ຄົບຮອບຊາວປີຂອງ ໄຟໄໝ້ປ່າທີ່ ແຄນເບີຣາ.

The 74 inch telescope at Mt Stromlo Observatory built in 1922 lays gutted by the fires

ກ້ອງສອ່ງທີ່ມີເສັ້ນຜ່າສູນກາງ 74 ນິ້ວ ທີ່ Mt Stromlo ເຊິ່ງຖືກສ້າງຂຶ້ນໃນປີ 1922 ໄດ້ຕົກເປັນເຫຍື່ອຂອງໄຟປ່າ ໃນປີ 2003. Source: Getty / Daniel Berehulak/Getty Images

ຊາວປີຫຼັງຈາກໄຟໄໝ້ປ່າທີ່ແຄນເບີຣາ ຊຶ່ງໄດ້ນຳຄວາມເສັຍຫາຍຢ່າງໜັກມາສູ່ເມືອງນີ້ ບໍ່ວ່າຈະເປັນຈຳນວນເຮືອນທີ່ຖືກໄໝ້ ແລະການເສັຍຊີວິດ. ໜ່ວຍງານກ່ຽວຂ້ອງໄດ້ບົດຮຽນຫຍັງແນ່ຈາກເຫດການນີ້?


ຄົບຮອບຊາວປີຂອງ ໄຟໄໝ້ປ່າທີ່ ແຄນເບີຣາ.

ເປັນເວລາ 20 ປີແລ້ວ ນັບແຕ່ໄຟໄຫມ້ປ່າ ໄດ້ເກີດຂຶ້ນໃນນະຄອນຫລວງຂອງປະເທດ, ຫນ່ວຍບໍຣິການສຸກເສີນ ບໍ່ມີການກຽມພ້ອມ ແລະປ່ອຍຄວາມເສັຍຫາຍໄວ້ເບື້ອງຫຼັງ.

ເຈົ້າຫນ້າທີ່ກ່າວວ່າ ພວກເຂົາເຈົ້າໄດ້ຮຽນຮູ້ບົດຮຽນທີ່ສໍາຄັນ ນັບຕັ້ງແຕ່ນັ້ນມາ, ແຕ່ຄວາມເປັນຫ່ວງຍັງມີຢູ່ວ່າ ຫນ່ວຍດັບໄຟໃນຊົນນະບົດ (Rural Fire Service) ແມ່ນບໍ່ມີອຸປກອນຄົບພ້ອມ. Hannah Kwon ແລະ Sara Tomevska ລາຍງານ.

ໃນວັນທີ 18 ມັງກອນ 2003 ໄດ້ເກີດໄຟໄຫມ້ປ່າຢູ່ທາງທິດຕາເວັນຕົກ ຂອງເມືອງແຄນເບຣາ ແລະໄດ້ແຜ່ລາມໄປແບບບໍ່ມີການເຕືອນ, ມັນໄດ້ໄໝ້ຈາກ Duffy ແລະ Weston ໂດຍທໍາລາຍບ້ານເຮືອນ 500 ຫຼັງ, ແລະມີຜູ້ເສັຍຊີວິດສີ່ຄົນ.

ເປັນໄປບໍ່ໄດ້ ທີ່ຈະລືມພາບຂອງການທໍາລາຍນັ້ນ.

ຊາວປີຕໍ່ມາ, ປະຊາຊົນທ້ອງຖິ່ນ ໄດ້ກັບຄືນໄປບ່ອນເກີດເຫດ ເພື່ອສະແດງຄວາມເຄົາຣົບ.

Georgeina Whelan ຜູ້ບັນຊາການບໍຣິການສຸກເສີນ (Emergency Services Commissioner) ຂອງ ACT ກ່າວວ່າ ສິ່ງທີ່ເກີດຈາກປະສົບການນັ້ນແມ່ນຄວາມສາມາດ ດ້ານການບໍຣິການສຸກເສີນຂັ້ນພື້ນຖານ, ແລະວ່າ ຫນ່ວຍບໍຣິການສຸກເສີນ ໄດ້ຮຽນຮູ້ຫຼາຍຢ່າງຈາກເຫດການໃນປີນັ້ນ.

"ໂສກນາດຕະກັມຂອງປີ 2003 ແລະຜົນທີ່ຕາມມາຂອງມັນ  ໄດ້ຖິ້ມຮອຍ ທີ່ບໍ່ສາມາດລົບອອກໄດ້ຈາກຫົວໃຈ ແລະໃນຄວາມຊົງຈໍາ ຂອງປະຊາຊົນຊາວ Canberra, ຜູ້ຢູ່ອາສັຍ ແລະຜູ້ຮັບມືທຳອິດຂອງເຮົາ. ມັນເປັນເຫດການ ທີ່ພວກເຮົາບໍ່ຢາກໃຫ້ເກີດຂຶ້ນຕໍ່ຊຸມຊົນໃດໆ. ເຖິງຢ່າງໃດກໍ່ຕາມ, ມັນແມ່ນໂຕເລັ່ງຂອງການປ່ຽນແປງ."

