ກົດ ແລະມາຣະຍາດ ໃນສວນສາທາຣະນະໃນອອສເຕຣເລັຍ: ທ່ານເຮັດຫຍັງໄດ້ ຫຼື ບໍ່ໄດ້ແດ່.

Wan yang couple eii sidaon Long wan picnic taowel long wan park wetem dog blong tufala

Ripotem eni mentenens isiu long lokol pak blong yu, kontaktem city kaonsel blong yu. Getty Images/Marianne Purdie Credit: Kane Skennar/Getty Images

ມີໃຜແດ່ ບໍ່ມັກ Picnic ນອກເຮືອນ ໃນມື້ທີ່ອາກາດດີ? ການໄປຫຼິ້ນສວນສາທາຣະນະ ເປັນສິ່ງທີ່ຄົນ ໃນອົດສະຕາລີ ມັກຈະເຮັດ. ນີ້ແມ່ນ ກົດລະບຽບ ແລະມາຣະຍາດໃນການໃຊ້ສວນສາທາຣະນະ ໃນທ້ອງຖິ່ນຂອງທ່ານ ເພື່ອໃຫ້ແນ່ໃຈວ່າ ບໍ່ລົບກວນຄວາມມ່ວນຊື່ນ ຂອງຄົນອື່ນ.


ຈຸດສໍາຄັນ
  • ສວນສາທາຣະນະໃນເມືອງ ສ່ວນໃຫຍ່ ຍົກເວັ້ນສວນ ທີ່ໃຫຍ່ກວ່າ ເຊັ່ນສວນພຶກສາສາດ (Botanic Gardens) ຊຶ່ງຢູ່ພາຍໃຕ້ຄວາມຮັບຜິດຊອບ ຂອງເທດສະບານເມືອງພຽງຜູ້ດຽວ.
  • ເງື່ອນໄຂ ຖືກນໍາໃຊ້ ໃນການດໍາເນີນກິດຈະການທາງການຄ້າ ໃນສວນສາທາຣະນະ, ຊຶ່ງໂດຍປົກກະຕິແລ້ວມັກຈະຕ້ອງ ໄດ້ຮັບອະນຸຍາດ ຈາກເທດສະບານ, ແລະຈະຕ້ອງຈ່າຍຄ່າທໍານຽມ.
  • ການມີຄວາມເອົາໃຈໃສ່ຕໍ່ ຜູ້ມາທ່ຽວຫຼິ້ນຄົນອື່ນ ແລະຄວາມຕ້ອງການ ຂອງຊຸມຊົນ ແມ່ນຫຼັກການທີ່ສໍາຄັນ ທີ່ກໍານົດມາຣະຍາດ ໃນການໃຊ້ສວນສາທາຣະນະ.
ຊາວອອສເຕຣເລັຍ ມັກສວນສາທາຣະນະໃນເມືອງ ຂອງເຂົາເຈົ້າ. ຊຶ່ງ.

ສະຖານທີ່ສີຂຽວເຫຼົ່ານີ້ ມີໄວ້ເພື່ອຈຸດປະສົງຕ່າງໆ, ລວມທັງການເອົາຫມາມາຍ່າງ, ການພັກຜ່ອນ, ການອອກກໍາລັງກາຍ, ການເຕົ້າໂຮມສັງສັນ, Picnics, Barbecues ແລະກິດຈະກັມ ດ້ານງານຕ່າງໆ.

Sammi Dobinson ເປັນແມ່ລູກສອງ ແລະຜູ້ອໍານວຍການຮ່ວມ ຂອງ Mamma Knows Melbourne, ເວັບໄຊທ໌ ທີ່ໃຫ້ຄໍາແນະນໍາ ການທ່ຽວຫຼິ້ນ (Outings) ຟຣີ ສໍາລັບເດັກນ້ອຍ ແລະຄອບຄົວ. ນາງໄດ້ໄປຢ້ຽມຢາມ ສະຖານທີ່ສີຂຽວເກືອບທຸກບ່ອນ ໃນເມືອງຂອງນາງ.

