ການຣົນນະຣົງກ່ຽວກັບ ອາຊະຍາກັມຄວາມກຽດຊັງ (Hate Crimes)ໃນ New South Wales.
ການຣົນນະຣົງຄັ້ງໃຫມ່ ຕ້ອງການທີ່ຈະເພີ່ມການລາຍງານ ກ່ຽວກັບອາຊະຍາກັມຄວາມກຽດຊັງ (Hate Crimes) ໃນຣັດ New South Wales.
ມັນຖືກເປີດໂຕໃນຫ້າພາສາ ນອກຈາກພາສາອັງກິດ, ຫວັງວ່າຈະຍົກລະດັບຄວາມຮັບຮູ້ ໃນບັນດາຊຸມຊົນຫຼາຍ ວັທນະທັມ. Catriona Stirrat ລາຍງານ.
ນັ້ນແມ່ນການຣົນນະຣົງໃຫມ່ ເພື່ອເພີ່ມການລາຍງານ ແລະການຮັບຮູ້ກ່ຽວກັບອາຊະຍາກັມຄວາມກຽດຊັງ (Hate Crimes).
ໃນການປຶກສາຫາລືກັບກຸ່ມຊຸມຊົນ, ຕໍາຫຼວດ New South Wales, ຫວັງວ່າ ມັນຈະຊ່ວຍໃຫ້ຊຸມຊົນທີ່ອ່ອນແອ ໄດ້ຮັບຮູ້ ແລະລາຍງານເຫດການທີ່ເກີດຂຶ້ນ.
ການຣົນນະຣົງ ແມ່ນໄດ້ຖືກນໍາໃຊ້ ໃນຫ້າພາສາອື່ນ ນອກຈາກພາສາອັງກິດ; ລວມທັງພາສາອາຣັບ, ພາສາຮິນດີ, ພາສາຈີນໂຕຫຍໍ້ ແລະແບບດັ້ງເດີມ, ແລະພາສາຫວຽດນາມ-ໂດຍຫວັງວ່າ ຈະເຜີຍແຜ່ຂ່າວສານໃນທົ່ວຊຸມຊົນຫຼາຍວັທນະທັມ.
ຜູ້ບັນຊາການຍຸດທະສາດພິເສດ ຂອງການຕໍ່ຕ້ານ ການກໍ່ການຮ້າຍ (Counter Terrorism Special Tactics), ທ່ານ Mark Walton, ກ່າວວ່າ ການລາຍງານ ແມ່ນສໍາຄັນຫລາຍ ໃນຣັດ New South Wales ບ່ອນທີ່ມີລາຍງານ ກ່ຽວກັບອາຊະຍາກັມຄວາມກຽດຊັງ (Hate Crimes) ໂດຍ ສເລັ່ຍແລ້ວ ນຶ່ງເທື່ອຕໍ່ມື້.
"ພວກເຮົາຮູ້ວ່າ ມັນແຕກຕ່າງກັນຫຼາຍ ລະຫວ່າງຈໍານວນອາຊະຍາກັມຄວາມກຽດຊັງ (Hate Crimes) ທີ່ເກີດຂຶ້ນ ແລະຈໍານວນອາຊະຍາກັມຄວາມກຽດຊັງ (Hate Crimes) ທີ່ໄດ້ລາຍງານຕໍ່ຕໍາຫລວດ. ດ້ວຍການຄົ້ນຄວ້າບອກພວກເຮົາວ່າ ມີຜູ້ເຄາະຮ້າຍພຽງ 10 ຫາ 15 ເປີເຊັນເທົ່ານັ້ນ ທີ່ໄດ້ແຈ້ງຕຳຫຼວດ. ມັນເປັນສິ່ງສໍາຄັນສໍາລັບຊຸມຊົນ ທີ່ຈະລາຍງານອາດຊະຍາກັມ ແລະເຫດການຄວາມກຽດຊັງ, ບໍ່ພຽງແຕ່ຜູ້ເຄາະຮ້າຍ ສາມາດໄດ້ຮັບການສນັບສນູນ ແລະໃຫ້ການຊ່ວຍເຫຼືອ, ແຕ່ຍັງເພື່ອໃຫ້ມີຄວາມເຂົ້າໃຈຫຼາຍຂຶ້ນ ກ່ຽວກັບສິ່ງທີ່ກໍາລັງເກີດຂຶ້ນ ໃນຣັດຂອງພວກເຮົາ. ແລະທີ່ສໍາຄັນ ເພື່ອປ້ອງກັນບໍ່ໃຫ້ເກີດອາຊະຍາກັມແລະຂັດຂວາງພຶດຕິກັມ ທີ່ທະວີຄວາມຮຸນແຮງຂຶ້ນ."
