ການໃຊ້ TikTok ໃນການປ້ອງກັນມະເຮັງຜິວໜັງໃນ ອອສເຕຣເລັຍ.

A smartphone with TikTok's logo and a user's hand (AAP).jpg

ສັນຍາລັກຂອງ TikTok ໃນໂທຣະສັບມືຖື.

ໃນເວທີສັງຄົມອອນລາຍ ໄດ້ມີຄົນເອົາວີດີໂອທີ່ກັບການໂອ້ອວດການຖືກແດດເຜົາມາລົງ ແລະໄດ້ຮັບຄວາມນິຍົມ. ຜູ້ສົ່ງເສີມການປ້ອງກັນມະເຮັງຜິວໜັງ ໄດ້ຮ່ວມມືກັບ TikTok ທີ່ຈະລຶບວີດີໂອເຫຼົ່ານັ້ນ ພ້ອມທັງສົ່ງເສີມຂໍ້ມູນທີ່ຖືກຕ້ອງ ເພື່ອຕໍ່ຕ້ານມະເຮັງຜິວໜັງ.


ການໃຊ້ TikTok ໃນການປ້ອງກັນມະເຮັງຜິວໜັງໃນ ອອສເຕຣເລັຍ.

ຕອນນີ້ ປະເທດອອສເຕຣເລັຍ ກຳລັງຢູ່ໃນລະດູຮ້ອນ ແລະຂໍ້ຄວາມກ່ຽວກັບຄວາມປອດພັຍ ຕໍ່ແສງແດດ ແລະສຸຂະພາບຜິວຫນັງ ກໍມີຫລາຍຂຶ້ນອີກເທື່ອນຶ່ງ ໃນທົ່ວປະເທດ.

ສະຖາບັນມະເຮັງຊັ້ນນໍາ ແລະຍັກໃຫຍ່ຂອງສື່ມວນຊົນ TikTok ກ່າວວ່າ ເຂົາເຈົ້າຈະລຶບວິດີໂອຕ່າງໆ ທີ່ສ້າງຄ່ານິຍົມໃນການມີຜິວໜັງສີຄ້ຳ, ເນື່ອງຈາກມີຄວາມຢ້ານກົວວ່າ ຄວາມຄິດທີ່ການມີຜິວໜັງສີຄ້ຳເປັນສິ່ງນິຍົມ ຈະສົ່ງຜົນກະທົບທີ່ຮ້າຍແຮງ ແລະອາດຈະເປັນອັນຕະຣາຍ ຕໍ່ຊາວຫນຸ່ມອອສເຕຣເລັຍ. Omar Dehen ລາຍງານ.

'ຄວາມທ້າທາຍໃນການຖືກແດດເຜົາ-sunburn challenge' ແມ່ນແນວໂນ້ມອອນໄລນ໌ໃຫມ່ ທີ່ຫນ້າເປັນຫ່ວງ ສຳຣັບຜູ້ສນັບສນູນດ້ານສຸຂະພາບ.

ມັນກ່ຽວຂ້ອງກັບຄົນທີ່ເອົາວິດີໂອລົງ ໃນເວທີສັງຄົມ TikTok, ຊຶ່ງຜູ້ໃຊ້ ໂອ້ອວດການຖືກແດດເຜົາຂອງເຂົາເຈົ້າ, ແລະມັນໄດ້ຮັບຄວາມນິຍົມເພີ່ມຂຶ້ນ ໃນກຸ່ມໄວຫນຸ່ມຊາວ ອອສເຕຣເລັຍ.

Matthew Browne ຜູ້ອໍານວຍການສະຖາບັນມະເຮັງຜິວໜັງອອສເຕຣເລັຍ (Melanoma Australia) ກ່າວວ່າ ວີດີໂອດັ່ງກ່າວ ສາມາດສົ່ງຜົນກະທົບຢ່າງຮ້າຍແຮງໄດ້.

ການມີຜິວສີຄ້ຳ (ຍ້ອນຕາກແດດ) ແລະການຖືກແສງແດດຫຼາຍເກີນໄປ ນໍາໄປສູ່ການເປັນມະເຮັງຜິວໜັງ (Melanoma). ການມີຜິວສີຄ້ຳ (ຍ້ອນຕາກແດດ-Tanning) ແມ່ນຈຸລັງຜິວຫນັງ (Cells) ໃນການບາດເຈັບ ແລະສະນັ້ນ ເມື່ອເຮົາເຫັນສິ່ງຕ່າງໆ ທີ່ສົ່ງເສີມສິ່ງນັ້ນ ເຮົາກໍຢາກເວົ້າເຖິງມັນ ເພາະສິ່ງນັ້ນຕ້ອງຢຸດ."

