ງູ ແລະ ແມງມຸມ ອອສເຕຣເລັຍ: ຈະເຮັດແນວໃດຖ້າທ່ານຖືກກັດ.

warning sign.jpg

Even for suspected snakebites, you must seek immediate medical attention. Credit: Getty Images/Nigel Killeen

ອອສເຕຣເລັຍ ມີສັດ ແລະແມງໄມ້ທີ່ມີພິດຫຼາຍຊະນິດ. ການຮູ້ສິ່ງໃນທີ່ຄວນເຮັດ ແລະສິ່ງທີ່ຄວນຫຼີກເວັ້ນ ເມື່ອຖືກງູຫຼື ແມງມຸມກັດ ສາມາດຊ່ວຍຊີວິດ ໃຫ້ລອດໄດ້. ຕໍ່ໄປນີ້ ແມ່ນຄໍາແນະນໍາຂອງຜູ້ຊ່ຽວຊານ ກ່ຽວກັບວິທີປະຕິບັດ ບໍ່ວ່າ ການກັດນັ້ນ ຈະມີພິດ ຫຼືບໍ່ມີພິດ.


ຈຸດສຳຄັນ:
  • ການຖືກກັດຈາກແມງມຸມດໍາຂນາດໃຫຍ່ໃດໆກໍຕາມ ຄວນໄດ້ຮັບການປະຕິບັດແບບເປັນເຫດສຸກເສີນທາງການແພດ.
  • ການຖືກງູໃດໆກັດກໍຕາມ, ຕ້ອງຄຶດ ວ່າເປັນອັນຕະຣາຍຕໍ່ຊີວິດ ແລະ ໃຊ້ຜ້າມັດຢູ່ເໜືອບ່ອນຖືກກັດໃຫ້ແໜ້ນ, ນັ້ນແມ່ນບາດກ້າວທີ່ສໍາຄັນ ໃນການປະຖົມພະຍາບານ
  • ທ່ານສາມາດເຂົ້າເຖິງການຊ່ວຍເຫຼືອທາງການແພດສຸກເສີນໄດ້ທຸກບ່ອນໃນ ອອສເຕຣເລັຍ ລວມທັງເຂດໃນຫ່າງໄກ
ອອສເຕຣເລັຍ ມີຊື່ສຽງ ທີ່ຫນ້າຢ້ານກົວ ສໍາລັບ ສັດທີ່ມີພິດ . ແຕ່ເມື່ອເວົ້າເຖິງແມງມຸມ, ມີພຽງຊະນິດດຽວທີ່ເຮົາຕ້ອງກັງວົນ, ຜູ້ອໍານວຍການດ້ານການແພດຂອງສູນຂໍ້ມູນສານພິດ (Poisons Information Centre) NSW ທ່ານ Darren Roberts ກ່າວ.

"ແລະນັ້ນແມ່ນ funnel-web spiders. ເຖິງແມ່ນວ່າມີການເວົ້າຫຼາຍກ່ຽວກັບ ແມງມຸມຫຼັງແດງ ຫຼື redback spiders ທີ່ເປັນພິດ, ມັນສາມາດເຮັດໃຫ້ທ່ານບໍ່ສະບາຍ, [ແຕ່] ໂອກາດທີ່ຈະເສັຍຊີວິດ ຫຼືແມ້ກະທັ້ງການມີພິດທີ່ຮຸນແຮງທີ່ຕ້ອງເຂົ້າໂຮງຫມໍ ແມ່ນຕ່ຳຫຼາຍ. ແມງມຸມອື່ນໆທັງຫມົດໃນອອສເຕຣເລັຍ ໂດຍທົ່ວໄປແລ້ວ ຖືວ່າມີພິດຕໍ່າ ຫລືບໍ່ມີພິດ."
redback.jpg
Research has disproved previous concerns about redback spider bites. Although they contain venom, effects take hours to develop and do not require medical treatment, unless there are signs of infection or aggravated symptoms. Credit: Getty Images/Jenny Dettrick
ເຖິງແມ່ນວ່າມັນເປັນເລື່ອງທັມມະດາທີ່ຈະພົບງູ ໃນອອສເຕຣເລັຍ, ການກັດທີ່ເປັນອັນຕະຣາຍຕໍ່ຊີວິດນັ້ນ ແມ່ນຫາຍາກ.