ຕາມຄວາມຈິງແລ້ວ, ມີລາຍງານກ່ຽວກັບການກໍ່ອາຊະຍາກັມຄວາມກຽດຊັງ (Hate Crimes) ທົ່ວປະເທດ, ອີງຕາມການລາຍງານຂອງເຄືອຂ່າຍ ອາຊະຍາກັມຄວາມກຽດຊັງ (Hate Crimes) ຂອງອອສເຕຣເລັຍປີ 2022.
ຜູ້ບັນຊາການ ທ່ານ Walton ກ່າວວ່າ ຈຸດໝາຍຂອງການ ຣົນນະຣົງຂອງຕໍາຫຼວດ ກໍເພື່ອຈະກໍານົດ ອາຊະຍາກັມຄວາມກຽດຊັງ(Hate Crimes) ຢ່າງຊັດເຈນ.
"ອາຊະຍາກັມຄວາມກຽດຊັງ (Hate Crimes) ແມ່ນການກະທໍາຜິດທາງອາຍາ, ຖືກກະທຳຕໍ່ບຸກຄົນ ຫຼືຜູ້ກ່ຽວຂ້ອງ ຫຼືຊັບສິນ, ຫຼືສັງຄົມທີ່ຖືກກະທຳໂດຍລວມ ຫຼືບາງສ່ວນໂດຍ ຄວາມກຽດຊັງຂອງຜູ້ກະທໍາຜິດຕໍ່ເຊື້ອຊາດ, ສາສນາ, ເຜົ່າພັນ, ສັນຊາດດັ້ງເດີມ, ເພດ, ເອກະລັກທາງເພດ, ອາຍຸ, ສະຖານະພາບຄວາມພິການ, ແນວທາງທາງເພດ, ຫຼືການຂາດທີ່ຢູ່ອາສັຍ."
ມັນເກີດຂຶ້ນໃນຂນະທີ່ Western Australia ໄດ້ປະກາດແຜນການ ສໍາລັບ ກົດຫມາຍໃຫມ່ ເພື່ອລົງໂທດຕໍ່ການສະແດງ ແລະການຄອບຄອງສັນຍາລັກ ຂອງພວກນາຊີ (Nazi).
ໃນຖແລງການສະບັບນຶ່ງໃນຄືນວັນພຸດ, ຣັຖບານໄດ້ກ່າວວ່າ ການສະແດງສັນຍາລັກດັ່ງກ່າວ ສ້າງຄວາມບໍ່ພໍໃຈຕໍ່ຫຼາຍຄົນ ໂດຍສະເພາະແມ່ນຊຸມຊົນຊາວຢິວ, ພວກທີ່ລອດຊີວິດຈາກການຂ້າລ້າງເຊື້ອຊາດ (Holocaust) ແລະພວກທີ່ຕໍ່ສູ້ຕ້ານລັດທິ ຟາຊິສຕ໌.
ທ່ານ Darren Bark ຜູ້ອໍານວຍການໃຫຍ່ ຂອງຄນະກັມມາທິການຊາວຢິວ ກ່າວວ່າ ການປຶກສາຫາລືໄດ້ພາໃຫ້ມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບອາຊະຍາກັມຄວາມກຽດຊັງ (Hate Crimes) ປະເພດຕ່າງໆທີ່ກະທໍາຕໍ່ຊຸມຊົນຊາວຢິວ.
