ພິດ ແລະພັຍຈາກໄຟໄໝ້ປ່າໃນອອສເຕຣເລັຍ

Warning to asthma sufferers amid bushfires, thunderstorms

ພາບຂອງເມືອງ Sydney ທີ່ຖືກປົກຄຸມດ້ວຍຄວັນໄຟປ່າ ໃນວັນທີ 30 ຕຸລາ 2019ກ Source: AAP

ນອກຈາກຈະສ້າງຄວາມເສັຍຫາຍຈາກການເຜົາໄໝ້ແລ້ວ, ໄຟປ່າຍັງສ້າງປັນຫາທາງສຸຂະພາບນຳອີກ. ທ່ານຫມໍ ນັບມື້ຈະເຫັນຜົນກະທົບ ຕໍ່ສຸຂະພາບ ທີ່ກ່ຽວຂ້ອງກັບ ສະພາບອາກາດ ຕໍ່ຄົນເຈັບ ແລະຕໍ່ຊຸມຊົນ, ລວມທັງໄຟປ່າ, ຄວັນໄຟປ່າ, ພັຍແຫ້ງແລ້ງ ແລະຄື້ນຄວາມຮ້ອນ (Heatwaves). ແຕ່ບັນຫານີ້ຮ້າຍແຮງຂຶ້ນເລື້ອຍໆ. ໄຟປ່າມີຫຼາຍຂຶ້ນ, ລະດູໄຟປ່າມີຄວາມຍາວເພີ່ມ, ເລີ່ມກ່ອນລະດູ, ສິ້ນສຸດຫຼັງລະດູ, ໄຟ ຮຸນແຮງຂຶ້ນ ແລະເກີດຂຶ້ນເລື້ອຍໆ.


ພິດ ແລະພັຍຈາກໄຟໄໝ້ປ່າໃນອອສເຕຣເລັຍ

ໄຟໄຫມ້ປ່າ ທີ່ສ້າງຄວາມເສັຍຫາຍ ທີ່ສົ່ງຜົນກະທົບຕໍ່ ອາເມຣິກາເຫນືອ, ຢູໂຣບ ແລະຈີນ ເປັນສິ່ງເຕືອນໃຈ ເຖິງລະດູຮ້ອນ ທີ່ຮ້າຍແຮງ ຂອງປີ 2019-2020ໃນອອສເຕຣເລັຍ.

ດ້ວຍການຄາດການ ຂອງລະດູໄຟໄຫມ້ປ່າ ທີ່ອັນຕະຣາຍ ທີ່ຕ້ອງປະເຊີນສໍາລັບປະເທດນີ້, ຜູ້ຊ່ຽວຊານດ້ານການແພດ ໄດ້ເຕືອນເຖິງອັນຕະຣາຍ ຈາກຄວັນໄຟທີ່ໄດ້ປົກຫຸ້ມຫຼາຍສ່ວນ ຂອງອອສເຕຣເລັຍໃນໄລຍະລະດູຮ້ອນນັ້ນ.

Allan Lee ມີເພີ່ມຕື້່ມ:

ບໍ່ມີໃຜ ໃນອອສເຕຣເລັຍ ທີ່ຈະລືມ ລະດູຮ້ອນຂອງປີ 2019-2020.

ລວມແລ້ວ, ມີຫຼາຍກວ່າ 24 ລ້ານເຮັກຕາທີ່ຖືກໄຟໄຫມ້, ບ້ານເຮືອນຫຼາຍກວ່າ 3,000 ຫຼັງ ຖືກທໍາລາຍ ແລະຢ່າງຫນ້ອຍ 34 ຄົນໄດ້ເສັຍຊີວິດ.

ຄວັນຈາກໄຟ ໄດ້ປົກຫຸ້ມຫຼາຍພື້ນທີ່ ແລະໃນຈຸດຫນຶ່ງໃນເດືອນທັນວາ 2019, ຜແນກສິ່ງແວດລ້ອມ New South Wales ໄດ້ກ່າວວ່າ ມົນລະພິດທາງອາກາດ ໃນ Sydney ແມ່ນຮ້າຍແຮງກວ່າລະດັບ "ອັນຕະຣາຍ" ທີ່ກໍານົດໄວ້ ຫຼາຍກວ່າ 11 ເທົ່າ.

ຜູ້ທີ່ມີບັນຫາຫົວໃຈ ແລະປອດ ຖືກບອກໃຫ້ຫຼີກເວັ້ນ ການອອກກໍາລັງກາຍ ນອກເຮືອນທັງຫມົດ ແລະທຸກຄົນໃນເມືອງ ຖືກບອກໃຫ້ຈໍາກັດເວລາ ອອກໄປນອກເຮືອນ.

