ອຸບັດຕິເຫດທາງອາກາດ ທີ່ Gold Coast ຣັດ Queensland.

Two helicopters are seen following a collision near Seaworld, on the Gold Coast, Monday, January 2, 2023. Four people are dead and another 13 injured after two helicopters collided before one crashed into the Broadwater on the Gold Coast.

ຊາກເຮືອບິນເຮລີຄອບເຕີ້ສອງລໍາ ໄດ້ຖືກເກັບກູ້ ຫຼັງຈາກເກີດອຸບັດເຫດທາງອາກາດ ຢູ່ໃກ້ໆກັບ Seaworld, ທີ່ເມືອງ Gold Coast, ວັນຈັນ ທີ 2 ມັງກອນ 2023. ມີຜູ້ເສັຍຊີວິດ ສີ່ ຄົນ ແລະ ອີກ 13 ຄົນ ໄດ້ ຮັບບາດເຈັບ ຫລັງຈາກ ເຮືອບິນເຮລີຄອບເຕີ ສອງ ລໍາໄດ້ຕໍາກັນ ກ່ອນທີ່ລຳນຶ່ງ ສາມາດລົງຈອດໄດ້ ແຕ່ກໍມີຄົນໄດ້ຮັບບາດເຈັບ. Source: AAP / DAVE HUNT

ອຸບັດຕິເຫດ ຍົນເຮລິຄອບເຕີສອງລໍາ ຕຳກັນກາງອາກາດໃນ Gold Coast ຣັດ Queensland ຊຶ່ງເຮັດໃຫ້ຫຼາຍຄົນເສັຍຊີວິດ ແລະບາດເຈັບສາຫັດ ແຕ່ໃນຂນະດຽວກັນ, ໃນຍົນອີກລຳນຶ່ງສາມາດລົງຈອດໄດ້ ແລະຄົນໄດ້ຮັບບາດເຈັບພຽງເລັກນ້ອຍ.


ອຸບັດຕິເຫດທາງອາກາດ ທີ່ Gold Coast ຣັດ Queensland.

ການສືບສວນໄດ້ເລີ້ມຂຶ້ນ ກ່ຽວກັບການເສັຍຊີວິດຈາກອຸບັດເຫດເຮືອບິນເຮລີຄອບເຕີສອງລໍາ ທີ່ຢູ່ທີ່ເມືອງ Gold Coast ຂອງຣັດ Queensland.

ເຈົ້າຫນ້າທີ່ກໍາລັງສືບສວນ ກ່ຽວກັບຊ່ວງເວລາ ທີ່ພາໃຫ້ເກີດການຕຳກັນທີ່ເຮັດໃຫ້ເຮືອບິນທັງສອງລໍາ ຕົກລົງມາໃກ້ Sea World ຊຶ່ງເຮັດໃຫ້ມີການເສັຍຊີວິດຢ່າງຫນ້ອຍສີ່ຄົນ ແລະເຮັດໃຫ້ອີກຫລາຍຄົນ ໄດ້ຮັບບາດເຈັບສາຫັດ.

ຕໍາຫຼວດໄດ້ຢືນຢັນວ່າ ນັກບິນຂອງເຮືອບິນເຮລີຄອບເຕີ້ລໍານຶ່ງ ແລະຜູ້ໂດຍສານສາມຄົນທີ່ ມີອາຍຸລະຫວ່າງ 37 ຫາ 65ປີເສັຍຊີວິດ. Danielle Robertson ຣາຍງານ.

ຄອບຄົວ, ຫມູ່ເພື່ອນ ແລະສະມາຊິກຂອງຊຸມຊົນ ໄດ້ວາງດອກໄມ້ ສະແດງຄວາມເສັຍໃຈ ຢູ່ທີ່ສະຖານທີ່ລະນຶກ ແຫ່ງຫນຶ່ງຢູ່   ເພື່ອໃຫ້ກຽດແກ່ຜູ້ເສັຍຊີວິດ.

