ບັນຫາສຸຂະພາບຈິດ ໃນວັຍເດັກນ້ອຍ

Children's Playground

ສນາມເດັກນ້ອຍຫຼິ້ນທີ່ວ່າງເປົ່າ.... Source: Pixabay

ໃນອອສເຕຣເລັຍ ມີການພົບວ່າ 1 ໃນ 3 ຄົນຂອງພໍ່ແມ່ ບໍ່ສາມາດ ຮັບຮູ້ສັນຍານ ຂອງສຸຂະພາບຈິດ ທີ່ບໍ່ດີໃນເດັກນ້ອຍ. ຖ້າຫາກບັນຫາສຸຂະພາບຈິດ ໃນວັຍເດັກນ້ອຍ ບໍ່ໄດ້ຮັບການແກ້ໄຂ, ບັນຫາເຫຼົ່ານັ້ນ ກໍອາດຈະເຕີບໂຕ ກາຍເປັນສິ່ງທ້າທາຍຕລອດຊີວິດ. ແຕ່ມີພຽງ 25 ເປີເຊັນ ຂອງເດັກນ້ອຍ ທີ່ຖືກກວດພົບວ່າ ມີຄວາມຜິດປົກກະຕິທາງຈິດ ທີ່ໄດ້ຮັບການສນັບສນູນ ຈາກມືອາຊີບ-ຊຶ່ງເປັນຈຳນວນ ທີ່ຕ່ຳທີ່ສຸດ ຂອງປະຊາກອນ ອອສເຕຣເລັຍທັງຫມົດ.


ບັນຫາສຸຂະພາບຈິດ ໃນວັຍເດັກນ້ອຍ.

ອົງກອນການກຸສົນ ດ້ານສຸຂະພາບຈິດຂອງເດັກນ້ອຍ ໄດ້ອອກມາສົ່ງສຽງວ່າ ເດັກນ້ອຍ ອາຍຸຕ່ຳກວ່າ 14 ປີ ທີ່ປະສົບກັບບັນຫາສຸຂະພາບທາງຈິດ ຂາດການສນັບສນູນ.

KidsXpress ພົບວ່າ 1 ໃນ 3 ຄົນຂອງພໍ່ແມ່ ໃນ ອາດຈະບໍ່ສາມາດ ຮັບຮູ້ສັນຍານ ຂອງສຸຂະພາບຈິດ ທີ່ບໍ່ດີໃນເດັກນ້ອຍ, ຊຶ່ງອາດຈະສົ່ງຜົນກະທົບ ໃນທາງລົບທີ່ຍືນຍົງ ໃນວັຍຜູ້ໃຫຍ່.

Ciara Hain ລາຍງານ

ວັຍເດັກ ມັກຈະມີລັກສນະເປັນຊ່ວງເວລາ ທີ່ບໍ່ມີຄວາມກັງວົນ, ບໍ່ມີຄວາມຮັບຜິດຊອບ ແລະຄວາມກົດດັນ ແລະປົກກະຕິແລ້ວ, ບັນຫາສຸຂະພາບຈິດ ແມ່ນຈະກ່ຽວພັນກັບ ວັຍຜູ້ໃຫຍ່.

ແຕ່ຈະວ່າແນວໃດ ຖ້າການສົມມຸດຕິຖານເຫຼົ່ານີ້ຜິດ ຫຼືສົ່ງຜົນກະທົບໃນທາງລົບ?

ນັ້ນ ຄືສິ່ງທີ່ອົງກອນການກຸສົນ ດ້ານສຸຂະພາບຈິດຂອງເດັກນ້ອຍ, KidsXpress ແນະນໍາ.

ຜູ້ກໍ່ຕັ້ງ ແລະປະທານບໍຣິຫານ, Margo Ward, ກ່າວວ່າ ຍັງຂາດຄວາມຮັບຮູ້ ກ່ຽວກັບສຸຂະພາບຈິດຂອງເດັກ ໃນອອສເຕຣເລັຍ.

