ການເຊັນສັນຍາຊື້ເຮືອດຳນ້ຳໄດ້ຖືກໂຈມຕີຈາກ ຝ່າຍດຽວກັນຢ່າງຄາດບໍ່ເຖິງ.

Paul Keating_National Press Club

ໃນລະຫວ່າງການກ່າວຄໍາປາໄສ ຕໍ່ສະໂມສອນນັກຂ່າວແຫ່ງຊາດ, ທ່ານ Paul Keating ບໍ່ພຽງແຕ່ຕິຕຽນຂໍ້ສັນຍາເທົ່ານັ້ນ, ແຕ່ຍັງຕິຕຽນຝ່າຍການເມືອງຂອງລາວເອງເຊັ່ນກັນ. Source: AAP / AAP Image/Lukas Coch

Get the SBS Audio app

Other ways to listen


Published

By Anna Henderson, Alex Anyfantis
Presented by Sak Phoumirath
Source: SBS

Share this with family and friends


ການເຊັນສັນຍາຊື້ເຮືອດຳນ້ຳ AUKUS ຊຶ່ງຈະຖືກຜລິດໃນ ອອສເຕຣເລັຍ ໄດ້ຖືກໂຈມຕີຈາກ ອະດີດນາຍົກຣັຖມົນຕີ ພັກແຮງງານ ທ່ານ Paul Keating ທີ່ ບໍ່ພຽງແຕ່ຕິຕຽນຂໍ້ສັນຍາເທົ່ານັ້ນ, ແຕ່ຍັງຕິຕຽນຝ່າຍການເມືອງ ຂອງລາວເອງເຊັ່ນກັນ.


ການເຊັນສັນຍາຊື້ເຮືອດຳນ້ຳໄດ້ຖືກໂຈມຕີຈາກ ຝ່າຍດຽວກັນຢ່າງຄາດບໍ່ເຖິງ.

ນາຍົກຣັຖມົນຕີ ກັບຄືນສູ່ອອສເຕຣເລັຍ ຢ່າງມີໄຊຊະນະ ຫລັງຈາກໄດ້ປະສົບຄວາມສຳເຣັດຄັ້ງໃຫຍ່ ໃນການຊື້ເຮືອດຳນ້ຳນິວເຄລັຍ ແລະຈະຖືກຜລິດໃນທ້ອງຖິ່ນ.

ທ່ານ Anthony Albanese ໄດ້ມີສ່ວນຮ່ວມ ໃນຊ່ວງເວລາປວັດສາດ ທີ່ຖານທັບເຮືອ Point Loma ເພື່ອທຳຂໍ້ຕົກລົງ ຊື້ເຮືອດຳນ້ຳ AUKUS, ກ່ອນທີ່ ຈະແວ່ປະເທດຕ່າງໆໃນ Pacific ໃນການເດີນທາງກັບບ້ານຂອງທ່ານ.

ແຕ່ກໍມີຜູ້ທີ່ບໍ່ເຫັນດີນຳ ທີ່ມີອິດທິພົນ ແລະໜ້າຢ້ານເກີດຂຶ້ນ, ນໍາພາໂດຍອະດີດນາຍົກຣັຖມົນຕີ ພັກແຮງງານ ທ່ານ Paul Keating. Anna Henderson ແລະ Alex Anyfantis ລາຍງານ.

ການຢຸດແວ່ທາງພາກໃຕ້ Pacific ຂອງທ່ານ Anthony Albanese ບໍ່ແມ່ນພຽງແຕ່ຈະຫາໂອກາດຖ່າຍຮູບເທົ່ານັ້ນ.

ຜູ້ນໍາຄົນໃຫມ່ຂອງຟີຈີ, ທ່ານ Sitiveni Rabuka ໄດ້ຕ້ອນຮັບນາຍົກຣັຖມົນຕີ ຂອງອອສເຕຣເລັຍ ທີ່ຄ້າຍ Blackrock, ບ່ອນທີ່ ກອງທັບອອສເຕຣເລັຍໄດ້ຝຶກອົບຮົມ ກໍາລັງທ້ອງຖິ່ນ ຊຶ່ງໄດ້ຮັບການພັດທະນາຄືນໃຫມ່ ດ້ວຍເງິນຂອງອອສເຕຣເລັຍ.

ທ່ານ Rabuka ຍັງໄດ້ໃຫ້ຄວາມເຫັນ ກ່ຽວກັບຂໍ້ຕົກລົງເຮືອດຳນ້ຳນິວເຄລັຍ ຣາຄາ 368 ພັນລ້ານໂດລາ ລະຫວ່າງອອສເຕຣເລັຍ, ສະຫະຣັດ ແລະອັງກິດ.

