ອະນາຄົດຂອງ Australia Post ກຳລັງຈະຖືກປະເມີນ ແລະທົບທວນໃໝ່.
ບໍຣິການສົ່ງຈົດຫມາຍປະຈໍາວັນ ອາດຈະກາຍເປັນອະດີດໃນໄວໆນີ້ ຫຼັງຈາກທີ່ Australia Post ໄດ້ລາຍງານ ການຂາດທຶນໝົດປີເຕັມ ເປັນຄັ້ງທໍາອິດ ນັບຕັ້ງແຕ່ ປີ 2015.
ກາງ ໄດ້ເປີດການທົບທວນ ຂອງອົງກອນທີ່ ອາດຈະເຫັນການຫົດໂຕຂອງການບໍຣິການບາງຢ່າງ ເພື່ອຮັບປະກັນ ອະນາຄົດຂອງມັນເອງ. Danielle Robertson ລາຍງານ.
ໃນອະດີດ, ສິ່ງທີ່ເຄີຍເປັນເຄື່ອງມື ທີ່ສໍາຄັນ ໃນການສື່ສານ ອາດຈະຖືກລົບລ້າງຢ່າງຖາວອນ.
Andrew Eagers ໄດ້ເຮັດວຽກເປັນເຈົ້າຫນ້າທີ່ສົ່ງໄປສະນີ ມາເປັນເວລາຫລາຍກວ່າສິບປີແລ້ວ ແລະກ່າວວ່າ ລາວໄດ້ສັງເກດເຫັນ ການປ່ຽນແປງອັນໃຫຍ່ຫລວງ ໃນເວລານັ້ນ.
“ແນ່ນອນວ່າ ການຫຼຸດຈຳນວນລົງ ຂອງຈົດຫມາຍ ແຕ່ສ່ວນພັດສະດຸກໍຍັງພໍມີຫຼາຍຢູ່. ຂ້ອຍໄດ້ເປັນ postie ເປັນເວລາ 13ປີ ແລ້ວ ແລະຂ້ອຍ ໄດ້ຮັກທຸກໆມື້ຂອງວຽກນີ້. ການເວົ້າກັບລູກຄ້າ ແລະເຫັນເດັກນ້ອຍສະແດງຄວາມດີໃຈເມື່ອເຫັນພວກເຮົາ ມາຕາມຖນົນ. ຂ້ອຍຮັກມັນ ແລະຂ້ອຍມັກມາ ເຮັດວຽກທຸກມື້ ແລະກໍບໍ່ເຫັນວ່າ ເປັນຫຍັງຂ້ອຍຕ້ອງຈະປ່ຽນ.”
ແຕ່ອາດຈະມີການປ່ຽນແປງເກີດຂຶ້ນ ກັບການດໍາເນີນງານ ປະຈໍາວັນຂອງລາວ ແລະການບໍຣິການທີ່ລາວເຮັດຢູ່.
Australia Post ກ່າວວ່າ ຕອນນີ້ ການສົ່ງຈົດຫມາຍປະຈໍາວັນ ນີ້ແມ່ນຢູ່ພາຍໃຕ້ການທົບທວນ ແລະຜົນກໍຄື ການບໍຣິການອາດຫລຸດລົງ ໃນບໍ່ຊ້ານີ້.
ມັນກ່າວວ່າ ທຸຣະກິດຈົດຫມາຍນັ້ນ ໄດ້ເຮັດໃຫ້ຂາດທຶນເກືອບ 190 ລ້ານໂດລາ ໃນເຄິ່ງປີທໍາອິດ ຂອງປີງົບປະມານ.
ອົງກອນໄດ້ຄາດການໄວ້ວ່າ ໃນທ້າຍທົດສະວັດ ຄອບຄົວຈະໄດ້ຮັບຈົດຫມາຍ ຫນ້ອຍກວ່າຫນຶ່ງສະບັບ ຕໍ່ອາທິດ.
ຄວາມເປັນໄປໄດ້ ແມ່ນໄດ້ຮັບຄໍາຕອບທີ່ສັບສົນ.
“ພວກເຮົາໃຊ້ຈົດຫມາຍໃນທຸຣະກິດຂອງພວກເຮົາ ດັ່ງນັ້ນ ມັນຈະສົ່ງຜົນກະທົບຕໍ່ພວກເຮົາ. ມັນເປັນເລື້ອງດີ ທີ່ຈະໄດ້ຮັບບັດວັນເກີດ ແລະນັ້ນຕ້ອງມາທາງໄປສະນີ. ຂ້ອຍເຖົ້າແລ້ວ ດັ່ງນັ້ນ ຂ້ອຍຈຶ່ງມັກທີ່ຈະໄດ້ຮັບມັນ ແທນທີ່ ທຸກຢ່າງຈະມາທາງອີເມວ. ຂ້ອຍບໍ່ແມ່ນຄົນມັກຍາກ, ທຸກມື້ນີ້ ທຸກສິ່ງທຸກຢ່າງແມ່ນເຮັດທາງອີເມວ. ສະນັ້ນ, ຂ້ອຍຈື່ບໍ່ໄດ້ວ່າເທື່ອສຸດທ້າຍ ທີ່ຂ້ອຍໄດ້ຮັບຈົດຫມາຍ, ສະນັ້ນ ຂ້ອຍຄິດວ່າຈົດຫມາຍເປັນສິ່ງສໍາຄັນ ແລະມັນເປັນການດີ ທີ່ຈະມີມັນຢູ່ໃນມືຂອງທ່ານ.”
