ການຊ່ອຍເຫຼືອໃນການເປັນແມ່ ໃນອອສເຕຣເລັຍ.
ພໍ່ແມ່ໃຫມ່ ເປີດເຜີຍວ່າ ເຂົາເຈົ້າຕ້ອງການການສນັບສນູນຫຼາຍຂຶ້ນ ເພື່ອຮັບມື ກັບສິ່ງທ້າທາຍ ຂອງການມີລູກ-ອີງຕາມການສໍາຫຼວດ ໂດຍການບໍຣິການສນັບສນູນ Perinatal, ມູນນິທິ Gidget.
ຊ່ອງວ່າງ ໃນການເບິ່ງແຍງ ໄດ້ພາໃຫ້ມີ 56 ອົງກອນ Perinatal, ການລ້ຽງດູ ແລະສຸຂະພາບຈິດ ທີ່ມາຮ່ວມກັນ ເພື່ອຊ່ວຍໃຫ້ການຊ່ວຍເຫຼືອ ໄດ້ງ່າຍຂຶ້ນ ສໍາລັບພໍ່ແມ່ໃຫມ່.
Peggy Giakoumelos ລາຍງານ.
ຄຳອະທິບາຍ: Perinatal ໝາຍເຖິງ ໄລຍະເວລາຕັ້ງແຕ່ ການເລີ້ມຕົ້ນຂອງການຖືພາ ໄປຮອດປະມານໜຶ່ງປີ ຫຼັງຈາກການຄອດລູກ.
ຂໍ້ມູນໃຫມ່ເປີດເຜີຍວ່າ ພໍ່ແມ່ຊາວ ສ່ວນຫລາຍ ບໍ່ມີເຄືອຂ່າຍສນັບສນູນທີ່ເຂັ້ມແຂງ, ຫມາຍຄວາມວ່າ ເຂົາເຈົ້າ ບໍ່ສາມາດຫັນໄປຫາພໍ່ແມ່ຄົນອື່ນ ເພື່ອຮັບການສນັບສນູນ.
ຂໍ້ມູນ ແມ່ນມາຈາກການສໍາຫຼວດ ຂອງພໍ່ແມ່ 508 ຄົນ ແລະຜູ້ທີ່ ກຳລັງຈະເປັນພໍ່ແມ່ ທີ່ໄດ້ຮັບມອບຫມາຍຈາກມູນນິທິ Gidget.
Amelia Walker, ຫົວໜ້າທີມ ສໍາລັບຜູ້ສມັກທາງຄລີນິກ ແລະເນື້ອຫາທີ່ມູນນິທິ Gidget.
"ຂໍ້ມູນໃຫມ່ເປີດເຜີຍວ່າ ສອງສ່ວນສາມ ຂອງພໍ່ແມ່ໃຫມ່ ຂອງອອສເຕຣເລັຍ ບໍ່ຮູ້ສຶກວ່າ ເຂົາເຈົ້າມີເຄືອຂ່າຍສນັບສນູນ ທີ່ເຂັ້ມແຂງ ຂອງພໍ່ແມ່ຄົນອື່ນໆ. ແລະສະນັ້ນ ພວກເຮົາຈຶ່ງພົບວ່າ ຜູ້ຄົນຮູ້ສຶກວ່າ ຖືກຕັດຂາດ ຈາກກຸ່ມຂອງການລ້ຽງດູລູກນັ້ນ. ແລະພວກເຮົາ ກໍຍັງພົບອີກວ່າ ມີພຽງແຕ່ສອງໃນຫ້າຄົນເທົ່ານັ້ນ ທີ່ເພິ່ງພໍ່ແມ່ຄົນອື່ນໆ ໃນການສນັບສນູນ. ສະນັ້ນ, ມັນຈຶ່ງເປັນການຕັດ ຈາກການເຊື່ອມຕໍ່ ທີ່ແທ້ຈິງ ຈາກບາງທີໃນອະດີດ ທີ່ຄອບຄົວຫນຸ່ມ ໄດ້ມາເຕົ້າໂຮມກັນເພື່ອສນັບສນູນ ຊຶ່ງກັນແລະກັນ ໃນຕອນທີ່ຕ້ອງການການສນັບສນູນ "
ຂໍ້ມູນ ຂອງສໍານັກງານສະຖິຕິ ອອສເຕຣເລັຍ ເປີດເຜີຍວ່າ ຄວາມຜິດປົກກະຕິ ທາງດ້ານສຸຂະພາບຈິດ ສົ່ງຜົນກະທົບຕໍ່ 43 ເປີເຊັນ ຂອງຊາວອອສເຕຣເລັຍ ອາຍຸ 16 ຫາ 85 ປີໃນບາງຈຸດ ໃນຊີວິດຂອງເຂົາເຈົ້າ.
