ຄຳເຕືອນໃຫ້ລະວັງການຫຼອກລວງທາງ ອິນເຕີເນັດ ທາງເວັບໄຊ້ດ໌ ATO

Australian Taxation Office

ສຳນັກງານພາສີ ອອສເຕຣເລັຍ ທີ່ ຊິດນີ Source: AAP

ອາດຊະຍາກັມທາງໄຊເບີກຳລັງລະບາດ. ATO ໄດ້ອອກມາເຕືອນຜູ້ທີ່ຕິດຕໍ່ ATO ວ່າ ກຳລັງພະຍາຍາມປິດບັນຊີປອມເຫຼົ່ານີ້ ແຕ່ກໍຕ້ອງປະເຊີນກັບປັນຫາຕ່າງໆ. ສະນັ້ນ ເພື່ອປ້ອງກັນໂຕເອງ, ຜູ້ໃຊ້ຄວນມີຄວາມຕື່ນໂຕຢູ່ສເມີ ເມື່ອໃຊ້ ອິນເຕີເນັດ.


ຄຳເຕືອນໃຫ້ລະວັງການຫຼອກລວງທາງ ອິນເຕີເນັດ ທາງເວັບໄຊ້ດ໌ ATO

ຜູ້ບໍຣິໂພກກໍາລັງຖືກເຕືອນ ບໍ່ໃຫ້ໃຊ້ເວັບໄຊສື່ສັງຄົມອອນລາຍ ເພື່ອສື່ສານ ກັບຫ້ອງການພາສີ ຂອງອອສເຕຣເລັຍ (Australian Tax Office).

ບັນຊີສື່ສັງຄົມອອນລາຍປອມ ທີ່ຖືກຈັດຂຶ້ນເພື່ອແອບອ້າງເປັນເຈົ້າຫນ້າທີ່ພາສີ ແລະຫຼອກລວງຜູ້ເຄາະຮ້າຍ ເປັນເງິນຫຼາຍພັນໂດລາ ເລີ່ມຖືກລາຍງານອອກມາ. Tys Occhiuzzi ລາຍງານ.

ມັນເປັນການຫຼອກລວງຫຼ້າສຸດ ທີ່ແນໃສ່ລູກຄ້າ ທີ່ຫັນໄປຫາສື່ສັງຄົມອອນລາຍ ເພື່ອຂໍຄວາມຊ່ວຍເຫຼືອ.

ບັນຊີທີ່ແອບອ້າງເປັນພະນັກງານຫ້ອງການພາສີ ຂອງອອສເຕຣເລັຍ (ATO) ບໍ່ວ່າຈະເປັນການສົ່ງຂໍ້ຄວາມໂດຍກົງ ຫຼືໃຫ້ຄໍາເຫັນ ກ່ຽວກັບຂໍ້ຄວາມ ຂອງຜູ້ບໍຣິໂພກ ແລ້ວກໍໄດ້ລັກເອົາຂໍ້ມູນສ່ວນຕົວ ຂອງເຂົາເຈົ້າ.

ATO ກໍາລັງຮ່ວມມືກັບບໍຣິສັດສື່ສັງຄົມອອນລາຍ ເພື່ອປິດບັນຊີປອມເຫຼົ່ານັ້ນແຕ່ກໍາລັງປະເຊີນ ກັບການຕໍ່ສູ້ທີ່ຍາກລຳບາກ.

Tim Loh ເປັນຜູ້ຊ່ວຍຜູ້ບັນຊາການຂອງ ATO.

