ຕອນນີ້ Melbourne ໄດ້ກາຍເປັນເມືອງທີ່ໃຫຍ່ກວ່າ Sydney ແລ້ວ.

Crowds waving Australian flags at an Anzac Day march in Melbourne

ຜູ້ຄົນທີ່ Federation Square, Melbourne. Source: AAP

ປະຊາກອນຂອງ Sydney ຫຼາຍກວ່າຂອງ Melbourne ໃນປີ 1902 ແລະຍັງຄົງເປັນເຊັ່ນນັ້ນຢູ່ ເປັນເວລາຫລາຍກວ່າຮ້ອຍປີ-ຈົນເຖິງປະຈຸບັນ. ແຕ່ຕອນນີ້ Melbourne ໄດ້ກາຍເປັນເມືອງທີ່ໃຫຍ່ກວ່າ Sydney ແລ້ວ. ແຕ່ວ່າບາງຄົນຍັງຄຶດວ່າ Sydney ໃຫຍ່ກວ່າ...ຖ້າຮວມ Central Coast ເຂົ້າກັບ Sydney ດ້ວຍເຫດຜົນບາງຢ່າງ.


ຕອນນີ້ Melbourne ໄດ້ກາຍເປັນເມືອງທີ່ໃຫຍ່ກວ່າ Sydney ແລ້ວ.

ເປັນເວລາຫລາຍສິບປີທີ່ Sydney ໄດ້ຖືກເບິ່ງວ່າ ເປັນເມືອງໃຫຍ່ທີ່ສຸດ ຂອງທີ່ມີປະຊາຊົນຫລາຍກວ່າ ຫ້າຈຸດສາມລ້ານຄົນ.

ແຕ່ສໍານັກງານສະຖິຕິຂອງອອສເຕຣເລັຍ ກ່າວວ່າ ບັດນີ້ ໄດ້ມີການປ່ຽນແປງໄປແລ້ວ ເພາະ Melbourne ໄດ້ແຊງໜ້າ Sydney ໃນຖານະ ທີ່ເປັນຣັດໃຫຍ່ທີ່ສຸດ ຂອງອອສເຕຣເລັຍ.

Aymen Baghdadi ລາຍງານ.

Melbourne ໄດ້ແຊງ Sydney ໃນຖານະເປັນເມືອງໃຫຍ່ທີ່ສຸດ ຂອງ ອອສເຕຣເລັຍ ທີ່ມີປະຊາກອນ ຫລາຍກວ່າ ຫ້າລ້ານຄົນ.

ປະຊາກອນຂອງ Sydney ຫຼາຍກວ່າຂອງ Melbourne ໃນປີ 1902 ແລະຍັງຄົງເປັນເຊັ່ນນັ້ນຢູ່ ເປັນເວລາຫລາຍກວ່າຮ້ອຍປີ-ຈົນເຖິງປະຈຸບັນ.

ສໍານັກງານສະຖິຕິອອສເຕຣເລັຍ ໃຊ້ວິທີການຫຼາຍວິທີ ໃນການຄຳນວນປະຊາກອນ ໃນຕົວເມືອງ ລວມທັງການຈໍາແນກຕົວເມືອງ ທີ່ສໍາຄັນ ເຊິ່ງລວມເຖິງສູນກາງເມືອງ ທີ່ຕິດກັນທັງຫມົດ ທີ່ມີປະຊາກອນຫຼາຍກວ່າ 10,000 ຄົນ.

Andrew Howe ຈາກສໍານັກງານສະຖິຕິ ອອສເຕຣເລັຍ ກ່າວວ່າ ການຮວມເມືອງ Melton ໃນສະຖິຕິ ໄດ້ສົ່ງຜົນໃຫ້ມີການເພີ້ມຂຶ້ນ.

"ສໍາລັບ Melbourne, ພວກເຮົາມີເຂດຕົວເມືອງໃຫຍ່ ຂອງ Melbourne ແຕ່ຍັງມີ Melton ຊຶ່ງ ເປັນສູນກາງການເຕີບໂຕ ຢູ່ທາງຕາເວັນຕົກ ຂອງ Melbourne ໄດ້ຮວມກັນເປັນສູນປະຊາກອນຕໍ່ເນື່ອງ ແລະຕອນນີ້ ແມ່ນສູງກວ່າ Sydney."