ການຄົ້ນຄວ້າ ທີ່ຈັດພິມ ໃນວາຣະສານ BMC Pregnancy & Childbirth ເປີດເຜີຍວ່າ ຄວາມຜິດປົກກະຕິ ທາງດ້ານສຸຂະພາບຈິດ Perinatal ແມ່ນມີແຜ່ຫຼາຍ ແລະຮ້າຍແຮງ-ສົ່ງຜົນກະທົບເຖິງ 20 ເປີເຊັນ ຂອງແມ່ຍິງທົ່ວໂລກ.
ຄວາມຜິດປົກກະຕິ ທາງສຸຂະພາບຈິດ ໃນໄລຍະວິກິດນີ້ ສາມາດສົ່ງຜົນກະທົບ ທາງລົບທີ່ອາດເກີດຂຶ້ນ ໃນໄລຍະຍາວ ຕໍ່ຄວາມສໍາພັນຂອງແມ່ແລະເດັກອ່ອນ ພ້ອມທັງສົ່ງຜົນກະທົບຕໍ່ ທາງສັງຄົມ ແລະທາງອາຣົມຂອງເດັກ.
Ms Walker ກ່າວວ່າ ການປ່ຽນແປງ ໃນວິທີການທຳງານ ຂອງຄອບຄົວຂນາດໃຫຍ່ ກໍສາມາດສົ່ງຜົນກະທົບ ຕໍ່ການລ້ຽງດູໄດ້ເຊັ່ນກັນ.
"ຂ້າພະເຈົ້າຄິດວ່າ ການປ່ຽນແປງຮູບຮ່າງ ຂອງໂຄງຮ່າງຄອບຄົວ ແມ່ນມີຜົນກະທົບຫລາຍ. ຜູ້ຄົນ ມີການລ້ຽງລູກທີ່ແຕກຕ່າງກັນ ສມັຍນີ້ ແລະເລືອກຄວາມເປັນອິດສຣະຫລາຍ ກ່ຽວກັບວ່າ ຄອບຄົວຂອງເຂົາເຈົ້າ ຈະມີລັກສນະແບບໃດ. ແລະມັນອາດຈະຍາກ ທີ່ຈະພົບວ່າຄອບຄົວອື່ນໆ ມີຄວາມຄ້າຍຄືກັນກັບຄອບຄົວຂອງທ່ານ. ແຕ່ພວກເຮົາຍັງພົບວ່າ ມັນເປັນການແກ່ຍາວພຽງເລັກນ້ອຍ ຂອງ COVID ເຊັ່ນກັນ. ຄົນທີ່ມີລູກໃນລະຫວ່າງ COVID, ຕອນນີ້ ກໍາລັງຈະມີການຖືພາ ຄັ້ງທີສອງ ແລະເຂົາເຈົ້າໄດ້ຜ່ານໄລຍະທີ່ໂດດດ່ຽວ ກັບປະສົບການທໍາອິດນັ້ນ, ທີ່ຈິງແລ້ວ ການຖືພາຄັ້ງທີສອງ ສາມາດເປັນເລື່ອງທີ່ຫນ້າຕື່ນເຕັ້ນຫຼາຍ."
Nilu Karunaratne ມີລູກຝາແຝດ ທີ່ຍ້າຍມາຢູ່ອອສເຕຣເລັຍ ຈາກສຣີລັງກາໃນ ປີ 2019.
ບໍ່ດົນ ຫຼັງຈາກທີ່ນາງ Karunaratne ໄດ້ຍົກຍ້າຍມາ ລາວກໍຮູ້ວ່າ ລາວຖືພາລູກຝາແຝດ.
ແຕ່ຫຼັງຈາກຄອດລູກຝາແຝດ, ນາງເລີ່ມປະສົບກັບໂຣກຊຶມເສົ້າ.
ນາງບອກວ່າ ນາງຮ້ອງໄຫ້ຫຼາຍ, ນອນບໍ່ຫຼັບ, ບໍ່ຢາກພົບປະກັບຄົນອື່ນ ແລະກາຍເປັນຄົນ ທີ່ມີຄວາມກັງວົນຫຼາຍ.
ທໍາອິດ ນາງຄິດວ່າ ຄວາມຊຶມເສົ້າຂອງນາງ ຈະບັນເທົາລົງຢ່າງໄວ-ແຕ່ມັນບໍ່ໄດ້ເປັນເຊັ່ນນັ້ນ.
