ການແຊກຊຶມຂອງສາຍລັບຈາກຕ່າງປະເທດໃນ ອອສເຕຣເລັຍ.
ຫົວຫນ້າອົງການສາຍລັບ ຂອງ ກ່າວວ່າ ພວກໂຕແທນຕ່າງປະເທດ ໄດ້ພະຍາຍາມຊອກຫາ ນັກຂ່າວອາວຸໂສ ຂອງອອສເຕຣເລັຍ ແລະແມ່ນແຕ່ ສະມາຊິກ ຂອງຄນະຕຸລາການ.
ເຈົ້າຫນ້າທີ່ຂອງ ASIO ກ່າວວ່າ ລາວໄດ້ຮັບການສນັບສນູນ ຢ່າງເຕັມທີ່ ຈາກນາຍົກຣັຖມົນຕີ ທີ່ຈະດໍາເນີນຕໍ່ໄປດ້ວຍພາຣະກິດຈາຣະກັມ (espionage) ທີ່ບໍ່ເຄີຍມີມາກ່ອນ, ເຖິງແມ່ນວ່າ ຈະມີການກົດດັນຈາກບາງສ່ວນທີ່ມີອິດທິພົນໃຫ້ຫຼຸດການ ດໍາເນີນງານຂອງຕົນ, ດັ່ງທີ່ Anna Henderson ແລະ Aymen Baghdadi ລາຍງານ.
ພັຍຂົ່ມຂູ່ທີ່ເພີ້ມຂຶ້ນນັ້ນ ໄດ້ເຮັດໃຫ້ຫນ່ວຍງານລັບທີ່ສຸດຂອງຊາດ ຕ້ອງເກີດຄວາມຮ້ອນຮົນ.
ເມື່ອບໍ່ດົນມານີ້ ASIO ໄດ້ເນັ້ນໜັກໃນການຕໍ່ຕ້ານກັບການກໍ່ການຮ້າຍ ແລະສົງຄາມ, ບັດນີ້ ການຈາຣກັມຕ່າງປະເທດ ໄດ້ກັບມາເປັນແກນຂອງທຸລະກິດ ຂອງຫນ່ວຍງານສອດແນມ ຂອງອອສເຕຣເລັຍ.
ຜູ້ອໍານວຍການໃຫຍ່ Mike Burgess ກ່າວວ່າ ASIO ບໍ່ເຄີຍຖືກຄອບງຳຫຼາຍແບບນີ້ມາກ່ອນ.
"ໃນຄວາມເຫັນຂອງຂ້າພະເຈົ້າ, ມັນຮູ້ສຶກຄືການຕໍ່ສູ້ມືຕໍ່ມື.ນີ້ຫມາຍຄວາມວ່າ ASIO ແມ່ນມີຄວາມຫຍຸ້ງຫຼາຍ ກວ່າ ທີ່ເຄີຍເປັນມາ: ຫຍຸ້ງຫຼາຍກວ່າທຸກເທື່ອໃນປວັດສາດ 74 ປີຂອງພວກເຮົາ, ຫຍຸ້ງຫຼາຍກວ່າສົງຄາມເຢັນ, ຫຍຸ້ງຫຼາຍກວ່າຕອນ 9/11 ແລະຫຍຸ້ງຫຼາຍກວ່າ ຕອນຈຸດຂຶ້ນສູງ ຂອງປັນຫາອິສລາມ."
ໃນການປັບປຸງຄວາມຫມັ້ນຄົງແຫ່ງຊາດ ປະຈໍາປີຂອງລາວ, ທ່ານ Burgess ບໍ່ໄດ້ລະບຸຊື່ວ່າແມ່ນປະເທດໃດ ທີ່ພະຍາຍາມເຂົ້າມາແຊກຊຶມແຕ່ໄດ້ເຕັມໃຈ ທີ່ຈະເປີດເຜີຍ ລາຍລະອຽດ ການດໍາເນີນງານທີ່ຊັບຊ້ອນ.
ຜູ້ອໍານວຍການໃຫຍ່ຂອງ ASIO ໄດ້ລະບຸເຖິງ ການດໍາເນີນງານ ຈໍານວນຫນຶ່ງ ລວມທັງ ການຂັບໄລ່ນັກສືບ ທີ່ໄດ້ຮັບການຝຶກອົບຮົມຂັ້ນສູງ ຈໍານວນຫນຶ່ງ ທີ່ຖືກຈັດວາງໄວ້ ໃນອອສເຕຣເລັຍ ເມື່ອຫລາຍປີກ່ອນ ເພື່ອຈະຫາເອົາຕົວແທນ ແລະລັກເອົາຂໍ້ມູນ ທີ່ ລະອຽດອ່ອນ.
