ມີການສເນີຮ່າງກົດໝາຍ ເພື່ອໃຫ້ກັນຊາບໍ່ຜິດກົດໝາຍ.
ກັນຊາຖືກກົດໝາຍ (Legalise Cannabis Party) ກ່າວວ່າ ຕົນໄດ້ສ້າງປວັດສາດທາງກົດຫມາຍ ໂດຍສເນີຮ່າງກົດໝາຍໃນສາມຣັດພ້ອມກັນ ເພື່ອໃຫ້ການໃຊ້ກັນຊາສ່ວນຕົວ ບໍ່ຜິດກົດໝາຍ.
ຮ່າງກົດຫມາຍ ທີ່ສເນີໂດຍຣັດ Victoria, New South Wales ແລະ Western Australia ຈະອະນຸຍາດໃຫ້ໃຊ້ ແລະຄອບຄອງກັນຊາໃນປະຣິມານເລັກນ້ອຍ.
ຮ່າງກົດຫມາຍ ຈະເຮັດໃຫ້ສາມຣັດນີ້ ສອດຄ່ອງກັບຂໍ້ກໍານົດ ໃນ ACT ໃນປັດຈຸບັນ, ດັ່ງທີ່ Gareth Boreham ແລະ Angelica Waite ລາຍງານ.
ສະພາຣັດ Victoria, New South Wales ແລະ Western Australia ໄດ້ສເນີພ້ອມກັນ ເພື່ອໃຫ້ການໃຊ້ກັນຊາ ບໍ່ຜິດກົດໝາຍ.
ຮ່າງກົດຫມາຍ ທີ່ຖືກນໍາສເນີໂດຍພັກ Legalise Cannabis ນີ້ ຈະອະນຸຍາດໃຫ້ ຜູ້ໃຫຍ່ສາມາດຄອບຄອງກັນຊາ ໄດ້ເຖິງ 50 ກຣາມ ແລະສາມາດປູກຢູ່ເຮືອນ ໄດ້ 6 ຕົ້ນ.
Jeremy Buckingham ເປັນສະມາຊິກຂອງພັກ Legalise Cannabisຂອງຣັດ New South Wales ກ່າວວ່າ ການສເນີຮ່າງກົດມາຍໃນທົ່ວສາມຣັດນັ້ນ ຫມາຍເຖິງຄວາມກ້າວຫນ້າ ທີ່ສໍາຄັນ ສໍາລັບການປະຕິຮູບກົດຫມາຍ ກັນຊາ ໃນ.
"ມັນເປັນວັນປວັດສາດ ສໍາລັບການປະຕິຮູບກົດຫມາຍກັນຊາ ໃນອອສເຕຣເລັຍ. ນີ້ເປັນເທື່ອທໍາອິດ ທີ່ພວກເຮົາໄດ້ເຫັນ ການປະສານງານ ເພື່ອເຮັດໃຫ້ກັນຊາຖືກຕ້ອງຕາມກົດຫມາຍ ທົ່ວປະເທດ. ມື້ນີ້ ຢູ່ຣັດ New South Wales, ຂ້າພະເຈົ້າຈະນໍາສເນີຮ່າງກົດຫມາຍ ທີ່ຈະເຮັດໃຫ້ກັນຊາຖືກຕ້ອງ ຕາມກົດຫມາຍ ເຂົ້າໃນສະພາຂອງພວກເຮົາ. ຮ່າງກົດໝາຍວ່າດ້ວຍການໃຊ້ກັນຊາ ສ່ວນບຸກຄົນ ໂດຍຜູ້ໃຫຍ່. ຊຶ່ງເປັນ ວັນ ປວັດສາດ."
Rachel Payne ສະມາຊິກຂອງພັກ Legalise Cannabis ໃນ Victoria.
ກ່າວວ່າ ກົດຫມາຍນີ້ແມ່ນບາດກ້າວທີ່ສໍາຄັນ ທີ່ນຳໄປສູ່ ການແກ້ໄຂບັນຫາສໍາຄັນ ກ່ຽວກັບຂໍ້ຫ້າມ ຮວມທັງການລົງໂທດ ທີ່ບໍ່ສົມສ່ວນ ຂອງຄົນບາງກຸ່ມ.
