ການຍົກຍ້າຍປະຊາຊົນ ອອກຈາກນະຄອນວັດ ໃນກໍາປູເຈັຍ.

One of the residents facing relocation from Angkor Wat in Cambodia.jpg

ໜຶ່ງໃນຈຳນວນຜູ້ທີ່ຖືກສັ່ງໃຫ້ຍົກຍ້າຍຈາກ ອອກຈາກນະຄອນວັດ ຫຼື Temple of Angkor ແລະບໍລິເວນອ້ອມຮອບ ຂອງສະຖານທີ່ບູຮານຄະດີ. Credit: Supplied

ຣັຖບານກໍາປູເຈັຍ ກຳລັງທຳການຍົກຍ້າຍປະຊາຊົນ ປະມານ 10,000 ຄອບຄົວ ອອກຈາກນະຄອນວັດ ແລະບໍລິເວນອ້ອມຮອບ ຂອງສະຖານທີ່ບູຮານຄະດີນີ້. ແຕ່ອົງການສິດທິມະນຸດກ່າວວ່າ ປະຊາຊົນແມ່ນຖືກບັງຄັບໄລ່ອອກ ໂດຍຜູ້ອາສັຍບໍ່ມີທາງເລືອກ. ການຍົກຍ້າຍຄັ້ງນີ້ໄດ້ສ້າງຄວາມເດືອດຮ້ອນຕໍ່ຜູ້ອາສັຍຢ່າງໜັກ.


ການຍົກຍ້າຍປະຊາຊົນ ອອກຈາກນະຄອນວັດ ໃນກໍາປູເຈັຍ.

ຕອນນີ້ ໂຄງການໃຫຍ່ກໍາລັງດໍາເນີນຢູ່ໃນກໍາປູເຈັຍ ຄືການຍົກຍ້າຍປະມານ 10,000 ຄອບຄົວ ອອກຈາກນະຄອນວັດ ຫຼື Temple of Angkor ແລະບໍລິເວນອ້ອມຮອບ ຂອງສະຖານທີ່ບູຮານຄະດີນີ້.

ອົງການສິດທິມະນຸດກ່າວວ່າ ສິ່ງເຫລົ່ານີ້ ແມ່ນຖືກບັງຄັບໄລ່ອອກ ໂດຍຜູ້ອາສັຍບໍ່ມີທາງເລືອກ ແລະໃຫ້ການສນັບສນູນພຽງເລັກນ້ອຍ ໃນການຕັ້ງຖິ່ນຖານໃໝ່ ຢູ່ບ່ອນອື່ນ.

ລາຍງານໂດຍ Aaron Fernandes.

ເປັນຫນຶ່ງໃນສະຖານທີ່ບູຮານຄະດີ ທີ່ສໍາຄັນທີ່ສຸດ ໃນອາຊີ ຕາເວັນອອກສ່ຽງໃຕ້.

ນະຄອນວັດ ຫຼື Temple of Angkor ຂອງກຳປູເຈັຍ ດຶງດູດນັກທ່ອງທ່ຽວ ປະມານສອງລ້ານຄົນໃນແຕ່ລະປີ, ເນື່ອງຈາກຄວາມສົນໃຈໃນຄວາມລັບ ຂອງອານາຈັກຂະແມ-ແລະກະຕຸ້ນກິດຈະກັມ ທາງເສດຖະກິດ ໃນທົ່ວແຂວງ Siem Reap.

ແຕ່ດຽວນີ້ ຣັຖບານກໍາປູເຈັຍ ກໍາລັງຍົກຍ້າຍປະຊາຊົນປະມານ 10,000 ຄອບຄົວທີ່ອາສັຍ ແລະເຮັດວຽກ ຢູ່ພາຍໃນເຂດ ສີ່ຮ້ອຍຕາລາງກິໂລແມັດ ຂອງສະຖານທີ່ບູຮານຄະດີ Angkor.

Long Kosal ແມ່ນຮອງຜູ້ອໍານວຍການໃຫຍ່ຂອງ APSARA, ໜ່ວຍງານຂອງກໍາປູເຈັຍ ທີ່ບໍຣິຫານນະຄອນວັດ (Angkor Wat).