ນາງກ່າວວ່າ "ຜູ້ຄົນຕ້ອງການ ທີ່ຈະມີບ່ອນຈະໄປ ມີຄວາມມ່ວນຊື່ນຫນ້ອຍຫນຶ່ງ ໂດຍບໍ່ຈໍາເປັນຕ້ອງ ມີຄ່າໃຊ້ຈ່າຍຕລອດເວລາ.”

"ສ່ວນຫຼາຍແລ້ວ ສວນສາທາຣະນະແມ່ນບ່ອນທໍາອິດ ເມື່ອຍ້າຍເຂົ້າໄປໃນຕົວເມືອງໃຫມ່, ແມ່ນສະຖານທີ່ທີ່ດີທີ່ສຸດ ໃນການຫາໝູ່ຊຸມຊົນ ແລະການໄດ້ຮັບຂໍ້ມູນບາງຢ່າງ ກ່ຽວກັບເຂດທ້ອງຖິ່ນ."
Young girl fixing park benches
Do report any maintenance issues at your local park by contacting the city council. Getty Images/Marianne Purdie Source: Moment RF / Marianne Purdie/Getty Images
Joel Johnson, ຜູ້ຈັດການຂອງ Greening and Leisure ໃນເທດສະບານເມືອງ Sydney, ກ່າວວ່າ ໃນ Sydney ພຽງບ່ອນດຽວມີ ສວນສາທາຣະນະ 400 ແຫ່ງ, ມີຕັ້ງແຕ່ສວນຂນາດນ້ອຍ ແລະເຂດສງວນຕົວໃນເມືອງ ຈົນເຖິງສວນ ທີ່ຖືກລົງທະບຽນ ເປັນມໍຣະດົກ (Heritage-listed).

"ພວກເຮົາມີຄວາມຮັບຜິດຊອບຮ່ວມກັນ ສໍາລັບສວນສາທາຣະນະ ແລະສະຖານທີ່ວ່າງບາງບ່ອນ, ດັ່ງນັ້ນ ຕົວຢ່າງບາງພື້ນທີ່ ໄດ້ຮັບການຄຸ້ມຄອງ ໂດຍຣັຖບານ ຫຼືມູນນິທິຕ່າງໆ ຂອງຣັດ.

"ແຕ່ສ່ວນໃຫຍ່ ເທດສະບານເມືອງເປັນເຈົ້າຂອງ ຫຼືຜູ້ຈັດການຂອງ ສວນສາທາຣະນະ ແລະສະຖານທີ່ວ່າງຂອງພວກເຮົາ ຫຼືຈັດການໂດຍຣັຖບານ ຫຼືຜູ້ຈັດການຂອງມູນນິທິ"
ເຖິງແມ່ນວ່າ ຂໍ້ກໍານົດບາງຢ່າງ ທີ່ສໍາຄັນ ເຊັ່ນ: ການຫ້າມການຕັ້ງຄ້າຍ (Camping) ແລະຫ້າມຍານພາຫະນະ ຈະຖືກນໍາໃຊ້ກັບສວນສາທາຣະນະໃນເມືອງ ສ່ວນໃຫຍ່, ມັນເປັນສິ່ງສໍາຄັນ ທີ່ຈະສັງເກດວ່າ ແຕ່ລະເຂດປົກຄອງທ້ອງຖິ່ນ ມີກົດລະບຽບ ແລະຂໍ້ບັງຄັບ ທີ່ແຕກຕ່າງກັນ.