"ປີກາຍນີ້ ພວກເຮົາໄດ້ດໍາເນີນການສໍາຫລວດ ຊຶ່ງໄດ້ສໍາຫລວດຜູ້ໃຫຍ່ກວ່າ 1600 ຄົນທົ່ວອອສເຕຣເລັຍ ແລະພວກເຮົາພົບວ່າ ພໍ່ແມ່ຫນຶ່ງໃນສາມຄົນ ບໍ່ສາມາດຮັບຮູ້ ສັນຍານທີ່ບົ່ງວ່າ ລູກຂອງເຂົາເຈົ້າຈະມີບັນຫາ ເລື່ອງສຸຂະພາບຈິດ ໄດ້ຢ່າງໝັ້ນໃຈ. ແລະນີ້ ກໍເປັນສິ່ງໜ້າແປກໃຈຫລາຍ ເມື່ອທ່ານຮູ້ວ່າ ພໍ່ແມ່ ແລະຜູ້ດູແລທີ່ໃກ້ຊິດລູກໆ ຂອງພວກເຂົາແທ້ໆ ແຕ່ບໍ່ຫມັ້ນໃຈ ທີ່ຈະຮູ້ວ່າ ລູກຂອງພວກເຂົານັ້ນມີປັນຫາ."

ຂໍ້ມູນຫຼ້າສຸດ ຈາກສໍານັກງານສະຖິຕິ ຂອງອອສເຕຣເລັຍ ຊີ້ໃຫ້ເຫັນວ່າ ສຸຂະພາບຈິດບໍ່ດີ ມີຜົນກະທົບ ຕໍ່ເດັກນ້ອຍ 1 ໃນ 7ຄົນ ທີ່ມີອາຍຸລະຫວ່າງ 4 ຫາ 11 ປີ ໃນອອສເຕຣເລັຍ ແລະປະມານເຄິ່ງຫນຶ່ງ ຂອງບັນຫາສຸຂະພາບຈິດທັງຫມົດ ເກີດຂຶ້ນກ່ອນອາຍຸ 14 ປີ.

ແຕ່ມີພຽງ 25 ເປີເຊັນ ຂອງເດັກນ້ອຍ ທີ່ຖືກກວດພົບວ່າ ມີຄວາມຜິດປົກກະຕິທາງຈິດ ທີ່ໄດ້ຮັບການສນັບສນູນ ຈາກມືອາຊີບ-ຊຶ່ງເປັນຈຳນວນ ທີ່ຕ່ຳທີ່ສຸດ ຂອງປະຊາກອນ ອອສເຕຣເລັຍທັງຫມົດ.

Ms Ward ກ່າວວ່າ ຖ້າຫາກບັນຫາສຸຂະພາບຈິດ ໃນວັຍເດັກນ້ອຍ ບໍ່ໄດ້ຮັບການແກ້ໄຂ, ບັນຫາເຫຼົ່ານັ້ນ ກໍອາດຈະເຕີບໂຕ ກາຍເປັນສິ່ງທ້າທາຍຕລອດຊີວິດ.

"ມັນເປັນສິ່ງສໍາຄັນແທ້ໆ ທີ່ຕອນນີ້ ພວກເຮົາກໍາລັງເບິ່ງສຸຂະພາບຈິດ ຂອງເດັກນ້ອຍ ບໍ່ພຽງແຕ່ເປັນການແຊກແຊງໃນເບື້ອງຕົ້ນເທົ່ານັ້ນ, ແຕ່ເປັນວິທີ ປ້ອງກັນຕລອດອາຍຸ ແລະສຸຂະພາບຈິດ ຂອງຊາວອອສເຕຣເລັຍໂດຍລວມ. ສະນັ້ນ, ມັນຈຶ່ງສໍາຄັນແທ້ໆ ທີ່ເຮົາຈະເຮັດແບບນີ້.ແຕ່ເຮົາຍັງຮູ້ອີກວ່າ ການບໍ່ຮັບຮູ້ ບັນຫາເລື່ອງສຸຂະພາບຈິດ ຂອງເດັກນ້ອຍເຫລົ່ານັ້ນ ອາດນໍາໄປສູ່ພາວະຊຶມເສົ້າ, ຄວາມວິຕົກກັງວົນ, ຫຼືແມ່ນແຕ່ Post Traumatic Stress Disorder ເມື່ອເຮົາເຕີບໂຕຂຶ້ນເປັນຜູ້ໃຫຍ່ ແລະໃນວັຍຜູ້ໃຫຍ່. ສະນັ້ນ, ມັນຈຶ່ງສໍາຄັນ ທີ່ເຮົາຈະເຂົ້າມາແຊກແຊງ ໃຫ້ໄວເທົ່າທີ່ເຮົາສາມາດເຮັດໄດ້."

