ການເຈຣະຈາລະດັບສູງລະຫວ່າງ ຝຣັ່ງ ແລະອອສເຕຣເລັຍ ທີ່ Paris.

Defence Minister Richard Marles

Defence Minister Richard Marles. Source: AAP / AAP / James Ross

ຣັຖມົນຕີການຕ່າງປະເທດ ແລະຣັຖມົນຕີປ້ອງກັນປະເທດ ອອສເຕຣເລັຍ ຝຣັ່ງ ແລະອອສເຕຣເລັຍໄດ້ພົບປະກັນ ທີ່ກຸງ Paris ເພື່ອຊ່ອຍເຫລືອ Ukraine. ມັນເປັນການ ພົບປະເພື່ອຟື້ນຟູຄວາມສຳພັນໃໝ່ ຍ້ອນອອສເຕຣເລັຍລົບລ້າງສັນຍາຊື້ເຮືອດຳນ້ຳຈາກຝຣັ່ງ.


ການເຈຣະຈາລະດັບສູງລະຫວ່າງ ຝຣັ່ງ ແລະອອສເຕຣເລັຍ ທີ່ Paris.

ຣັຖມົນຕີຝຣັ່ງ ແລະອອສເຕຣເລັຍໄດ້ພົບປະກັນ ທີ່ກຸງ Paris ເພື່ອຕົກລົງ ທີ່ຈະໃຫ້ຄໍາຫມັ້ນສັນຍາທາງທະຫານ ເພື່ອຊ່ອຍເຫລືອ Ukraine.

ມັນເປັນການເຈຣະຈາລະດັບສູງ ເທື່ອທໍາອິດ ນັບຕັ້ງແຕ່ການຕົກລົງກ່ຽວກັບເຮືອດຳນ້ຳ ທີ່ຖືກຍົກເລີກໄປລະຫວ່າງສອງປະເທດ ພາຍໃຕ້ຣັຖບານປະສົມເດີມ. Tom Canetti ລາຍງານ:

ຣັຖມົນຕີການຕ່າງປະເທດ ແລະຣັຖມົນຕີປ້ອງກັນປະເທດ ອອສເຕຣເລັຍ ໄດ້ພົບປະກັບຄູ່ຮ່ວມງານຊາວ ຝຣັ່ງທີ່ກຸງ Paris ເພື່ອຈັດທຳຂໍ້ຕົກລົງ ທາງທະຫານ ເພື່ອຊ່ອຍເຫລືອ Ukraine.

ຣັຖມົນຕີປ້ອງກັນປະເທດຝຣັ່ງ, ທ່ານ Sebastien Lecornu, ກ່າວວ່າ ຝຣັ່ງ ແລະອອສເຕຣເລັຍ ໄດ້ຕົກລົງທີ່ຈະຜລິດລູກປືນ ຂນາດ 155 ມິລລີແມັດ “ຫຼາຍພັນລູກ” ເພື່ອຊ່ອຍເຫລືອ Ukraine.

"ລູກປືນຂນາດ 155 ມິລລີແມັດ ຫຼາຍພັນລູກຈະຖືກຜລິດຮ່ວມກັນ ລະຫວ່າງອອສເຕຣເລັຍ ແລະຝຣັ່ງ ໂດຍການເປັນຮ່ວມມືທີ່ບໍ່ເຄີຍມີມາກ່ອນ ໃນບັນດາບໍຣິສັດອຸດສາຫະກັມ. ໃນດ້ານຝຣັ່ງ, ແມ່ນ Nexter ທີ່ຮູ້ຈັກກັນດີ ທີ່ຈະຈັດການຂໍ້ຕົກລົງນີ້. ອອສເຕຣເລັຍມີຄວາມສາມາດ ທີ່ຈະນໍາເອົາດິນປືນສໍາລັບການຜລິດລູກປືນເຫຼົ່ານີ້. ແລະສະນັ້ນ ການເປັນຄູ່ຮ່ວມງານນີ້ ຈະເຮັດໃຫ້ພວກເຮົາສາມາດຊ່ວຍ Ukraine ໃນໄລຍະຫຼາຍອາທິດ ແລະຫຼາຍເດືອນຂ້າງຫນ້າ."