"ອາດຈະມີບັນຫາ ຫລືສິ່ງອໍານວຍຄວາມສະດວກ ຫລືສິ່ງຕ່າງໆ ທີ່ເກີດຂຶ້ນ ທີ່ແຕກຕ່າງກັນ ໃນເຂດປົກຄອງທ້ອງຖິ່ນນັ້ນ. ດັ່ງນັ້ນ, ມັນເປັນສິ່ງສໍາຄັນຫຼາຍ ທີ່ຈະກວດສອບກັບເທດສະບານທ້ອງຖິ່ນ ຂອງທ່ານ." Mr Johnson ກ່າວ.
A Chinese boy playing on climbing net
Parents of older kids should be mindful when sharing the playground space with toddlers. Getty Images/Jordan Lye. Source: Moment RF / Jordan Lye/Getty Images
ບາງຄັ້ງ, ກົດລະບຽບການທີ່ແຕກຕ່າງກັນ ຖືກນໍາໃຊ້ກັບສວນສາທາຣະນະ ທີ່ຕັ້ງຢູ່ພາຍໃນ ເຂດປົກຄອງທ້ອງຖິ່ນດຽວກັນ.

"ໃນຈໍານວນສວນ 400 ແຫ່ງຂອງເຮົາ , ມີພຽງແຕ່ 50 ບ່ອນເທົ່ານັ້ນ ທີ່ທ່ານສາມາດປ່ອຍຫມາຂອງທ່ານ ອອກຈາກສາຍຈູງໄດ້, ແຕ່ , ນັ້ນຫມາຍຄວາມວ່າ ຫລາຍກວ່າ 50 ເປີເຊັນ ຂອງເຂດສວນສາທາຣະນະ ຂອງພວກເຮົາ.

ທ່ານນາງ Dobinson ອະທິບາຍວ່າ ແມ່ນແຕ່ໃນສວນສາທາຣະນະ ທີ່ທ່ານສາມາດປ່ອຍຫມາຂອງທ່ານອອກຈາກສາຍຈູງໄດ້, ມັນເປັນສິ່ງສໍາຄັນ ທີ່ຈະຕ້ອງຜູກຫມາຂອງທ່ານໄວ້ ເມື່ອຢູ່ໃກ້ກັບສນາມເດັກນ້ອຍຫລິ້ນ.

"ສິ່ງຫນຶ່ງທີ່ຂ້າພະເຈົ້າເຄີຍເຫັນ ບາງເທື່ອກໍຄື ຄົນຈະນໍາຫມາຂອງເຂົາເຈົ້າ ໄປທີ່ ສນາມເດັກນ້ອຍຫລິ້ນ. ແລະບໍ່ແມ່ນເດັກນ້ອຍທຸກຄົນ ທີ່ຈະໂອເຄ ກັບໝາ... ສະນັ້ນ, ມັນເປັນພຽງເລື່ອງຂອງການເຝົ້າລະວັງ ຢູ່ຕລອດເວລາ."

ທ່ານນາງ Dobinson ກ່າວວ່າ ເມື່ອກ່າວເຖິງສວນ ແລະມາຣະຍາດໃນສນາມຫລິ້ນ, ມີຫຼາຍຢ່າງ ທີ່ເປັນພຽງເລື່ອງຂອງ ສາມັນສຳນຶກເທົ່ານັ້ນ.
"ສິ່ງຕ່າງໆ ເຊັ່ນການເອົາຂີ້ເຫຍື້ອຂອງທ່ານໄປນໍາ ຖ້າທ່ານເຮັດໄດ້, ຫຼືຊອກຫາຖັງຂີ້ເຫຍື້ອ ໃນການຖິ້ມຂີ້ເຫຍື້ອ, ກ່ອນທີ່ທ່ານ ຈະອອກຈາກສວນໄປ, ທໍາຄວາມສະອາດຫຼັງຈາກການໃຊ້ອຸບປະກອນ, ໃຫ້ແນ່ໃຈວ່າ ພວກເດັກນ້ອຍຫຼິ້ນອຸປະກອນໃນຂນາດທີ່ເຫມາະສົມ, ຖ້າຫາກວ່າ ທ່ານມີພື້ນທີ່ສຳລັບເດັກອາຍຸນ້ອຍ, ທ່ານບໍ່ຕ້ອງການ ທີ່ຈະສົ່ງເດັກອາຍຸຫຼາຍ ມາຫຼິ້ນອຸບປະກອນຂອງເດັກອາຍຸນ້ອຍ. ມັນອາດເປັນຕາຢ້ານ ຫນ້ອຍຫນຶ່ງ.”