ງູປະມານ 100 ຊະນິດຈາກ 172 ຊະນິດຂອງປະເທດແມ່ນມີພິດ, ດ້ວຍ ສະແດງໃຫ້ເຫັນວ່າ ມີຜູ້ເສັຍຊີວິດປະມານ ສອງຄົນຕໍ່ປີ.

"ພວກເຮົາຮູ້ວ່າງູຖືກພົບໄດ້ຢູ່ທົ່ວອອສເຕຣເລັຍ, ລວມທັງບ່ອນທີ່ພວກເຮົາອາສັຍຢູ່, ແລະດັ່ງນັ້ນມັນເປັນໄປໄດ້ທີ່ພວກເຮົາຈະມີສ່ວນກ່ຽວຂ້ອງກັບມັນ. ແຕ່ໂຊກດີທີ່ການຖືກງູກັດ ຊຶ່ງເຮັດໃຫ້ເກີດບັນຫາ ຈະບໍ່ຄ່ອຍມີຫຼາຍ " Dr Roberts ກ່າວ.

ການປະຖົມພະຍາບານ ສໍາລັບການຖືກແມງມຸມກັດ

ໃນຂນະທີ່ແມງມຸມສ່ວນຫຼາຍໃນອອສເຕຣເລັຍ ເຮັດໃຫ້ເກີດອັນຕະຣາຍຫນ້ອຍທີ່ສຸດ, ແຕ່ມັນກໍເປັນສິ່ງສໍາຄັນທີ່ຈະຮູ້ວ່າ ຈະເຮັດແນວໃດ ໃນກໍຣະນີທີ່ທ່ານ ຫຼືຄົນອື່ນຖືກກັດ.

Dr Roberts ກ່າວວ່າ ແນະນໍາສໍາລັບການຖືກແມງມຸມກັດ ນອກຈາກ ແມງມຸມfunnel-web ແມ່ນ " ລ້າງບ່ອນຖືກກັດ ດ້ວຍຢາຕ້ານເຊື້ອ, ກວດເບິ່ງການສັກຢາປ້ອງກັນ tetanus ຂອງທ່ານ, ແລະຖ້າບໍ່ດັ່ງນັ້ນ, ມັນເປັນເລື່ອງຂອງ ເບິ່ງ (ອາການ) ແລະລໍຖ້າ (ວ່າອາການຈະເປັນແນວໃດ)".

ໃນກໍລະນີທີ່ມີອາການທີ່ຕິດຕາມມາ ຫຼືການແສບຮ້ອນຍ້ອນການຕິດເຊື້ອ, ໃຫ້ຂໍຄວາມຊ່ວຍເຫຼືອທາງແພດ.

ຄວາມເຈັບປວດໃນບໍຣິເວນທີ່ຖືກກັດ ກໍເປັນເລື່ອງທັມມະດາເຊັ່ນກັນ. ການນໍາໃຊ້ຂອງເຢັນ ຫຼືຖົງນ້ຳແຂງ (ທີ່ຫໍ່ດ້ວຍຜ້າສະອາດ) ຢູ່ບ່ອນຖືກກັດ ເປັນເວລາ 15 ນາທີ ສາມາດຊ່ວຍບັນເທົາ ອາການເຈັບປວດໄດ້.
red mark.jpg
ແມງມຸມກັດ (ນອກຈາກ funnel-web) ອາດບໍ່ມີຜົນກະທົບໃນທັນທີ ຈົນຄົນເຮົາບໍ່ຮູ້ສຶກ ວ່າຖືກກັດຈົນກ່ວາໃນເວລາຕໍ່ມາ. ດຣ Roberts ກ່າວ. Credit: Getty Images/Stefania Pelfini, La Waziya Photography
ໃນທາງກົງກັນຂ້າມ, ການຖືກກັດຈາກ ແມງມຸມ funnel-web (funnel-web spiders) ນັ້ນຈະເຈັບປວດ, ເຮັດໃຫ້ເກີດພິດທີ່ເປັນອັນຕະຣາຍຕໍ່ຊີວິດ ແລະຕ້ອງໄດ້ຮັບການຮັກສາ ໃນໂຮງຫມໍ.

