ການນຳໃຊ້ Artificial Intelligence ມາຊ່ອຍໃນການປິ່ນປົວໂຣກລົມບ້າໝູ

Epilepsy

Artificial Intelligence ຈະເປັນເຄື່ອງມືຊ່ອຍຂອງທ່ານຫມໍຜູ້ຊ່ຽວຊານດ້ານປະສາດ ໃນການຮັກສາໂຮກລົມບ້າໝູ ໃນອະນາຄົດທີ່ບໍ່ໄກນີ້. Source: Getty / Getty

ການນຳໃຊ້ Artificial Intelligence ມາຊ່ອຍໃນການປິ່ນປົວໂຣກລົມບ້າໝູ. ເຖິງແມ່ນວ່າ ມັນຈະບໍ່ໄດ້ຊ່ອຍໂດຍກົງ ແຕ່ມັນຈະຊ່ອຍໃຫ້ທ່ານໝໍຮູ້ວ່າຢາຊະນິດໃດຈະເໝາະສົມກັບຜູ້ປ່ວຍ ແທນການທົດລອງຢາທົ່ວໄປ. ການທົດລອງທາງຄລີນິກຈະເລີ້ມຂຶ້ນໃນປີຫນ້າດ້ວຍເງິນຊ່ວຍເຫຼືອ 2.46 ລ້ານໂດລາ.


ການສຶກສາໃຫມ່ກຳລັງປູທາງໃຫ້ແກ່ການນໍາໃຊ້ ເຕັກໂນໂລຊີ ສະຕິປັນຍາປະດິດ (Artificial Intelligence) ໃນການປິ່ນປົວໂຣກລົມບ້າໝູ.

ນັກຄົ້ນຄວ້າມະຫາວິທະຍາໄລ Monash ໄດ້ພັດທະນາຕົວຢ່າງ ທໍາອິດ ຂອງໂລກ ທີ່ພວກເຂົາຫວັງວ່າ ຈະຊ່ວຍໃຫ້ການ ຄາດຄະເນ ທາງເລືອກ ໃນການປິ່ນປົວສໍາລັບຜູ້ປ່ວຍໄດ້ດີຂຶ້ນ. Deborah Groarke ລາຍງານ.

ປະມານຫນຶ່ງໃນ 26 ຄົນ ເປັນໂຣກລົມບ້າຫມູ.

ນັ້ນແມ່ນປະມານ 70 ລ້ານຄົນ ທົ່ວໂລກ ແລະສາດສະດາຈານ Patrick Kwan ຜູ້ຊ່ຽວຊານດ້ານປະສາດຈາກມະຫາວິທະຍາໄລ Monash ກ່າວວ່າ ການຮູ້ກ່ຽວກັບອາການດັ່ງກ່າວນີ້ອາດຈະເປັນເລື່ອງທີ່ຫນ້າຕົກໃຈຫຼາຍ.

"ສໍາລັບຫຼາຍຄົນທີ່ໄດ້ເປັນໂຣກລົມບ້າຫມູ ຫຼືຖືກວິນິດໄສ (ວ່າເປັນ) ໂຣກລົມບ້າຫມູ. ມັນເປັນປະສົບການທີ່ປ່ຽນແປງຊີວິດຫຼາຍ. ທ່ານຮູ້ບໍວ່າ ພວກເຂົາຢູ່ໃນຄວາມບໍ່ແນ່ນອນ ກ່ຽວກັບວິທີ ທີ່ຈະເຮັດໃຫ້ ຊີວິດຂອງ ພວກເຂົາກັບຄືນສູ່ສະພາບປົກກະຕິ."

 ແຕ່ການປິ່ນປົວກໍສາມາດເປັນການຮັບມືຍາກສໍາລັບຜູ້ປ່ວຍ.

 ນາງ Gail Williams ເປັນນາງພະຍາບານທີ່ເຮັດວຽກໃນອົງການສນັບສນູນທີ່ເອີ້ນວ່າ Epilepsy Action Australia.

ນາງຍັງເປັນຄົນປ່ວຍເອງ, ນາງພະຍາຍາມໃຊ້ຢາຫຼາຍຊະນິດ ກ່ອນທີ່ຈະພົບການປິ່ນປົວ ທີ່ເຫມາະສົມກັບລາວ.