ໃນເວລານັ້ນ, ທ່ານໝໍ Kim Loo ກ່າວຕໍ່ຂ່າວ SBS ວ່າ ບໍ່ຮູ້ຜົນກະທົບ ຂອງການສຳຜັດກັບຄວັນເປັນເວລານານນັ້ນຈະເປັນແນວໃດ.

"ພັຍຂົ່ມຂູ່ດ້ານສຸຂະພາບ ໃນປະຈຸບັນ ແມ່ນບໍ່ເຄີຍມີມາກ່ອນ. ພວກເຮົາ ບໍ່ເຄີຍໄດ້ສຳຜັດກັບຄວັນນີ້ ເປັນເວລານານ ສໍາລັບ 6.8 ລ້ານຄົນ. ພວກເຮົາ ຮູ້ລະດັບຂອງຝຸ່ນ -PM25- ທີ່ປອດພັຍຕໍ່ການຫາຍໃຈ. ໃນເວລານີ້ ມັນເກືອບຄືກັນກັບ...ມັນເຖິງ 52-ສອງ-ສາມ 100 ເທື່ອກວ່ານັ້ນ. ແລະພວກເຮົາບໍ່ຮູ້ວ່າ ຈະມີ (ຜົນກະທົບໃດ)ຈາກການສຳຜັດທີ່ຍາວນານນີ້."

ໃນເວລານັ້ນ, 22 ອົງກອນ-ລວມທັງ Royal Australasian College of Physicians (RACP) ແລະວິທະຍາໄລການແພດສຸກເສີນ ອອສເຕຣເລັຍ (Australasian College of Emergency Medicine)-ໄດ້ລົງນາມໃນ ຖແລງການຮ່ວມ ຮຽກຮ້ອງໃຫ້ທ່ານ Scott Morrison ຊຶ່ງເປັນນາຍົກຣັຖມົນຕີ ໃນເວລານັ້ນ ແລະ Gladys Berejiklian ນາຍົກຣັຖມົນຕີຂອງ New South Wales ໃນເວລານັ້ນ, ລົງມືປະຕິບັດ ກ່ຽວກັບການປ່ຽນແປງ ສະພາບພູມອາກາດ ເພື່ອປົກປ້ອງ ສຸຂະພາບຂອງປະຊາຊົນ.

ອົງການ Climate and Health Alliance ໄດ້ອະທິບາຍເຖິງຄວັນໄຟປ່າວ່າ ເປັນພາວະສຸກເສີນ ດ້ານສາທາຣະນະສຸກ.

Dr Kate Charlesworth ຂອງພັນທະມິດ ໄດ້ບອກກັບ SBS ເຊັ່ນດຽວກັບທ່ານຫມໍຫຼາຍຄົນ ໄດ້ເວົ້າກ່ຽວກັບ Asbestos ແລະຢາສູບ, ພວກເຂົາເຈົ້າມີຄວາມຮັບຜິດຊອບ ທີ່ຈະກ່າວເຖິງຜົນກະທົບ ດ້ານສຸຂະພາບໃນທາງລົບ ຂອງການປ່ຽນແປງສະພາບພູມອາກາດ.

"ທ່ານຫມໍ ນັບມື້ຈະເຫັນຜົນກະທົບ ຕໍ່ສຸຂະພາບ ທີ່ກ່ຽວຂ້ອງກັບ ສະພາບອາກາດ ຕໍ່ຄົນເຈັບຂອງພວກເຮົາ ແລະຕໍ່ຊຸມຊົນຂອງພວກເຮົາ, ລວມທັງໄຟປ່າ, ຄວັນໄຟປ່າ, ພັຍແຫ້ງແລ້ງ ແລະຄື້ນຄວາມຮ້ອນ (Heatwaves). ມັນຄົງຈະເປັນການບໍ່ຮັບຜິດຊອບຂອງຂ້າພະເຈົ້າ ໃນຖານະເປັນຫມໍ ທີ່ຈະບໍ່ເວົ້າເຖິງສາເຫດສໍາຄັນ ທີ່ທີ່ເຮັດໃຫ້ເກີດອາການຫນ້າຢ້ານກົວເຫລົ່ານີ້, ແລະນັ້ນຄືການປ່ຽນແປງ ຂອງສະພາບພູມອາກາດ."

ດ້ວຍຄຳເຕືອນກ່ຽວກັບລະດູໄຟປ່າ ທີ່ອາດຮ້າຍແຮງທີ່ຈະມາເຖິງ, ຄວັນໄຟ ອາດເປັນບັນຫາ...ອີກເທື່ອຫນຶ່ງ.