"ລູກຂອງຂ້ອຍມີສຸຂະພາບດີ ແລະທຸກສິ່ງທຸກຢ່າງກໍດີ. ແຕ່ຫຼັງຈາກຫນຶ່ງເດືອນ, ສະຖານະການ ຂອງລູກນ້ອຍຂອງຂ້ອຍ ນັບມື້ນັບຮ້າຍແຮງຂຶ້ນ. ການນອນຂອງເຂົາເຈົ້າ ກໍປ່ຽນໄປເຊັ່ນກັນ. ເຂົາເຈົ້າບໍ່ເຄີຍນອນຕິດຕໍ່ກັນຮອດຫນຶ່ງຊົ່ວໂມງ ແລະເຂົາເຈົ້າໄດ້ຮ້ອງໄຫ້ຢ່າງຕໍ່ເນື່ອງ.ຍ້ອນເຫດຜົນເຫຼົ່ານີ້, ມັນໄດ້ກາຍເປັນເລື່ອງທີ່ຊັບຊ້ອນ. ຂ້ອຍຈະອອກຈາກສັງຄົມ ແລະຂ້ອຍບໍ່ຢາກພົບຫນ້າຜູ້ໃດ. ສະນັ້ນ, ສ່ວນທີ່ຮ້າຍແຮງທີ່ສຸດຄື ຂ້ອຍບໍ່ສາມາດມີຄວາມຍິນດີ ກັບການເປັນແມ່ຂອງຂ້ອຍ ໄດ້ເນື່ອງຈາກສະພາບການທີ່ຖ້ວມລົ້ນເຫລົ່ານີ້."
ລູກຂອງນາງກໍຮ້ອງໄຫ້ເລື້ອຍຂຶ້ນ ແລະຄວາມກົດດັນ ກໍພາໃຫ້ເກີດປັນຫາ ໃນການລ້ຽງລູກດ້ວຍນົມແມ່ ນໍາອີກ.
ມັນເປັນຜົນເຮັດໃຫ້ Nilu ຕ້ອງຖອນໂຕ ຈາກໂລກພາຍນອກ.
ສິ່ງທີ່ເຮັດໃຫ້ເລື່ອງນີ້ມີຄວາມຫຍຸ້ງຍາກຫລາຍຂຶ້ນ ກໍຄືແນວໂນ້ມ ທາງວັດທະນະທັມ ທີ່ນາງກ່າວວ່າ ໃນວັດທະນະທັມ ເອເຊັຍໃຕ້(South Asian cultures) ທີ່ຈະບໍ່ແບ່ງປັນເລື່ອງລາວສ່ວນຕົວ ຫລືຂໍຄວາມຊ່ວຍເຫຼືອຈາກຜູ້ອື່ນ.
ສາມີຂອງລາວເຫັນວ່າ ລາວກໍາລັງດີ້ນລົນ ແລະໄດ້ຊຸກຍູ້ໃຫ້ລາວຂໍຮັບການຊ່ອຍເຫລືອ ທາງຈິດຕະວິທຍາ.
"ລາວໄດ້ຮັບຮູ້ເຖິງຄວາມຮ້າຍແຮງ ຂອງອາການຂອງຂ້ອຍ ແລະລາວໄດ້ບອກໃຫ້ໄປພົບຈິດຕະແພດ. ແລ້ວຂ້ອຍໄດ້ມີການປຶກສາສາມຫາສີ່ເທື່ອ ທາງອິນເຕີແນັດ ກັບຈິດຕະແພດຂອງຂ້ອຍ ແລະພວກເຮົາກໍໄດ້ຕົກລົງກັນວ່າ ຈະສືບຕໍ່ເຮັດກິດຈະກັມປະຈໍາວັນ ຂອງຂ້ອຍຕໍ່ໄປ ຊຶ່ງຫມາຍຄວາມວ່າ ຂ້ອຍໄດ້ໄປຮຽນ Pilates ຕາມປົກກະຕິ ເພື່ອໃຫ້ຈິດໃຈຜ່ອນຄາຍ ແລະຂ້ອຍໄດ້ອອກກໍາລັງກາຍ ແບບງ່າຍໆໃນບ້ານເຊັ່ນກັນ. ຂ້ອຍຝຶກສະມາທິ ແລະຂ້ອຍກໍຍັງເຮັດສິ່ງຕ່າງໆ ຕາມປົກກະຕິທຸກມື້ຂອງຂ້ອຍ ແລ້ວຂ້ອຍກໍກາຍເປັນຄົນທໍາມະດາຢ່າງໄວ."