ທ່ານກ່າວວ່າ ພວກຄອບຄົວອາສັຍ ຢູ່ໃນສະຖານທີ່ດັ່ງກ່າວ ຢ່າງຜິດກົດຫມາຍ ແລະຕ້ອງໄດ້ຍ້າຍອອກໄປ ເພື່ອໃຫ້ນະຄອນວັດຮັກສາຕຳແໜ່ງມໍລະດົກໂລກໄວ້ ໃນລາຍການຂອງ ອົງການ ຢູເນສໂກ (UNESCO World Heritage List).

"ເພາະວ່າພວກເຂົາ ບໍ່ມີສິດທາງດ້ານກົດຫມາຍ ທີ່ຈະຢູ່ທີ່ນີ້. ນັ້ນແມ່ນເຫດຜົນ ທີ່ເຮົາຍ້າຍເຂົາເຈົ້າອອກໄປ, ເຮົາຂໍໃຫ້ເຂົາເຈົ້າ ຍ້າຍໄປ ດ້ວຍຄວາມສມັກໃຈ. ໃນຂນະທີ່ ພວກເຂົາຢູ່ທີ່ນີ້, ພວກເຂົາສ້າງຜົນກະທົບ, ເຊັ່ນສິ່ງເສດເຫຼືອ...ຂີ້ເຫຍື່ອຕ່າງໆ. ສິ່ງໃດກໍຕາມ ທີ່ພວກເຂົາເຈົ້າຜລິດ ແມ່ນຍັງຢູ່ທີ່ນັ້ນ ແລະພວກເຮົາ ບໍ່ສາມາດ ຈັດການກັບມັນໄດ້. ດັ່ງນັ້ນ ພວກເຂົາຈຶ່ງມີສ່ວນຮ່ວມ ໃນການສ້າງຄວາມເສື່ອມໂຊມ ຂອງຄຸນຄ່າສາກົນ ຂອງສະຖານທີ່ ທີ່ພວກເຮົາໄດ້ຮັກສາ-ນັ້ນແມ່ນຫົວໃຈຂອງກິດຈະກັມ ການອະນຸລັກ ແລະການພັດທະນາ ແບບຍືນຍົງຂອງພວກເຮົາ."

ແມ່ລູກສອງ, Srey Mom, ແມ່ນຫນຶ່ງໃນຜູ້ທີ່ປະເຊີນກັບການຖືກຂັບໄລ່.

ນາງໄດ້ເປີດຮ້ານອາຫານແຄມທາງ ໃກ້ພຣະວິຫານມາໄດ້ 16 ປີແລ້ວ.

ແຕ່ໃນໄວໆນີ້ ບ້ານແລະທຸລະກິດຂອງນາງ ຈະຖືກທໍາລາຍ ແລະນາງຕ້ອງກູ້ຢືມເງິນ ຈາກທະນາຄານ ຈໍານວນ 40,000 ໂດລາ ເພື່ອສ້າງເຮືອນ ຢູ່ສະຖານທີ່ຕັ້ງຖິ່ນຖານໃຫມ່.

"ພວກເຮົາຈຳເປັນຕ້ອງໄປ ເພາະວ່າພວກເຮົາບໍ່ສາມາດປະທ້ວງໄດ້. ຂ້ອຍຫາກໍໄດ້ລູກ ເມື່ອບໍ່ຮອດຫນຶ່ງເດືອນກ່ອນ. ດັ່ງນັ້ນ ພວກເຂົາຈຶ່ງປ່ອຍໃຫ້ເຮົາຢູ່ຕໍ່ ໃນຕອນນີ້. ບໍ່ມີໂຮງຮຽນມັດທະຍົມ ຢູ່ສະຖານທີ່ໃຫມ່ ສໍາລັບລູກສາວຂອງຂ້ອຍ ແລະເຮືອນໃໝ່ກໍຍັງສ້າງບໍ່ແລ້ວເທື່ອ."

ເພື່ອນບ້ານຂອງນາງ ກໍຕ້ອງຍ້າຍອອກຄືກັນ ແລະເປັນຫ່ວງວ່າ ລາວຈະຫາລ້ຽງຊີບໄດ້ແນວໃດ ເມື່ອລາວຖືກໄລ່ອອກຈາກ ນະຄອນວັດ (Angkor Wat).