TikTok ກ່າວວ່າ ຍັງເປັນຫ່ວງຄືກັນ, ແລະມັນໄດ້ຮ່ວມມືກັບ ສະຖາບັນ Melanoma ໃນການຣົນນະຣົງທີ່ເອີ້ນວ່າ 'Tanning: that's cooked', ຊຶ່ງແນໃສ່ຊາວຫນຸ່ມຂອງ ອອສເຕຣເລັຍ ໃນຂນະທີ່ຮັບມືກັບວັດທະນະທັມ ໃນຄ່ານິຍົມຂອງການມີຜິວສີຄ້ຳ (ຍ້ອນຕາກແດດ) ຂອງປະເທດ.

ຜູ້ຈັດການທົ່ວໄປຂອງ TikTok Australia, ທ່ານ Lee Hunter ກ່າວວ່າ ໃນເວທີຈະເຕັມໄປດ້ວຍດ້ວຍເນື້ອຫາຕລົກ ທີ່ສົ່ງເສີມວິທີຣະວັງໃນການຖືກແສງຕາເວັນ, ແລະວິດີໂອທີ່ສົ່ງເສີມການປະຕິບັດທີ່ບໍ່ດີ (ສ້າງຄວາມນິຍົມທີ່ມີຜິວໜັງສີຄ້ຳ) ຈະຖືກກໍາຈັດອອກໄປ.

"ສິ່ງສໍາຄັນອັນດັບຫນຶ່ງຂອງພວກເຮົາແມ່ນ ເຮັດໃຫ້ແນ່ໃຈວ່າ ປະຊາຊົນຮັກສາຄວາມປອດພັຍໃນ TikTok. ດັ່ງນັ້ນ ເມື່ອພວກເຮົາເຫັນເນື້ອຫາ ທີ່ສົ່ງເສີມຄວາມເສັຍຫາຍ ໃຫ້ແກ່ຜູ້ໃຊ້ Tiktok ໃນອອສເຕຣເລັຍ, ພວກເຮົາລົງມືປະຕິບັດທັນທີ. ເຮົາມີຈຸດຢືນທີ່ຫມັ້ນຄົງໃນສິ່ງນັ້ນ, ແຕ່ຍິ່ງໄປກວ່ານັ້ນ ເຮົາຢາກສົ່ງເສີມພຶດຕິກັມທີ່ຖືກຕ້ອງ. ພວກເຮົາຢາກປ່ຽນຄວາມເຂົ້າໃຈ ກ່ຽວກັບ Tanning ແລະພວກເຮົາຢາກໃຫ້ແນ່ໃຈວ່າ ຜູ້ໃຊ້ TikTok ໄດ້ຮັບຂໍ້ຄວາມທີ່ຖືກຕ້ອງ ເພື່ອທີ່ພວກເຮົາຈະໄດ້ຊ່ວຍຊີວິດ ແລະໃຫ້ຊາວອອສເຕຣເລັຍປອດພັຍ."

ອອສເຕຣເລັຍ ມີອັດຕາມະເຮັງຜິວໜັງ (Melanoma) ສູງທີ່ສຸດໃນໂລກ.

ຫນຶ່ງຄົນຖືກກວດພົບວ່າ ເປັນມະເຣັງຜິວໜັງ ທຸກໆເຄິ່ງຊົ່ວໂມງ ແລະເກືອບ 17,000 ຄົນຕໍ່ປີ.

1300 ຄົນອອສເຕຣເລັຍ ເສັຍຊີວິດຍ້ອນພະຍາດນີ້ ໃນແຕ່ລະປີ, ຊຶ່ງເທົ່າກັບການເສັຍຊີວິດ ຫນຶ່ງຄົນ ຕໍ່ທຸກໆຫົກຊົ່ວໂມງ, ໂດຍມະເຣັງຜິວໜັງເປັນມະເຮັງທີ່ພົບເຫັນຫຼາຍທີ່ສຸດ ສໍາລັບຊາວອອສເຕຣເລັຍ ທີ່ມີອາຍຸ 20 ຫາ 39 ປີ.

ນາງ Jen Benfield ໄດ້ຕໍ່ສູ້ກັບໂຣກມະເຮັງຜິວຫນັງ ມາໄດ້ເກືອບສິບປີແລ້ວ.