ມັນເປັນການເຈຣະຈາ ລະດັບສູງຮ່ວມກັນ ເທື່ອທໍາອິດ ນັບແຕ່ທາງ Canberra ໄດ້ຍົກເລີກຂໍ້ຕົກລົງດ້ານການປ້ອງກັນປະເທດ ກັບ Paris ເພື່ອສນັບສນູນຂໍ້ຜູກມັດ AUKUS ກັບອັງກິດ ແລະສະຫະຣັດ.

ຣັຖມົນຕີປ້ອງກັນປະເທດ ອອສເຕຣເລັຍ, ທ່ານ Richard Marles, ໄດ້ກ່າວວ່າ ການເຈຣະຈາ ແມ່ນຕົວແທນຂອງບົດໃຫມ່.

“ຂ້າພະເຈົ້າຄິດວ່າ ຄວາມອົບອຸ່ນສ່ວນຕົວ ໃນບັນດາພວກເຮົາທັງສີ່ເປັນລັກສນະທີ່ສົມບູນແບບ ຂອງການກັບຄືນມາ ສູ່ຄວາມອົບອຸ່ນຂອງຄວາມສໍາພັນສອງຝ່າຍ ລະຫວ່າງອອສເຕຣເລັຍແລະປະເທດຝຣັ່ງ."

ທ່ານ Marles ກ່າວວ່າ ອອສເຕຣເລັຍບໍ່ໄດ້ວາງແຜນ ທີ່ຈະມີເຮືອດຳນ້ຳທີ່ໃຊ້ພະລັງງານທັມມະດາຊົ່ວຄາວ ຈົນກວ່າ ເຮືອດຳນ້ຳທີ່ໃຊ້ພະລັງງານ ນິວເຄລັຍ ຈະຖືກສົ່ງມອບໄປ.

ອອສເຕຣເລັຍ ລົບລ້າງສັນຍາທີ່ຈະຊື້ເຮືອດຳນ້ຳ ທີ່ໃຊ້ພະລັງງານແບບທັມມະດາຂອງຝຣັ່ງ ຍ້ອນການປ່ຽນມາເປັນ ເຮືອດຳນ້ຳ ນີວເຄລັຍ ພາຍໃຕ້ຂໍ້ຕົກລົງຂອງຕົນ ກັບສະຫະຣັດອາເມຣິກາ ແລະອັງກິດ.

"ເຫັນໄດ້ຢ່າງຊັດເຈນວ່າພວກເຮົາກໍາລັງເຮັດວຽກຢ່າງໃກ້ຊິດກັບສະຫະຣັດອາເມຣິກາ ແລະປະເທດອັງກິດ ເພື່ອພັດທະນາຂີດຄວາມສາມາດ ຂອງເຮືອດຳນ້ຳທີ່ໃຊ້ພະລັງງານນິວເຄລັຍ ແລະເພື່ອພັດທະນາເສັ້ນທາງທີ່ດີທີ່ສຸດ ເພື່ອໃຫ້ບັນລຸ ຄວາມສາມາດນັ້ນ, ແລະເຮົາຈະຢູ່ໃນຖານະທີ່ຈະປະກາດ ກ່ຽວກັບເລື່ອງນັ້ນໃນບໍ່ຊ້ານີ້, ຊຶ່ງໄດ້ກຳໜົດຂຶ້ນເມື່ອຫລາຍເດືອນກ່ອນ. ຂ້າພະເຈົ້າຄິດວ່າ ຄໍາຕອບສັ້ນໆ ສໍາລັບຄໍາຖາມຂອງທ່ານ ແມ່ນວ່າເຮົາບໍ່ມີແຜນ ທີ່ຈະມີເຮືອດຳນ້ຳທີ່ໃຊ້ພະລັງງານທັມມະດາຊົ່ວຄາວ ໃນຂນະທີ່ເຮົາມຸ່ງໜ້າໄປຫາ ຂີດຄວາມສາມາດຂອງເຮືອດຳນ້ຳ ທີ່ໃຊ້ພະລັງງານນິວເຄລັຍ."

