ຄະດີຟ້ອງຮ້ອງຜູ້ຜລິດອຸບປະກອນຄຸມກຳເນີດ BAYER ກຳລັງດຳເນີນຢູ່ທີ່ Melbourne.

BAYER LAWSUIT RNF Lao.docx.jpg

ສ່ວນນຶ່ງຂອງຜູ້ຍິງທີ່ຟ້ອງຮ້ອງ ຜູ້ຜລິດອຸບປະກອນຄຸມກຳເນີດ BAYER ກຳລັງດຳເນີນຢູ່ທີ່ Melbourne Credit: Supplied - Andrea Petrie, Slater and Gordon

Get the SBS Audio app

Other ways to listen


Published

By Gareth Boreham
Presented by Sak Phoumirath
Source: SBS

Share this with family and friends


ອຸບປະກອນຄຸມກຳເນີດໄດ້ສ້າງຄວາມເຈັບປວດຕໍ່ຜູ້ຍິງອອສເຕຣເລັຍ ຫຼາຍກວ່າຊາວປີໄດ້ຖືກຟ້ອງໂດຍຜູ້ເຄາະຮ້າຍ ຊຶ່ງບາງຄົນຕ້ອງໄດ້ຮັບການຜ່າຕັດມົດລູກ, ທໍ່ນໍ້ຳເຊື້ອ ແລະທໍ່ມົດລູກອອກ ຍ້ອນຄວາມເຈັບປວດ. ໃນຂນະດຽວກັນ, ບໍຣິສັດ BAYER ຜູ້ຜລິດອຸບປະກອນຍັງຢືນຢັນວ່າຜລິດຕະພັນຂອງຕົນເອງມີຄວາມປອດພັຍແລະມີປະສິດທິພາບ ເຖິງແມ່ນວ່າໄດ້ຈ່າຍເງິນຫຼາຍກວ່າສອງພັນລ້ານໂດລາແລ້ວ ເພື່ອຊຳຣະຄະດີໃນສະຫະຣັດ.


ຄະດີຟ້ອງຮ້ອງຜູ້ຜລິດອຸບປະກອນຄຸມກຳເນີດ BAYER ກຳລັງດຳເນີນຢູ່ທີ່ Melbourne.

ມີການກ່າວຕໍ່ສານ Melbourne ວ່າ ຂັ້ນຕອນການຄຸມກຳເນີດ ທີ່ຮຸນແຮງ ໄດ້ເຮັດໃຫ້ຜູ້ຍິງ ມີຄວາມເຈັບປວດ ແລະມີເລືອດອອກຢ່າງຫລາຍ ແລະເຮັດໃຫ້ຕ້ອງຜ່າຕັດ ເອົາມົດລູກແລະທໍ່ມົດລູກ (Fallopian tubes) ຂອງເຂົາເຈົ້າອອກ.

ການຟ້ອງຮ້ອງຂອງກຸ່ມຜູ້ເຄາະຮ້າຍຕໍ່ Bayer ຜູ້ຜລິດອຸປະກອນ Essure ໄດ້ເລີ້ມຂຶ້ນ, ຊຶ່ງກ່າວວ່າມັນຈະປ້ອງກັນເຖິງຄວາມປອດພັຍຂອງຂົດລວດໂລຫະທີ່ໃສ່ໄວ້ຢ່າງແຂງຂັນ. Gareth Boreham ລາຍງານ

ມັນ (ຂົດລວດໂລຫະ) ໄດ້ຮັບການຍ້ອງຍໍວ່າ ເປັນວິທີການທີ່ອ່ອນໂຍນ ໃນການປ້ອງກັນການຖືພາ.

ແຕ່ Ursula Donzalski ກ່າວວ່າ ອຸບປະກອນຄຸມກໍາເນີດ Essure ໄດ້ເຮັດໃຫ້ນາງບໍ່ມີຫຍັງເລີຍ ນອກຈາກຄວາມເຈັບປວດ ແລະຄວາມທຸກທໍຣະມານຊໍາເຮື້ອ.