"ພວກເຮົາໄດ້ເຫັນການເຍາະເຍີ້ຍ, ພວກເຮົາໄດ້ເຫັນຄໍາເວົ້າທີ່ສະແດງຄວາມກຽດຊັງ, ເຊິ່ງໄດ້ນໍາໄປສູ່ການທໍາຮ້າຍຮ່າງກາຍເຊັ່ນກັນ. ແລະນີ້ເຮັດໃຫ້ຜູ້ຄົນ ຮູ້ສຶກບໍ່ສະບາຍໃຈ ທີ່ຈະຕິດຕໍ່ພົວພັນກັບສັງຄົມໃນວົງກວ້າງຫຼາຍຂຶ້ນ. ດັ່ງນັ້ນເມື່ອປະສົບກັບເຫດການຫນຶ່ງ ຄວາມແຕກຕ່າງກ່ຽວກັບອາຊະຍາກັມຄວາມກຽດຊັງ (Hate Crimes)ແລະເຫດການຄວາມກຽດຊັງ ແມ່ນວ່າມັນບໍ່ພຽງແຕ່ສົ່ງຜົນກະທົບຕໍ່ບຸກຄົນເທົ່ານັ້ນ, ມັນບໍ່ພຽງແຕ່ສົ່ງຜົນກະທົບຕໍ່ຄອບຄົວຂອງເຂົາເຈົ້າ,ແຕ່ມັນສົ່ງຜົນກະທົບຕໍ່ຊຸມຊົນທັງຫມົດ."
ຫຼາຍຊຸມຊົນ ໄດ້ໃຫ້ການປຶກສາຫາລືເປັນເວລາຫຼາຍກວ່າສອງປີ, ລວມທັງນັກວິຊາການ ແລະຜູ້ຊ່ຽວຊານ, ໃນການກະກຽມການຣົນນະຣົງ.
ທ່ານ Pandit Rama ຈາກສະພາຮິນດູ ຂອງອອສເຕຣເລັຍ ກ່າວວ່າບັນຫາທີ່ຖືກລະບຸໄວ້ໃນບັນດາຊຸມຊົນຮິນດູ ແມ່ນຄວາມສັບສົນ ກ່ຽວກັບຂັ້ນຕອນ ການລາຍງານ ແລະການຂາດການສນັບສນູນທີ່ກ່ຽວຂ້ອງ.
"ຈາກບ່ອນທີ່ຂ້າພະເຈົ້າມາ, ປະຊາຊົນສ່ວນໃຫຍ່ໄດ້ສືບທອດຄວາມອົດທົນ ໃນການທີ່ພວກເຂົາເຈົ້າບໍ່ຕ້ອງການ ທີ່ຈະຮັບມືກັບລະບົບ ຣາຊການທີ່ກ່ຽວຂ້ອງ ກັບຄວາມຜິດດັ່ງກ່າວ. ທໍາອິດພວກເຂົາເຈົ້າບໍ່ຮູ້ວ່າມັນເປັນອາຊະຍາກັມ ເພາະວ່າພວກເຂົາເຈົ້າລື້ງກັບເຫດການເຫຼົ່ານັ້ນບໍ່ ວ່າພວກເຂົາຈະຍ້າຍໄປຢູ່ບ່ອນໃດກໍຕາມ ແລະນັ້ນ ອາດເປັນເຫດຜົນຈາກປະສົບການຂອງຂ້າພະເຈົ້າ. ແລະໂດຍທົ່ວໄປແລ້ວ, ມັນອາດຈະຫຍຸ້ງຍາກ ຖ້າທ່ານຕ້ອງການທີ່ເຮັດແນວນັ້ນ, ຖ້າຫາກວ່າບໍ່ມີຫນ່ວຍຮັກສາກົດຫມາຍ, ແລະຖ້າຫາກວ່າມັນບໍ່ຊັດເຈນວ່າ ແມ່ນມັນແມ່ນອາຊະຍາກັມ ແຕ່ວ່າມັນບໍ່ໄດ້ຮັບການສນັບສນູນ ຢ່າງກວ້າງຂວາງ, ຫຼືຂາດການສນັບສນູນໃນພື້ນທີ່ນັ້ນ, ແນ່ນອນອາດຈະເປັນສິ່ງທີ່ເຮັດໃຫ້ພວກເຂົາບໍ່ລາຍງານ"
ຕາມຄວາມຈິງແລ້ວ, ຜູ້ຊ່ຽວຊານກ່າວວ່າ ໃນຂນະທີ່ມາດຕະການໃນການເພີ່ມການລາຍງານ ແມ່ນມີຄວາມສໍາຄັນ, ແຕ່ກໍຕ້ອງກົງກັບກົນໄກການສນັບສນູນທີ່ພຽງພໍ.