"ທຸກຄົນມີວຽກເຮັດຢູ່ທີ່ນີ້ ແລະເຂົາເຈົ້າຕ້ອງການວຽກເຮັດ. ເຂົາເຈົ້າຕ້ອງກັບມາເຮັດວຽກຢູ່ທີ່ນີ້. ທຸກມື້ນີ້, ທຸກຄົນ ກໍາລັງປະເຊີນ ກັບຄວາມກົດດັນ ດ້ານຄ່າຄອງຊີບ ແລະພວກເຂົາ ເກືອບຈະບໍ່ສາມາດ ຈັດການກັບຄ່າຄອງຊີບ ປະຈໍາວັນ ຂອງພວກເຂົາໄດ້."

ອົງການນິລະໂທດກັມສາກົນ (Amnesty International) ກ່າວວ່າ ການຍົກຍ້າຍນັ້ນ ແມ່ນເທົ່າກັບການຖືກບັງຄັບໃຫ້ຍ້າຍອອກໄປ.

Montse Ferrer ເປັນຮອງຜູ້ອໍານວຍການ ພາກພື້ນ ສໍາລັບການຄົ້ນຄວ້າທີ່ Amnesty International.

"ພວກເຮົາໄດ້ເວົ້າກັບຫຼາຍຄົນ ທີ່ບໍ່ມີທາງເລືອກ, ໄດ້ຖືກບອກໃຫ້ຍ້າຍອອກໄປ, ແລະຍ້ອນວ່າ ພວກເຂົາເຂົ້າໃຈວ່າ ພວກເຂົາບໍ່ມີທາງເລືອກຈຶ່ງຍ້າຍໄປ. ນັ້ນບໍ່ແມ່ນການຍ້າຍອອກໄປ ດ້ວຍຄວາມສມັກໃຈ. ນັ້ນເທົ່າກັບ ການຍ້າຍອອກໄປ ເພາະວ່າທ່ານບໍ່ມີທາງເລືອກອື່ນ."

ຣັຖບານກໍາປູເຈັຍ ໄດ້ຈັດຕັ້ງສະຖານທີ່ຍົກຍ້າຍສອງບ່ອນ.

ປະຊາຊົນ ໄດ້ຮັບແພັກເກດການສນັບສນູນ ໃນການຍົກຍ້າຍ, ເຊິ່ງລວມມີ ທີ່ດິນຕ່ອນໜຶ່ງ, ເຫລັກສັງກະສີເພື່ອປຸກເຮືອນ, ແລະເງິນສວັດດີການ ທີ່ຣັຖບານ ໄດ້ຊ່ວຍຈ່າຍສ່ວນຫນຶ່ງ.

ແຕ່ອົງການນິລະໂທດກັມສາກົນ (Amnesty International) ກ່າວວ່າ ສະຖານທີ່ ແລະທີ່ຢູ່ອາສັຍບໍ່ພຽງພໍ, ແລະເປັນການລ່ວງລະເມີດກົດຫມາຍນາໆຊາດ ວ່າດ້ວຍສິດທິມະນຸດ.

"ໃນຫຼາຍກໍລະນີ ແມ່ນພຽງແຕ່ດິນທີ່ ບໍ່ມີເຮືອນ, ເຮືອນທີ່ກໍ່ສ້າງເສັດແລ້ວ. ພວກເຂົາບໍ່ມີໂຄງສ້າງພື້ນຖານ ເລື້ອງນ້ຳດື່ມທີ່ເຫມາະສົມ, ສ້ວມຖ່າຍ, ໄຟຟ້າທີ່ຈໍາເປັນ ໃນການຢູ່ອາສັຍທີ່ເຫມາະສົມ. ນັ້ນແມ່ນ ຕົວຢ່າງອື່ນໆ. ແຕ່ຖ້າຫາກວ່າ ທ່ານຖືກບອກໃຫ້ຍ້າຍໄປຢູ່ໃນ ທີ່ດິນ ທີ່ບໍ່ມີເຮືອນ, ມັນຈະພຽງພໍໄດ້ແນວໃດ?"

ຂ່າວ SBS ໄດ້ໄປຢ້ຽມຢາມສະຖານທີ່ຕັ້ງຖິ່ນຖານໃໝ່ແຫ່ງຫນຶ່ງ, Run Ta Ek, ແລະພົບວ່າ ປະຊາຊົນບໍ່ພໍໃຈ ກັບສະຖານະການຂອງເຂົາເຈົ້າ.