ແມ່ລູກສອງ ໄດ້ເອົາເນື້ອງອກ ອອກຈາກຫລັງຂອງນາງ ໃນປີ 2014. ສີ່ປີຕໍ່ມາ, ນາງເວົ້າວ່າ, ການກວດ Scan ຕາມປົກກະຕິ ໄດ້ພົບວ່າມີຈຸດບ່ອນນຶ່ງຢູ່ໃນປອດຂອງນາງ, ຊຶ່ງຕໍ່ມາໄດ້ແຜ່ກະຈາຍ ໄປຮອດຫມາກໄຂ່ຫຼັງ.

ມັນເປັນເສັ້ນທາງການຟື້ນຟູທີ່ຍາວນານຫຼາຍ. ຂ້ອຍບໍ່ສະບາຍຫຼາຍ ຈາກຜົນຂ້າງຄຽງຂອງການທົດລອງທາງແພດ. ມັນຍາກທີ່ຈະເບິ່ງຂ້າມມັນໃນບາງຄັ້ງ, ແຕ່ຂ້ອຍກໍໂຊກດີ. ຂ້ອຍເຕີບໃຫຍ່ໃນອອສເຕຣເລັຍ, ທຸກຢ່າງຈະກ່ຽວກັບການຢູ່ນອກເຮືອນ. ແລະໃນການທີ່ເປັນຄົນກຣີກ-ອອສເຕຣເລັຍ ຂ້ອຍບໍ່ໄດ້ຄິດວ່າຂ້ອຍຈະເປັນມະເຮັງຜິວໜັງ, ຂ້ອຍຄິດວ່າມັນຈະເປັນແຕ່ຄົນທີ່ມີຜິວຂາວເທົ່ານັນ.

Jen ຍິນດີຕ້ອນຮັບໂຄງການ 'That's Cooked' ແລະກ່າວວ່າ ມັນເປັນ "ພາຣະກິດທີ່ສຳຄັນ" ສໍາລັບຊາວຫນຸ່ມອອສເຕຣເລັຍ ທີ່ຈະປ່ຽນແປງທັດສະນະຂອງເຂົາເຈົ້າ ຕໍ່ຄວາມປອດພັຍຈາກແສງແດດ.

“ມັນຍາກຫຼາຍໃນຖານະເປັນພໍ່ແມ່, ມັນເກືອບຈະເປັນໄປບໍ່ໄດ້ ທີ່ຈະເຮັດໃຫ້ເດັກນ້ອຍບາງຄົນເຂົ້າໃຈກ່ຽວກັບມັນ. ໂດຍສະເພາະຕອນທີ່ຄົນຫນຸ່ມ ເຫັນຄົນຫນຸ່ມຄົນອື່ນໆຢູ່ທີ່ນັ້ນມັກທີ່ຈະມີຜິວສີຄ້ຳ. ເບິ່ງຂ້ອຍເປັນຕົວຢ່າງ ໃນການເວົ້າວ່າ ການສໍາຜັດກັບແສງແດດຫຼາຍເກີນໄປ ແລະການເປັນມະເຮັງຜິວໜັງ (Melanoma), ແມ່ນສິ່ງທີ່ຍາກທີ່ສຸດໃນຊີວິດທ່ານ.”

ແລະທ່ານ Matthew Browne ຫວັງວ່າ ການຣົນນະຣົງນັ້ນ ຈະມີຜົນອັນເລິກເຊິ່ງ.

"ນີ້ແມ່ນວິທີ ທີ່ຈະເຂົ້າເຖິງກຸ່ມເປົ້າຫມາຍນັ້ນ ໃນວິທີທີ່ຈະໃຫ້ເຂົາເຈົ້າເຂົ້າໃຈ ແລະຈະມີສ່ວນຮ່ວມກັບເຂົາເຈົ້າ, ດັ່ງນັ້ນພວກເຮົາຄິດວ່າ ຄວາມເຂົ້າໃຈເຫຼົ່ານັ້ນ ຈະຢູ່ກັບພວກເຂົາໄດ້ຍາວນານ ແລະເຮົາຮູ້ວ່າ ມັນຈະສ້າງຄວາມແຕກຕ່າງ ອັນໃຫຍ່ຫຼວງ."

ເນື້ອເລື່ອງ ໂດຍ Omar Dehen ຂ່າວ SBS News,

ຜລິດ ໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.

Share