ການທົບທວນຂອງຣັຖບານກາງ ກ່ຽວກັບຮູບແບບທຸຣະກິດ ຂອງບໍຣິສັດ ໃນຕອນນີ້ ຈະພິຈາຣະນາ ການຈັດລໍາດັບຄວາມສໍາຄັນ ຂອງພັດສະດຸແທນ.
ນັ້ນແມ່ນທຸຣະກິດທີ່ກຳລັງຂຍາຍຕົວ ຊຶ່ງມີການສົ່ງອອກ ຫຼາຍກວ່າ 500 ລ້ານເທື່ອ ໃນປີງົບປະມານ ທີ່ຜ່ານມາ.
ທ່ານ Paul Graham, CEO ຂອງ Australia Post ກ່າວວ່າ ການປ່ຽນແປງແມ່ນສິ່ງຈໍາເປັນ ເພື່ອໃຫ້ອົງການດັ່ງກ່າວ ຍັງມີຜົນກຳໄລ.
“ພວກເຮົາຢູ່ເທິງເສັ້ນທາງ ໄປສູ່ການຂາດທຶນ ທີ່ສໍາຄັນ ໃນຂນະທີ່ຊາວອອສເຕຣເລັຍ ແລະການບໍຣິການໄປສະນີແຫ່ງຊາດ ຍັງປ່ຽນແປງຢ່າງຕໍ່ເນື່ອງ. ເຮົາເປັນທຸຣະກິດທີ່ໃຊ້ທຶນຂອງຕົວເອງທັງຫມົດ ສະນັ້ນ, ເຮົາຈຶ່ງບໍ່ຢາກເປັນພາລະໃ ຫ້ແກ່ຜູ້ເສັຍພາສີ ຂອງອອສເຕຣເລັຍພວກເຮົາກໍາລັງເບິ່ງຕົວແບບຈໍານວນຫນຶ່ງ, ພວກເຮົາມີຈຸດຂອງທຸຣະກິດ ຂອງພວກເຮົາ ທີ່ບໍ່ມີຄົນພຽງພໍ. ດັ່ງນັ້ນ, ພວກເຮົາຍັງສືບຕໍ່ເນັ້ນການເຮັດໃຫ້ແນ່ໃຈວ່າ Australia post ແມ່ນມີສັກກະຍະພາບດ້ານການເງິນ, ນັ້ນເປັນສິ່ງທີ່ດີ ສໍາລັບວຽກ ແລະສໍາລັບຊຸມຊົນ. ພວກເຮົາໄດ້ເລີ່ມທຳການປ່ຽນແປງ ໃນສິ່ງທ້າທາຍ ທີ່ພວກເຮົາປະເຊີນ ແຕ່ພວກເຮົາຕ້ອງການໄດ້ຍິນ ຈາກຊຸມຊົນ ກ່ຽວກັບສິ່ງທີ່ພວກເຂົາຕ້ອງການ ແລະວິທີ ທີ່ພວກເຮົາມີສ່ວນຮ່ວມ ແລະກຳໜົດເສັ້ນທາງຂອງພວກເຮົາ ເພື່ອເປັນການບໍຣິການ ທີ່ຈໍາເປັນຕໍ່ຊຸມຊົນ. ເຮົາຮູ້ດີ ເຖິງຫນ້າທີ່ຮັບໃຊ້ ທີ່ສໍາຄັນຂອງເຮົາ.”
ພັນທະເຫລົ່ານັ້ນ ສ່ວນໃຫຍ່ໄດ້ຖືກຈັດຕັ້ງຂຶ້ນໃນຊຸມປີ 1980 ແລະ 1990 ແລະຮວມເຖິງ ການສົ່ງຈົດຫມາຍ ໄປໃຫ້ 98 ເປີເຊັນ ຂອງບ້ານເຮືອນ ທຸກວັນທັມມະດາ ແລະຢ່າງຫນ້ອຍ 99.7 ເປີເຊັນ ສອງເທື່ອ ຕໍ່ອາທິດ.
ແຕ່ເອກກະສານຄຳປຶກສາສະບັບໃຫມ່ກ່າວວ່າ ຂໍ້ຮຽກຮ້ອງເຫລົ່ານັ້ນ ບໍ່ໄດ້ເປັນທີ່ຍືນຍົງ ທາງການເງິນອີກຕໍ່ໄປ.
