ປະຕິກິຣິຍາຂອງ ຊຸມຊົນຫຼາຍວັດທະນະທັມຕໍ່ງົບປະມານປີນີ້.
ພວກເຮົາມັກຈະເວົ້າເຖິງງົບປະມານ ໃນແງ່ຂອງຜູ້ໄດ້ ແລະຜູ້ເສັຍ (ຜົນປໂຍດ).
ດັ່ງນັ້ນ, ສຳລັບ ຊຸມຊົນຫຼາຍວັດທະນະທັມຂອງ ເດ..ເປັນແນວໃດ? Hannah Kwon ມີລາຍງານ.
ທ່ານ Jim Chalmers ຣັຖມົນຕີກະຊວງການຄັງ ໄດ້ສົ່ງມອບງົບປະມານ ປີ 2023.
"ພວກເຮົາເຂົ້າໃຈວ່າ ຊາວອອສເຕຣເລັຍ ແມ່ນຢູ່ພາຍໃຕ້ຄວາມກົດດັນໃນຕອນນີ້. ດ້ວຍເຫດນີ້ ການໃຫ້ການບັນເທົາທຸກທີ່ມີຄວາມຮັບຜິດຊອບ, ມີເປົ້າຫມາຍ ເປັນສິ່ງສໍາຄັນອັນດັບຫນຶ່ງ ໃນງົບປະມານນີ້. ແຜນຄ່າຄອງຊີບມູນຄ່າ 14.6 ພັນລ້ານໂດລາ ຂອງພວກເຮົາຈະ: ໃຫ້ການຊ່ວຍເຫຼືອ ໃນການຊໍາລະຄ່າໄຟຟ້າ. ເຮັດໃຫ້ຄ່າໃຊ້ຈ່າຍ ດ້ານສຸຂະພາບຫຼຸດລົງ. ສນັບສນູນ ຊາວອອສເຕຣເລັຍ ທີ່ມີຄວາມສ່ຽງ. ສ້າງເຮືອນທີ່ມີລາຄາບໍ່ແພງໃຫ້ຫຼາຍຂຶ້ນ. ແລະສົ່ງເສີມຄ່າຈ້າງ...."
ແຕ່ບໍ່ແມ່ນທຸກຄົນທີ່ຕົບມື.
ປະທານສະຫະພັນນັກສຶກສາແຫ່ງຊາດ, ທ່ານນາງ Bailey Riley ກ່າວວ່າ ລາວຢາກຈະເຫັນຫຼາຍກວ່ານັ້ນອີກ.
"ຂ້າພະເຈົ້າເຊື່ອວ່າ ນັ້ນແມ່ນຈຳນວນຫນ້ອຍທີ່ສຸດ ຈາກ, ການເພີ່ມຂຶ້ນ 15 ເປີເຊັນ (ໃນການຊ່ວຍເຫຼືອຄ່າເຊົ່າຂອງ Commonwealth) ທີ່ ເຂົາເຈົ້າໄດ້ສັນຍານັ້ນ ກໍເທົ່າກັບເງິນປະມານ 31 ໂດລາ ຕໍ່ສອງອາທິດ ຊຶ່ງຍັງຕ່ຳກວ່າວ່າຄ່າເຊົ່າໂດຍທົ່ວໄປ ທີ່ໄດ້ເພີ່ມຂຶ້ນຫລາຍ ໃນຕົວເມືອງໃຫຍ່ ໃນປີນີ້. ຂ້າພະເຈົ້າຮູ້ວ່າ ຄ່າເຊົ່າຢູ່ໃນຕົວເມືອງ ເຊັ່ນ Sydney ໄດ້ເພີ່ມຂຶ້ນ 20, 30, 40%, ແລະການເພີ່ມການຊ່ວຍເຫຼືອ ຈາກຣັຖບານ ນີ້ແມ່ນຍັງຢູ່ໄກຈາກນັ້ນຫຼາຍ. ເຫັນໄດ້ຢ່າງຊັດແຈ້ງ ວ່າມັນເປັນການຊ່ວຍເຫຼືອ, ແຕ່ຂ້າພະເຈົ້າບໍ່ຄິດວ່າ ໄປໄກພໍ ໃນການຊ່ອຍເຫຼືອຄົນຫນຸ່ມ, ໂດຍສະເພາະ ແມ່ນຜູ້ທີ່ຮັບເງິນຊ່ວຍເຫລືອຄ່າເຊົ່າ."