ຣັຖມົນຕີການຕ່າງປະເທດຝຣັ່ງ, ທ່ານນາງ Catherine Colonna, ຍິນດີກັບຂໍ້ຕົກລົງດັ່ງກ່າວ, ແຕ່ບໍ່ເຕັມໃຈທີ່ຈະກ່າວເຖິງຄວາມສໍາພັນ ທີ່ໄດ້ຮັບຄວາມເສັຍຫາຍ ພາຍໃຕ້ຣັຖບານຮ່ວມ ທີ່ຜ່ານມາ.

"ມັນເປັນຄັ້ງທໍາອິດ ທີ່ພວກເຮົາປຶກສາຫາລື ກ່ຽວກັບຫົວຂໍ້ລະຫວ່າງປະເທດ ແລະຄໍາຖາມ ກ່ຽວກັບການປ້ອງກັນປະເທດ ແລະຄວາມປອດພັຍໄດ້ຖືກຈັດຂຶ້ນ ໃນຮູບແບບທີ່ເອີ້ນວ່າ "2+2" ນີ້ ນັບຕັ້ງແຕ່ປີ 2021, ຂ້າພະເຈົ້າເຊື່ອວ່າ, ນັບຕັ້ງແຕ່ເຫດການ ທີ່ຂ້າພະເຈົ້າຈະບໍ່ກ່າວເຖິງ(ການບາດໝາງທາງການທູດ ກ່ຽວກັບການຍົກເລີກຂໍ້ຕົກລົງຊື້ເຮືອດຳນ້ຳ) ແລະຂ້າພະເຈົ້າຄິດວ່າ ມັນຈະດີກວ່າ ທີ່ຈະເປັນເຈົ້າພາບຂອງຄູ່ຮ່ວມງານຂອງເຮົາແບບສ່ວນຕົວ, ແລະບາງທີ ມັນອາດຈະນໍາໄປສູ່ຜົນທີ່ດີກວ່າ ການຜ່ານກອງປະຊຸມທາງວິດີໂອ."

ທ່ານ Sam Roggeveen ຈາກສະຖາບັນ Lowy ກ່າວວ່າ ໃນຂນະທີ່ການພົບປະກັນ ເບິ່ງຄືວ່າເປັນທາງບວກ ສໍາລັບຄວາມສໍາພັນລະຫວ່າງສອງປະເທດ, ຄໍາຫມັ້ນສັນຍາທາງທະຫານ ທີ່ແທ້ຈິງນັ້ນ ບໍ່ໄດ້ເປັນເລື່ອງພິເສດ.