ໃນລະດູຮ້ອນຂອງຊີກໂລກເໜືອ, ໄຟໄຫມ້ປ່າ ໃນອາເມຣິກາເຫນືອ, ຢູໂຣບ ແລະຈີນ, ຄວັນໄຟໄດ້ສົ່ງຜົນກະທົບຕໍ່ປະຊາຊົນຫຼາຍລ້ານຄົນ.

ສາດສະດາຈານ Frank Kelly ຈາກໂຮງຮຽນການແພດສາທາຣະນະ(School of Public Medicine) ທີ່ Imperial College London ກ່າວວ່າຕອນນີ້ ມີຫຼັກຖານກ່ຽວກັບ ຄວາມເສັຍຫາຍ ທີ່ອາດເກີດຈາກ ຄວັນໄຟປ່າ.

"ມີຫຼັກຖານທີ່ເພີ່ມຂຶ້ນ ກ່ຽວກັບຜົນກະທົບ ຂອງມົນລະພິດຕໍ່ສມອງ ແລະການເຮັດວຽກຂອງສມອງ. ແລະນຶ່ງຂອງມົນລະພິດ ທີ່ທ່ານໄດ້ຮັບອອກມາຈາກໄຟປ່າໃຫຍ່ ແມ່ນ Carbon Monoxide ແລະພວກເຮົາຮູ້ວ່າ ນີ້ເປັນມົນລະພິດ ທີ່ເປັນອັນຕະຣາຍຫຼາຍ ໃນຄວາມໜາແໜ້ນ (Concentrations) ທີ່ເພີ່ມຂຶ້ນ ແລະມັນໄດ້ສະແດງໃຫ້ເຫັນວ່າ ມັນສາມາດ ມີຜົນກະທົບຕໍ່ການທຳງານ ຂອງການຮຽນຮູ້ (Cognitive function)."

ອີງຕາມ ອົງການອະນາມັຍໂລກ (World Health Organistion), ຄວັນໄຟປ່າ ແມ່ນການປະສົມ ຂອງມົນລະພິດທາງອາກາດ ທີ່ເປັນອັນຕະຣາຍ ເຊັ່ນ PM2.5, Nitrogen Dioxide, Ozone, Aromatic Hydrocarbons, ຫຼືກົ່ວ (Lead) ເຊິ່ງເຮັດໃຫ້ອາກາດເປິເປື້ອນ, ພ້ອມທັງປ່ອຍອາຍ Carbon Dioxide ແລະອາຍແກັສເຮືອນແກ້ວ (Greenhouse gases) ອື່ນໆ ເຂົ້າໄປໃນຊັ້ນບັນຍາກາດ ໃນປະຣິມານສູງ.

ຜູ້ຊ່ວຍສາດສະດາຈານ Colleen Reid ຈາກຜແນກ ພູມສາດ ຂອງມະຫາວິທະຍາ Colorado ກ່າວວ່າ ອະນຸພາກ (Particles) ນ້ອຍໆ ອາດສົ່ງຜົນກະທົບຮ້າຍແຮງ.

"ເມື່ອລະອອງ ຫຼືອະນຸພາກ (Particles) ເຫຼົ່ານັ້ນຢູ່ເລິກໃນປອດ ມັນກໍສາມາດເຮັດໃຫ້ລະບົບ ເກີດການອັກເສບ ເຊິ່ງສາມາດສົ່ງຜົນກະທົບ ຕໍ່ລະບົບອື່ນໆທັງຫມົດ ຂອງຮ່າງກາຍໄດ້. ປອດແມ່ນຢູ່ໃກ້ກັບຫົວໃຈ ດັ່ງນັ້ນ ຈຶ່ງມີຫຼັກຖານ ທີ່ສະແດງວ່າການສຳຜັດກັບມົນລະພິດທາງອາກາດ ສາມາດສົ່ງຜົນກະທົບ ຕໍ່ສຸຂະພາບຫົວໃຈ."

ສາດສະດາຈານ Kelly ກ່າວວ່າ ບໍ່ມີການຄົ້ນຄວ້າຫລາຍ ກ່ຽວກັບຄວາມເສັຍຫາຍ ດ້ານສຸຂະພາບ ໃນໄລຍະຍາວທີ່ເກີດຈາກໄຟ. ແຕ່ທ່ານກ່າວວ່າ ນັກວິທະຍາສາດສິ່ງແວດລ້ອມ ສາມາດຊີ້ໃຫ້ເຫັນ ເຖິງການສຶກສາທີ່ມີຢູ່ແລ້ວ ກ່ຽວກັບມົນລະພິດ ໃນຕົວເມືອງຊຶ່ງກ່ຽວກັບການເຈັບປ່ວຍ ເຊັ່ນຄວາມບົກພ່ອງຂອງຫົວໃຈ ແລະໂຣກເສື່ອມໂຊມ (Degenerative diseases).

