ຣະວັງການຖືກຫຼອກໂດຍອົງກອນການກຸສົນປອມ.
ໃນເວລາທີ່ອົງກອນການກຸສົນ ກໍາລັງຍົກລະດັບການຂໍບໍຣິຈາກ ກ່ອນເຖິງວັນຄຣິດສະມາດ, ຜູ້ຄຸ້ມຄອງອົງກອນການກຸສົນ ແຫ່ງຊາດ ເຕືອນວ່າມີຄວາມສ່ຽງສູງ ທີ່ມີ ການຫຼອກລວງຂອງການກຸສົນປອມ.
ຂໍ້ມູນຈາກທາງການ ສະແດງໃຫ້ເຫັນວ່າ ຊາວ ກໍາລັງສູນເສັຍເງິນ ຫຼາຍພັນລ້ານໂດລາ ໃຫ້ແກ່ພວກສໍ້ໂກງ (Scammers) ໃນແຕ່ລະປີ.
Angelica Waite ລາຍງານ.
ຂໍ້ມູນທາງການເປີດເຜີຍວ່າ ຊາວອອສເຕຣເລັຍ ກໍາລັງສູນເສັຍເງິນຫຼາຍພັນລ້ານໂດລາ ຕໍ່ການສໍ້ໂກງ.
ແລະໂດຍທີ່ມີອົງກອນການກຸສົນຫລາຍແຫ່ງໃນເວລານີ້ ໄດ້ຮຽກຮ້ອງໃຫ້ບໍຣິຈາກ ໃນເທດສະການຄຣິດສະມັດ, ຜູ້ຄວບຄຸມອົງກອນການກຸສົນແຫ່ງຊາດ ກໍາລັງເຕືອນ ກ່ຽວກັບຜູ້ສໍ້ໂກງ ທີ່ສວຍໂອກາດ ຈາກຄວາມເພື່ອແຜ່ ຂອງຜູ້ຄົນ ໂດຍອົງກອນການກຸສົນປອມ.
Sue Woodward ຊຸກຍູ້ໃຫ້ມີຄວາມລະມັດລະວັງ ເພື່ອໃຫ້ແນ່ໃຈວ່າ ການບໍຣິຈາກ ແມ່ນໄປເຖິງຜູ້ທີ່ຂັດສົນແທ້.
"ພວກເຮົາຮູ້ວ່າຕອນນີ້, ຫລາຍໆອົງກອນການກຸສົນ ກໍາລັງຍົກລະດັບການຂໍບໍຣິຈາກ ໃນຊ່ວງການສເລີມສລອງ ບຸນຄຣິດສະມັດ ຂອງເຂົາເຈົ້າ. ແລະພວກເຮົາ ຈະເປັນກໍາລັງໃຈໃຫ້ພວກເຂົາ ສົມຄວນໄດ້ຮັບການສນັບສນູນ ຈາກປະຊາຊົນ ໃນດ້ານການບໍຣິຈາກ ແລະອາສາ ສມັກ. ແຕ່ຫນ້າເສັຍດາຍ, ສິ່ງທີ່ເກີດຂຶ້ນ ໃນເວລາດຽວກັນ ແມ່ນບາງຄັ້ງ ພວກເຮົາສາມາດເຫັນ ການເພີ່ມຂຶ້ນຂອງ Scammers, ຜູ້ຄົນ ພະຍາຍາມສວຍໂອກາດ ໃນຄວາມເອື້ອເຟື້ອເພື່ອແຜ່ ແລະບໍ່ເອົາເງິນນັ້ນ ໄປໃຊ້ໃນເພື່ອຈຸດປະສົງ ທີ່ຜູ້ຄົນບໍຣິຈາກໃຫ້."
ຂໍ້ມູນຫລ້າສຸດ ຂອງທາງການ ສະແດງໃຫ້ເຫັນວ່າ ຊາວອອສເຕຣເລັຍ ໄດ້ສູນເສັຍເງິນ 3.1 ພັນລ້ານໂດລາ ໃຫ້ແກ່ພວກສໍ້ໂກງ ໃນປີກາຍນີ້.