ຜູ້ເຄາະຮ້າຍຄົນທໍາອິດທີ່ຖືກລະບຸວ່າ ແມ່ນນັກບິນຊື່ Ashley Jenkinson ທີ່ໄດ້ເສັຍຊີວິດໄປ ຄຽງຂ້າງຜູ້ໂດຍສານສາມຄົນ ຂອງລາວ ຫລັງຈາກເຮືອບິນເຮລີຄອບເຕີສອງລໍາ ໄດ້ຕໍາກັນໃກ້ກັບ Sea World.

Ashley Jenkinson ໄດ້ຖືກກ່າວເຖິງວ່າ ເປັນ 'ຕໍານານທີ່ແທ້ຈິງ' ທີ່ມີຫົວໃຈຄໍາ ແລະໄດ້ປະຖິ້ມພັນລະຍາ ແລະລູກຊາຍໄວ້ທາງຫຼັງ.

Ritchie Gregg ເປັນເພື່ອນກັບ Ashley Jenkinson ເປັນເວລາສິບປີ ແລະໄດ້ບັນຍາຍເຖິງເວລາ ທີ່ລາວໄດ້ຮູ້ຂ່າວກ່ຽວກັບອຸປະຕິເຫດນັ້ນ.

"ເມື່ອຂ້າພະເຈົ້າໄດ້ຮູ້ຂ່າວນັ້ນ, ຂ້າພະເຈົ້າເສັຍໃຈຫຼາຍ. ມີຄົນຫນຶ່ງໄດ້ເວົ້າກັບຂ້າພະເຈົ້າວ່າ ມີຍົນເຮລິຄອບເຕີຕົກຢູ່ Broadwater, ຂ້າພະເຈົ້າໄດ້ມີເພື່ອນຄົນຫນຶ່ງທີ່ອາສັຍຢູ່ໃນຕຶກແຫ່ງຫນຶ່ງ ກົງກັນຂ້າມກັບ Sea World. ສິ່ງທໍາອິດທີ່ຂ້າພະເຈົ້າເຮັດ ແມ່ນໄດ້ໂທຣະສັບ ແລະເວົ້າວ່າ:ຂ້າພະເຈົ້າຫາກໍໄດ້ຍິນຂ່າວ ຫວັງວ່າມັນບໍ່ແມ່ນພວກທ່ານ ແລະຂ້າພະເຈົ້າໄດ້ສົ່ງຂໍ້ຄວາມຫາ Ash. ຫລັງຈາກນັ້ນປະມານ 10 ນາທີ, ຂ້າພະເຈົ້າໄດ້ກັບຄືນໄປກວດເບິ່ງ i-message ຂອງຂ້າພະເຈົ້າ ແລະມັນ 'ບໍ່ໄດ້ຖືກສົ່ງ'. ແລະຂ້າພະເຈົ້າກໍຮູ້ທັນທີ, ແລະເສັຍໃຈຢ່າງໜັກເພາະຂ້າພະເຈົ້າຮູ້ວ່າ  Ash ໃຊ້ໂທຣະສັບຂອງລາວ ສໍາລັບການວາງແຜນການບິນ ຂອງລາວທັງຫມົດ, ໂທຣະສັບແມ່ນຖືກເປີດໄວ້ສເມີ ແລະເມື່ອຂໍ້ຄວາມບໍ່ໄດ້ຖືກສົ່ງ, ຂ້າພະເຈົ້າກໍຕົກໃຈຫຼາຍ. ແລະແລ້ວປະມານຫນຶ່ງຊົ່ວໂມງຈາກນັ້ນ ຂ້າພະເຈົ້າໄດ້ເວົ້າລົມກັບສະມາຊິກໃນຄອບຄົວ ທີ່ໃກ້ຊິດຄົນຫນຶ່ງ ແລະລາວໄດ້ເວົ້າວ່າ ລາວໄດ້ຈາກໄປແລ້ວ"

Ashley ກໍາລັງຂັບຍົນເຮລິຄອບເຕີ ທີ່ລາວກຳລັງບິນ ເປັນສ່ວນຫນຶ່ງຂອງ Sea World Scenic Tours ຊຶ່ງໄດ້ຕຳກັນກັບເຮລິຄອບເຕີອີກລໍາຫນຶ່ງ ທີ່ກຳລັງພະຍາຍາມຈະລົງຈອດ.

