ຣັຖບານກຳລັງຈະໃຫ້ທຶນ ໄຮໂດຣເຈນຂຽວ ໃຫ້ອອສເຕຣເລັຍ.

Andrew 'Twiggy' Forrest speaking about 'green hydrogen'

Andrew Forrest ກຳລັງກ່າວກ່ຽວກັບ 'green hydrogen' Source: AAP

Get the SBS Audio app

Other ways to listen


Published

By Pablo Vinales, Alex Anyfantis
Presented by Sak Phoumirath
Source: SBS

Share this with family and friends


ຣັຖບານແຮງງານ ມຸ່ງຫມັ້ນທີ່ຈະເຮັດໃຫ້ອອສເຕຣເລັຍເປັນມະຫາອໍານາດ ໄຮໂດຣເຈນສີຂຽວ ດ້ວຍການລົງທຶນ ສອງພັນລ້ານໂດລາ ໃຫ້ແກ່ກອງທຶນທີ່ຕັ້ງຂຶ້ນ ເພື່ອຫຼຸດຕົ້ນທຶນການຜລິດ. ເຖິງຢ່າງໃດກໍຕາມ, ບາງຄົນໃນຝ່າຍຄ້ານຢືນຢັນວ່າ ນ້ຳມັນເຊື້ອໄຟຈະຢູ່ທີ່ນີ້ ຕລອດໄປ.


ຣັຖບານກຳລັງຈະໃຫ້ທຶນ ໄຮໂດຣເຈນຂຽວ ຕໍ່ອອສເຕຣເລັຍ.

ແຮງງານ ມຸ່ງຫມັ້ນທີ່ຈະເປັນມະຫາອໍານາດ ໄຮໂດຣເຈນສີຂຽວ ດ້ວຍການລົງທຶນ ສອງພັນລ້ານໂດລາ ໃຫ້ແກ່ກອງທຶນທີ່ຕັ້ງຂຶ້ນ ເພື່ອຫຼຸດຕົ້ນທຶນການຜລິດ.

ແຕ່ຣັຖມົນຕີ ພະລັງງານ ໄດ້ປະຕິເສດຕໍ່ຄໍາແນະນໍາ ຂອງມະຫາເສດຖີພັນລ້ານ ທ່ານ Andrew Forrest ຜູ້ລົງທຶນ ຊັ້ນນໍາ ຂອງເທັກໂນໂລຈີ ທີ່ເກີດຂຶ້ນໃໝ່ນັ້ນ ຈະເປັນຜູ້ຊນະທີ່ໃຫຍ່ທີ່ສຸດ ຂອງໂຄງການນີ້. Pablo Vinales ແລະ Alex Anyfantis ລາຍງານ.

ມະຫາເສດຖີບໍ່ແຮ່ ກໍາລັງທໍາການຣົນນະຣົງເພື່ອນໍາເອົາການປ່ຽນແປງ ພະລັງງານທົດແທນ ຂອງອອສເຕຣເລັຍໄປສູ່ຈຸດສູງສຸດໃຫມ່.

Andrew Forrest ເປັນຜູ້ນໍາໃນການຊຸກຍູ້ ໃຫ້ມີເຕັກໂນໂລຊີ ທີ່ກໍາລັງຈະເກີດຂຶ້ນຄື: ໄຮໂດຣເຈນສີຂຽວ ຊຶ່ງຖືກຜລິດ ໂດຍຜ່ານພະລັງງານທີ່ສະອາດ-ລົມ, ນ້ຳ, ຫຼືແສງອາທິດ.

ງົບປະມານໃນຄືນວັນອັງຄານ ທີ່ຣັຖມົນຕີການຄັງ ທ່ານ Chalmers ໄດ້ມອບໃຫ້, ໄດ້ໃຫ້ການກະຕຸ້ນອັນໃຫຍ່ຫລວງ.

"ທັດສນະຫຼັກແມ່ນວ່າ ໄຮໂດຣເຈນເປັນໂອກາດໃຫຍ່ສໍາລັບອອສເຕຣເລັຍ. ແລະດ້ວຍຊາວອາເມຣິກັນໄດ້ໃຫ້ເງິນຈໍານວນຫລວງຫລາຍ ໃນການຊ່ອຍເຫລືອ ແລະສນັບສນຸນ, ຊາວການາດາ, ຊາວເອີຣົບ ກໍເອົາແບບຢ່າງ, ບໍ່ທາງໃດກໍທາງຫນຶ່ງ."

