ຄວາມສຳພັນລະຫວ່າງ PNG ແລະ ANZAC

News

ພິທີຕ່າງໆ ໃນວັນ ANZAC Day Source: AAP / AAP / Con Chronis

ຄວາມສຳພັນລະຫວ່າງ PNG ແລະ ANZAC ໄດ້ມີມາຕັ້ງແຕ່ສມັຍສົງຄາມໂລກຄັ້ງທີສອງແລ້ວ. ໃນເວລານັ້ນ, Papua New Guinea ແມ່ນຢູ່ພາຍໃຕ້ການຄວບຄຸມຂອງ ອອສເຕຣເລັຍ ແລະຊາວ Papuans ໄດ້ຖືກເກນໃຫ້ເປັນທະຫານ ຊຶ່ງໄດ້ເປັນທີ່ຮູ້ຈັກໃນນາມ ກອງກຳລັງຫມູ່ເກາະປາຊີຟິກ (Pacific Islands Regiment) ພ້ອມກັບກອງລຳລຽງ ຊຶ່ງຕອນນີ້ ໄດ້ຖືກຮ້ອງດ້ວຍຄວາມຮັກແພງວ່າ Fuzzy Wuzzy Angels.


ຄວາມສຳພັນລະຫວ່າງ PNG ແລະ ANZAC.

ເປັນທີ່ຮູ້ຈັກກັນດີ ໃນການປະຕິບັດງານ ຂອງກອງທັບໃນ Papua New Guinea ເຊັ່ນ Kokoda Trail Campaign.

ແຕ່ວ່າ ເລື່ອງລາວຂອງຜູ້ທີ່ມາຈາກ Papua New Guinea ທີ່ໄດ້ຕໍ່ສູ້ຄຽງຂ້າງທະຫານເຫຼົ່ານີ້ເດ ເປັນແນວໃດ?

ວັນ Anzac ນີ້, ຊາວ Papuans ໃນເມືອງ Perth ຈະເດີນສວນສນາມ ແທນບັນພະບຸຣຸດຂອງເຂົາເຈົ້າ ແລະເປັນເທື່ອທໍາອິດ ທີ່ຈະຮັບຮູ້ເຖິງການເສັຍສລະນັ້ນ. Tom Stayner ລາຍງານ ຈາກ Western Australia.

ສໍາລັບ Margaret Dull, ມໍຣະດົກອັນຍິ່ງໃຫຍ່ ທີ່ພໍ່ຕູ້ທວດຂອງນາງ, Afwan Marapau ເປັນສິ່ງທີ່ຄອບຄົວຂອງນາງ ຢາກຮັກສາໄວ້ ດ້ວຍຄວາມຫວງແຫນຢ່າງຍິ່ງ.

Afwan ຮັບໃຊ້ເປັນສາຍລັບທະຫານ ຢູ່ Papua New Guinea ທີ່ເຮັດວຽກ ຮ່ວມກັບກອງທັບອອສເຕຣເລັຍ ໃນລະຫວ່າງສົງຄາມໂລກຄັ້ງທີ 2.

ທ່ານນາງ Dull ກ່າວວ່າ ທ່ານໄດ້ຖືກມອບຫມາຍ ໃຫ້ເຮັດວຽກທີ່ອັນຕະຣາຍ ໃນການສອດແນມ ກອງທະຫານຍີ່ປຸ່ນ.

"ຂ້າພະເຈົ້າຈະບອກວ່າ ຂ້າພະເຈົ້າພູມໃຈຫຼາຍ ໃນສິ່ງທີ່ລາວໄດ້ເຮັດ ເພາະສໍາລັບຊາຍຫນຸ່ມ ທີ່ບໍ່ຮູ້ຈັກພາສາອັງກິດ, ການສື່ສານ ແມ່ນມີຄວາມແຕກຕ່າງຫຼາຍ, ແຕ່ລາວກໍບຸກບັ່ນໄປຂ້າງຫນ້າ ເພື່ອເຮັດສິ່ງທີ່ສໍາຄັນຫຼາຍ ສໍາລັບຊາວອອສເຕຣເລັຍທີ່ຈະຊນະການສູ້ຮົບ. ຂ້າພະເຈົ້າພູມໃຈຫລາຍ ກັບພໍ່ຕູ້ທວດຂອງຂ້າພະເຈົ້າ ທີ່ໄດ້ຢືນຢູ່ຕໍ່ຄວາມທ້າທາຍນັ້ນ."

