ບົດບາດຂອງ Anthony Albanese ໃນການປະຊຸມອາຊຽນ ທີ່ກຸງ ພນົມເປັນ, ປະເທດກຳປູເຈັຍ.
ນາຍົກ ຣັຖມົນຕີ Anthony Albanese ໄດ້ສ້າງຄວາມສຳເຣັດໃນ ກອງປະຊຸມສຸດຍອດຄັ້ງທໍາອິດ, ໂດຍໄດ້ເຂົ້າຮ່ວມ ໃນການພົບປະ ຄັ້ງສຳຄັນ ກັບປະທານາທິບໍດີ ສະຫະຣັດ ທ່ານ Joe Biden.
ຜູ້ນໍາທັງສອງໄດ້ພົບປະກັນທີ່ເມືອງ ພນົມເປັນ ໃນມື້ສຸດທ້າຍຂອງກອງປະຊຸມສຸດຍອດ ອາຊີຕາເວັນອອກ ແລະອາຊຽນ ASEAN. Julien Oeuillet ລາຍງານ.
ນາຍົກ ຣັຖມົນຕີ Anthony Albanese ໄດ້ເຂົ້າຮ່ວມໃນການພົບປະກັບປະທານາທິບໍດີ ສະຫະຣັດ ທ່ານ Joe Biden.
ຜູ້ນໍາທັງສອງໄດ້ພົບກັນເປັນເວລາ 40 ນາທີ ໃນມື້ສຸດທ້າຍຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ອາຊຽນ (ASEAN) ທີ່ເມືອງ ພນົມເປັນ ໃນກໍາປູເຈັຍ.
ທ່ານ Albanese ກ່າວວ່າ ບັນຫານຶ່ງ ທີ່ໄດ້ສົນທະນາກັນນັ້ນ ແມ່ນການດໍາເນີນການ ກ່ຽວກັບການປ່ຽນແປງຂອງສະພາບພູມອາກາດ.
"ແລະການເຊື່ອມໂຍງລະຫວ່າງມັນກັບການເຕີບໂຕທາງດ້ານ ເສດຖະກິດ ແລະການສ້າງວຽກງານ. ນີ້ແມ່ນວິທີການ ທີ່ຈະກ້າວໄປຂ້າງຫນ້າ, ບໍ່ພຽງແຕ່ສໍາລັບອາເມຣິກາ ແລະອອສເຕຣເລັຍເທົ່ານັ້ນ ແຕ່ສໍາລັບໂລກ ແລະການປ່ຽນແປງ ສະພາບພູມອາກາດ ເປັນບັນຫາຄວາມໝັ້ນຄົງຂອງຊາດ."
ໃນວັນເສົາ, ທ່ານ Albanese ໄດ້ສະແດງຄວາມຕ້ອນຮັບການຮັບເອົາ ໃຫ້ຕີມໍ-ເລສເຕ (Timor Leste) ເຂົ້າເປັນສະມາຊິກ ຂອງອາຊຽນ (ASEAN).
"ອອສເຕຣເລັຍຍິນດີກັບຜູ້ນໍາອາຊຽນ ໃນຂໍ້ຕົກລົງຫຼັກການ ທີ່ຈະຍອມຮັບ ຕີມໍ ເລສເຕ (Timor Leste) ໃຫ້ເປັນສະມາຊິກຜູ້ທີ 11 ຂອງອາຊຽນ (ASEAN). ໃນຖານະທີ່ເປັນຄູ່ຮ່ວມພັດທະນາ ທີ່ໃຫຍ່ທີ່ສຸດຂອງ ຕີມໍ ເລສເຕ (Timor Leste), ອອສເຕຣເລັຍມີຄວາມມຸ່ງຫມັ້ນ ທີ່ຈະໃຫ້ການສ້າງຂີດຄວາມສາມາດ ເພື່ອສນັບສນູນ ການເປັນສະມາຊິກເຕັມ ຂອງອາຊຽນ (ASEAN) "
ຍັງບໍ່ທັນເປັນ ທີ່ຊັດແຈ້ງເທື່ອວ່າ ທ່ານ Albanese ຈະພົບກັບ ທ່ານ ສີ ຈິ້ນ ຜິງ (Xi Jinping) ຫລືບໍ່ ແຕ່ນາຍົກຣັຖມົນຕີ ຈີນ, ທ່ານ Li Kegiang, ໄດ້ພົບກັບ ທ່ານ Albanese ເພື່ອປະຊຸມ ສັ້ນໆ.
