ການຮັກສາໂຣກມະເຮັງໃນເດັກນ້ອຍກຳລັງຈະໄດ້ຂຍາຍກວ້າງຂຶ້ນໃນອອສເຕຣເລັຍ.

Children's Cancer Institute

Children's Cancer Institute Credit: Children's Cancer Institute

ໂຄງການບຸກເບີກໃນການປິ່ນປົວ ໂຣກມະເຮັງໃນເດັກນ້ອຍ ທີ່ມີປະສິດທິຜົນກຳລັງຈະໄດ້ຂຍາຍກວ້າງຂຶ້ນໃນອອສເຕຣເລັຍ. ຂັ້ນຕອນຂອງການລະບຸເຄື່ອງຫມາຍສະເພາະ ແລະການວາງແຜນການປິ່ນປົວ ແບບກຳໜົດເປົ້າຫມາຍ ໃຊ້ເວລາປະມານສີ່ອາທິດ.


ການຮັກສາໂຣກມະເຮັງໃນເດັກນ້ອຍກຳລັງຈະໄດ້ຂຍາຍກວ້າງຂຶ້ນໃນອອສເຕຣເລັຍ.

ການຮັກສາທີ່ກ້າວໜ້າ ຈະມີໃຫ້ ໃນໄວໆນີ້ ສໍາລັບເດັກນ້ອຍທຸກຄົນ ທົ່ວປະເທດອອສເຕຣເລັຍ ທີ່ຖືກກວດພົບວ່າ ເປັນໂຣກມະເຮັງ.

ໃນໂຄງການທໍາອິດຂອງໂລກ ທີ່ແນໃສ່ ແລະປັບແຕ່ງການປິ່ນປົວທີ່ຄາດວ່າ ຈະຍືດຊີວິດ ຂອງເດັກນ້ອຍຫຼາຍກວ່າ 1000 ຄົນ ໃນທຸກໆປີ, ດັ່ງທີ່ Abby Dinham ລາຍງານ:

ທຸກໆມື້ Kristian Kozul ຍັງຢູ່ຕໍ່ໄປຢ່າງບໍ່ໜ້າເປັນໄປໄດ້.

ລາວຖືກກວດພົບວ່າ ເປັນມະເຮັງສມອງທີ່ຫາຍາກ ຕອນອາຍຸ 15 ເດືອນ, ທ່ານຫມໍໄດ້ບອກແມ່ ຂອງລາວ, Marie Kozul, ວ່າລາວຈະບໍ່ມີຊີວິດ ຫຼາຍກວ່າຫນຶ່ງປີ.

ປີນີ້, ລາວຈະສລອງວັນເກີດ ປີທີແປດຂອງລາວ.

"ລາວເຮັດວຽກຫນັກຫຼາຍ, ເປັນທີ່ຫນ້າອັດສະຈັນ ທີ່ລາວຍັງຢູ່ທີ່ນີ້ກັບພວກເຮົາ. ພວກເຮົາທຸກຄົນ ມີຄວາມຂອບຄຸນ ແລະດີໃຈຫຼາຍ"

ເຄມີບໍາບັດຢ່າງເຂັ້ມ (Intensive chemo therapy) ນັ້ນລົ້ມເຫຼວ ແລະທາງເລືອກສຸດທ້າຍຂອງລາວ ກໍແມ່ນການທົດລອງ ທີ່ດໍາເນີນໂດຍ the Zero Childhood Cancer ຊຶ່ງເປັນໂຄງການແພດ ດ້ວຍຄວາມແນ່ນອນ (Precision medicine) ທີ່ໂຮງຫມໍເດັກນ້ອຍ (Royal Children's Hospital).

ສາດສະດາຈານ Michelle Haber, ຜູ້ອໍານວຍການໃຫຍ່ ຂອງສະຖາບັນມະເຮັງເດັກ ກ່າວວ່າ ມັນອີງໃສ່ຄວາມຮູ້ ທີ່ວ່າທຸກໆການວິນິດໄສ ຕ້ອງໄດ້ຮັບການປິ່ນປົວແບບສະເພາະ.

"ເດັກນ້ອຍສອງຄົນທີ່ມີມະເຮັງຊະນິດດຽວກັນ ອາດຈະຕອບສນອງແຕກຕ່າງຫຼາຍ ຕໍ່ການປິ່ນປົວແບບດຽວກັນ. ການປິ່ນປົວແບບຫນຶ່ງ ບໍ່ແມ່ນຈະເຫມາະສົມກັບໂຣກທັງຫມົດ, ການປິ່ນປົວແບບມາດຕະຖານ ກໍໃຊ້ບໍ່ໄດ້ກັບເດັກນ້ອຍທຸກຄົນ."

ໂຄງການບຸກເບີກ ໄດ້ລະບຸແນວພັນສະເພາະ ຂອງມະເຮັງຂອງ Kristian, ເຮັດໃຫ້ແພດສາມາດ ໃຊ້ການປິ່ນປົວ ທີ່ມີເປົ້າຫມາຍດ້ວຍການກິນຢາ, ແລະຮຸກຮານຫນ້ອຍ (less invasive) ທີ່ລາວສາມາດເອົາໄປປະຕິບັດຢູ່ເຮືອນໄດ້.