"ພວກເຮົາ ມີຄວາມສໍາພັນທີ່ພິເສດ ດັ່ງໃນການປະກາດຂອງທ່ານ, ຖແລງງການຮ່ວມ ທີ່ທ່ານໄດ້ກ່າວ. ເມື່ອທ່ານຫວນຄິດຄືນຫລັງ ກ່ຽວກັບບັນຫາຂັດແຍ້ງຕ່າງໆ ຂອງໂລກໃນອະດີດ. ເຮົາບໍ່ສາມາດຫຼີກຈາກວິໄສທັດຂອງເພື່ອນບ້ານທີ່ຢືນຂຶ້ນໄດ້.

ທ່ານ Albanese ກ່າວວ່າ ອອສເຕຣເລັຍກໍາລັງລົງທຶນ ຫຼາຍກວ່າຂີດຄວາມສາມາດ ດ້ານການປ້ອງກັນປະເທດ.

"ອອສເຕຣເລັຍ ກໍາລັງລົງທຶນໃນຂີດຄວາມສາມາດ ຂອງພວກເຮົາ, ແຕ່ພວກເຮົາ ຍັງລົງທຶນໃນຄວາມສຳພັນ ຂອງພວກເຮົາ ແລະມັນດີຫຼາຍທີ່ໄດ້ຮັບການຕ້ອນຮັບ ໂດຍທ່ານນາຍົກຣັຖມົນຕີ Rabuka ໃນປະເທດຟີຈີນີ້."

ຟີຈີ ເປັນຜູ້ລົງນາມໃນສົນທິສັນຍາ Raratonga ຊຶ່ງປ້ອງກັນບໍ່ໃຫ້ ບັນດາປະເທດທີ່ລົງນາມ ມີອາວຸດນິວເຄລັຍ.

ແຕ່ເຮືອດຳນ້ຳນິວເຄລັຍ ພາຍໃຕ້ຂໍ້ຕົກລົງ AUKUS ນັ້ນ ບໍ່ຜິດສົນທິສັນຍາ ເພາະວ່າມັນມີພຽງແຕ່ອາວຸດທີ່ບໍ່ແມ່ນນິວເຄລັຍ.

ນາຍົກຣັຖມົນຕີ Rabuka ກ່າວວ່າ ທ່ານພໍໃຈກັບຄໍາຮັບຮອງເຫຼົ່ານັ້ນ, ແລະບໍ່ໄດ້ກຽມພ້ອມ ສໍາລັບການຂັດແຍ້ງໃນພູມິພາກ.

"ຂ້າພະເຈົ້າໄດ້ໂທກັບມາສະແດງຄວາມຍິນດີກັບທ່ານ ໃນການປະກາດນັ້ນ. ແລະຂ້າພະເຈົ້າໄດ້ສົ່ງຂ່າວສານ ສະແດງຄວາມຍິນດີຕໍ່ເຈົ້າຫນ້າທີ່ຂອງທ່ານ."

ນາຍົກຣັຖມົນຕີອອສເຕຣເລັຍຕອບໂດຍສະແດງຄວາມຂອບໃຈ ຕໍ່ຄູ່ຮ່ວມງານຟີຈີຂອງທ່ານ.

"ຂອບໃຈສໍາລັບການສົນທະນາ ແລະຂອບໃຈສໍາລັບ ການສນັບສນູນທີ່ອົບອຸ່ນ ຂອງທ່ານ ແລະການຢືນຢັນວ່າ ທ່ານຕ້ອງການວິທີການວ່າ ຄອບຄົວຕ້ອງມາກ່ອນ ກ່ຽວກັບຄວາມປອດພັຍ ຊຶ່ງກໍແມ່ນແນວທາງຂອງພວກເຮົາເຊັ່ນດຽວກັນ."

ຟີຈີ ອາດຈະຢູ່ຄຽງຂ້າງກັບ AUKUS, ແຕ່ທີ່ອອສເຕຣເລັຍ, ນະໂຍບາຍໄດ້ເປັນເລື້ອງຂອງການໂຈມຕີ ທີ່ຄາດບໍ່ເຖິງ ຈາກອະດີດນາຍົກຣັຖມົນຕີ ພັກແຮງງານ ທີ່ມີຄຸນວຸດທິ, ທ່ານ Paul Keating.