ທ່ານ Shane Murphy ຈາກສະຫະພາບແຮງງານສື່ສານ ກ່າວວ່າ ການປ່ຽນແປງໃດໆ ໃນການບໍຣິການໄປສະນີ ຕ້ອງເຮັດໃຫ້ການບໍລິການດີຂຶ້ນ ແລະບໍ່ແມ່ນ ຈະເຮັດໃຫ້ມັນເສື່ອມລົງ.
“ພວກເຮົາມຸ່ງຫມັ້ນທີ່ຈະທົບທວນ Australia Post ເພື່ອປໂຍດຂອງການປົກປ້ອງວຽກຫຼາຍພັນຕຳແໜ່ງ ຂອງສະມາຊິກຂອງພວກເຮົາ ແລະການບໍຣິການ ທີ່ພວກເຂົາສນອງໃຫ້ແກ່ຊຸມຊົນຂອງພວກເຮົາ. (ແຕ່) ໃນ ຂນະດຽວກັນ ພວກເຮົາຈະບໍ່ຢືນຢູ່ຊື່ໆ ແລະຍອມໃຫ້ເງິນໂບນັສຫຼາຍລ້ານໂດລາ ທີ່ຈ່າຍໃຫ້ຜູ້ບໍຣິຫານ ໃນຂນະທີ່ບໍຣິສັດ ກຳລັງປະເຊີນກັບຄວາມກົດດັນ ທາງດ້ານການເງິນທີ່ສໍາຄັນ ສໍາລັບອະນາຄົດ. ນັ້ນຈະເປັນສ່ວນຫນຶ່ງ ຂອງການທົບທວນນີ້. ການທົດລອງຮູບແບບ ການຈັດສົ່ງໃນ Sydney ແລະ Hornsby ຈະເລີ່ມຕົ້ນໃນເດືອນເມສາ ຊຶ່ງເປັນບ່ອນທີ່ການສົ່ງ ຈະຖືກທົບທວນ, ບ່ອນທີ່ຈົດຫມາຍ ແລະການສົ່ງພັດສະດຸ ຈະຖືກປ່ຽນ ແລະການທົດລອງ ຈະຖືກນໍາໄປເບິ່ງວ່າ ມັນເປັນວິທີທີ່ຈະປະຕິບັດຫລືບໍ່.”
ຂັ້ນຕອນການປຶກສາ ຈະດໍາເນີນໄປຈົນຮອດທ້າຍເດືອນເມສາ ແຕ່ທ່ານນາງ Michelle Rowland ຣັຖມົນຕີກະຊວງສື່ສານ ຂອງຣັຖບານກາງ ກ່າວວ່າ ມີການປ່ຽນແປງອັນນຶ່ງ ທີ່ບໍ່ໄດ້ຖືກພິຈາລະນາ ເຖິງແມ່ນວ່າ ທ່ານນາງໄດ້ຍອມຮັບວ່າ ການສື່ສານທາງຈົດຫມາຍ ແມ່ນຢູ່ໃນວັນ ທີ່ກໍາລັງຈະຕາຍນັ້ນກໍຕາມ.
“ມັນແມ່ນຄວາມຕັ້ງໃຈຢ່າງໜັກແໜັນ ຂອງພວກເຮົາ, ແລະພວກເຮົາເຮັດໃຫ້ເລື້ອງນີ້ຊັດເຈນ ໃນເອກກະສານສະບັບນີ້, Australia Post ຈະບໍ່ເປັນບໍຣິສັດສ່ວນຕົວຂອງໃຜ ແລະການຮັບໃຊ້ຄວາມຕ້ອງການ ຂອງພູມີພາກແລະຊົນນະບົດ ອອສເຕຣເລັຍ ຕ້ອງເປັນສິ່ງສໍາຄັນທີ່ສຸດ ໃນຂັ້ນຕອນການປັບປຸງໃຫ້ທັນສມັຍໃດໆ. ເຮົາຮູ້ວ່າ Australia Post ຈະຢູ່ທີ່ນັ້ນ ເພື່ອສົ່ງຈົດຫມາຍ ເມື່ອໃດກໍຕາມທີ່ຈຳເປັນຕ້ອງສົ່ງ. ເມື່ອຈົດຫມາຍສະບັບສຸດທ້າຍຖືກສົ່ງ, ເມື່ອວັນນັ້ນມາຮອດ, ມັນຈະຖືກສົ່ງໂດຍ Australia Post.”
ການບໍຣິການໄປສະນີ ໄດ້ມີຢູ່ໃນອອສເຕຣເລັຍ ມາເປັນເວລາກວ່າ 200 ປີແລ້ວ. ມັນມີຄວາມສໍາຄັນໃນຊ່ວງເວລາທີ່ຍາກທີ່ສຸດ ຂອງປະເທດ, ລວມທັງໃນລະຫວ່າງສົງຄາມໂລກ.
ການຂຽນ ແລະສົ່ງຈົດຫມາຍ ໄດ້ເປັນວຽກປະຈໍາວັນ ເປັນເວລາດົນນານ, ແຕ່ອາດຈະກາຍເປັນອະດີດກໍໄດ້.
Danielle Robertson ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.