ຜົວຂອງ Tuy Ran ເຄີຍເຮັດວຽກເປັນກັມມະກອນຢ່າງຫນ້ອຍ 2 ອາທິດ ຕໍ່ເດືອນ.

ແຕ່ຫຼັງຈາກການຍ້າຍ ນາງເວົ້າວ່າ ລາວບໍ່ມີວຽກເຮັດອີກແລ້ວ.

"ຂ້ອຍມີປັນຫາຫຼາຍ. ຂ້ອຍບໍ່ມີເງິນ ທີ່ຈະປຸກເຮືອນ ແລະຜົວຂອງຂ້ອຍກໍບໍ່ມີວຽກ. ພວກເຮົາກໍາລັງອາສັຍຢູ່ໃນຕູບນ້ອຍໆແບບນີ້. ຍິ່ງໄປກວ່ານັ້ນ, ຂ້ອຍມີໂຣກຕ່າງໆຫຼາຍແນວ. ຂ້ອຍມີຄວາມດັນເລືອດສູງ ແລະເປັນໂຣກຜິວຫນັງ".

ແຕ່ຣັຖບານກໍາປູເຈັຍກ່າວວ່າ ນີ້ບໍ່ແມ່ນບັນຫາສິດທິມະນຸດ, ແລະວ່າຣັຖບານປະຕິບັດຕາມ ການຊີ້ນໍາທີ່ UNESCO ກໍານົດ ເພື່ອຮັກສາມໍລະດົກ ຂອງນະຄອນວັດ (Angkor Wat).

Long Kosal ອີກ.

"ນີ້ບໍ່ແມ່ນເລື່ອງຂອງສິດທິມະນຸດ, ແຕ່ນີ້ແມ່ນເລື່ອງ ຂອງການສນັບສນູນມໍລະດົກ ແລະຍັງສົ່ງເສີມ ຊີວິດການເປັນຢູ່ ທີ່ດີຂຶ້ນ ສໍາລັບຄົນລຸ້ນປັດຈຸບັນ ແລະສໍາລັບຄົນລຸ້ນໃຫມ່ອີກດ້ວຍ. ທຸກໆປີ, ທຸກປະເທດສະມາຊິກ ຕ້ອງຍື່ນລາຍງານການອະນຸລັກແກ່ UNESCO. ດັ່ງນັ້ນ, ທຸກໆປີ ພວກເຮົາໄດ້ຮັບຄໍາແນະນໍາ ຈາກ UNESCO.ການກໍ່ສ້າງທີ່ຜິດກົດໝາຍ ຕ້ອງນຳມາພິຈາລະນາ, ລົງມືປະຕິບັດໂດຍການສັ່ງໃຫ້ຢຸດ. ມັນບໍ່ສາມາດດຳເນີນສືບຕໍ່ອີກ ແລະນັ້ນ ແມ່ນຂໍ້ຄວາມ ທີ່ພວກເຮົາໄດ້ຮັບຈາກ UNESCO".

ໃນຖແລງການຕໍ່ SBS NEWS, UNESCO ໄດ້ກ່າວວ່າ ມັນບໍ່ແມ່ນສ່ວນນຶ່ງຂອງໂຄງການຍ້າຍຖິ່ນຖານນີ້ ແລະຍັງບໍ່ໄດ້ຮ້ອງຂໍ ໃຫ້ມີການ ຍົກຍ້າຍປະຊາຊົນ ຕໍ່ທາງການກຳປູເຈັຍ.

ອົງການ UNESCO ກ່າວວ່າ ຕົນກໍາລັງຕິດຕາມສະຖານະການຢ່າງໃກ້ຊິດ ແລະສະພາບການອະນຸລັກ Angkor ຈະຖືກກວດສອບ ໂດຍຄນະກັມມາທິການ ມໍລະດົກໂລກ ໃນກອງປະຊຸມຄັ້ງຕໍ່ໄປທີ່ຈະຈັດຂຶ້ນ ໃນເດືອນກັນຍານີ້.

ເນື້ອເລື່ອງໂດຍ Aaron Fernandes   ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share