ກອງປະຊຸມໄດ້ຖືກຈັດຂຶ້ນ ກ່ຽວກັບນະໂຍບາຍ ພັດທະນາເດັກວັຍອ່ອນ.

Australia Budget 2017

Source: AAP

ຜູ້ຊ່ຽວຊານປະມານ 100 ຄົນໄດ້ພົບປະກັນທີ່ Canberra ໃນກອງປະຊຸມສຸດຍອດ National Early Years ຂອງຣັຖບານກາງ ຊຶ່ງເປັນສ່ວນຫນຶ່ງ ຂອງການປັບປຸງນະໂຍບາຍ ເພື່ອ ພັດທະນາຍຸດທະສາດ ແຫ່ງຊາດໃຫມ່ ເພື່ອປັບປຸງຜົນສໍາເລັດ ໃຫ້ແກ່ເດັກນ້ອຍອາຍຸ ຫ້າ ປີແລະຕ່ຳກວ່າ.


ກອງປະຊຸມໄດ້ຖືກຈັດຂຶ້ນ ກ່ຽວກັບນະໂຍບາຍ ພັດທະນາເດັກວັຍອ່ອນ.

ຜູ້ຊ່ຽວຊານປະມານ 100 ຄົນໄດ້ພົບປະກັນທີ່ Canberra ໃນກອງປະຊຸມສຸດຍອດ National Early Years ຂອງຣັຖບານກາງ ຊຶ່ງເປັນສ່ວນຫນຶ່ງ ຂອງການປັບປຸງນະໂຍບາຍ ການພັດທະນາເດັກໃນວັຍອ່ອນ.

ເຖິງວ່າຈະມີການແຈ້ງເຕືອນ ເລື່ອງຄວາມປອດພັຍຊຶ່ງໄດ້ຂັດຂວາງ ການດໍາເນີນການ, ແຕ່ກອງປະຊຸມສຸດຍອດ ກໍມີຈຸດມຸ້ງຫມາຍ ທີ່ຈະສ້າງແນວຄິດໃຫມ່ ເພື່ອພັດທະນາຍຸດທະສາດ ແຫ່ງຊາດໃຫມ່ ເພື່ອປັບປຸງຜົນສໍາເລັດ ໃຫ້ແກ່ເດັກນ້ອຍອາຍຸ ຫ້າ ປີແລະຕ່ຳກວ່າ. Samantha Beniac-Brooks ລາຍງານ.

ຣັຖບານກາງ ກໍາລັງຊອກຫາວິທີ ທີ່ຈະໃຫ້ບໍຣິການ ຊາວຫນຸ່ມໃຫ້ດີຂຶ້ນ.

ຕ້ອງການ ການສນັບສນູນການສຶກສາ, ຄວາມເປັນຢູ່ ແລະການພັດທະນາ ໃຫ້ດີຂຶ້ນ ແລະຢາກໃຫ້ການປະສານງານ ລະຫວ່າງໂຄງການຂອງຣັຖບານກາງ (Commonwealth), ເງິນທຶນ ແລະໂຄງຮ່າງການດຳເນີນການທີ່ສົ່ງຜົນກະທົບ ຕໍ່ການພັດທະນາ ໃນວັຍເດັກໃຫ້ຫຼາຍຂຶ້ນ.

ຜູ້ມີສ່ວນຮ່ວມທີ່ສໍາຄັນ ລວມທັງຜູ້ຊ່ຽວຊານ ດ້ານອຸດສາຫະກັມແມ່ນໄດ້ຮັບການຮຽກຮ້ອງໃຫ້ຊ່ວຍ ໃນການອອກແບບ ຍຸດທະສາດແຫ່ງຊາດໃຫມ່ ເພື່ອປັບປຸງການພັດທະນາ ໃນໄລຍະປະຖົມວັຍ ສໍາລັບເດັກເກີດໃຫມ່ ເຖິງຫ້າປີ.

