ການພິຈາຣະນາຄະດີ ຂອງນັກຣົນນະຣົງປະຊາທິປະໄຕ Hong Kong.
Jimmy Lai ໃນທີ່ສຸດກໍໄດ້ເລີ້ມຂຶ້ນໃນ Hong Kong, ຫຼາຍປີຫຼັງຈາກທີ່ລາວຖືກຈັບທ່າມກາງການປາບປາມຜູ້ຄັດຄ້ານຂອງຈີນ.
ການສນັບສນູນຈາກນາໆຊາດ ສຳລັບພົນລະເມືອງອັງກິດ ໄດ້ເພີ່ມຄວາມຮຸນແຮງຂຶ້ນ, ໃນຂນະທີ່ ຣັຖມົນຕີ ການຕ່າງປະເທດ ຂອງອັງກິດ, ທ່ານ David Cameron, ໄດ້ເຂົ້າຮ່ວມ ກັບບັນດາປະເທດຕາເວັນຕົກ ໃນການຮຽກຮ້ອງ ໃຫ້ປົດປ່ອຍ ທ່ານ Jimmy Lai.
Ciara Hain ລາຍງານ.
ການພິຈາຣະນາຄະດີ ທີ່ຄອຍຖ້າມານານ ຂອງນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ແລະອະດີດເຈົ້າພໍ່ ສື່ມວນຊົນ, ທ່ານ Jimmy Lai ໄດ້ເລີ້ມຂຶ້ນໃນ Hong Kong.
ລາວຕ້ອງປະເຊີນ ກັບຄວາມເປັນໄປໄດ້ ໃນການຕິດຄຸກຕລອດຊີວິດ ໃນຂໍ້ຫາສົມຮູ້ຮ່ວມຄິດ ກັບກອງກຳລັງຕ່າງຊາດ ລວມເຖິງ ສະຫະຣັດພາຍໃຕ້ກົດຫມາຍ ຄວາມໝັ້ນຄົງແຫ່ງຊາດ ທີ່ຈີນໄດ້ກໍານົດໃນ ປີ 2020.
Sebastien, ລູກຊາຍຂອງນາຍ Lai, ກ່າວວ່າ ເຖິງແມ່ນວ່າ ລາວເຊື່ອວ່າ ຜົນການພິຈາຣະນາຄະດີ ຂອງພໍ່ຂອງລາວ ໄດ້ຖືກຕັດສິນໃຈແລ້ວ, ແຕ່ລາວກໍພູມໃຈກັບເພິ່ນ ທີ່ໄດ້ຢືນຂຶ້ນ ເພື່ອຄວາມເຊື່ອຂອງເພິ່ນ.
"ມີຄວາມກັງວົນ ເປັນທັມມະດາ, ແຕ່ແທ້ຈິງແລ້ວ ບໍ່ກ່ຽວຂ້ອງກັບຄວາມກັງວົນໃດໆ ເມື່ອທ່ານຄິດກ່ຽວກັບເລື້ອງນີ້ ເພາະວ່າ ມັນເປັນຄະດີ ສຳລັບການສະແດງເທົ່ານັ້ນ. ຄຳຕັດສິນ ແມ່ນໄດ້ຖືກກໍານົດໄວ້ແລ້ວ, ມັນເປັນການພິຈາຣະນາຄະດີ ໂດຍຜູ້ພິພາກສາສາມຄົນ ທີ່ຖືກແຕ່ງຕັ້ງ ຈາກ, ບໍ່ມີຄນະລູກຂຸນ (Jury), ແລະເມື່ອບໍ່ດົນມານີ້ ຣັຖມົນຕີກະຊວງປ້ອງກັນຄວາມສງົບ ໄດ້ໂອ້ອວດ ກ່ຽວກັບອັດຕາຄວາມຫມັ້ນໃຈວ່າ ຜິດ 100%. ສະນັ້ນ, ເປັນການສະແດງ ຫຼອກລວງຢ່າງແນ່ນອນ."
ທ່ານ Jimmy Lai ເປັນຜູ້ກໍ່ຕັ້ງຫນັງສືພິມ Apple Daily ທີ່ເປັນໜັງສືພິມສນັບສນູນປະຊາທິປະໄຕ ແລະຖືກປິດລົງ ໃນຕອນນີ້ ແລະເປັນນຶ່ງໃນນັກວິຈານ ທີ່ມີຊື່ສຽງທີ່ສຸດຂອງ Hong Kong ກ່ຽວກັບຜູ້ນໍາ ພັກຄອມມູນິສຈີນ.