Dr Mario Peucker, ຮອງສາສດາຈານທີ່ມະຫາວິທະຍາໄລ Victoria ແລະຊ່ຽວຊານ ດ້ານການຢຽດເຊື້ອຊາດ ແລະການເຄື່ອນໄຫວທາງການເມືອງທີ່ຮຸນແຮງ (Racism and Radical Political Movements) ກ່າວວ່າ ການຄົ້ນຄວ້າໃນຊຸມຊົນໄດ້ພົບວ່າ ຖ້າບໍ່ມີໂຄງສ້າງການ ສນັບສນູນ, ບາງຄັ້ງການລາຍງານສາມາດສົ່ງຜົນເສັຍ ຫຼາຍກວ່າຜົນດີ.
"ມັນບໍ່ແມ່ນກ່ຽວກັບ ສິ່ງທີ່ຕໍາຫຼວດຕ້ອງການ ໃນສະຖານະການເຫຼົ່ານັ້ນ. ຂ້າພະເຈົ້າເຂົ້າໃຈວ່າ ຕໍາຫຼວດຕ້ອງການຂໍ້ມູນເພີ່ມເຕີມ, ແຕ່ມັນກ່ຽວກັບຜູ້ທີ່ປະສົບກັບອາຊະຍາກັມຄວາມກຽດຊັງ (Hate Crimes),ນັ້ນຕ້ອງການ. ແລະຂ້າພະເຈົ້າຄິດວ່າເຮົາຕ້ອງຫັນຄວາມເຂົ້າໃຈນັ້ນ ໄປເບິ່ງຄວາມຕ້ອງການຂອງເຂົາເຈົ້າ ໃນສະພາບການນັ້ນ. ບໍ່ແມ່ນວ່າມີຄວາມຕ້ອງການຂໍ້ມູນຢູ່ຝ່າຍຕໍາຫຼວດ, ແຕ່ແມ່ນຄວາມຕ້ອງການ ສນັບສນູນຢູ່ຂ້າງຜູ້ເຄາະຮ້າຍ ຫຼືຜູ້ທີ່ເຄີຍປະສົບກັບເຫດການທີ່ເກີດຂື້ນ ທາງດ້ານຢຽດເຊື້ອຊາດນັ້ນ. ແລະຂ້າພະເຈົ້າຄິດວ່າ ນັ້ນສໍາຄັນແທ້ໆ, ມັນເປັນການປ່ຽນແປງເກມ ໃນວິທີທີ່ເຮົາຕັ້ງສິ່ງເຫລົ່ານີ້ຂຶ້ນ. ຄວນຮັບໃຊ້ຊຸມຊົນ ແລະບໍ່ແມ່ນຈະຮັບໃຊ້ຕໍາຫຼວດ."
Brent Mackie, ທີ່ປຶກສາດ້ານນະໂຍບາຍຂອງ ACON, ທີ່ເຄີຍເປັນທີ່ຮູ້ຈັກໃນນາມສະພາ Aids ຂອງ New South Wales, ກໍເຫັນດີນຳ.
ທ່ານກ່າວວ່າ ສະມາຊິກຫຼາຍຄົນ ຂອງຊຸມຊົນ LGBTIQ+ ພົບການລາຍງານຕໍ່ຕໍາຫຼວດ ສ້າງຄວາມເຈັບປວດ ແລະຕ້ອງການຄວາມໂປ່ງໃສ ແລະການສື່ສານຫຼາຍຂຶ້ນ ໃນຂັ້ນຕອນ.