ທ່ານນາງ Amanda Rishworth ຣັຖມົນຕີ ກະຊວງ ບໍຣິການສັງຄົມ ກ່າວວ່າ National Early Years Summit ຂອງຣັຖບານເລີ້ມຕົ້ນຂະບວນການແກ້ໄຂບັນຫາ.

"ພວກເຮົາຕ້ອງການ ສ້າງຄວາມຄິດຈາກຫ້ອງນີ້ ເຊິ່ງຈະຊ່ວຍພັດທະນາ ຍຸດທະສາດຂອງພວກເຮົາ ແລະເປັນພື້ນຖານ ທີ່ຫນັກແຫນ້ນ ສໍາລັບການສົນທະນາຂອງພວກເຮົາ ກັບພໍ່ແມ່ ແລະຄອບຄົວທົ່ວປະເທດ. ທ້າຍທີ່ສຸດແລ້ວ, ພໍ່ແມ່ ແລະຄອບຄົວ ແລະແນ່ນອນວ່າ, ເດັກນ້ອຍ ເປັນສ່ວນສໍາຄັນ ໃນການເດີນທາງຄັ້ງນີ້. ຍຸດທະສາດ "Early years"  ຈະບໍ່ພຽງແຕ່ຊ່ວຍເຂົາເຈົ້າເທົ່ານັ້ນ ແຕ່ດັ່ງທີ່ຂ້າພະເຈົ້າກ່າວເລື້ອຍໆ ແມ່ນຊ່ວຍເຫລືອທຸກຄົນໃນສັງຄົມ."

ການຄົ້ນຄວ້າໄດ້ສະແດງໃຫ້ເຫັນວ່າ ໄລຍະຕົ້ນໆຂອງຊີວິດຂອງເດັກ ມີຄວາມສໍາຄັນ ຕໍ່ການພັດທະນາ ແລະຄວາມສໍາເລັດຢ່າງຕໍ່ເນື່ອງ ຕລອດຊີວິດຂອງເຂົາເຈົ້າ.

ການສໍາຫຼວດ Australian Early Development Census ຂອງປີ 2021 ສະແດງໃຫ້ເຫັນວ່າ ເປັນຄັ້ງທໍາອິດ ນັບແຕ່ປີ 2009 ເປັນຕົ້ນມາ ໄດ້ມີການຫຼຸດລົງ ຂອງຈໍານວນເດັກນ້ອຍ ທີ່ຢູ່ໃນເສັ້ນທາງໃນຫ້າດ້ານ ລວມທັງສຸຂະພາບຮ່າງກາຍ, ຄວາມສາມາດທາງສັງຄົມ, ວຸດທິພາວະທາງອາລົມ, ພາສາ ແລະຄວາມຮູ້ ແລະຄວາມຮູ້ທົ່ວໄປ ທີ່ເຫມາະສົມກັບອາຍຸ.

ປະມານ 45 ເປີເຊັນ ກໍາລັງປະສົບກັບອັດຕາຄວາມອ່ອນແອສູງ ທາງດ້ານການພັດທະນາໃນດ້ານນຶ່ງ.

Nicole Breeze, ຫົວຫນ້າ Advocate for Children ແລະຜູ້ອຳນວຍການຂອງ Australian Programs ຂອງ UNICEF, ກ່າວວ່າ ສະຖິຕິແມ່ນໜ້າວິຕົກ.

"ອອສເຕຣເລັຍຄວນເປັນປະເທດທີ່ດີທີ່ສຸດໃນໂລກ ສໍາລັບເດັກນ້ອຍທີ່ຈະເຕີບໂຕ .ເຖິງຢ່າງໃດກໍຕາມ, ພວກເຮົາຍັງຮູ້ອີກວ່າ ໃນອອສເຕຣເລັຍ ມີເດັກນ້ອຍ ຫນຶ່ງໃນຫ້າ ທີ່ກໍາລັງມີຄວາມອ່ອນແອ ທາງດ້ານການພັດທະນາ ຕອນເລີ່ມຕົ້ນເຂົ້າໂຮງຮຽນ."