"ມັນບໍ່ພຽງໄດ້ສົ່ງຜົນກະທົບຕໍ່ຊີວິດຂອງຂ້ອຍເທົ່ານັ້ນ. ມັນໄດ້ສົ່ງຜົນກະທົບ ຕໍ່ຊີວິດຂອງລູກຂອງຂ້ອຍ. ມັນໄດ້ສົ່ງຜົນກະທົບ ຕໍ່ຄວາມສໍາພັນຂອງຂ້ອຍ. ມັນສົ່ງຜົນກະທົບຕໍ່ວຽກງານຂອງຂ້ອຍ. ເຈົ້າຕື່ນນອນມາ ແລະເຈົ້າຮູ້ສຶກວິນຫົວ. ເຈົ້ານອນລົງເຈົ້າກໍຮູ້ສຶກວິນຫົວ. ເຈົ້າຮູ້ສຶກວິນຫົວສເມີ. ເຈົ້າລຸກຂຶ້ນ ກໍຢາກຮາກ."

ນາງແມ່ນນຶ່ງໃນຈໍານວນຫຼາຍຮ້ອຍຄົນ ທີ່ເຂົ້າຮ່ວມການຟ້ອງຮ້ອງເປັນກຸ່ມ (Class action) ຕໍ່ຜູ້ຜລິດຂອງຂົດລວດໂລຫະ ທີ່ຖືກເອົາເຂົ້າໄປໃສ່ ໃນທໍ່ມົດລູກ (Fallopian tubes) ເພື່ອບໍ່ໃຫ້ນ້ຳເຊື້ອຂອງຜູ້ຊາຍ (Sperm) ເຂົ້າໄປໃນມົດລູກໄດ້.

Sandra Henderson ກໍເປັນອີກຄົນຫນຶ່ງ...

"ຄວາມເສັຍຫາຍໄດ້ເກີດຂຶ້ນແລ້ວ. ບໍ່ມີຫຍັງ ທີ່ທ່ານສາມາດເຮັດໄດ້ ເພື່ອຢ້ອນເວລາກັບຄືນ, ແຕ່ຂ້ອຍສາມາດຢຸດມັນ ທີ່ຈະມີອີກຕໍ່ໄປ. ທ່ານພຽງແຕ່ຕ້ອງເຮັດ ໃນສິ່ງທີ່ທ່ານສາມາດເຮັດໄດ້ ເພື່ອຈະເອົາສິ່ງທີ່ເສັຍໄປນັ້ນກັບຄືນ. ທ່ານບໍ່ສາມາດເອົາຄືນໄດ້ ແລະມັນເຖິງເວລາ ທີ່ພວກເຂົາ ຕ້ອງຮັບຮູ້ຕໍ່ສິ່ງທີ່ພວກເຂົາໄດ້ເຮັດ ກັບພວກເຮົາ."

ແມ່ລູກສີ່ກ່າວວ່າ ຄວາມເຈັບປວດຂອງນາງ ໄດ້ເລີ່ມຕົ້ນໃນມື້ທີ່ເຄື່ອງນັ້ນ ໄດ້ຖືກໃສ່ໄວ້ ເມື່ອ 20 ປີກ່ອນ.

"ຄວາມເຈັບປວດນັ້ນຮຸນແຮງຫຼາຍ.ໃນທີ່ສຸດຂ້ອຍຕ້ອງໃສ່ຢາສລົບແລະຕື່ນຂຶ້ນຫຼາຍຊົ່ວໂມງຫຼັງຈາກນັ້ນ ແລະມື້ນັ້ນກໍໄດ້ຢູ່ໂຮງຫມໍ. ນັບແຕ່ນັ້ນມາ ມັນກໍບໍ່ໄດ້ຜົນ ຢ່າງທີ່ເຂົາເຈົ້າໄດ້ໂຄສະນາ"

ທະນາຍຄວາມຂອງໂຈດ, Fiona Forsyth, KC, ໄດ້ກ່າວຕໍ່ສານສູງສຸດ ຂອງຣັດ Victoria (Victorian Supreme Court) ວ່າ ແມ່ຍິງບາງຄົນ ຖືກບັງຄັບໃຫ້ຕ້ອງໄດ້ຮັບການຜ່າຕັດທ້ອງ ເພື່ອບັນເທົາຜົນຂ້າງຄຽງ ທີ່ຮຸນແຮງນັ້ນ.

