ເງິນຊ່ອຍເຫຼືອການລ້ຽງດູເດັກຂອງ ຣັຖບານກຳລັງມາຮອດ.
ພໍ່ແມ່ກໍາລັງລາຍງານວ່າ ຄ່າດູແລເດັກຕອນກາງເວັນ (Day care)ຈະເພີ່ມຂຶ້ນກ່ອນເງິນຊ່ອຍເຫຼືອຂອງໃນການດູແລລູກ ຈະມີຜົນບັງຄັບໃຊ້.
ຄາດວ່າ ຫຼາຍກວ່າຫນຶ່ງລ້ານຄອບຄົວ ຈະໄດ້ຮັບປໂຍດ ຈາກການເພີ່ມເງິນ ຂອງໂຄງການອຸດໜູນການດູແລເດັກ (Childcare Subsidy Scheme) ຈາກວັນທີ 1 ກໍລະກົດ.
Rashida Yosufzai ແລະ Allan Lee ລາຍງານ.
ຄ່າບໍາລຸງລ້ຽງລູກຂອງ Laura ແມ່ຜູ້ໜຶ່ງໃນ Melbourne ສໍາລັບລູກຂອງນາງ ອາຍຸສີ່ປີ ໄດ້ເພີ່ມຂຶ້ນແລ້ວໃນປີນີ້.
ແຕ່ນາງກໍຕົກໃຈ ເມື່ອນາງໄດ້ຮັບການແຈ້ງບອກ ອີກເທື່ອຫນຶ່ງວ່າ ກໍາລັງເພີ່ມຂຶ້ນອີກ.
"ມັນເປັນເລື່ອງທີ່ບໍ່ເຄີຍສິ້ນສຸດຈັກເທື່ອ... ແບບວ່າ ເຈົ້າບໍ່ສາມາດເອົາຊນະມັນໄດ້ ແລະຂ້ອຍກໍບໍ່ໄດ້ຮັບເງິນເດືອນເພີ່ມຂຶ້ນ ມັນເປັນຄືກັບວ່າ ເມື່ອໃດມັນຈະຢຸດ?"
Laura ເວົ້າວ່າ ຕອນນີ້ນາງຈ່າຍເງິນ 30 ໂດລາຕໍ່ມື້ ຫລາຍກວ່າ ເມື່ອຕອນສອງປີກ່ອນ......ແລະມັນແມ່ນເວລາທີ່ຮ້າຍແຮງກວ່າເກົ່າ.
"ມັນແມ່ນໃນເດືອນກໍລະກົດ ໃນຕອນເງິນຊ່ວຍເຫຼືອໃຫມ່ ຂອງຣັຖບານເຂົ້າມາ. ແທ້ຈິງແລ້ວ ພວກເຮົາຕື່ນເຕັ້ນ ເພາະຂ້າພະເຈົ້າຄິດວ່າ ນີ້ແມ່ນດີຫຼາຍ. ພວກເຮົາຈະປະຢັດເງິນຫຼາຍ ແລະມັນຈະບໍ່ຍາກປານໃດ."
Laura ບໍ່ແມ່ນຄົນດຽວ.
ໃນທົ່ວປະເທດ, ພໍ່ແມ່ໄດ້ພາກັນໄປທີ່ສື່ສານມວນຊົນ ເພື່ອລາຍງານວ່າ ເຂົາເຈົ້າໄດ້ຮັບແຈ້ງວ່າ ມີການເພີ່ມຂຶ້ນ ຂອງຄ່າໃຊ້ຈ່າຍ ຢູ່ສູນດູແລເດັກນ້ອຍຂອງເຂົາເຈົ້າ.
ບາງຄົນໄດ້ຮັບແຈ້ງວ່າ ຄ່າໃຊ້ຈ່າຍນັ້ນ ສະທ້ອນເຖິງລາຍຮັບທີ່ສູງກວ່າ, ຮວມເຖິງຄ່າເຊົ່າ ແລະຄ່າອາຫານ.