"ໃນໄລຍະ 12 ເດືອນທີ່ຜ່ານມາ, ພວກເຮົາໄດ້ຄົ້ນພົບ ແລະຂັດຂວາງເຄືອຂ່າຍສອດແນມທີ່ສໍາຄັນ. ກ່ອນຫນ້ານີ້ ຂ້າພະເຈົ້າໄດ້ເປີດເຜີຍວ່າ ພວກເຮົາໄດ້ເອົາຮັງ (nest) ຂອງພວກສອດແນມອອກໄປແນວໃດ. ຂ້າພະເຈົ້າຂໍກ່າວເຖິງກໍລະນີຫລ້າສຸດນີ້ວ່າ ເປັນຮັງ ທີ່ຄ້າຍກັບຮັງເຜິ້ງ (hive) ຂອງນັກສືບ ເພາະມັນໃຫຍ່ກວ່າ ແລະເປັນອັນຕະລາຍກວ່າຮັງ ນົກ (nest). ພວກສອດແນມບໍ່ໄດ້ປະກາດໂຕ, ຫຼືເວົ້າອີກຢ່າງຫນຶ່ງວ່າ ພວກເຂົາເຈົ້າໄດ້ທໍາການເປັນສາຍລັບ. ບາງຄົນໄດ້ຖືກວາງໄວ້ ເມື່ອຫລາຍປີກ່ອນ. ນາຍໜ້າແລະຕົວແທນ ໄດ້ຖືກຄັດເລືອກໃຫ້ເປັນສ່ວນຫນຶ່ງ ຂອງເຄືອຂ່າຍທີ່ກວ້າງຂວາງ ແລະໃນບັນດາກິດຈະກັມ ທີ່ເປັນອັນຕະລາຍອື່ນໆ ແມ່ນພວກເຂົາເຈົ້າຕ້ອງການ ທີ່ຈະລັກຂໍ້ມູນທີ່ລະອຽດອ່ອນ."
ທ່ານ Burgess ໄດ້ໃຫ້ຄວາມຫມັ້ນໃຈ ແກ່ປະເທດວ່າ ພວກນັກສືບໄດ້ຫມົດໄປແລ້ວ.
"ພວກເຮົາໄດ້ເອົາພວກເຂົາອອກຈາກປະເທດນີ້ແລ້ວ, ທັງດ້ານສ່ວນຕົວ ແລະດ້ານອາຊີບ. ຮັງ (hive) ນັ້ນໄດ້ກາຍເປັນປວັດສາດ. ຂ້າພະເຈົ້າມີເຫດຜົນສອງຢ່າງ ທີ່ກໍາລັງຈະບອກທ່ານແມ່ນ: ທໍາອິດ, ມັນເປັນຕົວຢ່າງຂອງທ່າທີ ການຈາຣກັມທີ່ເຂັ້ມແຂງ ຫຼາຍຂຶ້ນ ຂອງ ASIO. ພວກເຮົາກໍາລັງຍົກລະດັບ ການສືບສວນຂອງພວກເຮົາ, ຂຍາຍຂີດຄວາມສາມາດຂອງພວກເຮົາ ແລະເຮັດໃຫ້ການຕອບສນອງ ຂອງພວກເຮົາ ແຫຼມຄົມຂຶ້ນ ແລະເຮັດໃຫ້ສະພາບແວດລ້ອມ ຄວາມໝັ້ນຄົງຂອງອອສເຕຣເລັຍເຂັ້ມແຂງຂຶ້ນ."
ໃນການປະຕິບັດການອັນຫນຶ່ງ, ໄດ້ມີຄວາມພະຍາຍາມທີ່ຈະຊື້ຈ້າງນັກຂ່າວອາວຸໂສ ຂອງອອສເຕຣເລັຍ ຜ່ານຄົນທ້ອງຖິ່ນ ອອສເຕຣເລັຍ ຜູ້ທີ່ບໍ່ໄດ້ເຊື່ອມໂຍງກັບ ຕ່າງປະເທດຢ່າງເປີດເຜີຍ.
ແຜນການ ແມ່ນຈະສເນີການເດີນທາງໄປສຶກສາຟຣີ ໃຫ້ກັບນັກຂ່າວ, ຈາກນັ້ນເມື່ອໄປຮອດ ຄົນທ້ອງຖິ່ນກໍຈະແນະນໍານັກຂ່າວ ໃຫ້ກັບເຈົ້າຫນ້າທີ່ຕ່າງປະເທດ ຊຶ່ງໃນຄວາມເປັນຈິງແລ້ວ ກໍແມ່ນສາຍລັບ.
ທ່ານ Burgess ກ່າວວ່າ ແມ່ນແຕ່ລະບົບສານ ກໍຕົກເປັນເປົ້າຫມາຍ.
"ພວກເຮົາຮູ້ວ່າສາຍລັບຕ້ອງການຄວາມເຂົ້າໃຈ ກ່ຽວກັບຄະດີຂອງສານ ທີ່ກ່ຽວຂ້ອງກັບຣັຖບານຂອງເຂົາເຈົ້າ, ແລະກໍາລັງຊອກຫາວິທີ ທີ່ຈະໃຊ້ການດຳເນີນຄະດີ ເປັນເຄື່ອງມືໃນການເກັບກໍາຂໍ້ມູນ. ນັກສືບຕ່າງປະເທດ ໄດ້ມີຄວາມຮຸນແຮງຫລາຍຂຶ້ນ ໃນສະຫະຣັດເມື່ອບໍ່ດົນມານີ້, ໂດຍຂັດຂວາງການດໍາເນີນຄະດີ ແລະຄວບຄຸມຜົນການຕັດສິນ ຊຶ່ງເທົ່າກັບການໂຈມຕີ ຫຼັກການກົດຫມາຍ."