ຂໍ້ຄວາມຕໍ່ໄປນີ້ ໄດ້ມີການອອກສຽງໃຫມ່.

"ເມື່ອເນື້ອເຍື່ອເກີດຂື້ນແລ້ວ ທ່ານບໍ່ສາມາດເອົາມັນອອກໄດ້. ວິທີດຽວ ທີ່ທ່ານສາມາດເອົາມັນອອກໄດ້ແທ້ໆ ແມ່ນຜ່ານການເອົາມົດລູກ (Hysterectomy) ຫຼືທໍ່ນຳໄຂ່ອອກ (Salpingectomy), ເອົາທໍ່ມົດລູກ (Fallopian tubes) ອອກ. ໃນແມ່ຍິງບາງຄົນ, ອຸປະກອນຍັງໄດ້ມີການຜຸ, ແຕກຫັກ ຫຼືໂຍກຍ້າຍພາຍໃນຮ່າງກາຍຂອງເຂົາເຈົ້າ ແລະຢຸດລົງ ໃນສະຖານທີ່ ທີ່ພວກມັນບໍ່ຄວນຢູ່."

Bayer, ຜູ້ຜລິດປະຕິເສດບັນຫາທີ່ແພ່ຫຼາຍ ກ່ຽວກັບຜລິດຕະພັນ ຊຶ່ງຕອນນີ້ຖືກເອີ້ນກັບຄືນ, ເຖິງແມ່ນວ່າ ໄດ້ມີການຈ່າຍເງິນຫຼາຍກວ່າ ສອງພັນລ້ານໂດລາແລ້ວ ເພື່ອຊຳຣະຄະດີໃນສະຫະຣັດ, ເຊິ່ງບໍ່ໄດ້ລວມເຖິງການຍອມຮັບການກະທໍາຜິດ ຫຼືຄວາມຮັບຜິດຊອບໃດໆຂອງ Bayer.

ໃນຖແລງການສະບັບນຶ່ງ, Bayer ກ່າວວ່າ ຕົນຈະສືບຕໍ່ ປົກປ້ອງຕົນເອງ ຢ່າງແຂງຂັນໃນສານ ໂດຍຫມັ້ນໃຈວ່າຫລັກຖານ ຈະສະແດງໃຫ້ເຫັນວ່າ ບໍຣິສັດບໍ່ມີຄວາມຮັບຜິດຊອບ ຕໍ່ການບາດເຈັບຕາມຖືກກ່າວຫາໃດໆ.

"Bayer ຢືນຢູ່ເບື້ອງຫຼັງຄວາມປອດພັຍ ແລະປະສິດທິພາບຂອງ Essure  ຊຶ່ງໄດ້ຮັບການສນັບສນູນ ຈາກຄນະຄົ້ນຄວ້າທີ່ກວ້າງຂວາງ ຂອງບໍຣິສັດ ແລະນັກຄົ້ນຄວ້າທາງການແພດອິດສຣະ, ເຊິ່ງມີແມ່ຍິງເຂົ້າຮ່ວມຫຼາຍກວ່າ 270,000 ຄົນໃນໄລຍະ ສອງທົດສະວັດທີ່ຜ່ານມາ."

ການດຳເນີນຄະດີຄາດວ່າ ຈະໃຊ້ເວລາ 12 ອາທິດ.

Gareth Boreham ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.


Share