Callie ຈາກ Sydney ໄດ້ບອກກັບເວັບໄຊ MamaMia ວ່າ:
"ຄ່າໃຊ້ຈ່າຍໃນການດູແລເດັກຕອນກາງເວັນ (Day care)ໃນ Sutherland Shire ຂອງ Sydney ແມ່ນແພງຫຼາຍ. ຕອນນີ້ ພວກເຮົາຈ່າຍ Day care 440 ໂດລາ ສຳລັບສີ່ມື້ຕໍ່ອາທິດ ຫຼັງຈາກການຄືນເງິນ (Rebate). ລາຍຮັບພວກເຮົາບໍ່ໄດ້ສູງ, ມີໜີກູ້ຢືມຊື້ເຮືອນຈຳນວນຫຼາຍ, ແລະການເຂົ້າໄປໃນການດູແລຕອນກາງເວັນ ແມ່ນເກືອບຈະເປັນໄປບໍ່ໄດ້ ໃນພື້ນທີ່ນີ້. ລູກຂອງຂ້ອຍມີພຽງແຕ່ສອງມື້ ຢູ່ສູນດູແລເດັກແຫ່ງຫນຶ່ງ ເຖິງແມ່ນວ່າຂ້ອຍໄດ້ຈົດຊື່ລໍຖ້າ ຕັ້ງແຕ່ຕອນຖືພາ, ສະນັ້ນ ຂ້ອຍຈຶ່ງຕ້ອງໄດ້ໃຊ້ເວລາຢຸດພັກຕອນອອກລູກເປັນເວລາສີ່ເດືອນ ເພື່ອໂທຫາສູນລ້ຽງດູເດັກ ເພື່ອຊອກຫາບ່ອນລ້ຽງດູເດັກ ອີກສອງມື້ ເພື່ອວ່າຂ້ອຍ ຈະສາມາດກັບຄືນໄປເຮັດວຽກ ຕາມທີ່ໄດ້ວາງແຜນໄວ້."
Sam ໄດ້ຂຽນຂໍ້ຄວາມໃນ Tweeter ວ່າ:
"ໄດ້ຮັບອີເມວວ່າ ຄ່າລ້ຽງລູກຂອງພວກເຮົາ ຈະເພີ່ມຂຶ້ນອີກ. ສົງສັຍວ່າມັນຈະດີຂຶ້ນກວ່າເກົ່າຫລືບໍ່ ຫລັງຈາກການປ່ຽນແປງເງິນຊ່ອຍເຫຼືອ, ຫລືວ່າ ເຮົາຈະຈ່າຍຫລາຍກວ່ານັ້ນ. ນັກການສຶກສາມີຄຸນຄ່າທຸກໂດລາ ແຕ່ຈັງຫວະເວລາຂອງສິ່ງນີ້ ມີກິ່ນເຫມັນ."
ຄອບຄົວສ່ວນຫລາຍ ໄດ້ຮັບຄໍາສັນຍາວ່າ ຈະໄດ້ຮັບເງິນຊ່ອຍເຫລືອເພີ່ມຂຶ້ນ, ໃນຂນະທີ່ ບາງຄົນ-ທີ່ຜ່ານມາບໍ່ສາມາດຂໍຄວາມຊ່ອຍເຫລືອເລື້ອງຄ່າໃຊ້ຈ່າຍໄດ້- ໃນເວລານີ້ ຈະສາມາດເຮັດໄດ້.
ຣັຖບານກ່າວວ່າ ຕົນກຳລັງຈັບຕາເບິ່ງ ການຂຶ້ນລາຄາຢ່າງໃກ້ຊິດ.
ນາຍົກຣັຖມົນຕີ ໄດ້ອອກໄປສົ່ງເສີມນະໂຍບາຍການດູແລເດັກ ຂອງຣັຖບານ ທີ່ມີລາຄາຖືກກວ່າ .
"ສິ່ງທີ່ພວກເຮົາຈະເຮັດຕໍ່ໄປ ແມ່ນການກວດສອບບັນຫາເຫຼົ່ານັ້ນ, ແຕ່ພວກເຮົາຫມັ້ນໃຈຫຼາຍວ່າ ສິ່ງນີ້ ຈະສ້າງຄວາມແຕກຕ່າງ ຢ່າງໃຫຍ່ຫຼວງ. ແລະແນ່ນອນວ່າ ໃນໄລຍະເວລາໜຶ່ງທີ່ຄ່າໃຊ້ຈ່າຍ ໃນການເບິ່ງແຍງເດັກໄດ້ເພີ່ມຂຶ້ນ, ພວກເຮົາກໍສໍານຶກໃນເລື້ອງນັ້ນ."
ຄ່າລ້ຽງເດັກຍັງຖືກກວດສອບໂດຍຫນ່ວຍເບິ່ງແຍງຜູ້ບໍລິໂພກ ຂອງ ຊຶ່ງເປັນສ່ວນຫນຶ່ງຂອງການກວດສອບ ຢ່າງຕໍ່ເນື່ອງ.
ລາຍງານຂອງ ACCC ແມ່ນຈະຖືກມອບໃຫ້ຣັຖບານກາງ ໃນວັນສຸກນີ້.
ແຕ່ດ້ວຍວິກິດຄ່າຄອງຊີບ, ສໍາລັບຫຼາຍຄອບຄົວ ການຊ່ວຍເຫຼືອບໍ່ສາມາດມາເຖິງໄດ້ໄວພໍ.
Rashida Yosufzai ແລະ Allan Lee ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.