"ສິ່ງທີ່ພວກເຮົາຕ້ອງການ ແມ່ນການຊ່ວຍເຫຼືອ ຈາກສາທາຣະນະຊົນເພື່ອໃຫ້ແນ່ໃຈວ່າ ທ່ານມີຄວາມລະມັດລະວັງ ໃນຂນະທີ່ ພວກເຮົາປິດບັນຊີເຫຼົ່ານີ້. ດັ່ງທີ່ທ່ານຮູ້, ບັນຊີເຫຼົ່ານີ້ມີຫຼາຍຂຶ້ນ, ແລະສິ່ງທີ່ພວກເຮົາກໍາລັງພະຍາຍາມເຮັດ ແລະເຮັດວຽກ ຮ່ວມກັບອົງກອນສື່ສັງຄົມອອນລາຍ ແມ່ນເພື່ອເຮັດໃຫ້ແນ່ໃຈວ່າ ພວກເຮົາສາມາດປິດບັນຊີເຫຼົ່ານີ້ ໃຫ້ໄວເທົ່າທີ່ຈະໄວໄດ້. ຄໍາແນະນໍາຫນຶ່ງ ທີ່ຂ້ອຍມີສໍາລັບທຸກຄົນ ຖ້າຫາກວ່າພວກເຂົາ ບໍ່ແນ່ໃຈ ກ່ຽວກັບການຕິດຕໍ່ຂອງພວກເຂົາ ກັບບັນຊີສື່ສັງຄົມນັ້ນທ່ານຄວນກວດເບິ່ງເວັບໄຊທ໌ຂອງ ATO, www.ato.gov.au/scams."

Tim Loh ເປັນຜູ້ຊ່ວຍຜູ້ບັນຊາການຂອງ ATO ກ່າວວ່າ ເມື່ອລູກຄ້າຕິດຕໍ່ອອນໄລນ໌ເພື່ອຂໍຄວາມຊ່ວຍເຫຼືອ, ບັນຊີປອມກໍຈະຕິດຕໍ່ກັບພວກເຂົາໂດຍກົງ ແລະສເນີທີ່ຈະຊ່ວຍແກ້ໄຂບັນຫາ.

ຈາກນັ້ນພວກເຂົາເຈົ້າຈະຂໍໃຫ້ຜູ້ໃຊ້ຄລິກໃສ່ການເຊື່ອມຕໍ່ ຫຼືໃຫ້ຂໍ້ມູນທີ່ເປັນຄວາມລັບ ທາງອອນໄລນ໌.

ທ່ານ Loh ກ່າວວ່າ ນີ້ຄວນຈະເປັນສິ່ງແຈ້ງເຕືອນແກ່ລູກຄ້າ.

"ສິ່ງທີ່ພວກເຮົາກໍາລັງເວົ້າກັບຜູ້ທີ່ມີສ່ວນຮ່ວມ ກັບບັນຊີເຫຼົ່ານີ້ ໃນສື່ສັງຄົມອອນລາຍແມ່ນ: ATO ຈະບໍ່ຂໍຂໍ້ມູນສ່ວນຕົວຂອງທ່ານ ໃນສື່ສັງຄົມອອນລາຍ."

ຊາວອອສເຕຣເລັຍໄດ້ເສັຍເງິນເກືອບ 570 ລ້ານໂດລາ ຈາກການຫລອກລວງໃນ ປີ 2022.

ການຫຼອກລວງດ້ານການລົງທຶນ ເຮັດໃຫ້ຜູ້ເຄາະຮ້າຍເສັຍເງິນຫຼາຍທີ່ສຸດ, ແຕ່ມັນເປັນການຫຼອກລວງ, ການທວງເງິນປອມ ແລະການຫຼອກລວງໃນການຊື້ຂາຍອອນໄລນ໌ ທີ່ມີການລາຍງານຫຼາຍທີ່ສຸດ.

ມີເກືອບ 16,000 ລາຍງານ ກ່ຽວກັບການແອບອ້າງ ຂອງຫ້ອງການພາສີ, ໂດຍດຶງເງິນເກືອບ 80 ພັນໂດລາ ແລະເປີດເຜີຍລາຍລະອຽດສ່ວນຕົວ ທີ່ລະອຽດອ່ອນ.

ຈຳນວນລາຍງານສູງສຸດ ແມ່ນມາຈາກຄົນ ທີ່ມີອາຍຸ 65 ປີຂຶ້ນໄປ.