Ms Walker ກ່າວວ່າ COVID ສົ່ງຜົນກະທົບຢ່າງຕໍ່ເນື່ອງ, ໂດຍສະເພາະສໍາລັບ ຜູ້ທີ່ມີຄອບຄົວໃນຕ່າງປະເທດ.
"ມັນມີສ່ວນກ່ຽວຂ້ອງຫຼາຍ ໂດຍສະເພາະ ແມ່ນໃນແງ່ ຂອງສິ່ງທີ່ພວກເຮົາກໍາລັງເວົ້າເຖິງ COVID ເພາະໃນດ້ານວັດທະນະທັມ, ຫຼາຍຄັ້ງ ຄົນຈາກພາກສ່ວນຕ່າງໆຂອງໂລກ ຈະມີພໍ່ແມ່ມາ ໃນຕອນທີ່ເດັກເກີດ. ສ່ວນຫລາຍແລ້ວ ພໍ່ແມ່ຫລືປູ່ຍ່າຕາຍາຍຂອງເຂົາເຈົ້າ ຈະຮັບຫນ້າທີ່ຮັບຜິດຊອບຫລາຍຢ່າງໃນຄອບຄົວ, ໃຫ້ການສນັບສນູນ ແລະດູແລເດັກຊ່ອຍແມ່ຄົນໃຫມ່ ແລະເຮົາເຫັນໄດ້ຢ່າງຊັດແຈ້ງວ່າ ໂອກາດເຫລົ່ານັ້ນ ບໍ່ໄດ້ເກີດຂຶ້ນ ສໍາລັບຄອບຄົວຜູ້ອົບພະຍົບ ຂອງພວກເຮົາ ທີ່ຈະເຊື່ອມຕໍ່ ແລະຢູ່ໃກ້ຍາດພີ່ນ້ອງ ຂອງພວກເຂົາອີກ."
Ms Karunaratne ມີຂໍ້ຄວາມນີ້ ສໍາລັບພໍ່ແມ່ຊາວອົບພະຍົບ ໃນອອສເຕຣເລັຍ.
"ຂ້ອຍບໍ່ເຄີຍ ຢາກແບ່ງປັນຄວາມຄິດຄວາມວິຕົກກັງວົນຂອງຂ້ອຍ ຫລັງຈາກເກີດລູກ ກັບຜູ້ໃດ. ຂ້ອຍອາຍ ທີ່ຈະຂໍຄວາມຊ່ວຍເຫຼືອຈາກຄົນອື່ນ. ສະນັ້ນ, ຂ້ອຍຄິດວ່າ ການສື່ສານທີ່ເປີດກວ້າງ ແມ່ນສຳຄັນ ຖ້າຫາກວ່າ ທ່ານເປັນແມ່ຄົນໃຫມ່, ຫຼືຜູ້ທີ່ກຳລັງຈະເປັນ, ທ່ານຕ້ອງສື່ສານ. ຕອນທໍາອິດ ຂ້ອຍຄິດວ່າ ການຂໍຄວາມຊ່ອຍເຫລືອ ເປັນຄວາມອ່ອນແອ.ມັ ນບໍ່ແມ່ນເຊັ່ນນັ້ນ. ມັນບໍ່ແມ່ນຄວາມອ່ອນແອ. ການຂໍຄວາມຊ່ວຍເຫຼືອ ແມ່ນຄວາມເຂັ້ມແຂງ. ມີການຊ່ວຍເຫຼືອຈາກຜູ້ຊ່ຽວຊານ...ມັນບໍ່ຄືກັບສມັຍກ່ອນ. ພວກເຮົາ ມີນັກຈິດຕະວິທະຍາ, ຈິດຕະແພດ, ກະຣຸນາຂໍຄວາມຊ່ວຍເຫຼືອຈາກຜູ້ຊ່ຽວຊານ ເພື່ອໃຫ້ທ່ານສາມາດຟື້ນຕົວໄດ້ດີ ຄືກັບຂ້ອຍ."
Ms Walker ກ່າວວ່າ 56 ອົງການ Perinatal, ການລ້ຽງດູລູກ ແລະສຸຂະພາບຈິດ ໄດ້ຮ່ວມມືກັນ ໃນເຄື່ອງມືສນັບສນູນ ທາງອິນເຕີເນັດເພື່ອຊ່ວຍໃຫ້ພໍ່ແມ່ ໄດ້ຮັບການສນັບສນູນ.
ຫຼືທ່ານສາມາດໂທ ຫາມູນນິທິ Gidget ໄດ້ໂດຍກົງທີ່ 1300 851 758
ເນື້ອເລື່ອງໂດຍ Peggy Giakoumelos ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