ວິທີການທີ່ຄ້າຍຄືກັນ ຂອງ 'ການໃສ່ໃຈຜູ້ອື່ນ' ກໍແມ່ນວ່າ ເມື່ອທ່ານເລືອກສວນສາທາຣະນະໃນທ້ອງຖິ່ນ ເພື່ອຈັດງານ ວັນເກີດ ຂອງລູກຂອງທ່ານ.

"ທ່ານພຽງແຕ່ ຕ້ອງການທີ່ຈະເອົາໃຈໃສ່ ກ່ຽວກັບສຽງ, ເຮັດໃຫ້ແນ່ໃຈວ່າ ທ່ານບໍ່ໄດ້ນໍາເຄື່ອງສຽງ (Boombox) ທີ່ໃຫຍ່ທີ່ສຸດ ທີ່ທ່ານມີ ແລະຮັກສາສິ່ງຕ່າງໆ ໃຫ້ຢູ່ພາຍໃຕ້ການຄວບຄຸມ ໃນເລື້ອງການແລ່ນຫຼິ້ນ ຂອງເດັກນ້ອຍ. ແລະເອົາເຄື່ອງປະດັບປະດາຂອງທ່ານກັບບ້ານນຳ ຖ້າຫາກວ່າ ທ່ານຕົບແຕ່ງສະຖານທີ່ ໃຫ້ແນ່ໃຈວ່າສິ່ງຂອງທັງຫມົດຂອງງານລ້ຽງນັ້ນ ຖືກເອົາກັບໄປນໍາ."
Multigenerational family celebrating birthday in park
For small gatherings, barbeque spots and other areas within parks are typically available on a first in best, best dressed basis. Getty Images/Hero Images Inc Credit: Hero Images Inc/Getty Images

ຂ້ອຍຕ້ອງໄດ້ຮັບອະນຸຍາດສໍາລັບກິດຈະກັມ ຫຼືງານ ທີ່ຈັດຂຶ້ນ ໃນສວນສາທາຣະນະບໍ່?

ສໍາລັບກິດຈະກັມທີ່ກ່ຽວຂ້ອງກັບຝູງຊົນ ເປັນຈໍານວນຫຼາຍ ເຊັ່ນການແຕ່ງງານ ແລະງານລ້ຽງໃນທ້າຍປີ ,ອາດຈະຕ້ອງຈອງ ຫຼືມີໃບອະນຸຍາດ. ເຊັ່ນດຽວກັນກັບ ກິດຈະກັມທາງການຄ້າ, Mr Johnson ຈາກເທດສະບານເມືອງ Sydney ອະທິບາຍ.
ຕາມປົກກະຕິແລ້ວ ງານ ຫຼືກິດຈະກັມທີ່ຈະຕ້ອງໄດ້ຮັບການອະນຸມັດ ແມ່ນສິ່ງທີ່ຈະສົ່ງຜົນກະທົບ ອັນໃຫຍ່ຫລວງ ຕໍ່ສວນ ຫລື Concerts ຂນາດໃຫຍ່ ຫລືຕລາດ ຫຼືກິດຈະກັມ ທາງການຄ້າ ບ່ອນທີ່ທ່ານຂາຍຂອງ.
Joel Johnson
ສຳລັບຄູຝຶກອາຊີບ ທີ່ສອນການອອກກຳລັງກາຍ ຫຼືເພື່ອສຸຂະພາບ ໃນສວນສາທາຣະນະ ອາດຈະຕ້ອງໄດ້ຮັບອະນຸຍາດ ຈາກເທດສະບານເມືອງ ແລະໃນບາງກໍລະນີ ອາດມີຄ່າໃຊ້ຈ່າຍ.

Scott Hunt ແມ່ນຜູ້ກໍ່ຕັ້ງ ແລະ CEO ຂອງ Fitness Enhancement, ທຸລະກິດການຝຶກອົບຮົມສ່ວນບຸກຄົນ ນອກສະຖານທີ່.ທີ່ດໍາເນີນການໃນສາມຣັດ.

