ຄວາມແຕກຕ່າງດ້ານພາສາແລະວັດທະນະທັມ ອາດເປັນສາເຫດຂອງປັນຫາດ້ານສຸຂພາບ.

A paramedic wears protective clothing while outside the Mount Barker Hospital in Adelaide,

A paramedic wears protective clothing outside the Hospital in Adelaide. Source: AAP

ຈາກການສຳຫຼວດສຳມະໂນປະຊາກອນ ໄດ້ເຮັດໃຫ້ ອອສເຕຣເລັຍເຫັນຄວາມຊັດເຈນ ຂອງອິດທິພົນຂອງພາສາ ແລະວັດທະນະທັມ ທີ່ມີຕໍ່ປັນຫາທາງສຸຂພາບ. ສະຖາບັນສຸຂະພາບ ແລະສວັດດີການ (Australian Institute of Health and Welfare) ຫວັງວ່າ ຂໍ້ມູນຈາກການຄົ້ນຄວ້ານີ້ຈະຊ່ອຍໃນການຈັດສັນງົບປະມານ ເພື່ອຈະແກ້ໄຂປັນຫາໃນອະນາຄົດ.


ຄວາມແຕກຕ່າງດ້ານພາສາແລະວັດທະນະທັມ ອາດເປັນສາເຫດຂອງປັນຫາດ້ານສຸຂພາບ.

ເມື່ອຜົນຂອງການສຳຫຼວດສໍາມະໂນປະຊາກອນ ປີ 2021 ໄດ້ຖືກເຜີຍແພ່, ມັນເຮັດໃຫ້ເຫັນ ກ່ຽວກັບສຸຂະພາບ ຂອງຊາວອອສເຕຣເລັຍໂດຍການສເນີຂໍ້ມູນ ເປັນຄັ້ງທໍາອິດ ກ່ຽວກັບພາວະສຸຂະພາບຊໍາເຮື້ອ ສິບຢ່າງ.

ຕາມລາຍງານ ຂອງ Deborah Groarke, ລາຍງານໃຫມ່ແນະນໍາວ່າ ບາງຊຸມຊົນ ທີ່ແຕກຕ່າງກັນ ທາງດ້ານວັດທະນະທັມແລະພາສາ ໄດ້ຮັບຜົນກະທົບ ຈາກການເຈັບປ່ວຍ ຫຼາຍກວ່າຊຸມຊົນອື່ນໆ.

ການສຳຫຼວດສໍາມະໂນປະຊາກອນ ປີ 2021 ໄດ້ເຮັດໃຫ້ອອສເຕຣເລັຍເຫັນເຖິງຂໍ້ມູນ ປະຊາກອນຂອງຕົນ.

ຜົນການສຳຫຼວດ ທີ່ຖືກເຜີຍແພ່ໃນປີທີ່ຜ່ານມາ (2022) ກວມເອົາຫຼາຍເນື້ອໃນ - ຮວມທັງສຸຂະພາບ.

ບັດນີ້ ສະຖາບັນສຸຂະພາບ ແລະສວັດດີການ ຂອງອອສເຕຣເລັຍ (Australian Institute of Health and Welfare) ໄດ້ອອກລາຍງານວ່າ ການເຈາະເລິກ ລົງສູ່ພາວະສຸຂະພາບ ສິບຢ່າງທີ່ໄດ້ລະບຸໄວ້ ໃນການສໍາຫຼວດ.
 
ມັນໄດ້ສຶກສາສຸຂະພາບ ຂອງຊຸມຊົນທາງດ້ານວັດທະນະທັມແລະພາສາ ຂອງອອສເຕຣເລັຍ ໂດຍສະເພາະ, ເພາະວ່າບໍ່ຍັງບໍ່ຮູ້ພຽງພໍ ດັ່ງທີ່ Claire Sparke ຂອງສະຖາບັນກ່າວ.

