ຟາມໄຂ່ແບບຂັງຄອກ ຈະຖືກຍົກເລີກໄປ ພາຍໃນປີ 2036.

caged hens and cage eggs

ໄຂ່ທີ່ຖືກຜລິດຈາກໄກ່ທີ່ຖືກຂັງໃນຄອກ ຊຶ່ງຈະຖືກ ຍົກເລີກພາຍໃນປີ 2036 Source: Getty / Getty Images

ເສັ້ນເວລາ (timeline) ໃນການເລີກຜລິດໄຂ່ໃນຄອກ (caged eggs)ໃນອອສເຕຣເລັຍ ໄດ້ຖືກຮັບຮອງຈາກ ບັນດາ ຣັຖມົນຕີ ໂດຍຮັບ ເອົາມາດຕະການໃຫມ່ ເພື່ອປັບປຸງສວັດດີການ ທີ່ສາມາດເຫັນວິທີ ການເຮັດຟາມແບບຂັງຄອກ ຊຶ່ງຈະຖືກຍົກເລີກໄປ ພາຍໃນປີ 2036. ກຸ່ມສິດທິສັດກຸ່ມນຶ່ງ ເປັນຫ່ວງວ່າ ເສັ້ນເວລາ (timeline) ຍັງຢູ່ໄກໂພດ.


ຟາມໄຂ່ແບບຂັງຄອກ ຈະຖືກຍົກເລີກໄປ ພາຍໃນປີ 2036.

ເສັ້ນເວລາ (timeline) ໃນການເລີກຜລິດໄຂ່ໃນຄອກ (caged eggs)ໃນ ໄດ້ຖືກນໍາກັບຄືນໄປຫາ ຂອງຣັດ ແລະເຂດປົກຄອງ, ຫຼັງຈາກການປະຊຸມ ລະຫວ່າງຣັຖມົນຕີ ກະຊວງກະສິກັມຂອງປະເທດ.

ບັນດາ ຣັຖມົນຕີ ໄດ້ຕົກລົງຮັບຮອງ ເອົາມາດຕະການໃຫມ່ ເພື່ອປັບປຸງສວັດດີການ ທີ່ສາມາດເຫັນວິທີ ການເຮັດຟາມແບບຂັງຄອກ ຊຶ່ງຈະຖືກຍົກເລີກໄປ ພາຍໃນປີ 2036.

Tom Stayner ແລະ Alex Anyfantis ລາຍງານ.

Brian Ahmed ເປັນຊາວກະສິກອນທີ່ຜລິດໄຂ່ ລຸ້ນທີສອງ ໃນເມືອງ Werribee ຣັດ Victoria.

ລາວເວົ້າວ່າ ຕອນນີ້ ລາວກໍາລັງໃຊ້ວິທີຜລິດໄຂ່ ແບບຂັງຄອກ.

"ສິ່ງຫນຶ່ງ ທີ່ພວກເຮົາບໍ່ແນ່ໃຈຮ້ອຍເປີເຊັນ ແມ່ນວ່າ ພວກເຮົາຈະສືບຕໍ່ ໃນການຜລິດໄຂ່ແບບຂັງຄອກ ຫຼືບໍ່. ສິ່ງຫນຶ່ງ ທີ່ຂ້າພະເຈົ້າຮູ້ 100  ເປີເຊັນແມ່ນ ຖ້າຫາກວ່າ ພວກເຮົາບໍ່ລ້ຽງແບບຂັງຄອກ ກໍບໍ່ໄດ້ຫມາຍຄວາມວ່າ ພວກເຮົາຈະເຮັດໃຫ້ສວັດດີການ ຂອງສັດດີຂຶ້ນ."

ຖ້າວ່າອອກແບບສໍາລັບການຜລິດໃນບໍຣິມາດສູງ ແລະລາຄາຖືກ, ທ່ານ Ahmed ກ່າວວ່າ ການປະຕິບັດຢ່າງຖືກຕ້ອງ ຈະຫຼຸດຜ່ອນ ການແຜ່ລະບາດຂອງພະຍາດ ແລະຊ່ວຍໃນການກວດກາ ຄຸນນະພາບອາຫານ.

"ຂ້າພະເຈົ້າບໍ່ເຫັນວ່າ ເປັນຫຍັງຣັຖບານຄວນຕັດສິນໃຈ ທີ່ຈະປິດ ທຸຣະກິດຄອບຄົວ ຄືກັບພວກເຮົາ-ຖ້າຫາກວ່າ ພວກເຂົາຕ້ອງການຕັດສິນໃຈແບບນັ້ນ ພວກເຂົາ ຕ້ອງກຽມພ້ອມ ທີ່ຈະຈ່າຍຄ່າຊົດເຊີຍ ໃຫ້ກັບຊາວກະສິກອນເຫຼົ່ານັ້ນ."

ກະສິກອນຜູ້ຜລິດໄຂ່ ໄດ້ເຝົ້າເບິ່ງ ໃນການຄາດວ່າ ໃນຂນະທີ່ບັນດາ ຣັຖມົນຕີກະສິກັມ ໄດ້ປະຊຸມກັນ ທີ່ເມືອງ Perth ເພື່ອຫາລື ກ່ຽວກັບອະນາຄົດ ຂອງອຸດສາຫະກັມຂອງລາວ.

ຣັຖມົນຕີກະສິກັມ Murray Watt ກ່າວວ່າ ພວກເຂົາເຈົ້າ ໄດ້ບັນລຸຂໍ້ຕົກລົງແລ້ວ.