ໃນພາກຕາເວັນຕົກຮອບນອກ ຂອງການເຕີບໂຕ ຂອງປະຊາກອນຂອງ Victoria ກໍໄດ້ເຕີບໂຕຂຶ້ນປະມານ 60 ເປີເຊັນ ໃນໄລຍະ 10 ປີ.

ປະຈຸບັນ, Melbourne ມີປະມານ 19,000 ຄົນຫຼາຍກວ່າ Sydney, ຮວມແລ້ວປະມານ 5.8 ລ້ານຄົນ.

ທ່ານ Howe ກ່າວວ່າ ການຍົກຍ້າຍຖິ່ນຖານ ລະຫວ່າງປະເທດແລະການຍົກຍ້າຍຖິ່ນຖານ ສຸດທິ (net migration)ໄດ້ເຮັດໃຫ້ Melbourne ສາມາດເຕີບໂຕ ເປັນເມືອງ.

"ການຍົກຍ້າຍຖິ່ນຖານ ແມ່ນອົງປະກອບສໍາຄັນ ຂອງພວກເຮົາໃນທີ່ນີ້. ດັ່ງນັ້ນ ປະຊາກອນຂອງທ່ານ ຈຶ່ງມີການປ່ຽນໄປ ຍ້ອນການຍົກຍ້າຍຖິ່ນຖານ ແຕ່ຍັງເນື່ອງມາຈາກ ການເກີດເພີ່ມຂຶ້ນຕາມທັມມະຊາດ ແລະການຕາຍຫຼຸດລົງ. ບັດນີ້ ໃນໄລຍະ 10 ປີທີ່ຜ່ານມາ, ຖ້າຫາກວ່າເຮົາຢາກປຽບທຽບ Melbourne ກັບ Sydney, ສິ່ງທີ່ເຮົາພົບ ແມ່ນໃນດ້ານສ່ວນປະກອບ ຂອງການຍົກຍ້າຍ ຈາກຕ່າງປະເທດນັ້ນ, ທີ່ຈິງແລ້ວ Sydney ໄດ້ສູງກວ່າ Melbourne ຫນ້ອຍຫນຶ່ງ ໃນໄລຍະ 10 ປີນັ້ນ, ປະມານເຄິ່ງລ້ານ ສູງກວ່າ 10 ປີໃນດ້ານການຍ້າຍຖິ່ນຖານມາຈາກຕ່າງປະເທດ. ເຖິງຢ່າງໃດກໍຕາມ, ຄວາມແຕກຕ່າງທີ່ສໍາຄັນໃນທີ່ນີ້ ສໍາລັບ Melbourne ແລະ Sydney ໃນແງ່ຂອງການຍົກຍ້າຍ ແມ່ນການຍົກຍ້າຍພາຍໃນ ຂອງມັນ ໃນລັກສນະທີ່ຄົນຍ້າຍເຂົ້າ ແລະອອກຈາກເຂດເຫຼົ່ານັ້ນ."

ເຖິງຢ່າງໃດກໍຕາມ, ນັກສຳຫຼວດປະຊາກອນ Glenn Capuano ກ່າວວ່າ, ໃນຄວາມຄິດຂອງລາວ, Sydney ຍັງຄົງເປັນເມືອງທີ່ໃຫຍ່ທີ່ສຸດ ໃນອອສເຕຣເລັຍ.