"ໃນກໍາລັງຕໍາຫຼວດ, ມີປວັດອັນໃຫຍ່ຫຼວງຂອງການກຽດຊັງຄົນທີ່ມັກເພດດຽວກັນ, ໂດຍສະເພາະໃນສມັຍກ່ອນຫນ້ານີ້, 1970, 80s ກ່ອນການປະຕິຮູບກົດຫມາຍ, ກ່ອນທີ່ມັນຈະກາຍເປັນກົດຫມາຍ. ດັ່ງນັ້ນຈຶ່ງມີຫຼາຍຄົນ ທີ່ຈະມີຄວາມລັງເລໃຈ, ຄົນມີອາຍຸຈະມີຄວາມລັງເລໃຈຫຼາຍ ທີ່ຈະແຈ້ງຕໍາຫຼວດ ກ່ຽວກັບບັນຫາປະເພດນີ້. ແມ່ນແຕ່ຊາວຫນຸ່ມໃນທຸກວັນນີ້ ຈາກຊຸມຊົນ LGBT ກໍຄືກັນ. ຄົນ Trans ໄດ້ມີປະສົບການທີ່ບໍ່ດີຫຼາຍ ກັບຕໍາຫຼວດໃນມໍ່ໆມານີ້. ແລະການສ້າງຄວາມໄວ້ວາງໃຈໃຫ້ຄົນເຫລົ່ານັ້ນ ແມ່ນໃຫ້ຕໍາຫລວດ ມີສ່ວນຮ່ວມກັບຊຸມຊົນເຫລົ່ານັ້ນ, ແລະພະຍາຍາມຢ່າງແຂງຂັນ ທີ່ຈະສ້າງຄວາມໄວ້ວາງໃຈໃຫ້ແກ່ຜູ້ຄົນເຫລົ່ານັ້ນ. ແລະນັ້ນຈະໃຊ້ເວລາດົນຫຼາຍ."
Mr Mackie ຫວັງວ່າ ຄນະກັມມະການພິເສດ ກ່ຽວກັບອາຊະຍາກັມຄວາມກຽດຊັງ (Hate Crime) ທີ່ຖືກຈັດຕັ້ງຂຶ້ນໃນເດືອນເມສາປີກາຍນີ້ ຍັງຈະທໍາງານ ເພື່ອລະບຸພື້ນທີ່ການປັບປຸງ ໃນກໍາລັງຕໍາຫລວດNew South Wales ເມື່ອກ່າວເຖິງອາດຊະຍາກັມທີ່ຊຸມຊົນ LGBTIQ+ ເປັນເປົ້າໝາຍນັ້ນ.
ການຣົນນະຣົງ ຍັງຈະກ່ຽວຂ້ອງກັບການນຳມາໃຊ້ ຂອງສື່ສັງຄົມອອນລາຍ ແລະແພັກເກດການຝຶກອົບຮົມ ເພື່ອໃຫ້ພະນັກງານຕໍາຫຼວດ New South Wales ສາມາດຮັບມື ກັບອາຊະຍາກັມນີ້ໄດ້ດີຂຶ້ນ.
ຕໍາຫລວດກ່າວວ່າ ເຖິງແມ່ນວ່າ ພວກເຂົາເຈົ້າຈະສາມາດຕອບໂຕ້ ຕໍ່ພຶດຕິກັມທາງອາຊະຍາກັມໄດ້, ແຕ່ການລາຍງານ ຈະຊ່ວຍໃນໄລຍະຍາວ ໂດຍໃຫ້ພາບທີ່ຊັດເຈນ ກ່ຽວກັບລັກສນະ ແລະຄວາມສມ່ຳສເມີຂອງເຫດການເຫຼົ່ານີ້ໃນສັງຄົມ.
"ເຫດການຄວາມກຽດຊັງ ອາດຈະເປັນການເລີ່ມຕົ້ນ ຂອງບາງຄົນທີ່ລາມຂຶ້ນໄປສູ່ ອາຊະຍາກັມຄວາມກຽດຊັງ (Hate Crimes), ເວັ້ນເສັຍແຕ່ວ່າ ພວກເຮົາມີຂໍ້ມູນ ເພື່ອກໍານົດວ່າເຫດການທີ່ກຽດຊັງ ເກີດຂຶ້ນຢູ່ໃສ, ບ່ອນທີ່ພຶດຕິກັມທີ່ບໍ່ດີ, ບ່ອນທີ່ມີຄໍາຄິດເຫັນທີ່ບໍ່ດີເກີດຂຶ້ນ, ບໍ່ວ່າຈະໃນການຂົນສົ່ງສາທາຣະນະ ຫຼືຢູ່ທີ່ກາງເມືອງ Surrey Hills ນີ້. ຫາກປາດສະຈາກຂໍ້ມູນນັ້ນ, ພວກເຮົາກໍຈະບໍ່ຮູ້ວ່າຈະເອົາຊັບພະຍາກອນຂອງພວກເຮົາໄປໃຊ້ບ່ອນໃດ."