"ຂ້ອຍຄົງຈະບໍ່ໃຫ້ຄວາມສຳຄັນຫຼາຍໃນເລື່ອງນັ້ນ. ເມື່ອການປະຊຸມໃຫຍ່ເຫລົ່ານີ້ເກີດຂຶ້ນລະຫວ່າງຣັຖມົນຕີອາວຸໂສ, ເຂົາເຈົ້າມັກທີ່ຈະປະກາດສິ່ງໃຫມ່ໆ. ທີ່ຈິງແລ້ວ, ເຂົາເຈົ້າເອີ້ນວ່າການປະກາດ ແລະນີ້ແມ່ນການປະກາດ, ດັ່ງນັ້ນພວກເຮົາຈຶ່ງເວົ້າເຖິງລະເບີດຫຼາຍ ພັນລູກທີ່ກໍາລັງຜລິດຮ່ວມກັນໂດຍ ອອສເຕຣເລັຍແລະຝຣັ່ງ ທີ່ຈະມອບໃຫ້ແກ່ຊາວ ຢູເຄຣນ. ຕອນນີ້, ທະຫານຢູເຄຣນ ໄດ້ໃຊ້ລະເບີດຫຼາຍພັນລູກໃນມື້ດຽວ ໃນສົງຄາມປະຈຸບັນ. ດັ່ງນັ້ນ, ຕາມຄວາມຈິງ, ນີ້ບໍ່ໄດ້ເບິ່ງຄືວ່າ ເປັນຄວາມພະຍາຍາມທີ່ສໍາຄັນ. ແຕ່ຂ້າພະເຈົ້າແນ່ໃຈວ່າ ເທົ່າທີ່ຊາວຢູເຄຣນສົນໃຈ ແມ່ນວ່າ ທຸກຢ່າງທີ່ຊ່ວຍໄດ້ ບໍ່ວ່າຈະໜ້ອຍຫຼາຍປານໃດ."

ທ່ານ Roggeveen ກ່າວວ່າ ໃນຂນະທີ່ມັນເປັນການເຈຣະຈາ ລະດັບສູງເທື່ອທໍາອິດ ນັບແຕ່ການລົບລ້າງ ຂໍ້ຕົກລົງເລື້ອງເຮືອດຳນ້ຳ, ຄວາມສໍາພັນໄດ້ເລີ້ມໃຫມ່ ໃນການເລືອກຕັ້ງ ຂອງຣັຖບານປີ 2022.

"ມັນເປັນທີ່ຊັດເຈນວ່າ ຄວາມສໍາພັນໄດ້ຖືກເລີ້ມຕົ້ນໃຫມ່ ຫລັງຈາກການເລືອກຕັ້ງຂອງອອສເຕຣເລັຍ.ສະນັ້ນ, ການປ່ຽນແປງຂອງການເປັນຜູ້ນໍາ ໄດ້ອະນຸຍາດໃຫ້ມີວິສັຍທັດໃຫມ່ ທີ່ຈະຜ່ານຄວາມສໍາພັນ ແລະສໍາລັບການຕັດສິນໃຈ ກ່ຽວກັບເຮືອດຳນ້ຳນັ້ນ ຈະຖືກປະຖິ້ມຢູ່ໄວ້ທາງຫລັງ ຂອງທັງສອງປະເທດ. ຊາວຝຣັ່ງໄດ້ໂອກາດຫນ້ອຍຫນຶ່ງ ຈາກເລື້ອງນັ້ນ, ໃນຂນະທີ່ຣັຖບານ Morrison ຍັງຢູ່ໃນອໍານາດ, ແຕ່ເບິ່ງຄືວ່າສິ່ງຕ່າງໆໄດ້ຖືກເລີ້ມຄືນໃຫມ່ ໃນຕອນນີ້ ແລະການເຈຣະຈາ "2+2" ຄັ້ງນີ້ ລະຫວ່າງຣັຖມົນຕີ ຕ່າງປະເທດ ແລະປ້ອງກັນປະເທດ ກໍເປັນການບົ່ງບອກວ່າ ການເລີ້ມຕົ້ນໃໝ່ໄດ້ເກີດຂຶ້ນຫຼັງ ຈາກການເລືອກຕັ້ງນັ້ນ ມີຄວາມໝັ້ນຄົງດີ."

ມີການຄຳນວນວ່າ ຢູເຄຣນກໍາລັງໃຊ້ລູກປືນ ປະມານ 7,000 ລູກ ຕໍ່ມື້ ຢູ່ທາງພາກຕາເວັນອອກຂອງປະເທດ.

ເນື້ອເລື່ອງໂດຍ Tom Canetti ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.

Share