"ຖ້າຫາກວ່າ ທ່ານຝຶກສອນບໍ່ເກີນ 10 ຄົນ ໃນເວລາດຽວກັນ, ເຊັ່ນ ໂຕຕໍ່ໂຕ, ສອງ ຕໍ່ຫນຶ່ງ, ທ່ານຕ້ອງມີໃບອະນຸຍາດ, ແຕ່ວ່າມັນຟຣີ. ຖ້າຫາກວ່າ ທ່ານມີກຸ່ມທີ່ຫຼາຍກວ່າ 10 ຄົນ, ເຊັ່ນ: ຄ້າຍຝຶກອົບລົມ, ແລ້ວທ່ານຈໍາເປັນ ຕ້ອງຈ່າຍຄ່າໃບອະນຸຍາດ."

ສາເຫດພື້ນຖານ ຂອງການຄວບຄຸມ ກິດຈະກັມການຄ້າ ຂອງເທດສະບານ ພາຍໃນສວນສາທາຣະນະ ກໍຄືການຮັກສາມາດຕະຖານ ດ້ານສາທາຣະນະສຸກ ແລະຄວາມປອດພັຍ.

"ສິ່ງທີ່ສຳຄັນ ກ່ຽວກັບການເວົ້າວ່າ ທ່ານຕ້ອງມີໃບອະນຸຍາດ ແມ່ນຊ່ວຍໃຫ້ພວກເຂົາກວດເບິ່ງວ່າ ຄູຝຶກສ່ວນຕົວ ແມ່ນມີຄຸນສົມບັດທີ່ແທ້ຈິງ ແລະໄດ້ມີປະກັນພັຍຫຼືບໍ່ ໃນການເຮັດວຽກ ຢູ່ໃນສວນສາທາຣະນະ."

ເຖິງຢ່າງໃດກໍຕາມ, ເງື່ອນໄຂເຫຼົ່ານີ້ບໍ່ໄດ້ຖືກນຳໃຊ້ ຖ້າຫາກວ່າ ກຸ່ມກໍາລັງເຕົ້າໂຮມກັນ ເພື່ອອອກກໍາລັງກາຍ ຢູ່ສວນສາທາຣະນະເພື່ອການພັກຜ່ອນຢ່ອນໃຈ.

"ຖ້າຫາກວ່າທ່ານ ແລະໝູ່ເພື່ອນຂອງທ່ານ, ທີມເຕະບານຂອງທ່ານ ຫຼືເພື່ອນຮ່ວມງານຂອງທ່ານ ກໍາລັງມີການອອກກຳລັງກາຍ ໃນສວນດ້ວຍຕົວເອງ ແລະມັນເປັນສິ່ງທີ່ບໍ່ຫວັງຜົນກໍາໄລ, ກໍບໍ່ມີຂໍ້ຈໍາກັດ. ນັ້ນແມ່ນສິ່ງທີ່ ສວນສາທາຣະນະ ຂອງພວກເຮົາມີໄວ້ໃຫ້ຊຸມຊົນ, ນັ້ນແມ່ນພາສີທີ່ພວກເຮົາຈ່າຍໄປ."
Teenage male cooking sausages for a Barbecue.
Getty Images/Traceydee Photography Source: Moment RF / Traceydee Photography/Getty Images
Mr Hunt ເນັ້ນວ່າ ໃນຂນະທີ່ ຂໍ້ກໍານົດຂອງສວນສາທາຣະນະ ແມ່ນຊັດເຈນສໍາລັບທັງບຸກຄົນ ແລະເຈົ້າຂອງທຸຣະກິດ, ໃນກໍລະນີ ທີ່ມີຄວາມບໍ່ແນ່ນອນ, ການໃຊ້ວິທີທີ່ສຸພາບ ແລະໃຫ້ກຽດ ແມ່ນທາງເລືອກທີ່ເຊື່ອຖືໄດ້ສເມີ.
ແມ່ນຫຍັງ ທີ່ເທດສະບານໄດ້ປາບປາມແທ້ໆ? ເຂົາເຈົ້າມັກ ຈະປະຕິບັດກັບການຮ້ອງຮຽນເທົ່ານັ້ນ. ຖ້າຫາກວ່າ ທ່ານບໍ່ເຮັດໃຫ້ຊຸມຊົນບໍ່ພໍໃຈ, ແລ້ວທ່ານກໍ ບໍ່ໄດ້ສ້າງບັນຫາເຫຼົ່ານັ້ນ.
Scott Hunt
"ພຽງແຕ່ມີຄວາມສຸພາບ ແລະຄວາມເຄົາລົບ ແລະຮັບຮູ້ວ່າມັນບໍ່ແມ່ນ ສວນ ຂອງທ່ານ, ມັນແມ່ນສວນຂອງຊຸມຊົນ ແລະທ່ານຕ້ອງເຄົາລົບໃນກົດນັ້ນ."