"ຂ້ອຍເປັນນາງພະຍາບານອາຊີບ, ແຕ່ຕອນເຕີບໃຫຍ່ຂຶ້ນຂ້ອຍເປັນຄົນທີ່ເປັນໂຣກລົມບ້າຫມູນຳອີກ ແລະແນ່ນອນຂ້ອຍຮູ້ເຖິງຜົນກະທົບຂອງການຜ່ານວົງຈອນໃນການພະຍາຍາມໃຊ້ຢາທີ່ ແຕກຕ່າງກັນເຫຼົ່ານັ້ນ."

ນາງ Williams ກ່າວວ່າ ຂັ້ນຕອນການທົດລອງຕ່າງໆອາດຈະມີຜົນສະທ້ອນ ທີ່ຮ້າຍແຮງ.

"ເມື່ອຄົນເຮົາກໍາລັງທົດລອງຢາ ແລະກໍມີອາການຊັກຢ່າງຕໍ່ເນື່ອງ, ມັກຈະມີການສູນເສັຍເວລາໃນບ່ອນເຮັດວຽກ, ມີຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນສໍາລັບຢາ, ແລະການຂາດ ການມີສ່ວນຮ່ວມໃນຊຸມຊົນ... ເຮົາພົບວ່າຄົນເຮົາອາດມີຄວາມກັງວົນຫລາຍໃນການເຂົ້າສັງຄົມເພາະວ່າ ມີຄວາມອ່ອນເພັຍຫລາຍຂຶ້ນນໍາອີກ."

ສາດສະດາຈານ Kwan ກ່າວວ່າ ວິທີການທົດລອງຢາແມ່ນສິ່ງທີ່ ທ່ານຫມໍ ຕ້ອງການຫຼີກລ້ຽງ.

 ລາວຫາກໍພິມຜົນຂອງການວິຈັຍ (ໃນວາຣະສານ JAMA Neurology ທີ່ມີອິດທິພົນ) ກ່ຽວກັບຕົວແບບໃຫມ່ທີ່ໃຊ້ສະຕິປັນຍາປະດິດ (Artificial Intelligence) ເພື່ອກໍາຈັດການຄາດເດົາບາງສ່ວນ.

"ສິ່ງທີ່ພວກເຮົາໄດ້ພັດທະນາແມ່ນແບບຢ່າງທີ່ຊ່ວຍໃຫ້ພວກເຮົາມີວິທີການ 'ເປັນສ່ວນບຸກຄົນ (Personalised)' ຫຼາຍຂຶ້ນ, ໂດຍຄໍານຶງເຖິງລັກສະນະຂອງຜູ້ປ່ວຍ, ຈາກນັ້ນ ຕົວຢ່າງກໍສາມາດ ມີການຄາດຄະເນວ່າ ໂອກາດທີ່ຜູ້ປ່ວຍມີອາການຕອບສະຫນອງ ກັບຢາທີ່ແຕກຕ່າງກັນຫຼາຍຊະນິດຫຼືບໍ່... ເພື່ອໃຫ້ພວກເຮົາ ໄດ້ຢາທີ່ຖືກຕ້ອງໃນການລອງທໍາອິດ."

ຮູບແບບນີ້ໄດ້ໃຊ້ຂໍ້ມູນທາງການແພດຈາກຜູ້ປ່ວຍຕ່ຳກວ່າ 1800 ຄົນ (1798) ຢູ່ທົ່ວໂລກ, ໃນສູນດູແລ ສຸຂະພາບຈາກອອສເຕຣເລັຍ, ມາເລເຊັຍ, ຈີນ ແລະ ສະຫະຣາຊອານາຈັກ.

ສາດສະດາຈານ ZongyuanGe ນໍາພາທີມງານ ສະຕິປັນຍາປະດິດ ທາງການແພດຂອງ ມະຫາວິທະຍາໄລ ໃນການສຶກສານີ້.

"ໂດຍທົ່ວໄປແລ້ວ, ໃນວິທີການເຮັດວຽກ ມັນຈະໃຊ້ຂໍ້ມູນ ຈາກລາຍງານ ທາງການແພດ ແລະຍັງຕົວປ່ຽນທາງຄລີນິກເຊັ່ນ: ອາຍຸ, ເພດ, ປະຫວັດການແພດກ່ອນຫນ້ານີ້, ແລະຢາທີ່ພວກເຂົາໄດ້ນໍາໃຊ້ ໃນໄລຍະສອງສາມປີທີ່ຜ່ານມາ. ແຕ່ພວກເຮົາຍັງໄດ້ຮັບສັນຍານວ່າ ຢາຊະນິດນີ້ໃຊ້ໄດ້ສໍາລັບຜູ້ປ່ວຍປະເພດນີ້ຫຼືບໍ່."