"ສະນັ້ນ, ສິ່ງທີ່ພວກເຮົາຈະເວົ້າເກືອບຈະແນ່ນອນ ໃນຂອບເຂດພື້ນທີ່ທາງສະຖິຕິຂອງເມືອງຫຼວງ ຊຶ່ງເປັນປົກກະຕິ ທີ່ທ່ານໃຊ້ກໍານົດເຂດຕົວເມືອງໃຫຍ່ ຂອງເມືອງຫຼວງຂອງຣັດຂອງເຮົາ, Sydney ຍັງຈະມີຂນາດໃຫຍ່ກວ່າ Melbourne ແລະເຫດຜົນຫຼັກ ທີ່ເຮັດໃຫ້ມັນລວມເອົາ Central Coast. ມັນເປັນສິ່ງທີ່ແປກ ທີ່ລວມເອົາCentral Coast ໃສ່ກັບ Sydney ເພາະວ່າມັນເປັນສ່ວນໜຶ່ງຂອງເສດຖະກິດຂອງ Sydney ແລະປະຊາກອນສ່ວນໃຫຍ່ ເຮັດວຽກໃນ Sydney ແຕ່ວ່າມັນບໍ່ສາມາດ ເປັນສ່ວນຫນຶ່ງຂອງຕົວເມືອງທີ່ສໍາຄັນ ເພາະວ່າມັນບໍ່ຕິດກັນ ຍ້ອນແມ່ນໍ້າ Hawkesbury ແລະທ່ານບໍ່ສາມາດ ສ້າງຢູ່ໃນແມ່ນໍ້າ Hawkesbury ໄດ້."

ການແຂ່ງຂັນລະຫວ່າງ Sydney ແລະ Melbourne ໄດ້ມີມາເປັນເວລາຫລາຍສິບປີແລ້ວ.

ຜູ້ຊ່ວຍສາສດາຈານດ້ານປວັດສາດ ທ່ານ Paul Ashton ຈາກ University of Technology Sydney ກ່າວວ່າ ການແຂ່ງກັນ ຍັງຄົງມີຢູ່ ລະຫວ່າງສອງເມືອງ.

"ການແຂ່ງຂັນລະຫວ່າງ Melbourne ແລະ Sydney ມີຮາກທາງປວັດສາດທີ່ເລິກ ແລະຍາວຫຼາຍ. ໃນປີ ຄ.ສ.1840 ໄດ້ມີໂຄງການອົພຍົບ ທີ່ຈັດຂຶ້ນເພື່ອນໍາເອົາຜູ້ຄົນ ອອກໄປຕັ້ງຖິ່ນຖານໃນອານານິຄົມແຮງງານອິດສຣະ, ຜູ້ລ້ຽງແກະ ແລະຄົນອື່ນໆແບບນັ້ນ. ມີຂໍ້ສເນີ ຈາກອານານິຄົມ New South Wales ວ່າໂຄງການດັ່ງກ່າວ ແມ່ນໄດ້ຮັບທຶນຊ່ວຍເຫຼືອ ຈາກການຂາຍທີ່ດິນ ໃນເມືອງ Port Phillip ແລະຜູ້ຄົນຢູ່ອ້ອມແອ້ມເມືອງ Port Phillip ຊຶ່ງໃນເວລານີ້ ແມ່ນທາງVictoria ກໍບໍ່ພໍໃຈຫລາຍ ກັບຣັດ New South Wales ວ່າພວກເຂົາເຈົ້າເປັນສ່ວນນຶ່ງ ໃນຕອນນັ້ນ ໂດຍໃຊ້ພວກເຂົາເຈົ້າ ແລະການຂາຍທີ່ດິນໃຫ້ພວກເຂົາເຈົ້າ ເພື່ອຈ່າຍຄ່າໂຄງການນັ້ນ ເພື່ອນໍາເອົາແຮງງານ ທີ່ມີຄວາມຊໍານານ ມາເຮັດວຽກຢູ່ໃນ ອານານິຄົມ New South Wales ແລະບໍ່ແມ່ນບ່ອນທີ່ເຂົາໄດ້ຖືກກ່າວໄວ້. ດັ່ງນັ້ນ ຈຶ່ງມີປັນຫາເລິກເຊິ່ງບາງຢ່າງ ລະຫວ່າງສອງອານານິຄົມ."

ຄາດວ່າ ການຖົກຖຽງຈະດໍາເນີນຕໍ່ໄປ.....ຢ່າງແນ່ນອນ.

Aymen Baghdadi ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share