ການຂາດແຄນ ຢາປະຕິຊີວະນະ ຫຼືຢາຂ້າເຊື້ອ (Antibiotics) ຢ່າງໜັກໃນອອສເຕຣເລັຍ.

Drugs on a pharmacy shelf (AAP).jpg

ຢາທີ່ມີຂາຍທົ່ວໄປຕາມຮ້ານຂາຍຢາ. Source: AAP

ອອສເຕຣເລັຍ ກໍາລັງປະເຊີນກັບການຂາດແຄນ ຢາປະຕິຊີວະນະ ຫຼືຢາຂ້າເຊື້ອ (Antibiotics) ຢ່າງໜັກ. ຜູ້ຊ່ຽວຊານດ້ານຕ່າງໆກໍກຳລັງຊ່ວຍກັນຫາທາງແກ້ໄຂ ເພາະວ່າ ມີຫຼາຍປັດຈັຍທີ່ກໍ່ໃຫ້ເກີດປັນຫານີ້ ຊຶ່ງສຳຣັບ ອອສເຕຣເລັຍແລ້ວ, ມັນບໍ່ຄວນຈະເກີດຂຶ້ນ.


ການຂາດແຄນ ຢາປະຕິຊີວະນະ ຫຼືຢາຂ້າເຊື້ອ (Antibiotics) ຢ່າງໜັກໃນອອສເຕຣເລັຍ.

ກໍາລັງປະເຊີນກັບການຂາດແຄນ ຢາປະຕິຊີວະນະ ຫຼືຢາຂ້າເຊື້ອ (Antibiotics) ຢ່າງໜັກ.

ທ່ານຫມໍ ແລະແພດການຢາ ກໍາລັງຊອກຫາທາງເລືອກອື່ນສໍາລັບຢາເຫຼົ່ານີ້ ຊຶ່ງຕາມປົກກະຕິແລ້ວ ຈະຫາໄດ້ງ່າຍແລະເວົ້າວ່າ ມັນຊັບຊ້ອນ ກວ່າທີ່ປະຊາຊົນຮູ້. Tanya Dendrinos ລາຍງານ.

Mike Yang ເຈົ້າຂອງຮ້ານຂາຍຢາ Synergy Compounding  Pharmacy ເປັນແພດການຢາມາໄດ້ 16 ປີແລ້ວ ກ່າວວ່າ:

"ຂ້າພະເຈົ້າເປັນແພດປະສົມຢາ ມາໄດ້ປະມານ 7 ປີ ແລ້ວ ແລະຂ້າພະເຈົ້າບໍ່ເຄີຍ ທີ່ຈະປະສົມຢາຕ້ານເຊື້ອ ຈາກການເລີ້ມຕົ້ນມາກ່ອນ ເພາະຢາເຫຼົ່ານີ້ ສາມາດຫາຊື້ໄດ້ຈາກຮ້ານຂາຍຢາທົ່ວໄປ ແລະໃນຣາຄາທີ່ສົມເຫດສົມຜົນ."

ແຕ່ວ່ານັ້ນໄດ້ປ່ຽນໄປເມື່ອບໍ່ດົນມານີ້.

Mike Yang ກ່າວວ່າ:

"ຕົວຢ່າງວ່າ, ຂ້າພະເຈົ້າມີລູກຄ້າຄົນນຶ່ງ ທີ່ໄປຫາຊື້ຢາຕາມຮ້ານຂາຍຢາ 5 ບ່ອນແລະບໍ່ສາມາດໄດ້ຮັບຢາຕ້ານເຊື້ອ ສໍາລັບລູກຊາຍຂອງນາງ ແລະຈາກນັ້ນຄົນຂາຍຢາ ຈຶ່ງບອກໃຫ້ນາງມາຫາຂ້າພະເຈົ້າ ແລະເວົ້າວ່າ 'ໂອ້, ເປັນຫຍັງເຈົ້າລອງໄປຫາຮ້ານຂາຍຢາ ທີ່ມີແພດການຢາສາມາດປະສົມຢາໃຫ້ເຈົ້າ'.

ແພດການຢາປະສົມ ສາມາດເຮັດຢາຕ້ານເຊື້ອໄດ້, ແຕ່ Mr Yang ເວົ້າວ່າ ໂດຍທົ່ວໄປແລ້ວ ແມ່ນສໍາລັບຄົນ ທີ່ບໍ່ສາມາດທົນຕໍ່ຜລິດຕະພັນທາງການຄ້າທົ່ວໄປໄດ້.

ການທີ່ພວກເຂົາເຈົ້າກໍາລັງຖືກຖາມຫາຊື້, ແມ່ນໜ້າເປັນຫ່ວງ.

Mike Yang ກ່າວອີກວ່າ:

"ມັນເປັນຕາຢ້ານ ເພາະວ່າ ຫນຶ່ງ ມັນມີຄ່າໃຊ້ຈ່າຍຫຼາຍ ແລະສອງມັນເນັ້ນເຖິງການຂາດແຄນທີ່ແທ້ຈິງ ຂອງຢາທີ່ຈໍາເປັນນີ້ ໃນຊີວິດປະຈໍາວັນສໍາລັບຊາວອອສເຕຣເລັຍ."

ປັດຈຸບັນ ຢາຫຼາຍກວ່າ 360 ຊະນິດແມ່ນຂາດເຂີນ ຢູ່ໃນອອສເຕຣເລັຍ – ຢາ 45 ຊະນິດໃນຈໍານວນນັ້ນ ແມ່ນຂາດເຂີນຢ່າງໜັກ ແຕ່ອົງການຄຸ້ມຄອງສິນຄ້າປິ່ນປົວ (Therapeutic Goods Administration) ກ່າວວ່າ ນັ້ນຫນ້ອຍກວ່າອັດຕາສເລັ່ຍ ໃນໄລຍະສາມປີທີ່ຜ່ານມາ.