ດ້ວຍວິກິດການເຮືອນເຊົ່າ ຂອງອອສເຕຣເລັຍ ທີ່ມີຜົນກະທົບ ຕໍ່ແມ່ຍິງ ແລະຊາວພື້ນເມືອງ ອອສເຕຣເລັຍຢ່າງບໍ່ສົມສັດສ່ວນ, CEO ຂອງ ສູນກາງ ສໍາລັບແມ່ຍິງ (Multicultural Centre for Women), Dr Adele Murdolo, ກ່າວວ່າ ມັນເປັນບັນຫາ ທີ່ຕ້ອງການແກ້ໄຂຢ່າງຮີບດ່ວນ.
"ຂ້າພະເຈົ້າຄິດວ່າ ບັນຫາຫຼັກທີ່ພວກເຮົາໄດ້ຍິນຈາກແມ່ຍິງ, ແນ່ນອນ, ແມ່ນຄ່າຄອງຊີບ ແລະແນ່ນອນວ່າ ຄວາມເປັນຫ່ວງຂອງຂ້າພະເຈົ້າ ແມ່ນສໍາລັບຜູ້ຍິງອົບພະຍົບ ຜູ້ທີ່ມີແນວໂນ້ມວ່າ ຈະດ້ອຍໂອກາດຫລາຍຂຶ້ນ ແລະອາສັຍຢູ່ໃນເຂດ ທີ່ຂາດເຂີນຫລາຍກວ່າ, ແລະຕ້ອງຮັບມື ກັບວິກິດການເຊົ່ານັ້ນ."
Dr Murdolo ກ່າວວ່າ ມັນເປັນສິ່ງສໍາຄັນ ຄືຕ້ອງແນ່ໃຈວ່າ ການບັນເທົາທຸກນີ້ ໄດ້ຖືກມອບໃຫ້ແກ່ ຊາວອອສເຕຣເລັຍທຸກຄົນ.
"ພວກເຮົາມີແຜນການດູແລເດັກ ຫຼືຮູບແບບຕ່າງໆ ທີ່ມີໃຫ້ຄົນຖືວີຊາສະເພາະ, ຫຼືຜູ້ທີ່ອາສັຍຢູ່ໃນອອສເຕຣເລັຍ. ມີຫຼາຍກວ່າຫນຶ່ງລ້ານຄົນ ທີ່ອາສັຍຢູ່ໃນ ອອສເຕຣເລັຍ ດ້ວຍວີຊາຊົ່ວຄາວ, ແຕ່ທີ່ຈິງແລ້ວ ພວກເຂົາເຈົ້າໄດ້ອາສັຍຢູ່ທີ່ນີ້ ເປັນເວລາຫຼາຍປີແລ້ວ. ແລະພວກເຂົາເຈົ້າ ໄດ້ຕັ້ງຖິ່ນຖານຢູ່ທີ່ນີ້, ແລະພວກເຂົາໄດ້ມີລູກຢູ່ທີ່ນີ້, ແລະພວກເຂົາມັກຈະພາດບາງໂຄງການເຫຼົ່ານີ້."
ຣັຖບານໄດ້ຈັດຫາເງິນທຶນເພື່ອເສີມສ້າງ ຄວາມເຂັ້ມແຂງແກ່ລະບົບການຍົກຍ້າຍຖິ່ນຖານ ຊຶ່ງກ່າວວ່າ ຈະຫລຸດຜ່ອນການຂາດທັກສະສໍາຄັນ ຂອງປະເທດແລະສ້າງແຮງງານໃຫ້ມີປະສິດທິຜົນຫລາຍຂຶ້ນ.