ມີຫລາຍຮ້ອຍລາຍງານ ກ່ຽວກັບການຫລອກລວງ ຂອງອົງກອນການກຸສົນປອມ ຕໍ່ Scamwatch. ແຕ່ Ms Woodward ກ່າວວ່າ ຕົວເລກທີ່ແທ້ຈິງ ອາດຈະສູງກວ່ານັ້ນຫຼາຍ.
"ເຮົາຮູ້ວ່າ ແມ່ນລາຍງານທີ່ຕ່ຳກວ່າຄວາມເປັນຈິງ, ແລະດັ່ງນັ້ນ ຕົວເລກ ອາດຈະສູງກວ່ານີ້ຫຼາຍ ເພາະປົກກະຕິ ຄົນເຮົາບໍ່ສົນໃຈ ທີ່ຈະລາຍງານ ຫຼືອາຍເກີນໄປທີ່ຈະລາຍງານ ດັ່ງນັ້ນ ມັນເປັນຕົວເລກສູງ ແລະມັນເປັນບັນຫາ ທີ່ພວກເຮົາເປັນຫ່ວງ."
ຜູ້ຈັດການໃຫຍ່ ທີ່ສູນຕ້ານການຫຼອກລວງແຫ່ງຊາດ (National Anti-Scam centre) ທີ່ ACCC, Heidi Snell ກ່າວວ່າ ອົງກອນການກຸສົນປອມ ເປັນສາເຫດຂອງການສໍ້ໂກງ ທີ່ຖືກລາຍງານສ່ວນໃຫຍ່.
"ປີນີ້ ພວກເຮົາໄດ້ຮັບ 96 ລາຍງານ ກ່ຽວກັບການສໍ້ໂກງ ຂອງອົງກອນການກຸສົນປອມ, ມີມູນຄ່າເສັຍຫາຍ ຫຼາຍກວ່າ 82.000 ໂດລາ. ແລະອັນນຶ່ງ ທີ່ພວກເຮົາໄດ້ເຫັນ ໂດຍສະເພາະແມ່ນ ຜູ້ເຄາະປະຕູ ທີ່ອ້າງວ່າມາຈາກ Foundations ໂຣກມະເລັງເຕົ້ານົມ ໃນຣັດ New South Wales ແລະ Victoria, ແຕ່ບໍ່ແມ່ນຄວາມຈິງ. ດັ່ງນັ້ນ, ແນ່ນອນວ່າ ພວກເຮົາຈະເຫັນ ການຫຼອກລວງປະເພດນີ້ ແລະດັ່ງນັ້ນ ຈຶ່ງຊຸກຍູ້ ໃຫ້ຜູ້ບໍຣິໂພກມີຄວາມຕື່ນໂຕ ເປັນພິເສດຕໍ່ ພວກເຂົາ."
James Roberts ຜູ້ຈັດການທົ່ວໄປ Group Fraud Management ຂອງທະນາຄານ Commonwealth ເວົ້າວ່າ ອົງກອນການກຸສົນປອມ ໃຊ້ຄວາມເປັນຫ່ວງທີ່ແທ້ຈິງ ຂອງຜູ້ຄົນ ທີ່ມີຕໍ່ຄົນອື່ນ ໃນຊຸມຊົນຂອງເຂົາເຈົ້າ, ດັ່ງກໍຣະນີໄຟໄຫມ້ປ່າ Black Summer.
"ໃນຕອນໄຟໄຫມ້ປ່າ, ພວກເຮົາ ໄດ້ມີອົງກອນການກຸສົນໄຟໄຫມ້ປ່າປອມຫລາຍ. ມັນເປັນການຫລອກລວງ ເຫຍື່ອຊາວອອສເຕຣເລັຍ ທີ່ມີຄວາມຄວາມປາຖນາດີ ແລະຄວາມເຕັມໃຈທີ່ ຈະຊ່ວຍຊ່ວຍເພື່ອນຮ່ວມຊາດ ຊາວອອສເຕຣເລັຍ."
