອງການເສັຍຊີວິດ ໃນອອສເຕຣເລັຍ ແລະເປັນສາເຫດສຳຄັນຂອງການຕາຍ ໃນບັນດາແມ່ຍິງ.

Adriana Wainstok ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share