ໃຫ້ປະຕິບັດຕໍ່ ການຖືກແມງມຸມດໍາຂນາດໃຫຍ່ ຫຼືທີ່ສົງໄສວ່າແມ່ນ funnel-web spider ກັດ ວ່າເປັນພາວະສຸກເສີນທາງການແພດ ແລະໂທຫາຣົດພະຍາບານທັນທີ.

ດຣ Roberts ແບ່ງຂັ້ນຕອນດັ່ງນີ້:
  • "ໃຊ້ຜ້າພັນທີ່ບ່ອນຖືກກັດ (ແຂນ, ຂາ, ນິ້ວມື, ຫຼືບ່ອນອື່ນ) ໃຫ້ແໜ້ນ ພ້ອມທັງ ຢູ່ເທິງ ແລະລຸ່ມຂອງບ່ອນຖືກກັດນຳ.
  • ຜູ້ຖືກກັດນັ້ນ ຕ້ອງນອນຢູ່ ຈົນກວ່າຣົດພະຍາບານຈະມາເຖິງ.
  • ຢ່າໃຫ້ເຂົາເຈົ້າ ຍ່າງໄປມາ. ນັ້ນອາດຈະເຮັດໃຫ້ພິດຂຍາຍ ໄປທົ່ວຮ່າງກາຍ."
ຈົນກວ່າ ຣົດພະຍາບານ ຈະມາເຖິງ, ພະຍາຍາມ ຢ່າເຄື່ອນຍ້າຍແຂນ ຫຼື ຂາທີ່ຖືກກັດ, ໂດຍສະເພາະໂດຍການໃສ່ເຝືອກ (splinting).
pressure immob bandage.jpg
ຜ້າພັນໃຫ້ແໜ້ນ ຊຶ່ງບໍ່ແມ່ນສາຍຮັດ (tourniquet), ແມ່ນໃຊ້ສໍາລັບການກັດຂອງ funnel-web spider ລວມທັງງູພິດ ເພື່ອຢຸດການໄຫຼວຽນຂອງພິດໃນຮ່າງກາຍ. Credit: Getty Images/Lisa Maree Williams / Stringer

ຈະເກີດຫຍັງຂຶ້ນຖ້າຖືກກັດໃນບ່ອນຫ່າງໄກ?

ທ່ານ (Shaun Francis) ເປັນຫມໍຂອງອົງການ Royal Flying Doctor Service ສາຂາ Queensland, ທີ່ໃຫ້ບໍລິການທີ່ບໍ່ເອົາກຳໄຣ (not-for-profit),ທີ່ບໍຣິການການຂົນສົ່ງທາງອາກາດ, ການດູແລສຸຂະພາບ ແລະການບໍຣິການສຸກເສີນ 24 ຊົ່ວໂມງ ໃນຊຸມຊົນຊົນນະບົດ ແລະຫ່າງໄກ ຂອງອອສເຕຣເລັຍ.

Dr Francis ກ່າວວ່າ, ເປັນເລື່ອງທັມມະດາ ຢູ່ໃນເຂດນອກ ແລະ ເປັນເຣື້ອງປົກກະຕິທີ່ຈະບໍ່ຮູ້ຊະນິດຂອງແມງມຸມທີ່ກັດ.
ໃນເບື້ອງຕົ້ນ, ມີຄວາມເຈັບປວດໃນລະດັບຫນຶ່ງ ຢູ່ບ່ອນທີ່ຖືກກັດ ແລະການບວມແດງ ຊຶ່ງບໍ່ອາດຣະບຸໄດ້ວ່າ ການກັດຊະນິດໃດຫນຶ່ງໂດຍສະເພາະ.
Shaun Francis, The Royal Flying Doctor Service, Queensland
ອາການຫຼັງຈາກການຖືກກັດນັ້ນ ເປັນສິ່ງບົ່ງບອກເຖິງການ ຖືກພິດແລະອາດກໍ່ໃຫ້ເກີດຄວາມຈຳເປັນ ດ້ານສຸຂະພາບ ແລະການຂົນສົ່ງທາງອາກາດຂອງຄົນເຈັບ, ທ່ານຫມໍ Francis ອະທິບາຍ.