ການປ່ຽນແປງ ທີ່ພາໃຫ້ມີການສ້າງຫນ່ວຍບໍຣິການສຸກເສີນຂອງ A-C-T ເພື່ອປັບປຸງການຮັບມືກັບຄວາມສຸກເສີນ ໃນທົ່ວຫນ່ວຍງານ ແລະເຂດຊາຍແດນຂອງຣັດ.

ຫົວໜ້າເຈົ້າຫນ້າທີ່ ຂອງຫນ່ວຍດັບໄຟໃນຊົນນະບົດ A-C-T ທ່ານ Rohan Scott ກ່າວວ່າ ມັນເປັນການປ່ຽນແປງ ທີ່ໄດ້ນໍາເອົາ ການລົງທຶນຈໍານວນ 45 ລ້ານໂດລາ ເຂົ້າໃນການຍົກລະດັບ ຄວາມສາມາດໃນການດັບເພີງ.

Rohan Scott ຫົວໜ້າຫນ່ວຍດັບໄຟໃນຊົນນະບົດ A-C-T ກ່າວວ່າ:

"ພວກເຮົາມີການກວດເບິ່ງໄຟທີ່ດີກວ່າ, ຊັບສິນການບິນທີ່ດີກວ່າ, ຍານພາຫະນະທີ່ດີກວ່າ, ອາສາສມັກ ຂອງພວກເຮົາໄດ້ຮັບການຝຶກອົບຮົມເປັນຢ່າງດີ ໃນການເຮັດວຽກ ທີ່ເປັນມືອາຊີບຫຼາຍ. ການສົ່ງຂໍ້ຄວາມ ໃນຊຸມຊົນຂອງພວກເຮົາ ເຊິ່ງພວກເຮົາບໍ່ມີໃນປີ 2003 ຕອນນີ້ເຮັດໃຫ້ ຊຸມຊົນ ໄດ້ຮັບການກະກຽມລ່ວງຫນ້າໄດ້ດີ.ເຂົາເຈົ້າຮູ້ວ່າຈະເຮັດແນວໃດກັບແຜນທີ່ຈະຢູ່ລອດຂອງເຂົາ ແລະເຂົາເຈົ້າສາມາດປະຕິບັດຕາມແຜນເຫຼົ່ານັ້ນຢ່າງປອດພັຍ."

ທ່ານ Greg McConville ຈາກສະຫະພາບດັບເພີງ (United Firefighters) A-C-T ກ່າວວ່າ ຣົດດັບເພີງໃຫມ່ມີຄວາມບົກພ່ອງ ຄືກັນກັບທີ່ໃຊ້ ໃນປີ 2003.
 
ລາວຮຽກຮ້ອງ ໃຫ້ມີການກວດສອບຂັ້ນຕອນຂອງການຈັດຊື້.

"ໜ້າເປັນຫ່ວງວ່າ ຣົດດັບເພິງທີ່ໃຫມ່ທີ່ສຸດທີ່ຖືກຊື້ມາເພື່ອດັບເພິງ ແລະກູ້ພັຍ, ກໍມີຄວາມບົກພ່ອງ ຄືກັນກັບຣົດດັບເພິງທີ່ໃຊ້ ໃນປີ 2003 ຊຶ່ງຖືກໄຟໄໝ້ ແລະໄດ້ເຮັດໃຫ້ຜູ້ດັບເພີງຕົກຢູ່ ໃນທ່າມກາງອາຄານທີ່ກຳລັງໄຫມ້ ຢູ່ໃນເມືອງ Duffy. ຊ່ອງຮັບອາກາດປລາສຕິກ ແລະໃນເບຣກ (brakes) ທີ່ບໍ່ມີການປ້ອງກັນຄວາມຮ້ອນ ນັ້ນຫມາຍຄວາມວ່າໜ່ວຍດັບເພິງ ແລະກູ້ພັຍ ຕ້ອງປັບປຸງຣົດເຫຼົ່ານັ້ນໃຫມ່ ດ້ວຍຄ່າໃຊ້ຈ່າຍຂອງຜູ້ເສັຍພາສີ, ແທນທີ່ຈະເປັນຣົດທີ່ໄດ້ຮັບສົ່ງມອບ ຈາກຜູ້ໃຫ້ບໍຣິການ ຊຶ່ງສອດຄ່ອງກັບຂໍ້ກຳໜົດທີ່ຕົກລົງກັນໄວ້."