ສະນັ້ນ, ທ່ານຈະບອກໄດ້ແນວໃດວ່າ ເດັກນ້ອຍໃນຊີວິດຂອງທ່ານ ກໍາລັງດີ້ນລົນຢູ່?

Dr Iain Perkes ເປັນຫມໍຈິດຕະວິທະຍາເດັກນ້ອຍ ແລະວັຍຫນຸ່ມ (Child and Adolescent Psychiatrist) ທີ່ມະຫາວິທະຍາໄລ New South Wales ແລະເຄືອຂ່າຍໂຮງຫມໍເດັກ Sydney.

"ສັນຍານເຫຼົ່ານັ້ນ ອາດລວມເຖິງ ການນອນຫຼັບຍາກ ຫຼືນອນຫຼັບບໍ່ຕິດຕໍ່ກັນ. ດັ່ງນັ້ນ, ການລົບກວນ ໃນການນອນ ອາດເປັນສັນຍານໄດ້. ການປ່ຽນແປງຮູບແບບການກິນ, ຄວາມຢາກອາຫານຖືກລົບກວນ, ການໄປໂຮງຮຽນບໍ່ສມ່ຳສເມີ ຫຼືຜົນການຮຽນຕົກຕ່ຳ. ດັ່ງນັ້ນ, ຖ້າເດັກຫຼືວັຍຫນຸ່ມ ມີຄວາມກັງວົນ ທີ່ຈະໄປໂຮງຮຽນເປັນປະຈໍາ ຫຼາຍກວ່າທີ່ທ່ານຄາດຫວັງ ຫຼືຫຼາຍກວ່າທີ່ເຄີຍເປັນມາກ່ອນ...ນັ້ນກໍອາດເປັນສັນຍານ. ຄົນຫນຸ່ມຜູ້ນີ້ ມີປັນຫາບາງຢ່າງ ກັບຄວາມຮູ້ສຶກຂອງເຂົາເຈົ້າບໍ?"

ຂໍ້ມູນ ABS ຊີ້ໃຫ້ເຫັນວ່າ 7 ໃນ 10 ຂອງການພົບເຫັນຫຼາຍທີ່ສຸດ ສໍາລັບເດັກນ້ອຍ ແມ່ນກ່ຽວກັບສຸຂະພາບທາງຈິດ.

ນອກນັ້ນ ຍັງພົບວ່າ 2000 ວັນທໍາອິດ ຂອງຊີວິດຂອງເດັກ ແມ່ນໄລຍະທີ່ສໍາຄັນ, ແລະການແຊກແຊງໃນໄລຍະນີ້ ສາມາດເຮັດໃຫ້ ເກີດການປັບປຸງທີ່ສໍາຄັນ ຕໍ່ປະສົບການ ໃນຊີວິດໃນຕອນຕົ້ນຂອງເດັກ,ສຸຂະພາບ ແລະການພັດທະນາ.

Virtual Services Manager ທີ່ Kids Helpline, Tony Fitzgerald, ກ່າວວ່າ ພໍ່ແມ່ທີ່ເປີດກວ້າງ ໃນການຮັບຟັງຄວາມຮູ້ສຶກຂອງລູກ ສາມາດສ້າງຄວາມແຕກຕ່າງຢ່າງຫຼາຍ.