ເຈົ້າຫນ້າທີ່ກ່າວວ່າ ກໍາລັງແຮງຂອງການຕຳກັນນັ້ນໄດ້ແຍກໃບພັດອອກຈາກເຮືອບິນ ທີ່ກຳລັງຂຶ້ນ ແລະເຮັດໃຫ້ມັນຕົກລົງສູ່ດອນຊາຍທາງລຸ່ມ.

ຊາວອັງກິດສອງຄົນ ອາຍຸ 65 ແລະ 57ປີ-ທີ່ເຊື່ອກັນວ່າ ເປັນສາມີແລະພັນລະຍາ-ພ້ອມທັງແມ່ຍິງຄົນນຶ່ງອາຍຸ 36 ປີຈາກ ຣັດ New South Wales -ກໍຢູ່ໃນຈຳນວນຄົນທີ່ຕາຍຄືກັນ.

ຢ່າງຫນ້ອຍຜູ້ໂດຍສານອີກສາມຄົນຢູ່ໃນເຮລິຄອບເຕີນັ້ນໄດ້ ຮັບບາດເຈັບສາຫັດ ຮວມທັງແມ່ຍິງຄົນນຶ່ງ ໃນໄວ 30 ປີ ແລະລູກສອງຄົນ ອາຍຸ 9 ແລະ 10 ປີ.

ເພື່ອນກ່າວວ່າ Ashley Jenkinson ເປັນນັກບິນທີ່ມີປະສົບການ ທີ່ໄດ້ໃຊ້ຄວາມຊ່ຽວຊານຂອງລາວ ໃນການຊ່ອຍເຫລືອຜູ້ປະສົບພັຍນ້ຳຖ້ວມ ໃນຣັດ New South Wales ໃນປີນີ້.

ນາງ Deanie White ໄດ້ພົບກັບຜູ້ມີອາຍຸ 40 ປີຕອນທີ່ລາວກໍາລັງຊ່ອຍອົບພະຍົບ ຜູ້ຄົນຈາກພັຍນ້ຳຖ້ວມ ໃນເຂດ Northern Rivers.

“ລາວຄ້າຍກັບລົງມາຈາກເທິງຟ້າຄືກັບເທວະດາ ເພື່ອເອົາສິ່ງຂອງຂຶ້ນ, ວາງມັນລົງ, ຊ່ວຍຊີວິດຄົນ, ສົ່ງສັດຕະວະແພດ ເພື່ອຈະເອົາມ້າອອກຈາກພື້ນທີ່ລຳບາກ ແລະຊ່ອຍໃຫ້ອອກຈາກບໍຣິເວນນ້ຳຖ້ວມ. ສ່ວນໃຫຍ່ຈະບິນເຂົ້າໄປໃນສະຖານະການທີ່ລຳບາກ ແລະສົ່ງຄວາມຫວັງ ແລະເຄື່ອງໃຊ້ ໃຫ້ປະຊາຊົນຜູ້ບໍ່ມີອາຫານ, ບໍ່ມີເຈັ້ຍຫ້ອງນໍ້າ, ບໍ່ມີຜ້າອ້ອມເດັກນ້ອຍໃຫ້ລູກຂອງພວກເຂົາ ດັ່ງນັ້ນລາວຈະລົງຈອດແລະແຈກຢາຍສິ່ງຂອງເຫຼົ່ານັ້ນ. Ash ໄດ້ມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ Ballina ແລະຊີວິດຂອງປະຊາຊົນ ທີ່ລາວໄດ້ສໍາຜັດ. ມັນບໍ່ຍຸດຕິທັມ, ມັນບໍ່ຍຸດຕິທັມເລີຍ ທີ່ບາງຄົນທີ່ມີໃຈເພື່ອແຜ່ກັບ ເວລາ ແລະການໃຫ້ ຂອງລາວ ໄດ້ເສັຍຊີວິດແບບນັ້ນ, ລາວເປັນນັກບິນທີ່ມີຄວາມຊໍານານ ຢ່າງເຫລືອເຊື່ອ.”

ຍົນເຮລິຄອບເຕີລໍາທີສອງ ໄດ້ບິນໝູນ ຍ້ອນຂາດການຄວບຄຸມ-ແຕ່ສາມາດລົງຈອດໄດ້ຢ່າງປອດພັຍ-ໂດຍທີ່ບາງຄົນຢູ່ໃນຍົນໄດ້ຮັບບາດເຈັບເລັກນ້ອຍ.