"ເມື່ອ ມີ ອາການອື່ນຫຼາຍກວ່າຄວາມເຈັບປວດ, ພວກເຮົາກໍເລີ່ມມີຄວາມເປັນຫ່ວງ ຫລາຍຂຶ້ນ ແລະ ຕາມປົກກະຕິແລ້ວ ມັນຈະເລີ່ມຈາກການມີເຫື່ອອອກ. ຕົວຢ່າງ: ການກັດຂອງແມງມຸມ funnel-web ຈະເລີ້ມມີຄວາມມຶນ ຢູ່ອ້ອມປາກ, ແລະມີອາການຢາກຮາກ, ອາການປວດທ້ອງ ຫຼືຫນ້າເອິກ.

ທ່ານຫມໍ Francis ກ່າວເນັ້ນວ່າ "ນັ້ນເປັນການກະຕຸ້ນໃຫ້ພວກເຮົາປິ່ນປົວ ແລະຈາກນັ້ນກໍ ໃຫ້ການເບິ່ງແຍງເພີ່ມຂຶ້ນ, ເມື່ອປຽບທຽບກັບການຖືກງູກັດ, ຊຶ່ງເຖິງແມ່ນວ່າຈະ ບໍ່ມີອາການເຫຼົ່ານັ້ນ, ພວກເຮົາຈະຍ້າຍຄົນເຈັບໄປການດູແລທີ່ຊັດເຈນ."
outback.jpg
ໃນສະຖານທີ່ຫ່າງໄກ, ການການໂທຣະສັບສຸກເສີນທັງຫມົດສໍາລັບງູກັດ ກໍ່ໃຫ້ເກີດການຕອບສນອງ ທາງການແພດ ສໍາລັບການທີ່ສົງໄສວ່າຖືກພິດ. Credit: Getty Images/kristianbell

ການປະຖົມພະຍາບານ ສໍາລັບການຖືກງູກັດ

ການກັດຂອງງູບາງໂຕຈະ “ແຫ້ງ” ຫມາຍຄວາມວ່າງູກັດແຕ່ບໍ່ມີພິດຖືກປ່ອຍອອກມາ.

ແຕ່ Dr Francis ເຕືອນວ່າ ມັນອາດເປັນ ອັນຕະຣາຍ ທີ່ຈະຄິດວ່າການກັດຂອງ ງູ ນັ້ນບໍ່ມີພິດ. ທຸກກໍຣະນີ ຂອງງູກັດ ບໍ່ວ່າຈະຮູ້ວ່າມີພິດ ຫຼື ພຽງແຕ່ສົງໄສວ່າມີພິດ ຄວນຖືກປະຕິບັດວ່າ ການກັດຂອງງູນັ້ນ ເປັນອັນຕະຣາຍຕໍ່ຊີວິດ.

Dr Francis ໄດ້ຊີ້ແຈງເຖິງສາມຂັ້ນຕອນທີ່ຈໍາເປັນ:
  • ໃຊ້ຜ້າມັດບ່ອນຖືກກັດໃຫ້ແໜ້ນ
  • ຢ່າເໜັງຕີງ ແຂນ ຫຼືຂາທີ່ຖືກກັດ, ໂດຍສະເພາະຢ່າງຍິ່ງແມ່ນການໃສ່ເຝືອກ(splinting)
  • ໂທຣະສັບຫາ triple zero (000).
ຕາມທີ່ Gianni Hodgson, ນັກຈັບງູມືອາຊີບ ກ່າວວ່າ ແມ່ນແຕ່ການກັດທີ່ບໍ່ມີພິດກໍ ສາມາດກໍ່ໃຫ້ເກີດບັນຫາໄດ້.