ການໃຊ້ພື້ນທີ່ BBQ ຢູ່ສວນສາທາຣະນະທ້ອງຖິ່ນຂອງທ່ານ?

ມາຣະຍາດ ໃນການໃຊ້ ສວນແມ່ນກົງໄປກົງມາ ໂດຍຫຼັກການ ຂອງສາມັນສຳນຶກ ແລະມາຣະຍາດ. ກົດທີ່ບໍ່ໄດ້ເປັນລາຍລັກອັກສອນ ມີດັ່ງນີ້:
  1. ໃຫ້ຄວາມສໍາຄັນກັບຄວາມປອດພັຍ: ຖ້າຫາກວ່າ ທ່ານວາງແຜນ ທີ່ຈະນໍາເອົາເຕົາ BBQ ຂອງທ່ານມາເອງ, ມັນເປັນສິ່ງສໍາຄັນ ທີ່ຈະຢືນຢັນກ່ອນວ່າ ນີ້ໄດ້ຮັບການອະນຸຍາດ ໃນເຂດຂອງທ່ານຫຼືບໍ່.
  2. ຮັກສາຄວາມສະອາດ: ໃນຂນະທີ່ເທດສະບານທໍາຄວາມສະອາດແຜ່ນປີ້ງ BBQ ເປັນປະຈໍາ, ມັນເປັນການສະແດງຄວາມສຸພາບ ທີ່ຈະອອກຈາກບໍລິເວນນັ້ນ ຫລັງຈາກແນ້ໃຈວ່າ ແຜ່ນປີ້ງ BBQ ນັ້ນສະອາດກວ່າຕອນກ່ອນທີ່ທ່ານໃຊ້ມັນ, ໃຫ້ຄຳນຶງເຖິງຜູ້ທີ່ຈະໃຊ້ຕໍ່ໄປ.
  3. ການແບ່ງປັນແມ່ນການເອົາໃຈໃສ່: ຫຼັກການ "ມາກ່ອນ, ໄດ້ກ່ອນ" ໂດຍທົ່ວໄປ ແມ່ນຖືກໃຊ້ໃນສະຖານທີ່ສາທາຣະນະ, ແຕ່ສວນສາທາຣະນະສ່ວນຫຼາຍ ມີພື້ນທີ່ Picnic ທີ່ມີຮົ່ມ ແລະເຕົາປີ້ງ BBQ ຫຼາຍບ່ອນ, ເພື່ອໃຫ້ພຽງພໍສໍາລັບທຸກຄົນ.
ໃຫ້ຮູ້ ກ່ຽວກັບການເຕືອນອັນຕະລາຍຈາກອັກຄີພັຍ ແລະຂໍ້ຫ້າມ ຢູ່ໃນຣັດ ຫຼືເຂດປົກຄອງຂອງທ່ານ ຜ່ານການເຊື່ອມ ຕໍ່ກັບສໍານັກງານອຸຕຸນິຍົມ (Bureau of Meteorology-BOM) ທາງລຸ່ມນີ້:


Share