ຊາກເສັຍຫາຍຂອງອຸບັດເຫດຂອງຍົນສອງລຳທີ່ຮ້າຍແຮງ ໃນເວລານີ້ກໍາລັງຖືກກວດສອບຢ່າງເຂັ້ມງວດ ໃນຂນະທີ່ຜູ້ກວດສອບ ພະຍາຍາມຮ່ວມກັນຫາສາເຫດທີ່ແທ້ຈິງ ກ່ຽວກັບສິ່ງທີ່ໄດ້ເກີດຂຶ້ນ.

ຫົວຫນ້າຫ້ອງການຮັກສາຄວາມປອດພັຍດ້ານການຂົນສົ່ງ ຂອງອອສເຕຣເລັຍ (Australian Transport Safety Bureau), ທ່ານ Angus Mitchell ກ່າວວ່າ ເຮືອບິນເຮລີຄອບເຕີທັງສອງລໍາ ໄດ້ຖືກຊ່ວຍກູ້ຈາກດອນຊາຍແລະຈະຖືກກວດສອບ.

“ເຖິງແມ່ນວ່າມັນເປັນເລື່ອງເສົ້າສລົດໃຈຫລາຍ ທີ່ສີ່ຄົນໄດ້ເສັຍຊີວິດ ແລະຫລາຍຄອບຄົວກໍມີຄວາມໂສກເສົ້າໃນເຊົ້າມື້ນີ້, ພວກເຮົາອາດມີສະຖານະການທີ່ຮ້າຍແຮງກວ່ານັ້ນ, ແລະດ້ວຍເຫດທີ່ວ່າຍົນເຮລິຄອບເຕີລໍາຫນຶ່ງສາມາດລົງຈອດໄດ້.ສິ່ງທີ່ເຮົາຕ້ອງຮູ້ໃນຕອນນີ້ ແມ່ນສິ່ງທີ່ເກີດຂຶ້ນຢູ່ໃນເຮລິຄອບເຕີທັງສອງລຳໃນເວລານັ້ນ, ພວກເຮົາມີຫຼາຍຄຳບອກເລົ່າຈາກພະຍານ ແລະວິດີໂອ ແຕ່ພວກເຮົາຈະຕ້ອງໄດ້ຮັບສິ່ງທີ່ພວກເຮົາສາມາດເຮັດໄດ້ ຈາກຍົນເຮລິຄອບເຕີສອງລໍານັ້ນຄືກັນ-ເພື່ອຈະໄດ້ຮູ້ວ່າມີຫຍັງເກີດຂຶ້ນ. ຈາກສະພາບອາກາດໃນເວລານັ້ນ, ຈາກຕາລາງການບິນ, ຈົນຮອດວ່າວ່າເຮືອບິນເຮລີຄອບເຕີ້ເຫຼົ່ານັ້ນ ໄດ້ບິນດົນປານໃດໃນມື້ນັ້ນ ແລະວ່ານັກບິນໄດ້ບິນມາດົນປານໃດ. ມັນມີຫຼາຍປັດໄຈ, ນ້ຳໜັກ, ນ້ຳມັນເຊື້ອໄຟ-ມັນເປັນສິ່ງທີ່ພາໃຫ້ຜູ້ກວດສອບຂອງຂ້າພະເຈົ້າ ຕ້ອງໃຊ້ເວລາທີ່ຈະປະກອບເຂົ້າກັນ.”

ໃນເວລານີ້ ຄາດວ່າຈະມີການສໍາພາດຫຼາຍຮ້ອຍຄົນ ຮວມທັງຜູ້ມາທ່ຽວ Sea World, ຄອບຄົວ ແລະຄົນອື່ນໆທີ່ຫຼິ້ນ jetski ແລະຢູ່ເທິງເຮືອ ທີ່ໄດ້ເຫັນອຸບັດຕິເຫດ ຈະເປັນສ່ວນໜຶ່ງຂອງການສືບສວນ.

ເນື້ອເລື່ອງໂດຍ Danielle Robertson ຂ່າວ SBS News,

ຜລິດໂດຍ ສັກ  ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.

Share