ຣັຖບານ ຈະໃຫ້ທາງອອກວີຊາຖາວອນແກ່ຜູ້ຖືວີຊາ ຫຼືຜູ້ສມັກຂໍເອົາ TPV ຫຼື SHEV ສໍາລັບການປົກປ້ອງຊົ່ວຄາວ (Temporary Protection-TPV, subclass 785) ແລະ Safe Haven Enterprise (SHEV, subclass 790) ກ່ອນວັນທີ 14 ກຸມພາປີນີ້.
ແລະໜ່ວຍງານປະເມີນຄົນເຂົ້າເມືອງ (Immigration Assessment Authority)ຈະໄດ້ຮັບເງິນສີ່ລ້ານໂດລາ ໃນປີງົບປະມານຕໍ່ໄປ ເພື່ອສືບຕໍ່ ການທົບທວນຄຸນສົມບັດ ຂອງຄໍາຮ້ອງຂໍວີຊາປົກປ້ອງ (Protection Visa) ທີ່ບໍ່ຜ່ານ ຊຶ່ງມີສິດໄດ້ຮັບການທົບທວນຢ່າງດ່ວນ, ພຽງແຕ່ລໍຖ້າ ການຈັດຕັ້ງຄນະກວດສອບການບໍຣິຫານໃຫມ່ ຂອງຣັຖບານ.
Jana Favero, ຜູ້ອຳນວຍການ Advocacy and Campaigns ຂອງ The Asylum Seeker Resource Centre, ກ່າວວ່າ ຍິນດີຕ້ອນຮັບ ມາດຕະການດັ່ງກ່າວ.
ແຕ່ລາວກ່າວວ່າ ຜູ້ຂໍລີ້ພັຍຍັງບໍ່ສາມາດເຂົ້າເຖິງ ການສນັບສນູນ ທາງສັງຄົມສ່ວນໃຫຍ່ໄດ້.
"ມັນແມ່ນເລື້ອງຍາກ ທີ່ຈະເຂົ້າໃຈວ່າ ເປັນຫຍັງຜູ້ຄົນທີ່ຂໍລີ້ພັຍ ຍັງສືບຕໍ່ຖືກຍົກເວັ້ນ ຈາກການສນັບສນູນ ທາງສັງຄົມສ່ວນໃຫຍ່. ຂ້າພະເຈົ້າເຂົ້າໃຈໃນເວລານີ້ວ່າ ມີວິກິດຄ່າຄອງຊີບ, ແຕ່ເຮົາກໍາລັງເວົ້າເຖິງ ຄົນທີ່ສແວງຫາການລີ້ພັຍທີ່ຢູ່ໃນຊຸມຊົນຂອງພວກເຮົາ: ເພື່ອນຮ່ວມງານ, ເພື່ອນບ້ານ, ຍ້ອນການເລືອກຂອງຣັຖບານ ໂດຍເຈດຕະນາ, ແລະໃນທັງສອງຝ່າຍຂອງຣັຖບານ, ກໍາລັງຖືກບັງຄັບ ໃຫ້ຕົກຢູ່ໃນຄວາມທຸກຍາກ ແລະຄວາມລຳບາກ."
ໃນຂນະທີ່ຄ່າຄອງຊີບ ແມ່ນຢູ່ໃຈກາງຂອງງົບປະມານນີ້, CEO ຂອງ Federation of Ethnic Communities Councils of Australia (FECCA) ທ່ານ Mohammed Al-Khafaji ກ່າວວ່າ ສຸຂະພາບຫຼາຍວັດທະນະທັມ ໄດ້ເປັນສິ່ງສໍາຄັນຂອງເຂົາເຈົ້າ ໃນປີນີ້.