ໃນລະຫວ່າງການສູ້ຮົບທີ່ Kaiapit, Afwan ໄດ້ປະເຊີນກັບສະພາບທີ່ຮ້ອນ ແລະຊຸ່ມ ໃນຂນະທີ່ ລາວໄດ້ເດີນຜ່ານຫຍ້າ kunai ສູງສອງແມັດ ເພື່ອສຳຫຼວດສນາມຮົບຂ້າງຫນ້າ.

ພວກທະຫານ ໄດ້ເຄື່ອນຍ້າຍໄປສູ່ເມືອງ Kaiapit ໂດຍບໍ່ຮູ້ວ່າ ກໍາລັງໃຫຍ່ຂອງຍີ່ປຸ່ນ ກໍາລັງມຸ້ງຫນ້າໄປຍັງຫມູ່ບ້ານນັ້ນເຊັ່ນກັນ, ເຖິງແມ່ນວ່າ ຈະມີກຳລັງໜ້ອຍກວ່າ, ແຕ່ກໍໄດ້ຮັບໄຊຊນະ.

"ຢ່າລືມວ່າ ການສູ້ຮົບ ແລະຄວາມເຂັ້ມແຂງ, ຄວາມກ້າຫານ ແລະບົດບາດທີ່ສໍາຄັນຂອງພໍ່ຕູ້ໃຫຍ່ ຂອງພວກເຮົາ ແລະຄວາມເຂັ້ມແຂງ ທີ່ພວກເຂົາທີ່ຕ້ອງຜ່ານຜ່າ ຄວາມຍາກລໍາບາກເຫຼົ່ານັ້ນ, ປ່າຮົກ, ແມ່ນໍ້າ ແລະສະພາບແວດລ້ອມຕ່າງໆ."

ວັນ Anzac ນີ້, ຊາວ Papuans ໃນເມືອງ Perth ຈະມີສ່ວນຮ່ວມ ໃນການເດີນສວນສນາມເປັນເທື່ອທໍາອິດ ເພື່ອໃຫ້ກຽດ ແກ່ຄວາມຊົງຈໍາ ຂອງຍາດພີ່ນ້ອງ ຜູ້ທີ່ທຳໜ້າທີ່ ເປັນທະຫານ ແລະຜູ້ລຳລຽງ ໃນລະຫວ່າງສົງຄາມໂລກ ຄັ້ງທີສອງ.

ໃນເວລານັ້ນ, Papua New Guinea ແມ່ນຢູ່ພາຍໃຕ້ການຄວບຄຸມຂອງ ອອສເຕຣເລັຍ.

Doctor Tristan Moss ຈາກມະຫາວິທະຍາໄລ New South Wales-Canberra ກ່າວວ່າ ພັຍຄຸກຄາມຂອງສົງຄາມ ໄດ້ກະຕຸ້ນໃຫ້ທະຫານ ຊາວ Papuans ໄດ້ຖືກເກນ ຊຶ່ງໄດ້ເປັນທີ່ຮູ້ຈັກໃນນາມ ກອງກຳລັງຫມູ່ເກາະປາຊີຟິກ (Pacific Islands Regiment).