ລາວມີອາຍຸ 76 ປີ ແລະຖືກຈຳຄຸກມາແລ້ວ ເປັນເວລາຫ້າປີ ເກົ້າເດືອນໃນຄວາມຜິດ ຂອງຄະດີສໍ້ໂກງ ການເຊົ່າສໍາລັບຫນັງສືພິມ ຂອງລາວ,ແລະໄດ້ປະຕິເສດ ຕໍ່ຂໍ້ຫາທັງຫມົດ ທີ່ລາວປະເຊີນຢູ່ ໃນການພິຈາຣະນາຄະດີໃຫມ່ ຂອງລາວ.
ລາວເປັນຄົນທໍາອິດ ທີ່ຕໍ່ສູ້ກັບຂໍ້ຫາ ສົມຮູ້ຮ່ວມຄິດ ກັບຕ່າງຊາດ ພາຍໃຕ້ກົດຫມາຍວ່າດ້ວຍ ຄວາມຫມັ້ນຄົງແຫ່ງຊາດຂອງ Hong Kong.
Sebastien Lai ອະທິບາຍເຖິງຄວາມຮູ້ສຶກຂອງລາວ ຕອນເຫັນສະພາບຂອງພໍ່ລາວ ຈາກຮູບໃນຂ່າວ ທີ່ຫາກໍຖືກເຜີຍແພ່ ເມື່ອບໍ່ດົນມານີ້.
"ມັນເປັນສິ່ງເຕືອນໃຈວ່າ ລາວອາຍຸ 76 ປີແລ້ວ ແລະລາວຖືກຂັງໃນຄຸກຄົນດຽວ ເປັນເວລາສາມປີ. ມັນເປັນເລື່ອງທີ່ຫນ້າເສົ້າໃຈແທ້ໆ, ແຕ່ມັນກໍເປັນຄັ້ງທໍາອິດ ທີ່ຂ້ອຍໄດ້ເຫັນລາວ ໃນໄລຍະສາມປີ. ດັ່ງນັ້ນ, ໃນຄວາມຫມາຍທີ່ວ່າ ທັງດີໃຈ ແລະເສັຍໃຈ. ເຫັນໄດ້ຢ່າງຊັດເຈນວ່າ ແຕ່ລະມື້ ທີ່ລາວຢູ່ໃນຄຸກ ກໍເປັນອີກມື້ຫນຶ່ງ ທີ່ລາວສາມາດເສັຍຊີວິດໄດ້. ມີຄວາມເປັນຫ່ວງຫຼາຍກ່ຽວກັບລາວ. ໂທດສູງສຸດ ຂອງກົດຫມາຍ ຄວາມຫມັ້ນຄົງແຫ່ງຊາດ ແມ່ນຈໍາຄຸກຕລອດຊີວິດ. ແຕ່ເຖິງແມ່ນວ່າ ມັນເປັນເວລາສິບປີ, ຍົກຕົວຢ່າງ, ມັນກໍເທົ່າກັບຕລອດຊີວິດ ສຳລັບລາວ."
ຄະດີນີ້, ຫຼາຍຄົນເຫັນວ່າ ເປັນການພິຈາຣະນາຄະດີ ສໍາລັບເສຣີພາບດ້ານການພິມ ແລະເປັນການທົດສອບ ຄວາມເປັນອິດສຣະ ຂອງລະບົບຕຸລາການ ຂອງ Hong Kong ໃນດິນແດນນີ້.
ຣັຖບານຕາເວັນຕົກຈໍານວນນຶ່ງ ໄດ້ຮຽກຮ້ອງ ໃຫ້ປ່ອຍຕົວທ່ານ Laiໂດຍກ່າວວ່າ ຂໍ້ກ່າວຫາດັ່ງກ່າວ ແມ່ນມີແຮງຈູງໃຈທາງການເມືອງ ແລະເປັນສ່ວນນຶ່ງ ຂອງການປາບປາມໂດຍຣັຖບານຈີນ ກ່ຽວກັບການຕໍ່ຕ້ານ ຈາກຝ່າຍປະຊາທິປະໄຕ ຂອງ Hong Kong.
Jennifer Robinson ເປັນທະນາຍ ທີ່ກໍາລັງຣົນນະຣົງ ເພື່ອປົດປ່ອຍໂຕທ່ານ Lai.
ລາວກ່າວວ່າ ປະຊາຄົມນາໆຊາດ ສ່ວນຫລາຍຢືນຢູ່ຂ້າງ ອະດີດເຈົ້າພໍ່ສື່ມວນຊົນ.