"ພວກເຮົາຄິດວ່າ ງົບປະມານນີ້ແມ່ນການເລີ່ມຕົ້ນທີ່ດີສໍາລັບຊຸມຊົນຫຼາຍວັດທະນະທັມ. ເຫັນໄດ້ຢ່າງຊັດເຈນວ່າ ເຮົາຮູ້ວ່າມາດຕະການຄ່າຄອງຊີບ ແລະເງິນຊ່ອຍເຫຼືອ ແມ່ນສໍາຄັນແທ້ໆ ສໍາລັບຊາວອອສເຕຣເລັຍທຸກຄົນ, ແລະເຮົາຄິດວ່າ ມາດຕະຖານເຫລົ່ານັ້ນ ຈະນໍາໃຊ້ສໍາລັບຊຸມຊົນ ຫລາຍວັດທະນະທັມເຊັ່ນກັນ. ແຕ່ໃນກອງທຶນດ້ານສຸຂະພາບ ຫຼາຍວັດທະນະທັມ, ເຊິ່ງຖືເປັນສິ່ງສໍາຄັນ ສໍາລັບຊຸມຊົນຂອງພວກເຮົາ, ພວກເຮົາຍິນດີຕ້ອນຮັບ ບາງມາດຕະການ ໃນງົບປະມານ. ພວກເຮົາຄິດວ່າ ມັນເປັນການເລີ່ມຕົ້ນທີ່ດີ ແລະພວກເຮົາຄອຍຖ້າ ທີ່ຈະເຮັດວຽກຮ່ວມກັບຣັຖບານ ເພື່ອໃຫ້ແນ່ໃຈວ່າ ຣັຖບານມອບໃຫ້ຫຼາຍຂຶ້ນ ສໍາລັບອອສເຕຣເລັຍ ຫຼາຍວັດທະນະທັມ"
Mohammed Al-Khafaji ກ່າວວ່າ ຣັຖບານກາງ ໄດ້ຍົກເລີກ Multicultural Health Connect line ຢ່າງງຽບໆ ຊຶ່ງເປັນການບໍຣິການ ດ້ານພາສາ ທີ່ໃຫ້ການສນັບສນຸນ ແກ່ຊຸມຊົນຫຼາຍວັດທະນະທັມ ກ່ຽວກັບ COVID-19.
"ມັນເປັນໂຄງການທົດລອງ, ແລະຂ້າພະເຈົ້າເຊື່ອວ່າ ໃນເວລານີ້ ຣັຖບານກໍາລັງທົບທວນ ສິ່ງທີ່ພວກເຮົາສາມາດຟື້ນຕົວຄືນໃຫມ່ໄດ້ແທ້ໆ, ເພື່ອອອກແບບຮ່ວມກັນ ກັບຊຸມຊົນ. ມັນເປັນສິ່ງສໍາຄັນແທ້ໆ ທີ່ຈະເຮັດໃຫ້ແນ່ໃຈວ່າ ມັນເປັນສ່ວນໜຶ່ງຂອງແຫລ່ງທີ່ກວ້າງຂວາງ ໃນສຸຂະພາບຫຼາຍວັດທະນະທັມ. ຖ້າຄົນເຮົາບໍ່ຮູ້ວ່າ ມີສາຍ Multicultural Health Connect ຢູ່ ເຂົາອາດຈະບໍ່ໃຊ້ມັນ. ການໂຕ້ແຍ້ງຂອງພວກເຮົາ ແມ່ນພວກເຮົາຕ້ອງການ ການລົງທຶນທີ່ສໍາຄັນ ໃນດ້ານສຸຂະພາບ ຫຼາຍວັດທະນະທັມ ແລະງົບປະມານນີ້ ໄດ້ມອບການລົງທຶນ ໃນດ້ານສຸຂະພາບຫຼາຍວັດທະນະທັມແລະພວກເຮົາ ຫວັງວ່າຈະເຮັດວຽກຮ່ວມກັບຣັຖບານເພື່ອຊັກຊວນໃຫ້ພວກເຂົາ ເຮັດຫຼາຍກວ່ານັ້ນອີກ ໃນງົບປະມານຕໍ່ໄປ."
ນັບແຕ່ເດືອນກັນຍາປີນີ້, ຜູ້ປ່ວຍທີ່ເປັນພະຍາດຊໍາເຮື້ອ ຈະສາມາດ ເຂົ້າເຖິງຢາ ທີ່ມີລາຄາຖືກກວ່າ.
Dr Chalmers ກ່າວວ່າ ຣັຖບານກາງ ຈະລົງທຶນ 2.2 ພັນລ້ານ ໂດລາ ເພື່ອເພີ່ມການເຂົ້າເຖິງຢາປົວພະຍາດ ທີ່ສຳຄັນ ໂດຍຜ່ານໂຄງການ Pharmaceutical Benefits Scheme (PBS).