"ຊາວ Papuans ໂດຍພື້ນຖານແລ້ວ ແມ່ນຄົນໃຕ້ອານານິຄົມ ຂອງອອສເຕຣເລັຍ ແລະດັ່ງນັ້ນ ພວກເຂົາເຈົ້າຈຶ່ງສາມາດຖືກເກນເຂົ້າກອງທັບອອສເຕຣເລັຍໄດ້ ເມື່ອຊາວອອສເຕຣເລັຍຕັດສິນໃຈວ່າ ຊາວPapuans ເປັນທະຫານທີ່ຕ້ອງການ. ແຕ່ແນ່ນອນວ່າໄດ້ຮັບການປະຕິບັດຢ່າງຄົນ ໃນອານານິຄົມ.-ໃນແງ່ຂອງຄ່າຈ້າງ ແລ້ວເຂົາເຈົ້າໄດ້ຄ່າຈ້າງຫນ້ອຍກວ່າ ແລະເງື່ອນໄຂ ທີ່ຮ້າຍແຮງກວ່າ ດັ່ງນັ້ນຈຶ່ງບໍ່ໄດ້ຮັບເຄື່ອງນຸ່ງບາງຢ່າງ ແລະການປັນສ່ວນ (ອາຫານ) ທີ່ບໍ່ພໍ ແລະສິ່ງຕ່າງໆເຫຼົ່ານັ້ນ."

ທະຫານຊາວ Papuans ປະມານ 3,500 ຄົນ ໄດ້ຮັບໃຊ້ກັບກອງທັບອອສເຕຣເລັຍ ພ້ອມກັບກອງລຳລຽງເຖິງ 50,000 ຄົນ-ຊຶ່ງຕອນນີ້ ໄດ້ຖືກຮ້ອງດ້ວຍຄວາມຮັກແພງວ່າ Fuzzy  Wuzzy Angels.

ທະຫານມັກຈະຖືກສົ່ງອອກໄປ ໃນແນວຫນ້າທີ່ໄກໆ ແລະຖືວ່າ ມີຄ່າ ສໍາລັບຄວາມສາມາດ ໃນການຮັບມື ກັບສະພາບທ້ອງຖິ່ນ ທີ່ຍາກລຳບາກ.

ຍາດພີ່ນ້ອງ ຊາວ Papuans ໃນຣັດອື່ນໆ ເຄີຍໄດ້ເດີນສວນສນາມ ເປັນສ່ວນນຶ່ງ ຂອງກອງກຳລັງພັນທະມິດແລ້ວ.

ແຕ່ Doctor Moss ກ່າວວ່າ ການປະກອບສ່ວນ ຂອງເຂົາເຈົ້າ ແມ່ນສິ່ງຫນຶ່ງ ທີ່ສົມຄວນທີ່ຈະໄດ້ຮັບການຮັບຮູ້ຫລາຍຂຶ້ນ ໃນອອສເຕຣເລັຍ.

"ພວກເຮົາເບິ່ຂ້າມຄວາມຈິງທີ່ວ່າ ຊາວ Papuans ຮັບໃຊ້ຄຽງຂ້າງຊາວ ອອສເຕຣເລັຍໃນແວຫນ້າ, ດັ່ງນັ້ນ ການຮວມພວກເຂົາໄວ້ໃນຄວາມຊົງຈໍາຂອງເຮົາ ກ່ຽວກັບສົງຄາມ ແລະບໍ່ພຽງແຕ່ເວົ້າເຖິງ Fuzzy Wuzzy Angels ຜູ້ທີ່ມີບົດບາດສໍາຄັນ ໃນການເຫັນຊາວ Papuans ເປັນທະຫານແນວຫນ້າ. ແທ້ຈິງແລ້ວ ໄດ້ຊ່ວຍປ່ຽນ ຄວາມເຂົ້າໃຈຂອງພວກເຮົາ ກ່ຽວກັບບົດບາດຂອງຊາວ Papuans ໃນສົງຄາມ ໃຫ້ເກືອບເທົ່າທຽມກັນເລັກນ້ອຍ ໃນການທີ່ພວກເຂົາໄດ້ແບ່ງພາລະຫນັກ ໃນແນວຫນ້າ ຄືກັນກັບທະຫານ."

Sir Pita Simogun, ພໍ່ຕູ້ຂອງທ່ານ Jeffery Selan ໄດ້ທຳໜ້າທີ່ ເປັນຜູ້ຍາມຝັ່ງໃນສົງຄາມ, ຫຼັງຈາກທີ່ອະດີດຕໍາຫຼວດ ໄດ້ຖືກເກນເພື່ອຊ່ວຍຕໍ່ສູ້ ຮ່ວມກັບກອງທັບອອສເຕຣເລັຍ.