ສາດສະດາຈານ Nigel Phair ຜູ້ຊ່ຽວຊານດ້ານຄວາມປອດພັຍທາງໄຊເບີ (cyber security) ທີ່ມະຫາວິທະຍາໄລ Monash ກ່າວວ່າ ວິທີການໃຫມ່ຂອງພວກສໍ້ໂກງນີ້ ເປັນການທ້າທາຍເພີ່ມເຕີມ ຕໍ່ການບັງຄັບໃຊ້ກົດຫມາຍ.

"ບໍ່ມີຫຍັງຫຼາຍທີ່ໄດ້ເຮັດ (ໄປແລ້ວ) ແລະບໍ່ມີຫຍັງຫຼາຍທີ່ຈະສາມາດເຮັດໄດ້. ຜູ້ທີ່ກໍາລັງເຮັດຜິດນີ້ ກໍາລັງເຮັດບັນຊີ ATO ປອມ. ນັ້ນກໍນັບມື້ນັບຮ້າຍແຮງຂຶ້ນ ຍ້ອນຄວາມຈິງທີ່ວ່າ ພະນັກງານ ATO ທີ່ມີບັນຊີສື່ສັງຄົມອອນລາຍ ຂອງຕົນເອງ ເຊິ່ງເປັນເລື່ອງຂອງສັງຄົມ ແລະກ່າວເຖິງການຈ້າງງານຂອງພວກເຂົາເຈົ້າ ດັ່ງນັ້ນພວກອາດຊະຍາກອນ ຈຶ່ງໄດ້ໃຊ້ຄວາມຖືກຕ້ອງໃນລະດັບນັ້ນ."

ຫ້ອງການພາສີໄດ້ແນະນໍາໃຫ້ລູກຄ້າເຝົ້າລະວັງເຄື່ອງໝາຍສີຟ້າ (blue tick) ໃນສື່ສັງຄົມອອນລາຍ ເພື່ອເປັນການຢັ້ງຢືນວ່າເປັນບັນຊີທາງການ.

ສາດສະດາຈານ Nigel Phair ກ່າວວ່າ ແຕ່ນັ້ນຍັງບໍ່ປອດພັຍຢ່າງແທ້ຈິງ.

"ທ່ານສາມາດຊື້ເຄື່ອງໝາຍສີຟ້າ (blue tick) ຈາກ Twitter ໄດ້. ມັນບໍ່ໄດ້ຢັ້ງຢືນຄວາມຖືກຕ້ອງແທ້ໆຫຼືບໍ່ ຂອງບັນຊີ. ຂ້າພະເຈົ້າຄິດວ່າ ປະຊາຊົນ ເມື່ອພວກເຂົາເບິ່ງບັນຊີຣັຖບານ, ພວກເຂົາເຈົ້າຈໍາເປັນຕ້ອງເບິ່ງ URL ທີ່ກ່ຽວຂ້ອງ. ເຂົາເຈົ້າຕ້ອງເບິ່ງວ່າມັນກັບໄປບ່ອນໃດ. ພວກເຂົາຕ້ອງເລີ່ມຄິດຫາວິທີອື່ນ ເພື່ອຕິດຕໍ່ກັບຫນ່ວຍງານຂອງຣັຖບານ, ແລະເຊັ່ນດຽວກັນກັບ ຫນ່ວຍງານຂອງຣັຖບານເຫຼົ່ານັ້ນ ຈໍາເປັນຕ້ອງຄິດ ກ່ຽວກັບວິທີ ທີ່ພວກເຂົາສື່ສານກັບຜູ້ບໍຣິໂພກ."

ຜູ້ໃຊ້ ຄວນມີຄວາມຕື່ນໂຕຢູ່ສເມີ ຕອນໃຊ້ອິນເຕີເນັດ.
 
ເນື້ອເລື່ອງໂດຍ Tys Occhiuzzi ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share