"ມີຂໍ້ມູນຈໍາກັດ ກ່ຽວກັບຜົນຈາກການສຳຫຼວດດ້ານສຸຂະພາບ ສໍາລັບຊາວອອສເຕຣເລັຍ ທີ່ແຕກຕ່າງກັນ ທາງດ້ານວັດທະນະທັມແລະພາສາ, ສ່ວນຫຼາຍຈະເປັນຍ້ອນການສຳຫຼວດ ສໍາມະໂນປະຊາກອນບໍ່ໃຫຍ່ພໍ."

Claire Sparke ກ່າວວ່າ ລາຍງານໃຫມ່ຂອງສະຖາບັນ ເຮັດໃຫ້ເຫັນພາບທີ່ຄົບຖ້ວນກວ່າເກົ່າ.

"ມັນໃຫ້ພາບຂອງຂໍ້ມູນ ທີ່ມີການໂຕ້ຕອບກ່ຽວກັບຄວາມຖີ່ ຂອງສິບເງື່ອນໄຂ ຊໍາເຮື້ອ ຕາມປະເທດເກີດ, ເວລາຕັ້ງແຕ່ມາຮອດ (ອອສເຕຣເລັຍ), ພາສາຫຼັກທີ່ໃຊ້ຢູ່ເຮືອນ ແລະຄວາມສາມາດ ດ້ານພາສາອັງກິດ."

ລາຍງານໄດ້ສລຸບວ່າ ຄົນທີ່ເກີດຢູ່ປະເທດອອສເຕຣເລັຍແລະຜູ້ຍົກຍ້າຍຖິ່ນຖານ ຈາກປະເທດທີ່ເວົ້າພາສາອັງກິດ ແລະຢູໂຣບໂດຍທົ່ວໄປແລ້ວ ມີອາການຊໍາເຮື້ອສູງເຊັ່ນ: ພະຍາດຂໍ່ອັກເສບ, ໂຣກຫືດຫອບ, ໂຣກມະເຮັງ, ພະຍາດປອດ ແລະພາວະສຸຂະພາບຈິດ.

ແລະທ່ານນາງ Claire Sparke ກ່າວວ່າ ບາງແນວໂນ້ມທີ່ຈະເຈັບປ່ວຍ ຫຼາຍກວ່າຊຸມຊົນອື່ນ.

"ຜູ້ຍົກຍ້າຍຖິ່ນຖານມາອອສເຕຣເລັຍ ມີພາວະສຸຂະພາບໄລຍະຍາວທີ່ຕ່ຳກວ່າ ແລະນີ້ແມ່ນສອດຄ່ອງກັບ 'ຜົນກະທົບ ຂອງຜູ້ຍົກຍ້າຍ ຖິ່ນຖານ ທີ່ມີສຸຂະພາບດີ', ແຕ່ວ່າ ນີ້ບໍ່ແມ່ນກໍລະນີ ສໍາລັບຜູ້ຍົກຍ້າຍຖິ່ນຖານທັງຫມົດ... ຕົວຢ່າງເຊັ່ນ, ສໍາລັບພາວະໃນຫຼອດເລືອດ ເຊັ່ນ: ໂຣກເບົາຫວານ ແລະໂຣກຫົວໃຈ, ຄົນທີ່ເກີດຈາກປະເທດຕ່າງໆເຊັ່ນ: ໂປລີເນເຊັຍ, ເອເຊັຍໃຕ້ ແລະຕາເວັນອອກກາງ ມີອັດຕາສູງກວ່າ ປະຊາກອນທີ່ເກີດໃນອອສເຕຣເລັຍ"

ຜູ້ໃຫ້ການສຶກສາ Michelle Tong ຈາກ Diabetes Australia ກ່າວວ່າ ການປ່ຽນແປງການດໍາລົງຊີວິດ ແລະຄວາມຄາດຫວັງດ້ານວັດທະນະທັມ ສາມາດມີອິດທິພົນ ຕໍ່ສຸຂະພາບຂອງບາງຊຸມຊົນ.