Ms Snell ກ່າວວ່າ ການຫລອກລວງເຫລົ່ານີ້ ມີຜົນສະທ້ອນ ທາງດ້ານການເງິນ ແລະທາງຄວາມຮູ້ສຶກ ຢ່າງຫລວງຫລາຍ.
"ແມ່ນແຕ່ການຫລອກລວງ ທີ່ກ່ຽວກັບການສູນເສັຍເງິນ ສອງ-ສາມຮ້ອຍໂດລານັ້ນ ອາດຈະມີຜົນກະທົບ ອັນຮ້າຍແຮງ ຕໍ່ຜູ້ທີ່ຢູ່ໃນສະພາບການ ທີ່ມີຄວາມສ່ຽງ ທາງດ້ານການເງິນຫລາຍຂຶ້ນ. ແລະສະນັ້ນ, ມັນບໍ່ພຽງແຕ່ການສູນເສັຍເງິນເທົ່ານັ້ນ ແຕ່ຍັງເປັນຄວາມກົດດັນ ທີ່ກ່ຽວຂ້ອງ ກັບການພະຍາຍາມ ຈ່າຍຄ່າໃຊ້ຈ່າຍຕ່າງໆ ຕອນທີ່ທ່ານໄດ້ສູນເສັຍເງິນໄປ."
ເຖິງຢ່າງໃດກໍຕາມ, Ms Woodward ກ່າວວ່າ ການສໍ້ໂກງ ຂອງການກຸສົນປອມ ບໍ່ຄວນເຮັດໃຫ້ຊາວອອສເຕຣເລັຍ ເລີກບໍຣິຈາກ ໃນເວລາທີ່ມີຄວາມຕ້ອງການສູງ.
ນາງກ່າວວ່າ ການລົງທະບຽນ ການກຸສົນອອນໄລນ໌ຟຣີ ຂອງ ACNC ເປັນວິທີທີ່ງ່າຍ ທີ່ຈະກວດສອບວ່ານັ້ນ ຖືກຕ້ອງຕາມກົດຫມາຍຫຼືບໍ່.
"ອົງກອນການກຸສົນ ຕ້ອງການ ການສນັບສນູນຂອງທ່ານ ໃນເວລານີ້ ຫລາຍກວ່າທີ່ຜ່ານມາ. ພວກເຂົາ ກໍາລັງຮັບມືກັບຜູ້ຄົນ ທີ່ກໍາລັງດີ້ນລົນກັບຄ່າໃຊ້ຈ່າຍ ຈາກຄວາມກົດດັນຂອງຄ່າຄອງຊີບ. ໂດຍສະເພາະ ແມ່ນໃນຊ່ວງ ເທດສະການ ຊຶ່ງຄວາມກົດດັນແມ່ນສູງເປັນພິເສດ. ແຕ່ສິ່ງທີ່ພວກເຮົາ ກໍາລັງຊຸກຍູ້ ໃຫ້ທ່ານເຮັດ ແມ່ນພຽງແຕ່ເອົາຂັ້ນຕອນງ່າຍໆ ໃນການກວດສອບ ການລົງທະບຽນ ເພື່ອຈະເຮັດໃຫ້ແນ່ໃຈວ່າ ເງິນຂອງທ່ານ ໄປບ່ອນທີ່ທ່ານຕ້ອງການ."
The Charity Register ມີລາຍຊື່ ອົງກອນການກຸສົນ 60,000 ອົງກອນ ທົ່ວປະເທດ, ແລະມີຂໍ້ມູນ ການເງິນທີ່ສໍາຄັນ, ລວມທັງ ຜູ້ທີ່ດໍາເນີນການກຸສົນ, ລາຍຮັບແລະລາຍຈ່າຍທັງຫມົດ ແລະຕ້ອງອາສັຍ ຜູ້ອາສາສມັກຫຼາຍປານໃດ.