"ບັນດາ ຣັຖມົນຕີ ໄດ້ຕົກລົງ ທີ່ຈະຮັບຮອງເອົາມາດຕະຖານ ສວັດດີການສັດ ໃຫມ່ເຫຼົ່ານີ້ ສໍາລັບອຸດສາຫະກັມສັດປີກ. ບັດນີ້ ມາດຕະຖານເຫຼົ່ານັ້ນ ເວົ້າວ່າ ຄວນຈະເກີດຂຶ້ນ ພາຍໃນປີ 2036. ແຕ່ພວກເຮົາເຂົ້າໃຈວ່າ ສິ່ງນີ້ ຕ້ອງໄດ້ຮັບການຈັດການທີ່ແຕກຕ່າງກັນ ໃນແຕ່ລະຣັດ."

ມາດຕະຖານນີ້ ຮັບຮອງເອົາການຍົກເລີກ ການຜລິດແບບຂັງຄອກ ພາຍໃນປີ 2036- ຖືວ່າເປັນຂໍ້ກັງວົນຫຼາຍທີ່ສຸດ ສໍາລັບນັກເຄື່ອນໄຫວດ້ານສວັດດີການສັດ.

ທ່ານ Watt ອະທິບາຍວ່າ ຈະບັນລຸໄດ້ແນວໃດ.

"ມາດຕະຖານເຫຼົ່ານີ້ ຈະອະນຸຍາດໃຫ້ໃຊ້ຄອກຂັງຕໍ່ໄປ ໃນການລ້ຽງສັດປີກ ແລະການຜລິດໄຂ່, ແຕ່ມັນຈະບໍ່ເປັນປະເພດ ຂອງຄອກຂັງ ທີ່ພວກເຮົາທຸກຄົນເຄີຍເຫັນ ໃນໂທລະພາບ ໃນຫຼາຍປີທີ່ຜ່ານມາ."

ກຸ່ມສິດທິສັດກຸ່ມນຶ່ງ ເປັນຫ່ວງວ່າ ເສັ້ນເວລາ (timeline) ຍັງຢູ່ໄກໂພດ.

ທ່ານ Jed Goodfellow ຈາກອົງການພັນທະມິດ ເພື່ອສັດຂອງອອສເຕຣເລັຍ (Australian Alliance for Animals) ກ່າວວ່າ ລະບົບໃນປະຈຸບັນນີ້ ສາມາດນໍາໄປສູ່ການຕິດເຊື້ອໄດ້.

"ລະບົບລ້ຽງແບບຂັງຄອກ-ລະບົບດັ່ງກ່າວ ຈະນໍາໄປສູ່ອັດຕາເລີກໃຊ້ຂອງໂຣກກະດູກຜຸ (osteoporosis) ສູງທີ່ສຸດ, ຊຶ່ງໝາຍເຖິງ ກະດູກຫັກງ່າຍ. ມັນຈະນໍາໄປສູ່ ອັດຕາສູງທີ່ສຸດ ຂອງໂຮກໄຂມັນພອກຕັບ ແລະອັດຕາ ກະດູກແຕກ ສູງທີ່ສຸດ ໃນເວລາທີ່ສັດປີກ ຖືກນຳອອກຈາກຄອກຂັງ. ດັ່ງນັ້ນ ມັນເປັນຮູບແບບ ຂອງການເຮັດຟາມທີ່ໂຫດຮ້າຍ ແທ້ໆ"

ອີງຕາມຕົວເລກອຸດສາຫະກັມ, ການລ້ຽງແບບຂັງຄອກ ຄິດເປັນ 50 ເປີເຊັນ ຂອງການຜລິດໄຂ່ ຂອງປະເທດ.

ຊຸບເປີມາເກັດຍັກໃຫຍ່ ຢ່າງ Woolworths ແລະ Coles ໄດ້ຕົກລົງ ທີ່ຈະເລີກໃຊ້ໄຂ່ ທີ່ມາຈາກການລ້ຽງແບບຂັງຄອກ ຈາກແບຣນ ທີ່ພວກເຂົາຂາຍ ພາຍໃນປີ 2025.

Melinda Hashimoto ແມ່ນ C-E-O ຂອງຜູ້ຜລິດໄຂ່ ຂອງອອສເຕຣເລັຍ.

"ຜູ້ບໍຣິໂພກ ຄວນມີທາງເລືອກ ແລະສາມາດເລືອກວ່າ ພວກເຂົາ ຕ້ອງການຊື້ໄຂ່ຈາກຄອກ ຫຼືໄຂ່ແບບປ່ອຍ. ແລະແນ່ນອນ, ນີ້ມີຜົນຕໍ່ຜູ້ບໍຣິໂພກ ແລະມັນຈະຫມາຍຄວາມວ່າ ຜູ້ບໍຣິໂພກ ອາດຈະສາມາດຊື້ໄຂ່ຈາກຄອກ ໃນບາງຣັດ ແລະບໍ່ແມ່ນທຸກຣັດ."

ຣັຖມົນຕີກະສິກັມ ກ່າວວ່າ ມາດຕະຖານໃຫມ່ ທີ່ໄດ້ຮັບການຮັບຮອງ ນັ້ນ ຄາດວ່າ ຈະເພີ່ມຄ່າໃຊ້ຈ່າຍ ໃຫ້ແກ່ຜູ້ບໍຣິໂພກ ປະມານ 1.50 ໂດລາຕໍ່ປີ.

Tom Stayner ແລະ Alex Anyfantis  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່



Share