"ຂໍ້ຫ້າມແມ່ນການທໍາຮ້າຍຜູ້ຄົນ. ພວກເຮົາຮູ້ວ່າ ເມື່ອເວົ້າເຖິງການຫ້າມ, ມັນແມ່ນຄົນຫນຸ່ມສ່ວນໃຫຍ່, ແມ່ນຄົນທີ່ເປັນຊາວພື້ນເມືອງ, ໂດຍສະເພາະແມ່ນແມ່ຍິງຊາວພື້ນເມືອງ, ແລະມັນແມ່ນຄົນ ທີ່ມາຈາກພູມຫຼັງ ທີ່ແຕກຕ່າງ ທາງວັດທະນະທັມ ທີ່ເປັນເປົ້າຫມາຍ ເມື່ອເວົ້າເຖິງການປະຕິຮູບ ການກະທໍາຜິດຂອງກັນຊາ. ມີການຈັບກຸມ 10,000 ຄົນຕໍ່ປີ ຍ້ອນອາຊະຍາກັມ ທີ່ກ່ຽວຂ້ອງກັບກັນຊາ ແລະ 92 ເປີເຊັນ ແມ່ນການມີກັນຊາໃນຄອບຄອງ. ຫນຶ່ງໃນ 10 ຄົນນັ້ນ ຕ້ອງຕິດຄຸກ. ນັ້ນແມ່ນ 900 ຄົນຕໍ່ປີ ທີ່ຖືກລົງໂທດ ໃນຂໍ້ຫາຄອບຄອງກັນຊາ ພຽງຢ່າງດຽວ."
ກົດຫມາຍທີ່ສເນີ ແມ່ນເປັນແບບດຽວກັນກັບ ລະບຽບການຂອງ ACT ທີ່ຖືກນໍາສເນີ ເມື່ອສາມປີກ່ອນ.
ບາງຣັດ ໄດ້ຜ່ອນຄາຍກົດລະບຽບ ກ່ຽວກັບກັນຊາທາງການແພດ, ແຕ່ບໍ່ໄປໄກກວ່ານັ້ນ ຍ້ອນຢ້ານວ່າ ກັນຊາຈະຖືກກົດໝາຍ.
ນາຍົກຣັຖມົນຕີ Daniel Andrews ຖືກຖາມວ່າ ທ່ານສນັບສນູນຫຼືບໍ່, ທ່ານໄດ້ປະຕິເສດ ຕໍ່ການໃຫ້ຄວາມເຫັນ ກ່ຽວກັບຮ່າງກົດຫມາຍ ທີ່ສເນີມາ, ແຕ່ທ່ານກ່າວວ່າ ຂໍ້ຂັດແຍ້ງທີ່ມີຢູ່ ຕ້ອງໄດ້ຮັບການແກ້ໄຂ.
"ຖ້າຫາກວ່າ ທ່ານຍຶດໃນມຸມມອງຂອງແພດຂອງທ່ານ ຕໍ່ກົດຫມາຍຂັບເຄື່ອນຢາເສບຕິດຂອງພວກເຮົາ, ມັນເປັນເລື່ອງຍາກຫຼາຍທີ່ຈະໃຫ້ທັງສອງຢ່າງນີ້ ຮວມກັນໄດ້. ດັ່ງນັ້ນ ຈຶ່ງມີວຽກບາງຢ່າງທີ່ກໍາລັງດໍາເນີນຢູ່ໃນທີ່ນັ້ນ, ຊຶ່ງສໍາຄັນຢ່າງຍິ່ງ, ພວກເຮົາບໍ່ຕ້ອງການອຸບປະສັກຕໍ່ຜູ້ຄົນ ທີ່ໄດ້ຮັບການດູແລ ແລະການປິ່ນປົວ ທີ່ເຂົາເຈົ້າຕ້ອງການ."
ພັກ Legalise Cannabis ກ່າວວ່າ ກົດຫມາຍຂອງຕົນ ຍັງຈະຫ້າມບໍ່ໃຫ້ຂັບຣົດ ພາຍໃຕ້ອິດທິພົນຂອງຢາເສບຕິດ, ແລະຈະຮັກສາກົດຫມາຍປະຈຸບັນ ໃນການປົກປ້ອງ ຜູ້ທີ່ມີອາຍຸບໍ່ເຖິງເກນ ຈາກຢາເສບຕິດ.
