ຄວາມເສັຍຫາຍຈາກມະເຮັງຜິວໜັງ ໃນ ອອສເຕຣເລັຍ.
ມະເຮັງຜິວຫນັງ ເຮັດໃຫ້ຊາວອອສເຕຣເລັຍ ເສັຍຊີວິດ ຫຼາຍກວ່າ 2 000 ຄົນ ໃນທຸກໆປີ.
ໃນຣັດ Queensland, ແມ່ນຈະມີປັນຫາ ຫຼາຍກວ່າຣັດ ແລະເຂດປົກຄອງອື່ນໆທັງຫມົດ.
ນັ້ນເຮັດໃຫ້ມີການຊຸກຍູ້ໃຫ້ຍົກລະດັບຄວາມຮັບຮູ້ ແລະຫຼຸດຈໍານວນຜູ້ທີ່ໄດ້ຮັບຜົນກະທົບ ຈາກບັນຫາທີ່ມີຫລາຍຂຶ້ນ, ດັ່ງທີ່ John Baldock ລາຍງານ.
Christine Bleijie ເຕີບໃຫຍ່ຂຶ້ນໃນ New South Wales ກ່ອນທີ່ຈະຍ້າຍໄປຢູ່ Sunshine Coast, Queensland.
ນາງໄດ້ເອົາຂີ້ແມງວັນ (ໄຝ) ອອກ ໃນປີ 1996 ຊຶ່ງໄດ້ກາຍເປັນ ເນື້ອງອກ ແລະຕ້ອງໄດ້ຜ່າຕັດອອກ.
ນາງຄິດວ່າເລື່ອງນັ້ນໄດ້ຈົບໄປແລ້ວ ຈົນເຖິງ 20 ປີຕໍ່ມາ ເມື່ອໂຣກມະເຮັງ ໄດ້ກັບຄືນມາ ໃນຕ່ອມນ້ຳເຫຼືອງ (Lymph glands) ຂອງນາງ.
ນາງ ອະທິບາຍວ່າ ຂ່າວທີ່ກະທົບກະເທືອນໃຈໄດ້ສົ່ງຜົນກະທົບ ຕໍ່ນາງແນວໃດ.
"ຄໍາຖາມທໍາອິດ ທີ່ຂ້າພະເຈົ້າຖາມຜູ້ຊ່ຽວຊານ ດ້ານໂຣກມະເຮັງໃນ Brisbane ແມ່ນ "ຂ້ອຍເລີ່ມຕົ້ນການປິ່ນປົວເມື່ອໃດ?" ແລະລາວເວົ້າວ່າ "ບໍ່ມີເລີຍ". ແລະມັນອາດເປັນຄໍາເວົ້າ ທີ່ຫນ້າຢ້ານກົວທີ່ສຸດທີ່ຂ້າພະເຈົ້າ ເຄີຍໄດ້ຍິນ ເພາະຂ້າພະເຈົ້າຢາກໃຫ້ມັນຫມົດໄປ."
ເລື່ອງລາວຂອງນາງ ເກີດຊໍ້າແລ້ວຊໍ້າອີກ ໃນທົ່ວປະເທດເພາະອອສເຕຣເລັຍມີມະເຮັງຜິວຫນັງ ສູງທີ່ສຸດໃນໂລກ ໂດຍມີສອງໃນສາມຄົນ ຖືກວິນິດໄສໃນບາງຊ່ວງໃນຊີວິດຂອງເຂົາເຈົ້າ.
ໃນໄລຍະຜ່ານການຣົນນະຣົງຫຼາຍຄັ້ງ ມີຈຸດປະສົງທີ່ຈະຊຸກຍູ້ໃຫ້ປະຊາຊົນ ມາໃຊ້ຄວາມລະມັດລະວັງ ແລະຫຼີກເວັ້ນການສຳຜັດກັບແສງ UV ທີ່ເປັນອັນຕະລາຍ ຂອງດວງຕາເວັນໂດຍບໍ່ມີການປ້ອງກັນ.
ທີ່ໂດ່ງດັງທີ່ສຸດແມ່ນ cartoon "Slip, Slop, Slap" ທີ່ຍັງຄົງດັງກ້ອງຢູ່ຈົນເຖິງທຸກວັນນີ້.