ແຕ່ທ່ານ Dr Peucker ກ່າວວ່າ ຫລາຍຄົນທີ່ໄດ້ລາຍງານ ກ່ຽວກັບອາຊະຍາກັມຄວາມກຽດຊັງ (Hate Crimes), ໄດ້ອະທິບາຍເຖິງຄວາມຜິດຫວັງກັບການຂາດການສື່ສານ ຈາກຕໍາຫລວດເມື່ອໄດ້ແຈ້ງກັບຕຳຫຼວດແລ້ວ.
ການຄົ້ນຄວ້າໄດ້ພົບວ່າ ຜູ້ຄົນກໍາລັງຊອກຫາທາງຕາມກົດຫມາຍ ຫຼືການສນັບສນູນທາງດ້ານຈິດໃຈ ແລະຊຸມຊົນ ຊຶ່ງເປັນສ່ວນຫນຶ່ງຂອງຂະບວນການລາຍງານ.
"ສໍາລັບຄົນທີ່ລາຍງານ, ມັນຕ້ອງໃຊ້ພະລັງງານຫຼາຍ, ມີຄວາມກ້າຫານຫຼາຍ ຍ້ອນຢ້ານຕໍາຫຼວດ. ມັນມີຫຼາຍເຫດຜົນ: ທາງຈິດໃຈ, ແມ່ນແຕ່ຈະຍອມຮັບວ່າ ຂ້າພະເຈົ້າໄດ້ຕົກເປັນເຫຍື່ອ ຂອງອາຊະຍາກັມຄວາມກຽດຊັງ (Hate Crimes) ແມ່ນອຸປສັກທາງຈິດໃຈ ຊຶ່ງບໍ່ແມ່ນທຸກຄົນຢາກຜ່ານ ຫຼືເອົາຊະນະ. ແລະນັ້ນແມ່ນສໍາລັບຫຼາຍຄົນທີ່ຖືກສໍາພາດ,ຫນ້າຜິດຫວັງຫຼາຍ, ເພາະເຂົາຢາກເຫັນວ່າ ມີຫຍັງເກີດຂຶ້ນກັບການຮ້ອງຮຽນ ຫຼືລາຍງານຂອງເຂົາເຈົ້າ, ແລະເຂົາເຈົ້າຮູ້ສຶກວ່າ ຖືກຕັດອອກຈາກຂັ້ນຕອນດັ່ງກ່າວ. ເຂົາເຈົ້າສູນເສັຍຄວາມເປັນເຈົ້າຂອງຄະດີຂອງຕົນເອງ, ມັນກາຍເປັນການສືບສວນຂອງຕໍາຫຼວດ, ແລະນັ້ນເຮັດໃຫ້ຫຼາຍຄົນຜິດຫວັງຫຼາຍ"
ທ່ານ Dr Peucker ກ່າວຕື່ມວ່າ ດ້ວຍການສນັບສນຸນທີ່ຖືກຕ້ອງ ຈະມີແນວໂນ້ມວ່າ ຜູ້ຄົນຈະລາຍງານເຫດການຕ່າງໆຫຼາຍຂຶ້ນ.
ສະພາບແວດລ້ອມທາງອິນເຕີເນັດ ສາມາດຈະອໍານວຍຄວາມສະດວກໃຫ້ແກ່ການສົນທະນາ ເລື່ອງຄວາມກຽດຊັງ ຊຶ່ງຈາກນັ້ນກໍໄດ້ຖືກປ້ອນກັບເຂົ້າສູ່ສັງຄົມປະຈໍາວັນ, ທ່ານ Darren Bark ຂອງສະພາຊາວຢິວອະທິບາຍ.