ທ່ານກ່າວວ່າ ແມ່ນແຕ່ກຸ່ມນັກເຄື່ອນໄຫວ ດ້ານສິດທິມະນຸດ ກໍໄດ້ຢູ່ໃນລາຍຊື່ການເປົ້າຫມາຍຂອງພວກເຂົາເຈົ້າ.
"ໃນກໍລະນີຫນຶ່ງ, ຫນ່ວຍງານສາຍລັບໄດ້ເລີ່ມຕິດຕາມສອດແນມ ນັກເຄື່ອນໄຫວສິດທິມະນຸດ ແລະວາງແຜນລໍ້ລວງເປົ້າຫມາຍໃນຕ່າງປະເທດ, ບ່ອນທີ່ພວກເຂົາອາດຈະຖືກ–"ກຳຈັດ". ໃນອີກອັນຫນຶ່ງ,ລູກນ້ອງຄົນນຶ່ງໄດ້ຖືກສົ່ງໄປຊອກຫາຜູ້ຂັດຂວາງ ແລະ–"ຈັດການກັບພວກເຂົາ". ນີ້ແມ່ນສິ່ງທີ່ ການແຊກແຊງ ຈາກຕ່າງປະເທດອາດ ຈະເປັນໄປໄດ້ ຖ້າຫາກບໍ່ມີການກວດສອບ. ນີ້ແມ່ນການແຊກແຊງ ຈາກຕ່າງປະເທດທີ່ໂຫດຮ້າຍທີ່ສຸດ. ມັນເປັນສິ່ງທີ່ຍອມຮັບບໍ່ໄດ້ ແລະບໍ່ສາມາດປ້ອງກັນໄດ້. ມັນເປັນການໂຈມຕີ ຕໍ່ອະທິປະໄຕຂອງເຮົາ ແລະຕໍ່ເສຣີພາບພາບຂອງເຮົາ."
ພວກນັກວິຈັຍກ່າວວ່າ ສ່ວນນຶ່ງຂອງແຮງຈູງໃຈໃນລາຍລະອຽດການດໍາເນີນງານຂອງ ASIO ຄືການສ້າງຄວາມຫມັ້ນໃຈ ແກ່ພັນທະມິດ AUKUS ທີ່ກຽມແບ່ງປັນຄວາມລັບດ້ານນີວເຄລັຍ ທີ່ອອສເຕຣເລັຍ ສາມາດຮັກສາໄວ້ໄດ້.
ແຕ່ຜູ້ອໍານວຍການ ຍັງໄດ້ເປີດເຜີຍວ່າ ມີການຕໍ່ຕ້ານຈາກທຸລະກິດ, ສະຖາບັນການສຶກສາ ແລະສິ່ງທີ່ທ່ານກ່າວເຖິງວ່າ ເປັນລະບົບຣາຊການ ເພື່ອຈໍາກັດການດໍາເນີນງານບາງຢ່າງ ເພື່ອຫຼີກລ້ຽງທີ່ຈະເຮັດໃຫ້ລະບອບການປົກຄອງ ຂອງຕ່າງປະເທດບໍ່ພໍໃຈ.
ນາຍົກຣັຖມົນຕີ Anthony Albanese ໄດ້ຍ້ອງຍໍຜົນງານຂອງ ASIO ແລະກ່າວວ່າຣັຖບານຈະສືບຕໍ່ການສນັບສນູນນີ້.
"ASIO ກໍາລັງເຮັດສິ່ງທີ່ຖືກຕ້ອງ ແລະພວກເຂົາ ໄດ້ຮັບການສນັບສນູນ ຈາກຣັຖບານຂອງຂ້າພະເຈົ້າ ໃນການກະທໍາທັງຫມົດ ຂອງພວກເຂົາ."
ມັນເປັນຂໍ້ຄວາມທີ່ຄ້າຍຄືກັນ ຈາກຮອງຜູ້ນໍາ ພັກ Liberal, Sussan Ley.
"ຂໍ້ຄວາມຂອງຂ້າພະເຈົ້າແມ່ນຊັດເຈນ, ຖອຍອອກໄປ. ເຮົາບໍ່ໄດ້ຂາຍຄວາມຫມັ້ນຄົງຂອງຊາດ ແລະປະຊາທິປະໄຕຂອງພວກເຮົາ.ຢ່າຂາຍຜົນປໂຍດຂອງຊາດ. ຢ່າຂາຍຜົນປໂຍດຂອງຊາດ. ເຮົາຈະບໍ່ຂາຍປະຊາທິປະໄຕຂອງເຮົາ"
Anna Henderson ແລະ Aymen Baghdadi ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.