ພາຍໃນຫນຶ່ງເດືອນ ເນື້ອງອກຂອງລາວໄດ້ຫົດລົງ.

ປະທານຂອງການທົດລອງທາງຄລີນິກ, ສາດສະດາຈານ David Ziegler ກ່າວວ່າ ຜົນຂອງ Kristian ກໍຄ້າຍກັບຜົນຂອງ ພວກເດັກນ້ອຍສ່ວນໃຫຍ່ ທີ່ເຂົ້າຮ່ວມໃນໂຄງການທົດລອງນີ້.

"ຫຼາຍກວ່າ 70% ແມ່ນມີປໂຍດ, ບໍ່ວ່າຈະເປັນເນື້ອງອກຂອງພວກເຂົາ ໄດ້ຢຸດການຈະເລີນເຕີບໂຕ ຫຼືໃນບາງກໍລະນີ ມັນໄດ້ຫົດໂຕ ຫຼືຫາຍໄປເລີຍ"

ມີເດັກນ້ອຍປະມານ 900 ຄົນໄດ້ຖືກສົ່ງເຂົ້າຮ່ວມໂຄງການທົດລອງ Zero ນັບແຕ່ປີ 2017 ເປັນຕົ້ນມາ; ໂດຍໃຊ້ການວິເຄາະແນວພັນທີ່ຊັບຊ້ອນ, ມັນຖືກອອກແບບມາ ເພື່ອກໍານົດໂຕຂັບເຄື່ອນມະເຮັງ ແລະຢາທີ່ມີປະສິດທິພາບຫຼາຍກວ່າ-ມັກຈະມີສານພິດຫນ້ອຍກວ່າ- ຢາທີ່ສາມາດປິ່ນປົວໄດ້.

ກ່ອນຫນ້ານີ້ໂຄງການເປີດໃຫ້ພຽງແຕ່ ຜູ້ທີ່ໃຫ້ໂອກາດລອດຊີວິດ ບໍ່ເຖິງ 30% ເທົ່ານັ້ນ, ສາດສະດາຈານ Haber ກ່າວວ່າ ຄວາມສໍາເລັດຂອງການທົດລອງ ຈະເຫັນການຂຍາຍອອກໄປອີກໃນຫລາຍເດືອນຂ້າງຫນ້າ.

"ໃນທ້າຍປີນີ້ ເປັນຄັ້ງທໍາອິດທີ່ເດັກອອສເຕຣເລັຍຖືກກວດພົບວ່າເປັນມະເຮັງ ຈະສາມາດເຂົ້າເຖິງການແພດທີ່ແນ່ນອນ (Precision medicine) ໄດ້."

ຂັ້ນຕອນຂອງການລະບຸເຄື່ອງຫມາຍສະເພາະ ແລະການວາງແຜນການປິ່ນປົວ ແບບກຳໜົດເປົ້າຫມາຍ ໃຊ້ເວລາປະມານສີ່ອາທິດ.

ສາດສະດາຈານ David Eisenstat ຂອງໂຮງຫມໍ Royal Children's Hospital ກ່າວວ່າ ມັນເປັນບາດກ້າວສຳຄັນ ໃນຄວາມພະຍາຍາມ ທີ່ຈະເຮັດໃຫ້ໂຣກມະເຮັງໃນໄວເດັກ ບໍ່ຮ້າຍແຮງພາຍໃນຊົ່ວອາຍຸຄົນ.

"ມັນເຮັດໃຫ້ທຸກຄົນມີ ພະລັງງານ ແລະຮູ້ສຶກດີຂຶ້ນອີກຫນ້ອຍຫນຶ່ງ ເຮົາບໍ່ຢາກເວົ້າວ່າ ບໍ່ມີຫຍັງອີກ ທີ່ພວກເຮົາສາມາດເຮັດໄດ້."

ການວິເຄາະຄົນເຈັບ 1000 ຄົນ ຈະຖືກແບ່ງປັນກັບຕ່າງປະເທດ ເພື່ອຊ່ວຍເຫຼືອຄວາມພະຍາຍາມຂອງຄົນອື່ນ ໃນການຕໍ່ສູ້ ກັບໂຣກມະເຮັງໃນໄວເດັກ ແລະ - Marie Kosul ກ່າວວ່າ - ໃຫ້ຄອບຄົວມີຄວາມຫວັງຫຼາຍຂຶ້ນວ່າ, ເຊັ່ນດຽວກັບ Kristian, ລູກຂອງເຂົາເຈົ້າ ຍັງສາມາດກັບຄືນສູ່ ການດໍາລົງຊີວິດແບບທັມມະດາໄດ້.

"ພວກເຮົາມາທີ່ນີ້ໃນມື້ນີ້ ເພື່ອແບ່ງປັນເລື່ອງຂອງ Kristian ແລະເພື່ອໃຫ້ ຄວາມຫວັງແກ່ຄອບຄົວອື່ນໆ ເຖິງແມ່ນວ່າ ພວກເຂົາຈະມີການວິນິດໄສ ທີ່ບໍ່ດີ ແຕ່ກໍຍັງມີໂອກາດຢູ່."

ເນື້ອເລື່ອງໂດຍ Abby Dinham ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share