ນີ້ແມ່ນການຕິດຕໍ່ສູງສຸດລະຫວ່າງ Canberra ແລະ Beijing ໃນຮອບສາມປີ.
ອອສເຕຣເລັຍ ຍັງໄດ້ເພີ່ມຄວາມເຂັ້ມແຂງ ໃຫ້ແກ່ຂໍ້ຕົກລົງ ການຄ້າເສຣີ (Free Trade Agreement) ກັບ ອາຊຽນ (ASEAN) ແລະ ນິວ ຊີແລນ (New Zealand).
ປະທານາທິບໍດີສະຫະຣັດທ່ານ Joe Biden ຍັງໄດ້ພົບປະ ກັບບັນດາຜູ້ນໍາຍີ່ປຸ່ນ ແລະເກົາຫຼີໃຕ້ ເພື່ອສົນທະນາກ່ຽວກັບ ການທົດລອງ ຂີປະນາວຸດຂອງເກົາຫລີເຫນືອທີ່ກ່ຽວກັບເກົາຫລີ ແລະຍີ່ປຸ່ນ.
ໃນຂນະດຽວກັນ ການພົບປະລະຫວ່າງ ທ່ານ Joe Biden ແລະ ທ່ານ Xi Jinping ແມ່ນຖືກຄາດການໄວ້ ດ້ວຍຄວາມກະຕືລືລົ້ນ ໃນ ວັນຈັນ.
ທ່ານ Biden ເບິ່ງໃນແງ່ດີ ກ່ຽວກັບການປະຊຸມຄັ້ງນີ້.
"ຂ້າພະເຈົ້າຮູ້ວ່າ ຂ້າພະເຈົ້າກໍາລັງມາຢ່າງແຮງ, ແຕ່ຂ້າພະເຈົ້າ ບໍ່ຈຳເປັນຕ້ອງເຮັດແນວນັ້ນ. ຂ້າພະເຈົ້າ ຮູ້ຈັກທ່ານ ສີ ຈິ້ນຜິງ (Xi Jinping), ຂ້າພະເຈົ້າ ໄດ້ໃຊ້ເວລາກັບເພິ່ນ ຫລາຍກວ່າ ຜູ້ນໍາໂລກຄົນອື່ນໆ. ຂ້າພະເຈົ້າຮູ້ຈັກເພິ່ນດີ. ເພິ່ນກໍຮູ້ຈັກ ຂ້າພະເຈົ້າ. ພວກເຮົາມີຄວາມເຂົ້າໃຈຜິດກັນເລັກນ້ອຍ. ພວກເຮົາ ພຽງແຕ່ ຕ້ອງຊອກຫາວ່າ ເສັ້ນແດງຢູ່ໃສ ແລະສິ່ງທີ່ສໍາຄັນ ທີ່ສຸດ ສໍາລັບພວກເຮົາ ແຕ່ລະຄົນ ໃນສອງປີຕໍ່ໄປ. ຖ້າຊິເວົ້າແລ້ວ, ສະຖານະການຂອງເພິ່ນ ໄດ້ປ່ຽນແປງຢູ່ທີ່ບ້ານຂອງເພິ່ນ, ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າໄດ້ມີການສົນທະນາ ທີ່ກົງໄປກົງມາສເມີ. ບໍ່ມີການຄຳນວນຜິດໃດໆ ຫຍັງໝົດ.
ທ່ານ Albanese ຈະເດີນທາງ ຕໍ່ໄປທີ່ ບາລີ ເພື່ອເຂົ້າຮ່ວມ ກອງ ປະຊຸມສຸດຍອດ G20.
ເນື້ອເລື່ອງໂດຍ Julien Oeuillet ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