ທ່ານ Mick Gentleman ຣັຖມົນຕີ ການບໍຣິການສຸກເສີນ ຂອງ A-C-T ກ່າວວ່າ ທ່ານມີຄວາມຫມັ້ນໃຈທຸກຢ່າງ ໃນການຮັບມືຕໍ່ອັກຄີພັຍ ແລະກູ້ພັຍ ຂອງພວກເຂົາເຈົ້າ ແລະວ່າພວກເຂົາເຈົ້າ ເປັນຜູ້ຕອບສນອງທີ່ໄວທີ່ສຸດໃນປະເທດ.

"ຈະມີຄວາມທ້າທາຍສເມີ, ຂ້າພະເຈົ້າຄິດວ່າຖ້າຈະເບິ່ງເລື້ອງການຈັດຊື້. ພວກເຮົາມີຄວາມຕ້ອງການສະເພາະ ສໍາລັບປະເພດຂອງຣົດດັບເພິງ ແລະກູ້ພັຍສໍາລັບ A-C-T. ຣົດພວກນັ້ນບໍ່ພຽງແຕ່ ອອກຈາກສາຍການຜລິດນັ້ນເປັນພາຫະນະທີ່ໄດ້ຮັບການດັດແປງຈາກບ່ອນຜລິດໃນເອີຣົບ ທີ່ພວກເຮົາຕ້ອງການ ເພື່ອໃຫ້ແນ່ໃຈວ່າປອດພັຍ ສໍາລັບຜູ້ດັບເພີງ ຂອງພວກເຮົາ, ແລະພວກເຮົາຈະສືບຕໍ່ເຮັດວຽກນັ້ນ."

ແຕ່ສະຫະກອນ ຍັງໃຫ້ເຫດຜົນວ່າ ການອຳນວຍຄວາມສະດວກ ຂອງການດັບເພິງ ຍັງບໍ່ທັນກັບການຂຍາຍຕົວ ຂອງເມືອງໃນນະຄອນຫລວງນັ້ນ.

ຫຼັງຈາກມີຝົນຕົກເປັນປວັດການ ໃນລະດູໃບໄມ້ປົ່ງ, ກໍມີການເຕີບໂຕໃຫມ່ຢ່າງຫຼວງຫຼາຍ, ຊຶ່ງຫມາຍຄວາມວ່າມີເຊື້ອໄຟຢ່າງຫຼວງຫຼາຍທີ່ຈະເຜົາໄຫມ້ ຖ້າຫາກສະພາບອາກາດປ່ຽນໄປ ເປັນຮ້ອນ ແລະແຫ້ງ, ເຊິ່ງແມ່ນສິ່ງທີ່ຫ້ອງການອາກາດກໍາລັງຄາດການໄວ້.

ທ່ານ Mick Gentleman ຣັຖມົນຕີ ການບໍຣິການສຸກເສີນ ຂອງ A-C-T ກ່າວວ່າ ການກະກຽມຕ່າງໆເຊັ່ນໄຟໄຫມ້ທີ່ໄດ້ກໍານົດໄວ້, ແມ່ນກໍາລັງດໍາເນີນຢູ່.

"ພວກເຮົາຈະເຫັນໄຟຄັ້ງໃຫຍ່ອີກຢ່າງແນ່ນອນ, ພວກເຮົາໄດ້ເຫັນ ເພາະວ່າປີ 2019-20. ມັນເປັນວິທີທີ່ພວກເຮົາກຽມພ້ອມ ສໍາລັບມັນ ແລະທີ່ສໍາຄັນແມ່ນວິທີ ທີ່ພວກເຮົາກ່າວເຖິງພວກມັນໃນອະນາຄົດ ແລະນີ້ແມ່ນເຫດຜົນທີ່ E-S-A ຂອງພວກເຮົາ ກໍາລັງພັດທະນາທຸກໆປີ. ການຝຶກອົບຮົມເພື່ອໃຫ້ແນ່ໃຈວ່າ ພວກເຮົາມີການກຽມພ້ອມທີ່ດີທີ່ສຸດ ສໍາລັບເຫດການເຫຼົ່ານັ້ນ."

ການທົດສອບທີ່ບໍ່ມີໃຜຕ້ອງການທີ່ຈະໄດ້ພົບໃນເວລາອັນໃກ້ນີ້.

ເນື້ອເລື່ອງໂດຍ Hannah Kwon ແລະ Sara Tomevska ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share