ຄວາມເຫັນຂອງຊຸມຊົນໃນການລົງປະຊາມະຕິ

Vote Referendum

ການລົງປະຊາມະຕິສຽງ (The Voice Referendum) ໄດ້ຖືກປະກາດໃນວັນເສົາທີ 14 ຕຸລາ. ໃນມື້ລົງປະຊາມະຕິ, ຜູ້ລົງຄະແນນສຽງຈະຖືກຂໍໃຫ້ລົງຄະແນນ "ແມ່ນ-YES" ຫຼື "ບໍ່-NO" Source: AAP / ESTHER LINDER/AAPIMAGE

ການລົງປະຊາມະຕິສຽງ (The Voice Referendum) ກໍໃກ້ເຂົ້າມາແລ້ວ.....ຍັງອີກບໍ່ເທົ່າໃດມື້ເທົ່ານັ້ນ. ວິທຍຸ SBS ໄດ້ໄປໃນຊຸມຊົນ ແລະໄດ້ຖາມຄຳຖາມກ່ຽວກັບການລົງປະຊາມະຕິສຽງ (The Voice Referendum).


ຄວາມເຫັນຂອງຊຸມຊົນໃນການລົງປະຊາມະຕິ.

  • ການລົງປະຊາມະຕິສຽງ (The Voice Referendum) ໄດ້ຖືກປະກາດໃນວັນເສົາທີ 14 ຕຸລາ.
  • ໃນມື້ລົງປະຊາມະຕິ, ຜູ້ລົງຄະແນນສຽງຈະຖືກຂໍໃຫ້ລົງຄະແນນ "ແມ່ນ-YES" ຫຼື "ບໍ່-NO" ໃນຄໍາຖາມດຽວ.
  • ຄໍາຖາມໃນເຈັ້ຍການປ່ອນບັດຈະແມ່ນ: "ກົດຫມາຍທີ່ສເນີ: ເພື່ອແກ້ໄຂຣັຖທັມມະນູນເພື່ອຮັບຮູ້ຊົນຊາດທໍາອິດ ຂອງ ໂດຍການຈັດຕັ້ງສຽງ ຂອງຊາວພື້ນເມືອງ ແລະ Torres Strait Islander . ທ່ານເຫັນດີກັບການປ່ຽນແປງທີ່ສເນີນີ້ຫຼືບໍ?"
  • ທ່ານຈະຕ້ອງຂຽນໃນບັດເລືອກຕັ້ງວ່າ "ແມ່ນ-YES" ຫຼື "ບໍ່-NO" ທີ່ຂຽນແບບເຕັມ ແລະເປັນພາສາອັງກິດ.
  • ການລົງຄະແນນສຽງສໍາລັບພົນລະເມືອງອອສເຕຣເລັຍອາຍຸ 18 ປີຂຶ້ນໄປ ແມ່ນການບັງຄັບ, ບໍ່ດັ່ງນັ້ນທ່ານອາດຖືກປັບໃຫມ.
  • ທ່ານສາມາດລົງຄະແນນສຽງໄດ້ພຽງຄັ້ງດຽວເທົ່ານັ້ນ.
  • ອອສເຕຣເລັຍມີຫົກຣັດ, ແລະເພື່ອໃຫ້ຄໍາຖາມຂອງການລົງປະຊາມະຕິຜ່ານ, ມັນຈະຕ້ອງໄດ້ຮັບຄວາມເຫັນຊອບຈາກ ຜູ້ລົງຄະແນນສຽງ ສ່ວນໃຫຍ່ໃນຣັດສ່ວນໃຫຍ່-ນັ້ນຫມາຍຄວາມວ່າຢ່າງຫນ້ອຍສີ່ຣັດ.
  • ຄວາມມຸ່ງຫມັ້ນໃນການ ຮັບຮູ້ຣັຖທັມມະນູນ ແມ່ນສ່ວນຫນຶ່ງຂອງຂະບວນການສາມຂັ້ນຕອນ ທີ່ເລີ່ມຕົ້ນດ້ວຍການລົງປະຊາມະຕິ ແລະດໍາເນີນຕໍ່ໄປລວມເຖິງການເວົ້າຄວາມຈິງ ແລະສົນທິສັນຍາ.
ວິທຍຸ SBS ໄດ້ໄປໃນຊຸມຊົນ ແລະໄດ້ຖາມຄຳຖາມກ່ຽວກັບການລົງປະຊາມະຕິສຽງ (The Voice Referendum).