"ພວກເຮົາຕ້ອງໄດ້ຮັບມື ໂດຍສະເພາະຄວາມກຽດຊັງທາງອິນເຕີເນັດນີ້, ຄວາມຄິດຜິດທາງອິນເຕີເນັດນີ້, ແລະໃນຫ້ອງສະທ້ອນເຫຼົ່ານີ້ ຊຶ່ງເປັນບ່ອນທີ່ພວກເຮົາມີຫນຶ່ງຫຼືສອງຄົນ ທີ່ເປີດສມັກ ແລະມີຫຼາຍຄົນມາຮ່ວມໃນການເຄື່ອນໄຫວນີ້, ເຊິ່ງຊຸກຍູ້ໃຫ້ຜູ້ຄົນເຫຼົ່ານັ້ນໄປສ້າງການຂົ່ມຂູ່ໃນສັງຄົມ ແລະສ້າງສະພາບແວດລ້ອມ ທີ່ຜູ້ຄົນບໍ່ຮູ້ສຶກສະບາຍໃຈທີ່ຈະໄປເບິງການແຂ່ງຂັນເຕະບານ, ໄປໂຮງຮຽນ, ໄປໂບດ, ຫຼືສະຖາບັນຄວາມເຊື່ອຕ່າງໆ. ແລະສິ່ງທີ່ເຮົາຕ້ອງເຮັດ ແມ່ນເຮັດໃຫ້ຂ່າວສານດັງ ແລະຊັດເຈນ-ທຸກຄົນຍິນດີຕ້ອນຮັບ, ທຸກຄົນຄວນຈະສາມາດຕິດຕໍ່ພົວພັນກັບສັງຄົມ, ທຸກຄົນຄວນຈະສາມາດສະແດງຄວາມຄິດເຫັນໄດ້. ເພາະວ່ານັ້ນແມ່ນສິ່ງທີ່ພວກເຮົາຍຶດໝັ້ນ ໃນສັງຄົມນີ້ -ລັດທິຫຼາກຫຼາຍວັທນະທັມ"
ຕໍາຫຼວດບໍ່ສາມາດລົງໂທດຄວາມກຽດຊັງທາງອິນເຕີເນັດໄດ້ ເວັ້ນເສັຍແຕ່ວ່າ ມັນຈະເຖິງຂອບເຂດ ຂອງການຂົ່ມຂູ່ ຫຼືຄວາມຮຸນແຮງ.
ແຕ່ຜູ້ບັນຊາການ ທ່ານ Walton ກ່າວວ່າ ຕໍາຫລວດມີທາງຂອງຣັຖບານ ຜ່ານຄນະກັມມະການ ດ້ານຄວາມປອດພັຍອີເລັກໂຕຣນິກ (e-Safety Commissioner) ເພື່ອລຶບຂໍ້ຄວາມກຽດຊັງອອກຈາກອິນເຕີເນັດ.
ການເພີ່ມຂຶ້ນຂອງກຸ່ມຫົວຮຸນແຮງ ຖືກເຫັນວ່າເປັນຜູ້ກະທໍາໂດຍພວກຜູ້ນໍາຊຸມຊົນ ແລະອົງການຫຼາກຫຼາຍວັທນະທັມຕ່າງໆ
ທ່ານ Peter Dukkas ປະທານຂອງ Ethnic Communities ຂອງNew South Wales ເຊື່ອວ່າ ການຊຸກຍູ້ຂອງກຸ່ມຫົວຮຸນແຮງ ເຂົ້າໄປໃນສັງຄົມທົ່ວໄປ ໄດ້ພາໃຫ້ເກີດການແຜ່ລາມຂອງອາຊະຍາກັມຄວາມກຽດຊັງ (Hate Crimes) ໃນສັງຄົມອອສເຕຣເລັຍ.
"ສິ່ງທີ່ພວກເຮົາຄິດວ່າຕາຍ ແລະຖືກຝັງແລ້ວ ກໍາລັງຄືນມາໃຫມ່, ແລະມັນກໍາລັງເກີດຂຶ້ນທົ່ວໂລກ. ອະຄະຕິທີ່ຖືກປູກຝັງມານັ້ນ, ຈາກທັດສະນະການເມືອງ, ກໍາລັງເພີ່ມຂຶ້ນ. ແລະໃນຂນະທີ່ພວກເຮົາຣົນນະຣົງ, ແລະໃນຂນະທີ່ມີບາດກ້າວໃຫຍ່ໃນທິດທາງທີ່ຖືກຕ້ອງ, ກໍມີການເມືອງຂອງການຢຽດເຊື້ອຊາດ, ໂດຍສະເພາະຢູ່ພາກຕາເວັນຕົກແລະໃນອອສເຕຣເລັຍ, ແລະມັນເປັນສິ່ງທີ່ພວກເຮົາຕ້ອງມີຄວາມລະມັດລະວັງຢ່າງຍິ່ງ."