Dr Anne Aly ຣັຖມົນຕີກະຊວງ ເດັກປະຖົມວັຍ ແລະຊາວຫນຸ່ມ (Early Childhood and Youth) ກ່າວວ່າ ຣັຖບານໄດ້ເອົາໃຈໃສ່ ເພື່ອໃຫ້ທຸກຄົນ ໄດ້ຮັບການເລີ້ມຕົ້ນທີ່ດີທີ່ສຸດໃນຊີວິດ.

"ພວກເຮົາຮູ້ວ່າລະບົບການສຶກສາ ແລະການດູແລໃນໄວເດັກທີ່ດີ ຈະໄດ້ການຕອບແທນສາມເທົ່າ. ມັນຊ່ວຍໃຫ້ເດັກນ້ອຍມີການເລີ່ມຕົ້ນຊີວິດທີ່ດີ, ມັນຊ່ວຍໃຫ້ຄອບຄົວ ທີ່ເຮັດວຽກ ມີຄວາມກ້າວຫນ້າ ແລະມັນສ້າງຄວາມຈະເລີນຮຸ່ງເຮືອງ ທາງເສດຖະກິດຂອງເຮົາ ໂດຍການສນັບສນູນ ການມີສ່ວນຮ່ວມ ຂອງແຮງງານ ໂດຍສະເພາະສໍາລັບແມ່ຍິງ."

ຄວາມຮູ້ສຶກດັ່ງກ່າວໄດ້ຖືກສະທ້ອນໂດຍ CEO ຂອງ Playgroup Australia, Amanda Walsh.

"ພວກເຮົາບໍ່ສາມາດເວົ້າເກີນຄວາມຈິງ ຂອງຄວາມສໍາຄັນ ຂອງຫ້າປີທໍາອິດ ຂອງຊີວິດຂອງເດັກໄດ້, ມັນເປັນບ່ອນທີ່ພວກເຮົາຫວ່ານເມັດພືດໄວ້ ແລະມີຄວາມຫວັງໃນການເກັບກ່ຽວ ຕລອດຊີວິດຂອງເຂົາ. ຖ້າພວກເຮົາເຮັດຖືກຕ້ອງ, ພວກເຮົາກໍາລັງເຮັດສິ່ງທີ່ຍິ່ງໃຫຍ່ ສໍາລັບຄົນທັງປະເທດ."

ສິ່ງທີ່ເນັ້ນໜັກໂດຍສະເພາະ ແມ່ນການເຮັດໃຫ້ຍຸດທະສາດໃຫມ່ ຈະແນໃສ່ເດັກນ້ອຍ ເຊື້ອຊາດທໍາອິດ, ເດັກນ້ອຍທີ່ມາຈາກພື້ນຖານ ທີ່ຫຼາກຫຼາຍ ແລະວັດທະນະທັມ ທີ່ແຕກຕ່າງ ແລະຜູ້ທີ່ມີຄວາມພິການ.

Ms Rishworth ກ່າວວ່າ ພວກເຂົາເຈົ້າມີຄວາມສ່ຽງຫລາຍກວ່າທີ່ຈະບໍ່ໄດ້ຮັບການສນັບສນຸນຢ່າງພຽງພໍ ແລະອາດຈະຕົກອອກຈາກລະບົບ.