Slip Slop Slap. Slip: ໃສ່ເສື້ອ, slop: ທາຢາກັນແດດ ແລະ slap: ໃສ່ຫມວກ.
Megan Varlow ຜູ້ອໍານວຍການ ນະໂຍບາຍຄວບຄຸມມະເຮັງ ທີ່ສະພາມະເຮັງ ອອສເຕຣເລັຍ (Cancer Control Policy at Cancer Council Australia) ກ່າວວ່າ ມີຄຳເຕືອນທີ່ສໍາຄັນອີກສອງຢ່າງທີ່ໄດ້ຖືກຕື່ມໃສ່ ໃນການຣົນນະຣົງຂອງປີ 1980 ນັ້ນ.
”ຂໍ້ຄວາມ 'Slip Slop Slap' ຍັງໃຊ້ໄດ້ຢູ່, ມັນຍັງຖືກຕ້ອງ, ພວກເຮົາກໍໄດ້ເພີ່ມອີກສອງຢ່າງ. ສະນັ້ນ Seek ແລະ Slide ເພື່ອຈະເຮັດໃຫ້ແນ່ໃຈວ່າ ທ່ານກໍາລັງເຮັດຫຼາຍທີ່ສຸດ ເທົ່າທີ່ຈະເປັນໄປໄດ້ ເພື່ອປົກປ້ອງຕົວທ່ານເອງ ຈາກແສງຕາເວັນ. ສນັ້ນ Seek: ສແວງຫາຮົ່ມ ຖ້າວ່າມັນມີ, Slide:ໃສ່ແວ່ນຕາດຳເພື່ອປົກປ້ອງຕາຂອງທ່ານ ຈາກຕາເວັນ ແລ້ວ Slap: ທາຢາກັນແດດບ່ອນທີ່ທ່ານບໍ່ສາມາດປົກປິດ (ຈາກແສງແດດໄດ້) ໄດ້.”
ຂໍ້ຄວາມດ້ານຄວາມປອດພັຍ ແມ່ນໃຊ້ໄດ້ທົ່ວເຖິງ, ແຕ່ຈົນກວ່າຄົນຈະຮັບຟັງຄໍາແນະນໍາຫຼາຍກວ່ານັ້ນ. ທັງປະເທດ ບໍ່ແມ່ນຈະມີປັນຫາພຽງດ້ານສຸຂະພາບຂອງຄົນ ແຕ່ໃນແງ່ຂອງການເສັຍຫາຍ ທາງເສດຖະກິດອີກດ້ວຍ.
ສາດສະດາຈານ Rachel Neale ປະທານຮ່ວມ ຂອງການປ້ອງກັນ ມະເຮັງຜິວຫນັງ Queensland (Co-Chair of Skin Cancer Prevention Queensland).
"ມະເຮັງຜິວຫນັງເປັນມະເຮັງທີ່ແພງທີ່ສຸດໃນອອສເຕຣເລັຍ. ມັນສ້າງຄວາມເສັຍຫາຍໃຫ້ພວກເຮົາຫລາຍກວ່າ 1.3 ພັນລ້ານໂດລາ ຕໍ່ປີ ເພື່ອຈັດການກັບໂຣກມະເຮັງຜິວຫນັງ. Queensland ຍັງຄົງເປັນເມືອງຫຼວງ ມະເຮັງຜິວຫນັງຂອງໂລກ ແລະຂອງອອສເຕຣເລັຍ.ອັດຕາມະເຮັງຜິວຫນັງ ຂອງພວກເຮົາ ແມ່ນປະມານ 40 ເປີເຊັນສູງກວ່າ ສ່ວນອື່ນໆ ຂອງອອສເຕຣເລັຍ."
ທຸກໆປີ, ເກືອບເຄິ່ງຫນຶ່ງຂອງຊາວ Queensland ທັງຫມົດ ໄດ້ຮັບແສງແດດຫຼາຍໂພດ.
Skin Cancer Prevention Queensland ແມ່ນພັນທະມິດ ຂອງຫຼາຍກຸ່ມ ລວມທັງອົງການຕ່າງໆຂອງຣັຖບານ, ມະຫາວິທະຍາໄລ ແລະອົງກອນກິລາ.