ຕໍ່ຄຳຖາມກ່ຽວກັບຄວາມຮູ້ສຶກ ຕໍ່ການລົງປະຊາມະຕິຄັ້ງນີ້:

: ການລົງປະຊາມະຕິ ບໍ່ຄວນຈະມີຂຶ້ນ ເພາະຊຸມຊົນຂອງເຮົາກໍຢູ່ຮ່ວມກັນຢ່າງກົມກຽວ.ພວກເຮົາາທຸກຄົນກໍມາຈາກຫຼາຍໆປະເທດ ແລະ ການລົງປະຊາມະຕິຂອງສຽງຈະເປັນການແບ່ງແຍກສັງຄົມໂດຍບໍ່ຈຳເປັນ.

ຄຳຕອບທີ 2: ຂ້ອຍມີຄວາມຜິດຫວັງ ເພາະການຮັບຮູ້ຊາວພື້ນເມືອງໃນຣັຖທັມມະນູນນັ້ນ ແມ່ນນັກການເມືອງກຳນົດໃຫ້ມີຂຶ້ນຊຶ່ງມັນບໍ່ຈຳເປັນຈະຕ້ອງມີເລີຍ.

ຫຼາຍຄົນກໍຕອບວ່າຈະລົງຄະແນນ ແມ່ນ-YES"

ຜູ້ຍິງ: ຂ້ອຍເລືອກທີ່ຈະລົງຄະແນນ "ແມ່ນ-YES" ເພື່ອໃຫ້ຊາວພື້ນ ເມືອງ ແລະ Torres Strait Islander ໄດ້ມີຕົວແທນຢ່າງແທ້ຈິງໃນຣັຖສະພາ.

ຜູ້ຊາຍ: ຂ້ອຍແລະຊຸມຊົນຂອງຂ້ອຍຈະລົງຄະແນນ "ແມ່ນ-YES" ໃນການລົງປະຊາມະຕິຄັ້ງນີ້.

ຫຼາຍຄົນກໍຕອບວ່າຈະລົງຄະແນນ "ບໍ່-".

ຄຳຕອບທີ 1: ຂ້ອຍຈະວ່າ "ບໍ່-NO".

ຄຳຕອບທີ 2: ຕ້ອງແມ່ນ "ບໍ່-NO" ແນ່ນອນ ແລະຂ້ອຍກໍໄດ້ລົງຄະແນນສຽງໄປແລ້ວ.

ທາງເຮົາຍັງໄດ້ຖາມຕໍ່ວ່າ ຝ່າຍໃດຈະຊນະການລົງປະຊາມະຕິຄັ້ງນີ້, ຄຳຕອບກໍຄື.....

ຄຳຕອບທີ 1: ຂ້ອຍບໍ່ແນ່ໃຈ ເພາະການສຳຫຼວດອາດຈະບໍ່ແມ່ນໂຕລະບຸ ຢ່າງຊັດແຈ້ງ ແຕ່ຂ້ອຍຄຶດວ່າຝ່າຍ NO ຈະຊນະ.

ຄຳຕອບທີ 2: ອາດຈະເປັນການເສັຍໃຊໂດຍຝ່າຍປະຊາມະຕິ ແຕ່ອາດຈະໃກ້ຄຽງ....

ຢ່າລືມວ່າ ການລົງຄະແນນສຽງສໍາລັບພົນລະເມືອງອອສເຕຣເລັຍອາຍຸ 18 ປີຂຶ້ນໄປ ແມ່ນການບັງຄັບ, ບໍ່ດັ່ງນັ້ນທ່ານອາດຖືກປັບໃຫມ.

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share