"ສໍາລັບ 360 ພັນລ້ານໂດລາ, ພວກເຮົາຈະໄດ້ຮັບເຮືອດຳນ້ຳແປດລໍາ. ມັນຕ້ອງເປັນຂໍ້ຕົກລົງທີ່ຮ້າຍແຮງທີ່ສຸດໃນປວັດສາດ. ແຕ່ດ້ວຍເງິນ 360 (ພັນລ້ານ). ຖ້າພວກເຮົາຊື້ເຄື່ອງທົດແທນເຮືອ ຂັ້ນ Collins, ພວກເຮົາຈະໄດ້ເຮືອດຳນ້ຳຢ່າງຫນ້ອຍ 40-50 ລໍາ."

ໃນລະຫວ່າງການກ່າວຄໍາປາໄສ ຕໍ່ສະໂມສອນນັກຂ່າວແຫ່ງຊາດ, ທ່ານ Paul Keating ບໍ່ພຽງແຕ່ຕິຕຽນຂໍ້ສັນຍາເທົ່ານັ້ນ, ແຕ່ຍັງຕິຕຽນຝ່າຍການເມືອງຂອງລາວເອງເຊັ່ນກັນ.

ບໍ່ຫນ້າແປກໃຈ ທີ່ປັກກິ່ງໄດ້ຕອບໂຕ້ຢ່າງຮຸນແຮງ ໃນຊົ່ວເວລາຂ້າມຄືນ.

"ຖແລງການຮ່ວມຄັ້ງຫຼ້າສຸດ ທີ່ອອກໂດຍສະຫະຣັດ, ອັງກິດ ແລະອອສເຕຣເລັຍສະແດງໃຫ້ເຫັນວ່າ ສາມປະເທດໄດ້ກ້າວໄປໄກແລ້ວໃນເສັ້ນທາງ ທີ່ບໍ່ຖືກຕ້ອງ ແລະອັນຕະຣາຍ ເພື່ອຜົນປໂຍດສ່ວນຕົວ ທາງດ້ານພູມສາດຂອງຕົນເອງ, ໂດຍບໍ່ເອົາໃຈໃສ່ຢ່າງສິ້ນເຊີງ ຕໍ່ຄວາມກັງວົນຂອງປະຊາຄົມສາກົນ."

ປະເທດອື່ນໆ ໃນເຂດພູມິພາກກໍໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບຂໍ້ຕົກລົງດັ່ງກ່າວ.

ເຈົ້າຫນ້າທີ່ອະວຸໂສຂອງອິນໂດເນເຊັຍ ທ່ານນຶ່ງ ໄດ້ຖືກອ້າງຄໍາເວົ້າວ່າ: "AUKUS ໄດ້ຖືກສ້າງຂຶ້ນ ເພື່ອການຕໍ່ສູ້".

ທ່ານ Albanese ໄດ້ໂອ້ລົມໂດຍກົງ ກັບປະທານາທິບໍດີອິນໂດເນເຊັຍ ທ່ານ Joko Widodo ກ່ອນການເປີດໂຕ.

ທ່ານນາງ Penny Wong, ຣັຖມົນຕີການຕ່າງປະເທດອອສເຕຣເລັຍ, ກຳລັງພະຍາຍາມ ທີ່ຈະຫຼຸດຜ່ອນຄວາມເປັນຫ່ວງ ໂດຍຢືນຢັນໃນການກ່າວຄໍາປາສັຍສລຸບ ໃນມື້ນີ້ ຕໍ່ຄນະທູດຫລາຍປະເທດ ຮວມທັງຈີນດ້ວຍ.

"ຄວາມຕັ້ງໃຈຂອງອອສເຕຣເລັຍ ໃນການສ້າງຂີດຄວາມສາມາດນີ້ ແມ່ນເພື່ອ ປະກອບສ່ວນເຂົ້າໃນຄວາມຫມັ້ນຄົງ, ຄວາມສງົບ ແລະຄວາມຈະເລີນຮຸ່ງເຮືອງຂອງພູມິພາກ. ເຮົາໄດ້ສົນທະນາ ກັບພັນທະມິດຂອງເຮົາມານານແລ້ວ, ພວກເຂົາກໍເຂົ້າໃຈວ່າ ນັ້ນແມ່ນຄວາມຕັ້ງໃຈຂອງພວກເຮົາ."

ຕອນນີ້ ຄວາມຕັ້ງໃຈຂອງອອສເຕຣເລັຍ ກຳລັງຢູ່ໃນຄວາມສົນໃຈຂອງພູມິພາກ ຢ່າງຫຼີກລ້ຽງບໍ່ໄດ້.

Anna Henderson ແລະ Alex Anyfantis ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share