ໃນແງ່ຂອງຢາຕ້ານເຊື້ອ, ມີປະມານ 20 ຊະນິດທີ່ຢູ່ໃນລາຍການຂາດແຄນ.

ນີ້ແມ່ນຫົວຫນ້າ TGA, ຜູ້ຊ່ວຍສາສດາຈານ John Skerritt.

"ມັນເປັນຫນຶ່ງໃນກຸ່ມທີ່ຮ້າຍແຮງທີ່ສຸດ ຂອງການຂາດຢາຕ້ານເຊື້ອ ແລະບັນຫາແມ່ນເບິ່ງຄືວ່າ ບໍ່ແມ່ນປັດຈັຍດຽວ ທີ່ເຮັດໃຫ້ເກີດປັນຫານີ້. ພວກເຮົາຕ້ອງຈື່ໄວ້ວ່າ ໃນຊີກໂລກເຫນືອ, ພວກເຂົາຢູ່ໃນກາງລະດູຫນາວ ແລະມີການຕິດເຊື້ອໃນຫນ້າເອິກ ແລະເຊື້ອແບັກທີເຣັຍອື່ນໆຫຼາຍຢ່າງ ແລະດັ່ງນັ້ນ ການຂາດແຄນນີ້ ບໍ່ມີພຽງແຕ່ຢູ່ໃນອອສເຕຣເລັຍເທົ່ານັ້ນ."

ບັນຫາໂສ້ການຂົນສົ່ງ ແລະພັຍທັມມະຊາດ ກໍມີສ່ວນເຊັ່ນກັນ.

Dr Michael Wright ຮອງປະທານ ວິທະຍາໄລ Royal Australian College of Practitioners ຂອງ New South Wales ກ່າວວ່າ:

"ພວກເຮົາຕ້ອງແກ້ໄຂບັນຫານີ້ ດ້ວຍວິທີແກ້ໄຂໄລຍະຍາວ ເພື່ອໃຫ້ຄົນເຈັບ ສາມາດເຂົ້າເຖິງຢາຕ້ານເຊື້ອໄດ້ ເມື່ອຕ້ອງການ, ໃນສະພາບການທີ່ຈໍາກັດ ທີ່ພວກເຂົາຕ້ອງການ, ແລະໂດຍບໍ່ມີການດື້ຢາຕ້ານເຊື້ອທີ່ຮ້າຍແຮງຂຶ້ນ."

TGA ກ່າວວ່າ ມາດຕະການຕ່າງໆຫຼາຍຢ່າງ ກຳລັງຊ່ວຍແກ້ໄຂ ບັນຫານີ້ ຮວມທັງການຊອກຫາທາງເລືອກທີ່ເຫມາະສົມ.

ຜູ້ຊ່ວຍສາສດາຈານ John Skerritt ກ່າວອີກ:

"ນັບແຕ່ເດືອນກໍລະກົດປີນີ້, ຖ້າຫາກວ່າພວກເຂົາເຈົ້າ ໄດ້ຮັບເງິນຊົດເຊີຍຈາກ PBS (the Pharmaceutical Benefits Scheme), ບໍຣິສັດຈະຖືກຮຽກຮ້ອງ ໃຫ້ມີຢາເຫຼົ່ານີ້ 4-6 ເດືອນ."

ເປັນທີ່ຍອມຮັບວ່າ ພາລະບາງຢ່າງ ຈະໄດ້ຮັບການຊ່ວຍເຫຼືອ ຖ້າຫາກວ່າຢາຖືກຜລິດຢູ່ທີ່ນີ້ໃນອອສເຕຣເລັຍ–ແຕ່ທ່ານກ່າວວ່າ ການທີ່ຈະຜລິດຢາທຸກຊະນິດນັ້ນ ມັນຈະເປັນໄປບໍ່ໄດ້.

ຜູ້ຊ່ວຍສາສດາຈານ John Skerritt ກ່າວອີກ:.

"ພວກເຮົາມີທະບຽນຜລິດຕະພັນທັງຫມົດ ທີ່ໄດ້ຮັບການອະນຸມັດສໍາລັບການນໍາໃຊ້ ໃນອອສເຕຣເລັຍ. ເຮົາຄວບຄຸມຢາທົ່ວໄປ, ພ້ອມກັບອຸປະກອນການແພດ ແລະຜລິດຕະພັນອື່ນໆ ທີ່ພວກເຮົາຄວບຄຸມແລ້ວພວກເຮົາມີເກືອບແສນຜລິດຕະພັນ ແລະບໍ່ມີທາງທີ່ອອສເຕຣເລັຍ ສາມາດຜລິດ ຜລິດຕະພັນເປັນແສນຊະນິດ ເຫຼົ່ານັ້ນ. ນັ້ນເປັນສິ່ງທ້າທາຍ ທີ່ຍິ່ງໃຫຍ່ ກວ່າການຂໍໃຫ້ພວກເຮົາ ເຮັດທຸກຍີ່ຫໍ້ ແລະເຮັດ ທຸກຣຸ້ນຂອງຣົດທີ່ຢູ່ໃນຕລາດໂລກ."

TGA ຄາດວ່າ ການຂາດຢາຕ້ານເຊື້ອ ຈະຜ່ອນຄາຍໃນບໍ່ຫຼາຍເດືອນຈະມາເຖິງ–ແລະຫວັງວ່າ ຢາເຫຼົ່ານັ້ນຈະກັບຄືນສູ່ປົກກະຕິ ກ່ອນ Easter.

ເນື້ອເລື່ອງໂດຍ Tanya Dendrinos ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.

Share