ມັນໄດ້ຕັ້ງເປົ້າຫມາຍໃຫມ່ ເພື່ອຕໍ່ສູ້ກັບບັນຫານີ້ ແລະມີຈຸດມຸ້ງຫມາຍ ທີ່ຈະຊຸກຍູ້ໃຫ້ຢ່າງຫນ້ອຍ ເຄິ່ງຫນຶ່ງຂອງຊາວ Queensland ທັງຫມົດ ໃຫ້ໃສ່ຫມວກປີກກວ້າງ ພາຍໃນປີ 2030.
ການຣົນນະຣົງ ຕ້ອງການຫຼຸດການຖືກແດດເຜົາລົງ 20 ເປີເຊັນ.
ແລະຫວັງວ່າການບັນລຸເປົ້າຫມາຍເຫຼົ່ານີ້ ຈະຊ່ວຍຫລຸດອັດຕາ ໂຣກມະເຮັງຜິວຫນັງລົງ 5 ເປີເຊັນໃນປີ 2030 ແລະ 25 ເປີເຊັນ ໃນປີ 2050.
ສາດສະດາຈານ Monika Janda, ປະທານຮ່ວມ ຂອງການປ້ອງກັນມະເຮັງຜິວຫນັງ Queensland ກ່າວວ່າ ຄົນທີ່ນັ້ນຕ້ອງເຂົ້າໃຈວ່າ ມະເຮັງຜິວຫນັງ (Melanomas) ບໍ່ໄດ້ເກີດຂຶ້ນ ຈາກການອາບແດດ ຢູ່ຕາມຫາດຊາຍເທົ່ານັ້ນ.
ຊາວ Queensland ຫຼາຍຄົນ ໄດ້ຖືກແດດເຜົາທຸກໆມື້, ທຸກໆອາທິດ. ມັນບໍ່ແມ່ນພຽງແຕ່ຢູ່ຫາດຊາຍ-ພວກເຮົາຍັງຕ້ອງຫຼຸດຜ່ອນ ການສໍາຜັດ ຂອງພວກເຮົາທຸກໆມື້. ເມື່ອເຮົາອອກໄປນອກເຮືອນ, ເຮົາຕ້ອງທາຢາກັນແດດທຸກມື້-ແລະນັ້ນ ກໍແມ່ນຂໍ້ຄວາມໃຫມ່ເຊັ່ນກັນ.
Christine Bleijie ຫວັງວ່າ ຄວາມຄິດທີ່ກ່ຽວກັບໂຣກມະເຮັງຜິວຫນັງ ຈະປ່ຽນໄປ ແລະວ່າຈໍານວນຄົນທີ່ໄດ້ຮັບຜົນກະທົບ ຈະຫຼຸດລົງ ໄປແທນທີ່ຈະເພີ່ມຂຶ້ນ.
ນາງເວົ້າວ່າ ຖ້າຫາກວ່າສິ່ງນັ້ນຈະເກີດຂຶ້ນ ກໍຕ້ອງມີການປ່ຽນແປງດ້ານຄວາມຄິດ.
"ມັນເປັນວິທີຄິດແບບເກົ່າໆ ທີ່ທ່ານຮູ້ວ່າທ່ານເປັນມະເຮັງຜິວຫນັງ ທີ່ທ່ານຕັດຫຼືຈູດມັນອອກ ແລະທ່ານກໍຄຶດວ່າ ທ່ານບໍ່ເປັນຫຍັງ-ພວກເຂົາບໍ່ຮູ້ວ່າ ມັນເປັນມະເຮັງທີ່ຮ້າຍແຮງ ແລະມັນຂ້າຄົນຫຼາຍກວ່າ ອຸປະຕິເຫດທາງຣົດ."
ມັນເປັນຂໍ້ຄວາມທີ່ຕ້ອງເຂົ້າເຖິງ, ໂດຍສະພາໂຣກມະເຮັງ ທໍານາຍວ່າ ອັດຕາການເປັນໂຣກມະເຮັງຜິວຫນັງ ຈະເພີ່ມຂຶ້ນໃນໄລຍະ ຫລາຍທົດສະວັດຂ້າງໜ້າ.
ເນື້ອເລື່ອງໂດຍ John Baldock ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.