ທ່ານ Brian Walker ຈາກສະພານິຕິບັນຍັດ ຂອງ Western Australia ກ່າວວ່າ ຄົນສ່ວນຫລາຍທີ່ໃຊ້ກັນຊາເຮັດເຊັ່ນນັ້ນ ຍ້ອນເຫດຜົນດ້ານການແພດ ຫລືການຈັດການກັບຄວາມກົດດັນ, ແລະໂຄງຮ່າງກົດຫມາຍໃນປະຈຸບັນ ໃນການຮັບມືກັບກັນຊານັ້ນ ແມ່ນບໍ່ເຫມາະສົມ.
ທ່ານກ່າວວ່າ ພັກຝ່າຍພັກຮ່ວມຣັຖບານ ແລະພັກແຮງງານ ຄວນເປີດໃຈຕໍ່ສິ່ງນີ້.
"ພວກເຮົາຮູ້ຢ່າງແນ່ນອນວ່າ ບັນດາພັກໃຫຍ່ ຈະບໍ່ສນັບສນູນວິທີການນີ້... ມັນບໍ່ແມ່ນຍ້ອນວ່າ ພວກເຂົາເຈົ້າບໍ່ເຊື່ອໃນກັນຊາ. ເປັນຍ້ອນວ່າ ພວກເຂົາເຈົ້າຢ້ານວ່າ ຖ້າຫາກພວກເຂົາເຈົ້າຖືກເບິ່ງວ່າ ອ່ອນຂໍ້ຕໍ່ຢາເສບຕິດ ພວກເຂົາເຈົ້າ ອາດຈະສູນເສັຍຄະແນນເລືອກຕັ້ງ. ບັດນີ້ ຄວາມຈິງກໍຄື ປະຊາຊົນເຫັນດີຕໍ່ກົດຫມາຍ, ຢ່າງນ້ອຍກໍເຮັດໃຫ້ກັນຊາຖືກຕ້ອງຕາມກົດຫມາຍ."
ທ່ານ Buckingham ກ່າວວ່າ ການປະຕິຮູບກົດຫມາຍ ໄດ້ຮັບການສນັບສນູນ ຢ່າງກວ້າງຂວາງໃນຊຸມຊົນ, ແລະການສເນີຮ່າງກົດຫມາຍນັ້ນ ຈະກໍ່ໃຫ້ເກີດການສົນທະນາ ທີ່ຈໍາເປັນຫຼາຍ ກ່ຽວກັບການປ່ຽນແປງກົດຫມາຍ.
"ສິ່ງທີ່ພວກເຮົາສເນີ ແມ່ນການປັບປຸງທີ່ບໍ່ຫຼາຍ ແລະມີຄວາມຮັບຜິດຊອບ. ມັນເປັນປະຣິມານເລັກນ້ອຍ ຂອງກັນຊາ-50 ກຣາມຂອງກັນຊາ ສໍາລັບການໃຊ້ສ່ວນຕົວ, ແລະຫົກຕົ້ນຕໍ່ຄົວເຮືອນ ຊຶ່ງເປັນປະຣິມານທີ່ຕໍ່າ ສໍາລັບຄົນທີ່ຈະສາມາດປູກ, ມີຄອບຄອງແລະໃຊ້ໂດຍຜູ້ໃຫຍ່ເທົ່ານັ້ນ. ການປະຕິຮູບກົດຫມາຍກັນຊາ ຄວນມີມາແຕ່ດົນແລ້ວ. ພວກເຮົາຈະນໍາເອົາໄປສເນີຕໍ່ສະພາ. ພວກເຮົາຈະສ້າງການຖົກຖຽງກັນ ໃນຊຸມຊົນ ແລະຊາວອອສເຕຣເລັຍສ່ວນຫລາຍ ສນັບສນູນການປ່ຽນແປງ ກົດຫມາຍກັນຊາ."
ລາຍງານໂດຍ Gareth Boreham ແລະ Angelica Waite ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.