Ms Woodward ກ່າວວ່າ ວິທີທີ່ປອດພັຍທີ່ສຸດ ໃນການບໍຣິຈາກ ແມ່ນຜ່ານຂໍ້ມູນ ໃນທະບຽນນີ້, ແທນທີ່ຈະຄລິກ ໃສ່ການເຊື່ອມຕໍ່ ຫລືໃຫ້ລາຍລະອຽດທາງໂທຣະສັບ.
ລາວເວົ້າວ່າ ທຸກຄົນສາມາດຕົກເປັນເຫຍື່ອ ຂອງການສໍ້ໂກງໄດ້ ແຕ່ບາງກຸ່ມ ກໍມີຄວາມສ່ຽງເປັນພິເສດ.
"ເຮົາທຸກຄົນຮີບຮ້ອນ. ພວກເຮົາທຸກຄົນ ໄດ້ຮັບຂໍ້ຄວາມຈາກຜູ້ໃດຜູ້ຫນຶ່ງ ຫຼືຂໍ້ຄວາມສື່ສັງຄົມ ທີ່ເຮັດໃຫ້ພວກເຮົາຕ້ອງການຄລິກໃສ່ ແລະບໍຣິຈາກ. ພວກເຮົາ ອາດໄດ້ຮັບໂທລະສັບ. ຂ້າພະເຈົ້າຄິດວ່າ ທຸກຄົນເຄີຍຜ່ານສະຖານະການນັ້ນ. ສະນັ້ນ, ຂ້າພະເຈົ້າຈະເວົ້າວ່າ ນີ້ແມ່ນຂໍ້ຄວາມ ສໍາລັບທຸກຄົນ. ແຕ່ຖ້າວ່າ ພາສາອັງກິດ ເປັນພາສາທີສອງຂອງທ່ານ, ກໍຈະມີຄວາມສ່ຽງຫຼາຍຂຶ້ນ ໃນທາງໃດທາງນຶ່ງ ນັ້ນອາດຈະຫມາຍຄວາມວ່າ ມີຄວາມສ່ຽງສູງ ຂອງຄົນໃນປະເພດນັ້ນ."
ທ່ານ Roberts ຊຸກຍູ້ໃຫ້ປະຊາຊົນ ມີຄວາມລະມັດລະວັງ ແລະເບິ່ງຫາສັນຍານບອກບາງຢ່າງ.
"Scammers ມັກຈະຫາເຫຍື່ອ ດ້ວຍການພະຍາຍາມ ທີ່ຈະເຮັດໃຫ້ທ່ານຕອບສນອງ ຢ່າງຮີບດ່ວນ ຕໍ່ບາງສິ່ງບາງຢ່າງໂດຍບໍ່ຍັ້ງຄິດ. ດັ່ງນັ້ນ, ຂັ້ນທໍາອິດ ຄືຢຸດ ແລະໃຊ້ເວລາ ແລະຫາຍໃຈ. ນັ້ນແມ່ນ ມີຄວາມສໍາຄັນເປັນພິເສດ, ຈາກນັ້ນ ຄຶດທົບທວນເບິ່ງ. ຄິດກ່ຽວກັບມັນ. ເນື້ອຫາເບິ່ງຖືກວ່າຕ້ອງຫຼືບໍ? ການເຊື່ອມໂຍງ (Link) ຖືກຕ້ອງຫຼືບໍ? ສ່ວນຫລາຍແລ້ວ ການເຊື່ອມຕໍ່ (Link) ເບິ່ງຄືວ່າ ບໍ່ຖືກຕ້ອງ, ບໍ່ໄດ້ເບິ່ງຄືຄວາມຍາວ ທີ່ແທ້ຈິງຂອງ Link, ຫຼືຂໍ້ຄວາມ ເບິ່ງຄືວ່າບໍ່ຖືກຕ້ອງ. ໃຫ້ໃຊ້ເວລາໃນການກວດສອບ."