"ສັດລ້ຽງອາດກ່ຽວຂ້ອງ ກັບພວກມັນ; ເດັກນ້ອຍອາດຖືກກັດ. ພວກມັນອາດບໍ່ມີ ພິດ ແຕ່ພວກມັນອາດມີເຊື້ອແບັກທີເຣັຍໄດ້."

ສິ່ງທີ່ບໍ່ຄວນເຮັດເມື່ອພົບງູ

ງູຈະບໍ່ໂຈມຕີ ເວັ້ນເສັຍແຕ່ພວກມັນຈະຮູ້ສຶກວ່າຖືກຄຸກຄາມຫຼືຢ້ານ. ສ່ວນຫຼາຍ ງູຈະກັດ ເມື່ອຄົນພະຍາຍາມຂ້າ ຫຼືຈັບງູ.

Mr Hodgson ຊີ້ໃຫ້ເຫັນວ່າ ການຄິດວ່າງູອາດໄລ່ຕາມທ່ານ ເປັນຄວາມເຂົ້າໃຈ ຜິດທົ່ວໄປ.
ເວລາດຽວທີ່ງູ ຈະມາຫາທ່ານ ແມ່ນຕອນທີ່ພວກມັນພະຍາຍາມທີ່ ຈະໄປຫາ ບ່ອນທີ່ປອດພັຍ ແລະທ່ານກໍາລັງຢືນຢູ່ໃນເສັ້ນທາງຂອງພວກມັນ. ແລະສ່ວນຫຼາຍແລ້ວ ພວກມັນບໍ່ຮູ້ວ່າທ່ານຢູ່ທີ່ນັ້ນດ້ວຍຊ້ຳ.
Gianni Hodgson, professional snake catcher
Mr Hodgson ແບ່ງປັນຄໍາແນະນໍາບາງຢ່າງ ກ່ຽວກັບສິ່ງທີ່ບໍ່ຄວນເຮັດ ເມື່ອທ່ານ ເຫັນງູ.
  • "ຢ່າສົ່ງສຽງດັງ ເພາະວ່າ, ຖ້າທ່ານຢູ່ໃກ້ມັນແທ້ໆ, ນັ້ນຈະເຮັດໃຫ້ ມັນປ້ອງກັນໂຕຂອງມັນເອງ.
  • ເຮັດໃຫ້ມັນ ຮູ້ວ່າທ່ານຢູ່ບ່ອນນັ້ນໂດຍການເຄື່ອນຍ້າຍໄປມາ ແລະພຽງແຕ່ຖອຍຫນີຈາກມັນ.
  • ຖ້າທ່ານ ຢຽບມັນໂດຍບັງເອີນ ໃຫ້ຢືນຢູ່ບໍ່ຕີງ. ປ່ອຍໃຫ້ມັນເລືອໜີ, ມັນໄປ ຕາມທາງຂອງມັນ. ມັນບໍ່ທັນໄດ້ສັງເກດເຫັນວ່າທ່ານຍັງຢູ່ທີ່ນັ້ນເທື່ອ."

ຈະໂທຫາໃຜຖ້າຖືກກັດ

  • ຖ້າບໍ່ແນ່ໃຈວ່າຈະເຮັດແນວໃດ ຫຼັງຈາກຖືກແມງມຸມກັດ, ໃຫ້ໂທຫາ ສູນຂໍ້ມູນ ສານພິດ ທົ່ວປະເທດ (the nationwide Poisons Information centre) ທີເລກ: 13 11 26.
  • ສໍາລັບງູກັດທັງຫມົດ ແລະກໍຣະນີສຸກເສີນໃດໆ, ໂທຫາ triple zero (000).
  • ຖ້າຫາກວ່າທ່ານຢູ່ໄກຈາກໂຮງຫມໍ, ທ່ານສາມາດໂທຫາ Royal Flying Doctor Service ໄດ້ທີ່ 1300 My RFDS (1300 69 7337).

    Share