ລາວເວົ້າວ່າ ພໍ່ຕູ້ຂອງລາວໄດ້ເລົ່າເຖິງອັນຕະຣາຍ ທີ່ລາວປະເຊີນ ກັບການສູ້ຮົບໃນສມໍຣະພູມ.

"ຂ້ອຍຮູ້ສຶກພູມໃຈ ແລະເປັນກຽດຫຼາຍ ທີ່ລາວມີຄວາມຄິດຢາກຈະຊ່ອຍ, ດັ່ງນັ້ນ ຂ້ອຍຈຶ່ງຮູ້ສຶກເປັນກຽດຫຼາຍ ທີ່ລາວໄດ້ເຮັດສິ່ງນັ້ນ ແລະໄດ້ຊ່ວຍຫຼາຍຊີວິດໃນຕອນນັ້ນ, ຖ້າບໍ່ມີສິ່ງນັ້ນ, ຂ້ອຍບໍ່ຄິດວ່າ ຂ້ອຍຈະຢູ່ທີ່ນີ້ໃນມື້ນີ້ ເວົ້າກັບເຈົ້າໃນທີ່ນີ້"

ຕໍ່ມາໃນຊີວິດ, Pita Simogun ໄດ້ກາຍເປັນນັກການເມືອງ, ໄດ້ຖືກແຕ່ງຍົດໃຫ້ເປັນ Sir ໃນການຮັບໃຊ້ ສາທາຣະນະຂອງລາວ.

Jeffery Selan ກ່າວວ່າ ການເສັຍສລະຂອງພໍ່ຕູ້ຂອງເພິ່ນ ແມ່ນສິ່ງທີ່ເພິ່ນຢາກຈື່ຈໍາຕໍ່ໄປ.

"ຖ້າປາດສະຈາກພວກເຂົາ ແລະການເສັຍສລະຂອງພວກເຂົາ ແລະສິ່ງຕ່າງໆ ທີ່ພວກເຂົາປະສົບມາ, ຄວາມສ່ຽງທີ່ພວກເຂົາໄດ້ປະເຊີນ, ຖ້າບໍ່ມີສິ່ງເຫຼົ່ານັ້ນແລ້ວ, ພວກເຮົາກໍຈະບໍ່ຢູ່ທີ່ນີ້ ແລະມັນເປັນສິ່ງສໍາຄັນຫຼາຍ ທີ່ພວກເຮົາຕ້ອງສເລີມສລອງ ແລະໃຫ້ກຽດພວກເຂົາ ເພາະວ່າເສຣີພາບຂອງພວກເຮົາໃນປັດຈຸບັນ ທີ່ມີຕອນນີ້ ກໍແມ່ນມາຈາກສິ່ງເຫຼົ່ານັ້ນ. ຖ້າເຂົາເຈົ້າບໍ່ໄດ້ເຮັດໃນສິ່ງທີ່ເຂົາເຈົ້າໄດ້ເຮັດ...ຕອນນີ້ເຮົາກໍຈະຢູ່ບ່ອນໃດ. ຂ້າພະເຈົ້າຮູ້ສຶກມີຄວາມພູມໃຈຫລາຍທີ່ສຸດ,  ເປັນກຽດທີ່ໄດ້ເດີນສວນສນາມ ໃນວັນ Anzac ເພື່ອຮັບຮູ້ວ່າ ພວກເຮົາຕ້ອງໄດ້ຢູ່ໃນການເດີນສວນສນາມນັ້ນ ແລະພວກເຮົາຕ້ອງໄດ້ເຫັນວ່າ ພວກເຮົາເປັນສ່ວນໜຶ່ງຂອງ ANZAC ໃນສົງຄາມ."

Tom Stayner ຜູ້ສື່ຂ່າວ SBS News ຈາກ W.A.,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share