ລາວເວົ້າວ່າ ຖ້າຫາກວ່າທ່ານ ໄດ້ຕົກເປັນເຫຍື່ອຂອງການຫຼອກລວງ, ຂັ້ນຕອນທໍາອິດນັ້ນງ່າຍ.
"ສິ່ງທີ່ສໍາຄັນທີ່ສຸດ ຢ່າງດຽວທີ່ຕ້ອງເຮັດ ແມ່ນຕິດຕໍ່ທະນາຄານຂອງທ່ານ, ຕິດຕໍ່ທະນາຄານຂອງທ່ານ, ຕິດຕໍ່ທະນາຄານຂອງທ່ານ. ມັນເປັນສິ່ງສໍາຄັນ ທີ່ຈະຢຸດທຸຣະກັມໃດໆຕື່ມອີກ ຖ້າຫາກວ່າ ເປັນທຸຣະກັມທີ່ບໍ່ໄດ້ຮັບອະນຸຍາດຈາກທ່ານ. ຫຼືອີກທາງນຶ່ງແມ່ນ ຖ້າຫາກວ່າທ່ານໄດ້ອະນຸມັດທຸຣະກັມດ້ວຍຕົນເອງ ເພາະວ່າທ່ານໄດ້ຖືກຫຼອກໃຫ້ເຮັດໂດຍຜູ້ສໍ້ໂກງບາງຄົນ. ຫາກທ່ານໂທຫາທະນາຄານໄວເທົ່າໃດ, ໂອກາດທີ່ທະນາຄານນັ້ນ ຈະຢຸດເງິນໄດ້ທັນ ແລະຄືນເງິນໃຫ້ທ່ານໄວເທົ່ານັ້ນ.ສະນັ້ນ, ຄໍາແນະນໍາ ແມ່ນຄໍາດຽວ: ຕິດຕໍ່ທະນາຄານໃຫ້ໄວທີ່ສຸດ ເທົ່າທີ່ຈະໄວໄດ້."
Ms Snell ກ່າວວ່າ ດ້ວຍການຫລອກລວງ ມັກຈະເປັນເລື່ອງຍາກ ທີ່ຈະກວດພົບໄດ້, ມັນເປັນສິ່ງສໍາຄັນ ສໍາລັບຜູ້ເຄາະຮ້າຍ ຈາກການສໍ້ໂກງ ທີ່ຈະຕິດຕໍ່ ScamWatch ເພື່ອປົກປ້ອງຄົນອື່ນ ໃນຊຸມຊົນ.
"ທຸກຄົນມີໂອກາດຖືກຫຼອກລວງ. ມັນບໍ່ໄດ້ຫມາຍຄວາມວ່າ ທ່ານໄດ້ເຮັດບາງຢ່າງແບບໂງ່ໆ. ດຽວນີ້, ພວກເຂົາເຈົ້າ ເປັນ Scammers ທີ່ມີວິທີ່ໃນການຫຼອງລວງ ທີ່ສລາດ ແລະຊັບຊ້ອນຫຼາຍ ແລະພວກເຂົາເຈົ້າ ສາມາດຫຼອກໄດ້ຫຼາຍຄົນ. ແລະສະນັ້ນ, ພວກເຮົາ ຈຶ່ງຊຸກຍູ້ຜູ້ຄົນແທ້ໆ. ຢ່າອາຍ ຖ້າຖືກຫຼອກລວງ....ແຕ່ຈົ່ງໃຊ້ໂອກາດນັ້ນເລົ່າເລື່ອງ, ແບ່ງປັນກັບຫມູ່ເພື່ອນ, ແບ່ງປັນກັບຄອບຄົວ ແລະລາຍງານຕໍ່ SCAMwatch ເພື່ອບໍ່ໃຫ້ຜູ້ອື່ນ ຖືກຫຼອກລວງໂດຍພວກນີ້ອີກ."
ເນື້ອເລື່ອງໂດຍ Angelica Waite ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