ແຕ່ທ່ານ Dr Peucker ກ່າວວ່າ ມັນເປັນສິ່ງສໍາຄັນ ທີ່ຈະແຍກຄວາມແຕກຕ່າງ ລະຫວ່າງ ອາຊະຍາກັມທີ່ກຽດຊັງ ແລະການກໍ່ການຮ້າຍ.
ຜູ້ບັນຊາການ Walton ອະທິບາຍວ່າ ອາຊະຍາກັມຄວາມກຽດຊັງ (Hate Crimes) ຕົກຢູ່ພາຍໃຕ້ການກໍ່ການຮ້າຍ ແລະດ້ວຍເຫດນັ້ນ ຈຶ່ງແມ່ນຢູ່ພາຍໃຕ້ຂອບເຂດຂອງຫົວຫນ່ວຍຕໍ່ຕ້ານການກໍ່ການຮ້າຍ.
ເຖິງຢ່າງໃດກໍ່ຕາມ, Dr Peucker ເຊື່ອວ່າ ການລວບລວມຄວາມຄິດສອງຢ່າງ ສ້າງບັນຫາໃນສັງຄົມ ໃນຂນະທີ່ຕາມຄວາມເປັນຈິງ ອາຊະຍາກັມຄວາມກຽດຊັງ (Hate Crimes) ຍັງຍັງແຊກຊຶມເຂົ້າໄປໃນສັງຄົມທົ່ວໄປ.
"ມັນເຮັດໃຫ້ງ່າຍຫຼາຍ ສໍາລັບຄົນທີ່ຖືວ່າຕົນເອງຢູ່ໃນສູນກາງທາງການເມືອງ ທີ່ຈະປະຕິເສດຄວາມຮັບຜິດຊອບຕໍ່ການຢຽດເຊື້ອຊາດເພາະເຮົາສາມາດຕິຕຽນໄດ້, ຫລືເຮົາສາມາດພະຍາຍາມກ່າວໂທດເຂດການເມືອງສໍາລັບບາງຢ່າງທີ່ເກີດຂຶ້ນໃນສັງຄົມ. ແລະແລ້ວມັນເຮັດໃຫ້ມັນຍາກຂຶ້ນ ທີ່ຈະແກ້ໄຂມັນ. ເຮົາພະຍາຍາມທີ່ຈະແກ້ໄຂ ພຽງແຕ່ພວກຂວາຈັດເທົ່ານັ້ນ ຫຼືກຸ່ມເປົ້າຫມາຍແມ່ນກຸ່ມທີ່ກວ້າງກວ່ານັ້ນຫຼາຍ?"
ສໍາລັບຫຼາຍຄົນ, ມັນເປັນບາດກ້າວທີ່ສໍາຄັນໄປຂ້າງຫນ້າ.
ເຊັ່ນດຽວກັບຜູ້ນໍາຊຸມຊົນຫລາຍຄົນ ທີ່ມີສ່ວນຮ່ວມໃນການຣົນນະຣົງນັ້ນ, ທ່ານ Pandit Rama ຮູ້ວ່າການສຶກສາ ແລະຄວາມໄວ້ວາງໃຈເປັນສິ່ງສໍາຄັນຫລາຍ.
"ເຮົາສາມາດອອກກົດຫມາຍໄດ້, ແລະເຮົາສາມາດ ບັງຄັບໃຊ້ໄດ້, ແລະຈາກນັ້ນ ຊຸມຊົນກໍຕ້ອງເດີນໄປໜ້າເຊັ່ນກັນ. ສະນັ້ນ ຂ້າພະເຈົ້າຄິດວ່າ ການສຶກສາ ແມ່ນມີຄວາມສໍາຄັນທີ່ຊັດເຈນໃນເລື່ອງນັ້ນ, ວ່ານີ້ແມ່ນອາຊະຍາກັມແລະມັນບໍ່ແມ່ນສິ່ງທີ່ທ່ານຕ້ອງຍອມຮັບ."
ເນື້ອເລື່ອງໂດຍ Catriona Stirrat ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.