ຣັຖບານ ຈະມອບເງິນ ສອງພັນລ້ານໂດລາ ເພື່ອລົງທຶນໃນໂຄງການ ທີ່ຈະສນັບສນູນໂຄງການໄຮໂດຣເຈນຂນາດໃຫຍ່ ຕັ້ງແຕ່ປີ 2026-27.

ແນວຄິດແມ່ນການຫຼຸດຕົ້ນທຶນ ການຜລິດໄຮໂດຣເຈນສີຂຽວ ແລະສົ່ງເສີມການປ່ຽນຜ່ານ ການໝູນໃຊ້ພະລັງລັງງານ ຂອງປະເທດ.

ທ່ານ Chris Bowen ຣັຖມົນຕີ ວ່າການດ້ານການປ່ຽນແປງສະພາບພູມອາກາດອາກາດ ແລະ ພະລັງງານ ຫວັງວ່າ ໄຮໂດຣເຈັນ ຈະຖືກນໍາໃຊ້ເພື່ອເກັບພະລັງງານ ແລະ ໃນທີ່ສຸດກໍສົ່ງອອກສູ່ຕລາດໂລກ.

"ນີ້ແມ່ນການລົງທຶນສອງພັນລ້ານໂດລາ ໃນຫນຶ່ງໃນອຸດສາຫະກັມທີ່ສໍາຄັນໃນອະນາຄົດຂອງພວກເຮົາ. ຜູ້ທີ່ມີສະຕິຈະຕ້ອງຄິດວ່າ ໄຮໂດຣເຈນສີຂຽວ ມີບົດບາດອັນໃຫຍ່ຫຼວງ ໃນອະນາຄົດຂອງພວກເຮົາ."

Tony Wood ຈາກສະຖາບັນ Grattan ອະທິບາຍວ່າ ສະພາບການກ່ຽວກັບພະລັງງານທົດແທນ ກໍາລັງຈະປ່ຽນແປງແນວໃດ.

"ໃນເວລານີ້ ໄຮໂດຣເຈນສີຂຽວ, ທີ່ຜລິດຈາກພະລັງງານທົດແທນ, ມີລາຄາແພງກວ່າ ການຜລິດ ຈາກຖ່ານຫີນ ແລະແກັສ ແຕ່ນັ້ນຈະ ປ່ຽນໄປເມື່ອໂຄງການຕ່າງໆ ທີ່ພວກເຮົາກໍາລັງເວົ້າເຖິງ ການໃຫ້ທຶນເຮັດໃຫ້ຕົ້ນທຶນ ໃນການເຮັດສິ່ງນີ້ຫຼຸດລົງ."

ແຕ່ຣັຖບານໄດ້ປະຕິເສດຄໍາແນະນໍາ ຂອງບໍຣິສັດ Fortescue Futures ຂອງ Mr Forrest ຈະເປັນຜູ້ຊນະທີ່ຍິ່ງໃຫຍ່ທີ່ສຸດ.

BP ຍັງໄດ້ຍອມຮັບການປະກາດ ເຊັ່ນດຽວກັນກັບຣັຖມົນຕີ ການປ່ຽນແປງສະພາບ ອາກາດ ແລະພະລັງງານ.

"ຂ້າພະເຈົ້າຍິນດີຕ້ອນຮັບ ການລົງທຶນໃນໄຮໂດຣເຈນສີຂຽວ ໂດຍ Andrew Forrest. ລາວເປັນຜູ້ນໍາລະດັບໂລກ. ລາວຈະຕ້ອງແຂ່ງຂັນກັບຄົນອື່ນ ເພື່ອໃຫ້ໄດ້ຮັບການສນັບສນູນຈາກຣັຖບານສໍາລັບໂຄງການຕ່າງໆຂອງລາວ."

ໂຄງການນີ້ແມ່ນເພື່ອຕອບສນອງຕໍ່ກົດຫມາຍ ຫຼຸດຜ່ອນອັດຕາ ເງິນເຟີ້ ຂອງ ສະຫະຣັດ, ຊຶ່ງມີມູນຄ່າ 550 ພັນລ້ານໂດລາ, ເຊິ່ງໃຫ້ ເຄຣດິດ ພາສີ ເພື່ອເຮັດໃຫ້ມີການແຂ່ງຂັນຫຼາຍຂຶ້ນ.

