ມີການຟ້ອງຣັຖບານກາງ ເລື້ອງການປ່ຽນແປງຂອງສະພາບພູມອາກາດ

Torres Strait

ລຸງ Pabai Pabai ແລະລຸງ Paul Kabai ຈາກຫມູ່ເກາະ Boigu ແລະ Saibai ໄດ້ຍື່ນຟ້ອງ ຣັຖບານອອສເຕຣເລັຍ. Credit: Talei Elu

ຊາວເກາະ Torres Strait ສອງຄົນ ກໍາລັງຟ້ອງຮ້ອງ Commonwealth ໂດຍໃຫ້ເຫດຜົນວ່າມັນ (Commonwealth) ໄດ້ລະເລີຍຫນ້າທີ່ການດູແລຂອງຕົນ ໂດຍບໍ່ໄດ້ປ້ອງກັນ ການປ່ຽນແປງຂອງສະພາບພູມອາກາດ ແລະ ພາຍໃນປີ 2029, ສ່ວນໃຫຍ່ຂອງເກາະທີ່ຕ່ຳ ຢູ່ໃນຊ່ອງແຄບ Torres ຈະຢູ່ໃຕ້ນ້ຳ.


ມີການຟ້ອງຣັຖບານກາງ ເລື້ອງການປ່ຽນແປງຂອງສະພາບພູມອາກາດ.

ຄະດີສໍາຄັນທາງກົດຫມາຍ ຕໍ່ອອສເຕຣເລັຍ ໄດ້ເລີ້ມຂຶ້ນ ໃນຊ່ອງແຄບ Torres (Torres Strait).

ຜູ້ອາວຸໂສສອງຄົນ ຈາກເຂດນີ້ ກໍາລັງຟ້ອງຮ້ອງ ຕໍ່ Commonwealth ທີ່ບໍ່ໄດ້ປ້ອງກັນ ການປ່ຽນແປງຂອງສະພາບພູມອາກາດ ຊຶ່ງພວກເຂົາເຈົ້າກ່າວວ່າ ກໍາລັງທໍາລາຍບ້ານເກີດຂອງພວກເຂົາ.

ສານຣັຖບານກາງໄດ້ເດີນທາງໄປຍັງ ຫມູ່ເກາະຕ່າງໆ ເພື່ອຮັບຟັງ ຫລັກຖານໂດຍກົງ ຈາກຊຸມຊົນ.

Tanisha Williams ແລະ Kuntamari Crofts ລາຍງານ.

ລະດັບນໍ້າທະເລທີ່ສູງຂຶ້ນນັ້ນ ແມ່ນຄວາມເປັນຈິງທີ່ຊັດເຈນ ສໍາລັບຊຸມຊົນ ໃນທົ່ວຫມູ່ເກາະ Torres Strait.

ຊາວເກາະ Torres Strait ສອງຄົນ ກໍາລັງຟ້ອງຮ້ອງ Commonwealth ໂດຍໃຫ້ເຫດຜົນວ່າມັນ (Commonwealth) ໄດ້ລະເລີຍຫນ້າທີ່ການດູແລຂອງຕົນ ໂດຍບໍ່ໄດ້ປ້ອງກັນ ການປ່ຽນແປງຂອງສະພາບພູມອາກາດ.

ລຸງ Pabai Pabai ແລະລຸງ Paul Kabai ຈາກຫມູ່ເກາະ Boigu ແລະ Saibai ໄດ້ຍື່ນຟ້ອງ ຣັຖບານອອສເຕຣເລັຍ.

Paul Kabai ໄດ້ອະທິບາຍ ເຖິງສິ່ງທີ່ຊຸມຊົນ ກໍາລັງປະສົບຢູ່.

"ພາຍໃນປີ 2029, ສ່ວນໃຫຍ່ຂອງເກາະທີ່ຕ່ຳ ຢູ່ໃນຊ່ອງແຄບ Torres ຈະຢູ່ໃຕ້ນ້ຳ. ນັ້ນເປັນຄວາມຈິງ ເພາະວ່າ Saibai ແລະ Boigu ຈະເປັນເກາະທໍາອິດ ທີ່ຫາຍໄປ."

ຮູ້ກັນໃນນາມ ຄະດີດິນຟ້າອາກາດຂອງອອສເຕຣເລັຍ, ພວກທະນາຍຄວາມ ຂອງພວກເຂົາເຈົ້າກ່າວວ່າ ມັນເປັນຄັ້ງທໍາອິດ ທີ່ມີຄົນໃນອອສເຕຣເລັຍ ໄດ້ໂຕ້ຖຽງວ່າ ຣັຖບານກາງ ທັງຫມົດມີຫນ້າທີ່ ປົກປ້ອງປະຊາຊົນ ຈາກການປ່ຽນແປງ ຂອງສະພາບພູມອາກາດ.

ປະຊາຊົນເກືອບ 9,000 ຄົນອາສັຍ ຢູ່ໃນຊ່ອງແຄບ Torres ແລະມີຫມູ່ເກາະຫຼາຍກວ່າ 200 ແຫ່ງ ລະຫວ່າງ Cape York ແລະ Papua New Guinea.

ແຕ່ມີພຽງ 17 ເກາະເທົ່ານັ້ນ ທີ່ມີຄົນອາສັຍຢູ່ ຊຶ່ງບາງເກາະຢູ່ສູງກວ່າລະດັບນ້ຳທະເລ ພຽງນຶ່ງແມັດ ເທົ່ານັ້ນ.

ຊຸມຊົນກໍາລັງຊຸກຍູ້ ໃຫ້ຣັຖບານຮັບເອົາແຜນການໄລຍະຍາວ ສໍາລັບລະດັບນ້ຳທະເລ ທີ່ສູງຂຶ້ນ ແລະຜົນກະທົບຂອງມັນ.
 
Benny Dou ມາຈາກເຜົ່າ Samu ແລະເປັນຊາວບ້ານ ໃນທ້ອງຖິ່ນຂອງເກາະ Boigu.

"ຂ້າພະເຈົ້າຢາກເຫັນການປ່ຽນແປງ ທີ່ເກີດຂຶ້ນ ໃນເກາະແຫ່ງນີ້ ບໍ່ພຽງແຕ່ ສໍາລັບຕົວຂ້າພະເຈົ້າເອງ ແຕ່ສໍາລັບລູກຂອງຂ້າພະເຈົ້າ ແລະລູກຂອງລູກຂ້າພະເຈົ້າ ແລະຄົນລຸ້ນຫຼັງຂອງພວກເຮົາ ໃນອະນາຄົດທີ່ຈະມາເຖິງ. ຂ້າພະເຈົ້າເຊື່ອວ່າ ຖ້າຫາກວ່າຣັຖບານຈະເຫັນວ່າພວກເຮົາອາສັຍຢູ່ທີ່ນີ້ແນວໃດ ບາງທີ ພວກເຂົາສາມາດ ເຮັດບາງຢ່າງ ກ່ຽວກັບມັນ ແລະຊ່ວຍກູ້ສິ່ງທີ່ພວກເຮົາຍັງເຫລືອຢູ່ ພຽງເລັກນ້ອຍ ຂອງເກາະອັນລ້ຳຄ່າ ຂອງພວກເຮົາ."

ການພິຈາຣະນາຄະດີ ຈະມີຂຶ້ນທີ່ເມືອງ Boigu, Badu, Saibai ແລະ Cairns ໃນອີກສອງອາທິດ ຂ້າງຫນ້ານີ້.

Tanisha Williams ແລະ Kuntamari Crofts ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share