"ສໍາລັບເດັກນ້ອຍບາງກຸ່ມ ແມ່ນມີຄວາມສ່ຽງຫຼາຍກວ່າທີ່ຈະຖອຍຫຼັງ. ສໍາລັບເດັກນ້ອຍເຫລົ່ານັ້ນ, ຕ້ອງເນັ້ນໜັກແລະເອົາໃຈໃສ່ຫລາຍກວ່າ ເພື່ອໃຫ້ເຂົາເລີ່ມຕົ້ນທີ່ດີທີ່ສຸດໃນຊີວິດ. ແລະດ້ວຍເຫດນີ້, ມັນຈຶ່ງສໍາຄັນທີ່ຄຳຕອບຂອງເຮົາ ແມ່ນແຕກຕ່າງກັນ ແລະສເນີທາງເລືອກທີ່ຖືກເຈາະຈົງ ແລະລຽບງ່າຍ ສໍາລັບຄອບຄົວ ແລະຊຸມຊົນ ທີ່ສາມາດລ້ຽງດູລູກໆ ໃນວິທີທີ່ດີທີ່ສຸດ ທີ່ເຂົາເຈົ້າສາມາດເຮັດໄດ້."

ອະດີດ Yellow Wiggle ແລະຜູ້ໃຫ້ຄວາມບັນເທີງຂອງເດັກນ້ອຍ Emma Watkins ໄດ້ຖືກເຊື້ອເຊີນ ໃຫ້ເປັນສ່ວນຫນຶ່ງ ຂອງອົງການທີ່ປຶກສາຜູ້ຊ່ຽວຊານ 14 ຄົນ ຜູ້ທີ່ມີຈຸດປະສົງ ເພື່ອແຈ້ງໃຫ້ຮູ້ເຖິງການພັດທະນາ ຂອງຍຸດທະສາດ Early Years ນີ້.

ໃນກຸ່ມດັ່ງກ່າວມີທັງຜູ້ຊ່ຽວຊານດ້ານສຸຂະພາບ ແລະການດູແລເດັກ ແລະຜູ້ສນັບສນູນ First Nations, ຈະອອກແບບຍຸດທະສາດ ແລະສົ່ງມອບໃຫ້ຣັຖບານກາງ ໃນທ້າຍປີນີ້.

Ms Watkins ທີ່ເປັນຜູ້ສນັບສນູນພາສາມືກ່າວວ່າ ມັນຕ້ອງເປັນທັງປະເທດ ແລະຮວມສູນ.

"ພວກເຮົາກໍາລັງພະຍາຍາມຊອກຫາວິທີ ທີ່ພວກເຮົາສາມາດປັບປຸງການພັດທະນາ ແລະການສນັບສນູນ ໃນໄລຍະຕົ້ນຂອງພວກເຮົາ.ຕອນນີ້, ທຸກຄົນເບິ່ງຄືວ່າ ກໍາລັງເຮັດວຽກຢູ່ຄົນລະມຸມທີ່ແຕກຕ່າງກັນ. ແລະນີ້ແມ່ນການ ມາໂຮມໂຕກັນ ແລະຊອກຫາ ຂະບວນການບາງຢ່າງ ທີ່ເຮົາສາມາດເຜີຍແພ່ ສູ່ທຸກຊຸມຊົນໃນອອສເຕຣເລັຍ."

Melanie Smith ເປັນແມ່ ຂອງເດັກຊາຍສາມຄົນ, ຜູ້ໄດ້ໃຊ້ການບໍລິການປະຖົມວັຍ ຫລາຍຢ່າງ ຮວມທັງສະຖານທີ່ລ້ຽງເດັກ, ໂຄງການກ່ອນວັຍຮຽນ (Pre-preschool programs) ແລະກຸ່ມຫລິ້ນຂອງເດັກ.

ລາວເວົ້າວ່າ ລະບົບນີ້ອາດເປັນການຍາກທີ່ບາງຄົນຈະເຂົ້າໃຈໄດ້.