"ນ້ຳຫນັກ ແມ່ນຂ້ອນຂ້າງສູງກວ່າອັດຕາສະເລັ່ຍຫນ້ອຍຫນຶ່ງ. ເຂົາເຈົ້າອາດເຫັນວ່າ ເປັນສິ່ງທີ່ສະແດງຄວາມຮັ່ງມີ ສຳຣັບເຂົາເຈົ້າ ຊຶ່ງເປັນສິ່ງທີ່ທັມມະດາ ໃນຊຸມຊົນຂອງເຂົາເຈົ້າ. ມັນຫມາຍເຖິງ ຄວາມງາມ. ດັ່ງນັ້ນ ມັນຈຶ່ງເປັນສິ່ງ ທີ່ອາດຈະບໍ່ກະຕຸ້ນ ໃຫ້ເຂົາເຈົ້າເຮັດການປ່ຽນແປງ (ກັບອາຫານ ແລະວິຖີຊີວິດ) ເຊັ່ນກັນ."

Claire Sparke ກ່າວວ່າ ຄວາມແຕກຕ່າງ ອາດເປັນຍ້ອນ ຄວາມເສັຍປຽບ ທີ່ບາງຄົນ ບໍ່ໄດ້ຍ້າຍມາອອສເຕຣເລັຍ ໂດຍຜ່ານໂຄງການຍົກຍ້າຍ ທີ່ມີຄວາມຊໍານານ (Skilled Migration Program).

"ສໍາລັບບາງກຸ່ມ, ໂດຍສະເພາະຜູ້ທີ່ ໄດ້ມາອອສເຕຣເລັຍ ໂດຍຜ່ານກະແສມະນຸດສະທັມ, ພວກເຂົາອາດຈະປະສົບກັບຜົນ ຂອງສຸຂະພາບທີ່ຮ້າຍແຮງກວ່າ. ຕົວຢ່າງມີຄົນອອສເຕຣເລັຍທີ່ເກີດຢູ່ໃນອີຣັກ ຊຶ່ງເປັນປະເທດຫນຶ່ງ ທີ່ເຂົ້າມາອອສເຕຣເລັຍດ້ານມະນຸດສະທັມ ສູງທີ່ສຸດໃນຊຸມປີມໍ່ໆມານີ້ ຊຶ່ງກໍມີພາວະສະເພາະແນວໃດແນວຫນຶ່ງ, ແລະທີ່ມີຫຼາຍທີ່ສຸດ ແມ່ນໂຣກເສັ້ນເລືອດໃນສມອງ ແລະໂຣກຫມາກໄຂ່ຫຼັງ."

ສໍາລັບ Michelle Tong, ການແກ້ໄຂບັນຫາສຸຂະພາບເຫຼົ່ານີ້ ຫມາຍເຖິງການມີລະບົບທີ່ປອດພັຍ ທາງດ້ານວັດທະນະທັມ.

"ແນ່ນອນວ່າມີນາຍພາສາໄວ້ບໍລິການ, ມີແຫຼ່ງຂໍ້ມູນທີ່ແປແລ້ວ, ແລະໃນໂຄງການ ແລະການບໍລິການດ້ານພາສາດັ່ງທີ່ ພວກເຮົາເຮັດ ທີ່ Diabetes Australia. ແຕ່ຂ້າພະເຈົ້າຄິດວ່າ ບາງເທື່ອ ມັນອາດຈະເປັນອຸປສັກດ້ານພາສາເຊັ່ນກັນ, ຄວາມສາມາດໃນການຊອກຫາທີມສຸຂະພາບ ທີ່ເວົ້າພາສາຂອງເຂົາເຈົ້າ ແລະເຂົ້າໃຈວັດທະນະທັມຂອງເຂົາເຈົ້າ."

ສະຖາບັນສຸຂະພາບ ແລະສວັດດີການຫວັງວ່າ ລາຍງານ ແລະການຄົ້ນຄວ້າ ໃນອະນາຄົດຂອງຕົນ ຈະຊ່ວຍໃຫ້ຜູ້ກຳໜົດນະໂຍບາຍຮູ້ວ່າ ຈະໃຫ້ທຶນຢູ່ບ່ອນໃດຖ້າຫາກວ່າຂໍ້ມູນ ສະແດງໃຫ້ເຫັນ ເຖິງຄວາມຕ້ອງການສະເພາະ.

ເນື້ອເລື່ອງໂດຍ Deborah Groarke ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share