"ປະມານ 37 ເປີເຊັນ ຂອງຜູ້ຕິດຕໍ່ທັງຫມົດຂອງພວກເຮົາ ທີ່ Kids HelpLine ແມ່ນມາຈາກເດັກນ້ອຍ ທີ່ມີອາຍຸ 14 ປີ ຫຼືຕ່ຳກວ່າ. ສະນັ້ນ,ພວກເຮົາຈຶ່ງຮູ້ວ່າ ມັນເປັນບັນຫາສໍາຄັນ. ຂ້າພະເຈົ້າຄິດວ່າ ສິ່ງທໍາອິດຄືການໃຫ້ໂອກາດ ສໍາລັບການສົນທະນາ ແລະການຟັງ ແລະພະຍາຍາມຖາມກ່ຽວກັບສິ່ງທີ່ອາດຈະເກີດຂຶ້ນ. ແຕ່ຖ້າພໍ່ແມ່ເປັນຫ່ວງແທ້ໆ ມັນກໍແມ່ນການພະຍາຍາມ ທີ່ຈະເຂົ້າເຖິງຜູ້ຊ່ຽວຊານ ດ້ານການດູແລສຸຂະພາບ ເຊິ່ງຈະສາມາດຊ່ວຍໃຫ້ເຂົາເຈົ້າ ຫາວິທີເພື່ອໄດ້ຮັບການ ສນັບສນູນ ບໍ່ວ່າຈະດ້ວຍການພົບນັກຈິດຕະວິທະຍາ ຫຼືຈິດຕະແພດ ຫຼືການສນັບສນູນອື່ນໆ ທີ່ອາດມີຢູ່."

ຂໍ້ມູນ ABS ທີ່ຊີ້ໃຫ້ເຫັນວ່າ ມີເດັກນ້ອຍຈັກຄົນ ທີ່ປະສົບກັບສຸຂະພາບຈິດບໍ່ດີ ໃນອອສເຕຣເລັຍ ແມ່ນມາຈາກປີ 2013-14, ຊຶ່ງແມ່ນ 10 ປີກ່ອນ.

ທ່ານ Fitzgerald ເຊື່ອວ່າ ເດັກນ້ອຍຫລາຍຄົນ ຈະຖືກລະບຸວ່າ ມີບັນຫາເລື່ອງສຸຂະພາບທາງຈິດ ນັບແຕ່ນັ້ນມາ.

"ບໍ່ວ່າຈະເປັນການກໍານົດໃດກໍຕາມ, ບໍ່ວ່າຈະເປັນສື່ສັງຄົມອອນລາຍ ຫຼືວ່າ ມັນເປັນຜົນກະທົບອື່ນບາງຢ່າງ ພາຍໃນຊຸມຊົນ ທີ່ສົ່ງຜົນກະທົບຕໍ່ສຸຂະພາບຈິດຂອງຄົນຫນຸ່ມຂອງພວກເຮົາ, ພວກເຮົາ ໄດ້ເຫັນການເພີ່ມຂຶ້ນ ຂອງລາຍງານກ່ຽວກັບສຸຂະພາບຈິດ ທີ່ສົ່ງຜົນກະທົບຕໍ່ຄົນຫນຸ່ມຂອງພວກເຮົາ. ດັ່ງນັ້ນ, ແນ່ນອນ, ມັນອາດຈະເປັນການຮວມກັນຂອງປັດຈັຍຫຼາຍຢ່າງ. ບໍ່ແມ່ນພຽງແຕ່ການເພີ່ມຂຶ້ນ ຂອງການສົ່ງຂໍ້ຄວາມ ຂອງຄວາມຕ້ອງການ ຄວາມຊ່ອຍເຫຼືອ ແຕ່ການເພີ່ມຂຶ້ນຂອງປັດຈັຍ ທີ່ສົ່ງຜົນກະທົບ ຕໍ່ຊີວິດຂອງຄົນຫນຸ່ມຂອງເຮົາເຫລົ່ານັ້ນນໍາອີກ. ທ່ານຮູ້ບໍວ່າທຸກມື້ນີ້, ມັນຍາກທີ່ຈະເຕີບໂຕຂຶ້ນຕອນວັຍນ້ອຍ ແລະໄວຫນຸ່ມ. ມັນມີຫຼາຍປັດຈັຍ ທີ່ສົ່ງຜົນກະທົບຕໍ່ສຸຂະພາບ ແລະຄວາມຢູ່ດີກິນດີ ຂອງພວກເຂົາ ແລະນັ້ນແມ່ນ ສິ່ງທີ່ພວກເຮົາຈໍາເປັນຕ້ອງຮັບຮູ້ ເມື່ອທຽບກັບ 10 ປີ ກ່ອນຫນ້ານີ້, ພວກເຮົາໄດ້ເຫັນການເພີ່ມຂຶ້ນຢ່າງແນ່ນອນ."