ຜູ້ຊ່ວຍສາດສະດາຈານ Reid ກ່າວວ່າ ໃນພື້ນທີ່ມີຄວັນ ແລະເປັນອັນຕະຣາຍທີ່ສຸດ, ຫນ້າກາກປ້ອງກັນ ສາມາດຊ່ວຍໄດ້:

"ຫນ້າກາກ N95 ທີ່ພວກເຮົາຄຸ້ນເຄີຍສໍາລັບ COVID ເຫຼົ່ານັ້ນ ແມ່ນດີຫຼາຍ ໃນການປົກປ້ອງທ່ານ ຈາກອາກາດຮອບຕົວທ່ານ. ຫນ້າກາກຜ່າຕັດ ແມ່ນເພື່ອປົກປ້ອງຄົນອື່ນ ຈາກສິ່ງທີ່ ທ່ານຫາຍໃຈອອກ. ແຕ່ N95 ຫຼື KN95 ນັ້ນ ແມ່ນເພື່ອປົກປ້ອງທ່ານ ຈາກພື້ນທີ່ອ້ອມຕົວທ່ານ. ດັ່ງນັ້ນ ຖ້າທ່ານຕ້ອງຢູ່ຂ້າງນອກໃຫ້ໃສ່ຫນ້າກາກ."

ແລະສາດສະດາຈານ Kelly ເວົ້າວ່າ ມັນເປັນສິ່ງສໍາຄັນ ທີ່ຈະພະຍາຍາມກັນຄວັນ ອອກຈາກບ່ອນທີ່ທ່ານຢູ່ອາສັຍ ແລະບ່ອນເຮັດວຽກ:

"ຖ້າຫາກວ່າມັນປອດພັຍ ທີ່ຈະຢູ່ບ່ອນທີ່ທ່ານຢູ່ອາສັຍຫຼືເຮັດວຽກ, ແລ້ວການປະຕິບັດຫຼັກ ທີ່ທ່ານສາມາດເຮັດໄດ້ ແມ່ນເພື່ອໃຫ້ແນ່ໃຈວ່າ ອາຍພິດຈາກໄຟ ບໍ່ໄດ້ເຂົ້າໄປໃນອາຄານທີ່ທ່ານຢູ່. ສະນັ້ນ ຫມາຍຄວາມວ່າ ການອັດ ປ່ອງຢ້ຽມ ແລະປະຕູ. ແຕ່ມັນອາດຈະຫມາຍຄວາມວ່າ, ພະຍາຍາມອັດຮູຮົ່ວຂອງປ່ອງຢ້ຽມ ຫຼືປະຕູເຫລົ່ານັ້ນ ໂດຍການໃຊ້ຜ້າປຽກ ແລະອື່ນໆ."

WHO ກ່າວວ່າ ຄວາມຖີ່ ແລະຄວາມຮຸນແຮງຂອງໄຟປ່າ ຂນາດໃຫຍ່ນັ້ນ ຄາດວ່າຈະເພີ່ມຂຶ້ນຕາມການປ່ຽນແປງ ຂອງສະພາບພູມອາກາດ.

ສາດສະດາຈານ Kelly ກ່າວວ່າ ການເຂົ້າໃຈເຖິງຄວາມສ່ຽງ ຈາກຄວັນໄຟ ບໍ່ເຄີຍມີຄວາມສໍາຄັນເທົ່ານີ້ມາກ່ອນ.

"ບັນຫານີ້ຮ້າຍແຮງຂຶ້ນເລື້ອຍໆ. ພວກເຮົາກໍາລັງເຫັນ ໄຟປ່າເຫຼົ່ານີ້ຫຼາຍຂຶ້ນ. ພວກເຮົາກໍາລັງເຫັນ ລະດູໄຟປ່າມີຄວາມຍາວເພີ່ມ, ເລີ່ມກ່ອນລະດູ, ສິ້ນສຸດຫຼັງລະດູ, ໄຟກໍນັບມື້ນັບຮຸນແຮງຂຶ້ນ ແລະເກີດຂຶ້ນເລື້ອຍໆ. ສະນັ້ນ ນີ້ແມ່ນການໄປໃນທິດທາງດຽວ ແລະຫນ້າເສັຍດາຍສໍາລັບສຸຂະພາບ, ທັງຂອງຕົວເຮົາເອງ ແລະຂອງສິ່ງທີ່ມີຊີວິດໃນໂລກນີ້, ເພາະວ່າມັນບໍ່ແມ່ນທິດທາງທີ່ດີ ຂອງການເດີນທາງ."

ເນື້ອເລື່ອງໂດຍ Allan Lee ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ  SBS ພາກພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວ ຈາກເອສບີເອສ ລາວໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດຕິດຕາມ ທາງ facebook ໄດ້ທີ່

Share