"ແທນທີ່ຈະຕ້ອງກັບຄືນໄປຫາຫມໍຂອງພວກເຂົາທຸກໆເດືອນ, ຄົນເຈັບປ່ວຍ ຊໍາເຮື້ອທົ່ວໄປຫຼາຍຄົນ ຈະສາມາດ ໄດ້ຮັບຢາຮັກສາ ທີ່ກຸ້ມໄດ້ສອງເດືອນ ສໍາລັບຢາທີ່ແຕກຕ່າງກັນຫຼາຍກວ່າ 300 ຊະນິດ."
ແຕ່ Dr Adele Murdolo ກ່າວວ່າ ບໍ່ແມ່ນທຸກຄົນ ທີ່ສາມາດເຂົ້າເຖິງຢາ ທີ່ໄດ້ຮັບທຶນຈາກ P-B-S ໂດຍສະເພາະ ຜູ້ທີ່ຖືວີຊາຊົ່ວຄາວ.
"ສະນັ້ນ ສໍາລັບແມ່ຍິງອົບພະຍົບ-ຜູ້ທີ່ຖືພາ, ຜູ້ທີ່ບໍ່ມີ Medicare, ນາງຈະບໍ່ໄປຫານາຍໝໍກ່ອນທີ່ຈະອອກລູກ. ນາງຈະເຮັດໃຫ້ແນ່ໃຈວ່າ ນາງໄດ້ໃຊ້ເງິນໃຫ້ກຸ້ມຄ່າ, ແລະຈະຂ້າມ ຫຼືເລື່ອນການປິ່ນປົວ ແລະການດູແລ. ແລະນັ້ນ ກໍຈະມີຜົນເສັຍໃນອີກດ້ານນຶ່ງເທົ່ານັ້ນ. ສະນັ້ນ ຢາກຈະເຫັນຢາທີ່ມີລາຄາຖືກກວ່າ ຢ່າງແນ່ນອນ. ຢາກຈະເຫັນວ່າ ມັນງ່າຍຂຶ້ນ ທີ່ຈະໄດ້ຮັບຢາ, ແຕ່ຂໍໃຫ້ເຮົາ ຄິດເຖິງຄົນທີ່ຖືກປະໄວ້ຂ້າງຫຼັງເຫຼົ່ານັ້ນ ຜູ້ທີ່ບໍ່ສາມາດເຂົ້າເຖິງ PBS ແລະ Medicare"
ຊຸມຊົນຊາວພື້ນເມືອງ ຍັງສາມາດຄາດຫວັງ ເງິນຫຼາຍຮ້ອຍລ້ານໂດລາ ສໍາລັບມາດຕະການ ປິດຊ່ອງວ່າງ, ເຖິງແມ່ນວ່າ ສ່ວນໃຫຍ່ໄດ້ຖືກປະກາດມາກ່ອນແລ້ວ.
ຣັຖບານໄດ້ສັນຍາວ່າ ຈະພັດທະນາຄນະສຽງ ໃນລະດັບພູມີພາກ ໃນຂນະທີ່ຊາວອອສເຕຣເລັຍ ຕຽມພ້ອມທີ່ຈະລົງຄະແນນສຽງ ໃນປະຊາມະຕິ ສໍາລັບຄນະກັມມະການແຫ່ງຊາດ ໃນທ້າຍປີນີ້.
ຣັຖບານແຮງງານ ກ່າວວ່າ ມັນເປັນການຮັກສາຄວາມສົມດຸນ ໃນການໃຫ້ເງິນ ແກ່ຜູ້ຄົນ ໃນຂນະທີ່ ພະຍາຍາມທີ່ຈະຮັກສາເງິນເຟີ້ ໃຫ້ຕ່ຳ.
ທຸກຢ່າງມັນຈະລົງມາບ່ອນທີ່ວ່າ ຣັຖບານຈະສາມາດຮັກສາ ຄວາມສົມດຸນ ທີ່ລະອຽດອ່ອນນັ້ນ ໄດ້ຫລືບໍ່.
Hannah Kwon ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.