Dr Perkes ກ່າວວ່າ ຕ້ອງມີການລົງທຶນຣັຖບານ ຫລາຍກວ່າເກົ່າເພື່ອປັບປຸງທາງເລືອກ ໃນການສນັບສນູນ ສໍາລັບເດັກນ້ອຍ ທັງໃນໂຮງຮຽນ, ແລະທົ່ວໄປ.

"ຂ້າພະເຈົ້າຄິດວ່າ ມີການລົງທຶນທີ່ຍິ່ງໃຫຍ່ບາງຢ່າງ ຈາກຣັຖບານຕ່າງໆ. ແຕ່ຍັງບໍ່ພຽງພໍ. ທີ່ປຶກສາຂອງໂຮງຮຽນ ບໍ່ມີຊັບພະຍາກອນພຽງພໍ ທີ່ໃກ້ຄຽງກັບຄວາມຕ້ອງການ. ປົກກະຕິແລ້ວ, ພວກເຂົາເຈົ້າຢູ່ໃນໂຮງຮຽນ ເປັນເວລາສອງສາມມື້ຕໍ່ອາທິດ. ບາງເທື່ອ ກໍເປັນທີ່ປຶກສາຂອງໂຮງຮຽນຫນຶ່ງໃນມື້ໜຶ່ງ, ແຕ່ເປັນທີ່ປຶກສາ ຂອງອີກໂຮງຮຽນ ໃນມື້ຕໍ່ມາ. ສະນັ້ນ, ການມີບົດບາດນັ້ນຢ່າງເຕັມເວລາ ແບບຖາວອນ ພາຍໃນໂຮງຮຽນໃດຫນຶ່ງ ຈະເປັນຄວາມກ້າວຫນ້າ ທີ່ດີຢ່າງຫນຶ່ງ. ມັນໄດ້ມີການຄົ້ນຄວ້າທີ່ສໍາຄັນ ໃນການທົດສອບປະສິດທິຜົນ ຂອງທາງເລືອກ ການປິ່ນປົວທາງອິນເຕີເນັດ ສໍາລັບເດັກນ້ອຍ ທີ່ມີສຸຂະພາບຈິດບໍ່ດີ ແລະສະນັ້ນ ມັນຈຶ່ງເປັນຄວາມທ້າທາຍ ທີ່ຕໍ່ເນື່ອງ ແລະເປັນສິ່ງທີ່ຮຽກຮ້ອງ ໃຫ້ມີການລົງທຶນເພີ່ມເຕີມ."

ຖ້າທ່ານ ຫຼືຄົນທີ່ທ່ານຮູ້ຈັກ ຕ້ອງການ ການສນັບສນູນ, ໂທຫາ Lifeline ທີ່ 131 114 ຫຼື Kids Helpline ທີ່ 1800 55 800.

ເນື້ອເລື່ອງໂດຍ Ciara Hain ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share