ສາດສະດາຈານ Kwan ກ່າວວ່າ ພວກເຂົາເຈົ້າ ໄດ້ຮັບຜົນ ທີ່ໃຫ້ກໍາລັງໃຈມາຮອດປັດຈຸບັນນີ້.

ຂັ້ນຕອນຕໍ່ໄປແມ່ນການທົດລອງທາງຄລີນິກ.

ແລະນັ້ນຈະເລີ້ມຂຶ້ນໃນປີຫນ້າດ້ວຍເງິນຊ່ວຍເຫຼືອ 2.46 ລ້ານ ໂດລາ ຈາກສະພາຄົ້ນຄວ້າການແພດສຸຂະພາບແຫ່ງຊາດ (the National Health Medical Research Council).

"ມັນຈະເປັນການສຶກສາແບບຫຼາຍສູນກາງໃນທົ່ວທັງຫົກຣັດ ໃນອອສເຕຣເລັຍ, ດັ່ງນັ້ນມັນຈຶ່ງຫນ້າຕື່ນເຕັ້ນຫຼາຍ. ສູນໂຣກລົມບ້າໝູທີ່ສຳຄັນທັງຫມົດກໍຈະມີສ່ວນກ່ຽວຂ້ອງ."

ພວກນັກຄົ້ນຄວ້າໄດ້ເຕືອນ ບໍ່ໃຫ້ເຫັນເທັກໂນໂລຈີ ເປັນການແກ້ໄຂທີ່ງ່າຍສໍາລັບໂຣກລົມບ້າໝູ.

ການພັດທະນາສະຕິປັນຍາປະດິດເພື່ອໃຫ້ມັນມີປະສິດທິພາບເທົ່າທີ່ ຈະເປັນໄປໄດ້ສໍາລັບທ່ານຫມໍທີ່ຈະໃຊ້ແມ່ນຈະໃຊ້ເວລາພໍສົມຄວນ ແລະສາດສະດາຈານ Kwan ກ່າວວ່າ ມັນຈະບໍ່ມີວັນຈະຖືກເອົາມາແທນ ທ່ານຫມໍຜູ້ຊ່ຽວຊານສະເພາະທາງ ແລະ ຄໍາແນະນໍາ.

"ຂ້າພະເຈົ້າມີນາຍໝໍດ້ານປະສາດ ທີ່ຍົກຄວາມກັງວົນວ່າສິ່ງນີ້ ອາດຈະສົ່ງຜົນກະທົບຕໍ່ຄວາມສໍາພັນລະຫວ່າງຄົນເຈັບ ແລະທ່ານຫມໍຂອງພວກເຂົາ... ແນວຄິດທີ່ວ່າມັນສາມາດປະຕິບັດໜ້າທີ່ ເປັນເຄື່ອງມືຊ່ອຍໃນການຕັດສິນໃຈ ເພື່ອສນັບສນູນນາຍໝໍດ້ານປະສາດທີ່ ຕັດສິນໃຈຮ່ວມກັນກັບຜູ້ປ່ວຍ"

ແຕ່ສໍາລັບພະນັກງານທາງການແພດ ແລະອະດີດຜູ້ປ່ວຍເຊັ່ນ Gail Williams, ເທັກໂນໂລຈີແບບນີ້ ແມ່ນເປັນບາດກ້າວ ໃນທິດທາງ ທີ່ຖືກຕ້ອງ.

"ຍັງມີຫຼາຍຄົນທີ່ຍັງບໍ່ຮູ້ທາງເລືອກໃນການປິ່ນປົວທີ່ມີຢູ່ ສໍາລັບໂຣກລົມບ້າໝູນີ້ ສະນັ້ນການເພີ່ມການຮັບຮູ້ຈະມີຜົນປໂຍດຢ່າງແນ່ນອນ."

ເນື້ອເລື່ອງໂດຍ Deborah Groarke ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ


Share