ອີກມາດຕະການນຶ່ງ ທີ່ໄດ້ຖືກກ່າວເຖິງວ່າ ເປັນການຕໍ່ຕ້ານເງິນເຟີ້ ກໍຄືການຊຸກຍູ້ ໃຫ້ຍົກລະດັບປະສິດທິພາບ ການໃຊ້ພະລັງງານໃນບ້ານເຮືອນ ຂອງອອສເຕຣເລັຍ.

Saul Griffith ຈາກ Rewiring Australia ອະທິບາຍ ວິທີເຮັດແນວໃດ.

"ນັ້ນແມ່ນເຫດຜົນທີ່ກົດຫມາຍ ຫຼຸດຜ່ອນອັດຕາເງິນເຟີ້ ຖືກເອີ້ນວ່າ ກົດຫມາຍ ຫຼຸດຜ່ອນອັດຕາເງິນເຟີ້.  ການໃຊ້ພະລັງງານໄຟຟ້າ ແມ່ນການຕໍ່ຕ້ານເງິນເຟີ້ ເພາະວ່າທ່ານກໍາຈັດຄວາມບໍ່ແນ່ນອນ ຂອງລາຄານໍ້າມັນເຊື້ອໄຟ ໃນອະນາຄົດ."

ຣັຖບານຈະໃຫ້ເງິນ 1.3 ພັນລ້ານໂດລາ ຕໍ່ການໃຫ້ກູ້ຢືມ ແກ່ຄອບຄົວທີ່ມີລາຍໄດ້ຕ່ຳ ເພື່ອເຮັດໃຫ້ ຄົວເຮືອນປະຢັດພະລັງງານຫຼາຍຂຶ້ນ, ໂດຍມີການປັບປຸງເຊັ່ນ: ໃສ່ແວ່ນສອງຊັ້ນໃນປ່ອງຢ້ຽມ ແລະເຄື່ອງເຮັດໄຟຟ້່າ ຈາກແສງອາທິດຢູ່ເທິງຫລັງຄາ.

ສະມາຊິກສະພາສູງ ອິດສຣະ ທ່ານ David Pocock ເຫັນດີວ່າ ນີ້ແມ່ນໂອກາດທີ່ມີຄຸນຄ່າໃນການຕິດຕາມ.

"ເຮົາຮູ້ວ່າ ການເຮັດໃຫ້ເຮືອນໃຊ້ໄຟຟ້າທັງໝົດ ເປັນໂອກາດອັນໃຫຍ່ຫຼວງ ສໍາລັບຄອບຄົວຂອງອອສເຕຣເລັຍໃນການປະຢັດເງິນ. ບໍ່ແມ່ນການໃຫ້ເງິນ $500  ເພື່ອຫຼຸດຜ່ອນການຊໍາລະຄ່າພະລັງງານໃນຄັ້ງດຽວ, ແຕ່ຈະປະຢັດເງິນຫຼາຍພັນໂດລາ ໃນທຸກໆປີ."

ເຖິງຢ່າງໃດກໍຕາມ, ບາງຄົນໃນຝ່າຍຄ້ານຢືນຢັນວ່າ ນ້ຳມັນເຊື້ອໄຟຈະຢູ່ທີ່ນີ້ ຕລອດໄປ.

ສະມາຊິກສະພາສູງ ພັກ Nationals ທ່ານ Matt Canavan ກ່າວວ່າ.

"ພັກແຮງງານ ຈະບໍ່ມີງົບປະມານບວກ ຖ້າບໍ່ແມ່ນຍ້ອນຜົນງານ ກະສິກັມບໍ່ແຮ່ (Mining Agricultural) ທີ່ເຂັ້ມແຂງ ຢ່າງທີ່ພວກເຮົາກໍາລັງເຫັນ ໃນຕອນນີ້. ແລະບໍ່ມີຫຍັງ, ເກືອບບໍ່ມີຫຍັງເລີຍ ທີ່ຈະກັບຄືນມາທີ່ ພູມີພາກ"

ບັດນີ້ພັກແຮງງານ ກຳລັງຈະກຳໜົດກອງທຶນໃຫມ່.

Pablo Vinales ແລະ Alex Anyfantis ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share