"ມີການປະນາມຢ່າງກວ້າງຂວາງ ກ່ຽວກັບການດໍາເນີນຄະດີ ຕໍ່ທ່ານ Jimmy Lai, ດ້ວຍວ່າ ລາວຍັງຄົງຢູ່ໃນຄຸກ. ລາວຢູ່ໃນຄຸກ ມາໄດ້ສາມປີ ທີ່ນານເກີນໄປ. ລາວຄວນຈະຖືກປ່ອຍຕົວທັນທີ. ລາວຢູ່ໃນຄຸກ ຍ້ອນໃຊ້ສິດ ໃນການສະແດງອອກ ຊຶ່ງໄດ້ຮັບການປົກປ້ອງ ໃນລະດັບສາກົນ ຈົນເຖິງເສຣີພາບ ໃນການຊຸມນຸມ. ແລະນີ້ ເປັນທີ່ຍອມຮັບບໍ່ໄດ້. ພວກເຮົາມີສະຫະປະຊາຊາດ, ຣັຖສະພາ Canada, ສະຫະພາບຢູໂຣບ, ຣັຖສະພາ ແລະຣັຖບານຕ່າງປະເທດ ເຊັ່ນສະຫະຣັດ ຮຽກຮ້ອງໃຫ້ປົດປ່ອຍໂຕລາວ."
ກ່ອນການເລີ່ມພິຈາຣະນາຄະດີ, Sebastien Lai ໄດ້ພົບປະກັບຣັຖມົນຕີການຕ່າງປະເທດ ອັງກິດ, ທ່ານ David Cameron ເພື່ອຂໍຄວາມຊ່ວຍເຫຼືອ ຈາກອັງກິດ ໃນການປ່ອຍພໍ່ຂອງລາວ ຈາກຄຸກ.
ຫຼັງຈາກນັ້ນ Lord Cameron ໄດ້ຮຽກຮ້ອງ ໃຫ້ປົດປ່ອຍພົນລະເມືອງອັງກິດ ໃນການແຊກແຊງທີ່ສໍາຄັນ, ແລະໄດ້ວິພາກວິຈານ ຂໍ້ກ່າວຫາທີ່ມີຕໍ່ນາຍ Lai.
ໂຄສົກ ກະຊວງການຕ່າງປະເທດຈີນ, Mao Ning, ໄດ້ປະນາມການພົບກັນ (ຂອງ Sebastien Lai ແລະ ທ່ານ David Cameron) ໂດຍກ່າວວ່າ ຣັຖບານ Hong Kong ໄດ້ດໍາເນີນຄະດີນີ້ ຕາມກົດຫມາຍ.
"ມັນບໍ່ມີຂໍ້ຕໍາຫນິ ທີ່ຣັຖບານ Hong Kong ໃຫ້ລາວຮັບຜິດຊອບ ຕາມລະບຽບກົດຫມາຍ. ອັງກິດ ທີ່ອ້າງວ່າເປັນປະເທດ ທີ່ຢູ່ພາຍໃຕ້ຫຼັກກົດຫມາຍ, ແຕ່ແຊກແຊງໂດຍກົງ ໃນຄະດີ ທີ່ໄດ້ເຂົ້າໄປໃນຂະບວນການຍຸດຕິທັມແລ້ວ. ອັງກິດ ເອງກໍໄດ້ນໍາໃຊ້ກົດຫມາຍ ຄວາມຫມັ້ນຄົງແຫ່ງຊາດ, ແຕ່ວ່າ ຄັດຄ້ານກົດຫມາຍຄວາມຫມັ້ນຄົງແຫ່ງຊາດ ຂອງຈີນ ສໍາລັບ Hong Kong. ການປະຕິບັດ ແບບສອງມາດຕະຖານ ແລະເຈດຕະນາທີ່ບໍ່ດີ ຂອງມັນ ໄດ້ຖືກເປີດເຜີຍ."
ຄາດວ່າ ການພິຈາຣະນາຄະດີ ຈະໃຊ້ເວລາຢ່າງຫນ້ອຍ 80 ມື້ ແລະເຈົ້າຫນ້າທີ່ ເປີດເຜີຍວ່າ ຈະມີເຈົ້າຫນ້າທີ່ຕໍາຫຼວດ 1,000 ຄົນ ໃນການຄຸ້ມກັນສານ.
ເນື້ອເລື່ອງໂດຍ Ciara Hain ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