"ຖ້າຫາກວ່າ ທ່ານຮູ້ວິທີການທີ່ຈະຫາຊ່ອງທາງໃນລະບົບ, ຖ້າຫາກວ່າທ່ານຮູ້ບ່ອນທີ່ຈະຫາ ທ່ານກໍຈະພົບສິ່ງທີ່ດີໆຫຼາຍຢ່າງ. ມີອົງການອາສາສມັກ ທີ່ສເນີກຸ່ມຫຼິ້ນ (play groups) ເກືອບບໍ່ເສັຍຄ່າໃຊ້ຈ່າຍ, ພວກເຂົາເຈົ້າສເນີກິດຈະກັມ ການສຶກສາຕ່າງໆ. ແຕ່ຖ້າທ່ານບໍ່ຮູ້ວ່າຈະຫາຢູ່ໃສ, ທ່ານຈະຮູ້ສຶກໂດດດ່ຽວແທ້ໆ"

CEO ຂອງພັນທະມິດການຄົ້ນຄວ້າຂອງອອສເຕຣເລັຍ ສໍາລັບເດັກນ້ອຍ ແລະຊາວຫນຸ່ມ (Australian Research Alliance for Children and Youth) ທ່ານນາງ Penny Dakin ກ່າວວ່າ ມັນເປັນສິ່ງສໍາຄັນ ທີ່ຈະໃຫ້ແນ່ໃຈວ່າ ຄອບຄົວຮູ້ສຶກໂດດດ່ຽວ ຫນ້ອຍລົງ.

"ປະສົບການທີ່ຄອບຄົວສ່ວນໃຫຍ່ມີ ກັບເດັກອາຍຸນ້ອຍແມ່ນບໍ່ສອດຄ່ອງກັນ, ພວກເຂົາຮູ້ສຶກວ່າ ມັນເປັນຂັ້ນຕອນທີ່ເບິ່ງຄືວ່າບໍ່ຕິດຕໍ່ກັນ ເມື່ອພວກເຂົາພົບວ່າ ພວກເຂົາກໍາລັງຄາດຫວັງ ເມື່ອລູກຂອງເຂົາເລີ່ມຮຽນ. ແລະຂ້າພະເຈົ້າຄິດວ່າ ສິ່ງທີ່ເຮົາສາມາດຄາດຫວັງໄດ້ຈາກ National Early Years Strategy ຈະເປັນຂະບວນການ ທີ່ມີຄວາມສະດວກ, ເປັນຂະບວນການທີ່ມີຄວາມສົມບູນກວ່າ, ເປັນບ່ອນທີ່ຄອບຄົວ ຮູ້ສຶກວ່າມີການເຊື່ອມຕໍ່ ແລະໄດ້ຮັບການສນັບສນູນຢ່າງຕໍ່ເນື່ອງໃນການເດີນທາງທັງຫມົດ-ຊຶ່ງໃນທີ່ສຸດ ກໍຈະນໍາໄປສູ່ຜົນທີ່ດີຂຶ້ນ ສໍາລັບເດັກນ້ອຍ, ຜົນທີ່ດີຂຶ້ນ ສໍາລັບຄອບຄົວ ແລະຊຸມຊົນທີ່ເຂົາເຈົ້າອາສັຍຢູ່."

ນອກເຫນືອຈາກກອງປະຊຸມສຸດຍອດແລ້ວ, Ms Smith ກໍາລັງຊອກຫາການດຳເນີນການທີ່ຊັດເຈນ.

"ເດັກນ້ອຍທຸກຄົນສາມາດຈະເລີນເຕີບໂຕໄດ້, ແຕ່ພວກເຮົາກຽມພ້ອມ ທີ່ຈະຈ່າຍຄ່ານັ້ນບໍ? ເພາະໃນເວລານີ້, ຫລາຍໆຄອບຄົວເກືອບເອົາຊີວິດບໍ່ລອດ ແລະຂ້າພະເຈົ້າຢາກເຫັນ ເຂົາເຈົ້າມາຮ່ວມດ້ວຍ ບໍ່ພຽງແຕ່ແຜນ ທີ່ມີແນວຄິດ ທີ່ປະເສີດທັງຫມົດນີ້ ແຕ່ວ່າທ່ານຈະເຊື່ອມຕໍ່ກັບຄອບຄົວເຫລົ່ານີ້ ໄດ້ແນວໃດ."

ເນື້ອເລື່ອງໂດຍ Samantha Beniac-Brooks ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share