ຄວາມຮັບຜິດຊອບທາງອາຊຍາກັມຂອງຊາວໜຸ່ມ.
ຣັດ Victoria ມີແຜນທີ່ຈະຍົກລະດັບອາຍຸ ຂອງຄວາມຮັບຜິດຊອບທາງອາຍາ ຈາກ 10 ເປັນ 12 ປີ ໃນປີຫນ້າ, ກ່ອນທີ່ຈະຍົກຂຶ້ນເປັນ 14 ປີ ໃນປີ 2027.
ຜູ້ສນັບສນູນຊາວຫນຸ່ມ ໄດ້ສະແດງຄວາມຜິດຫວັງ, ໂດຍກ່າວວ່າ ການປ່ຽນແປງ ຄວນຈະເປັນທັນທີ ແລະບໍ່ແມ່ນ ຢູ່ໃນຂັ້ນຕອນ ເພື່ອຢຸດການທົນທຸກເດັກນ້ອຍ ຈາກການຖືກກັກຂັງ. Phillippa Carisbrooke ລາຍງານ.
ຣັຖບານ ຣັດ Victoria ໄດ້ປະກາດແຜນການ ທີ່ຈະຍົກລະດັບອາຍຸ ຂອງຄວາມຮັບຜິດຊອບ ທາງອາຍາ ຈາກ 10 ເປັນ 12 ປີ ຈາກປີຫນ້າ.
ອັຍການສູງສຸດຂອງຣັດ ທ່ານນາງ Jaclyn Symes ກ່າວວ່າ ມັນເປັນການປ່ຽນແປງ ທີ່ກ້າວຫນ້າ ທີ່ທ່ານນາງມີຄວາມພູມໃຈ ທີ່ຈະສົ່ງມອບ.
"ການຍົກລະດັບອາຍຸເປັນ 12 ປີ ເປັນວິທີການທີ່ເໝາະສົມ, ມີເຫດຜົນຕາມຫຼັກຖານ. ເຮົາຮູ້ວ່າ ເດັກນ້ອຍໃນກຸ່ມຄົນໃນໄວຫນຸ່ມນີ້ ບໍ່ເຂົ້າໃຈຢ່າງເຕັມທີ່ວ່າ ພຶດຕິກັມຂອງເຂົາເຈົ້າ ເປັນເລື່ອງຜິດ, ບໍ່ເຂົ້າໃຈຢ່າງເຕັມທີ່ ເຖິງຜົນສະທ້ອນ ຂອງການກະທໍາຂອງເຂົາເຈົ້າ. ແລະຖ້າຫາກວ່າບໍ່ສເມີໄປ ແຕ່ມັນກໍເກີດຂຶ້ນເລື້ອຍໆ ເປັນລັກສນະຂອງສາເຫດພື້ນຖານເຊັ່ນ: ຄວາມເຈັບປວດ, ຄວາມທຸກຍາກ, ຄວາມພິການ.ປັດຈັຍທີ່ສາມາດຈັດການໄດ້ ແລະຄວນໄດ້ຮັບການຈັດການ ຢ່າງເຫມາະສົມກວ່າເກົ່າ ໂດຍຜ່ານມາດຕະການອື່ນໆ ທີ່ບໍ່ແມ່ນລະບົບຄວາມຍຸຕິທັມ ທາງອາຊະຍາກັມ."
ຈາກນັ້ນ ຣັຖບານຈະພະຍາຍາມ ຍົກລະດັບອາຍຸຂຶ້ນອີກ ເປັນ 14 ປີພາຍໃນ ສີ່ປີ.
"ພວກເຮົາຢາກເຮັດແບບນີ້ ພາຍໃນປີ 2027. ພວກເຮົາ ຈະມີລາຍລະອຽດຕື່ມຢ່າງຕໍ່ເນື່ອງອີກ ກ່ຽວກັບການເຮັດໃຫ້ການຕັ້ງຄ່າເຫລົ່ານັ້ນ ໃຫ້ຖືກຕ້ອງ. ພວກເຮົາຕ້ອງການໃຫ້ແນ່ໃຈວ່າ ບໍ່ມີຄົນຫນຸ່ມຄົນໃດ ຕົກຜ່ານຮອຍແຕກ (ທີ່ຖືກປະໄວ້). ພວກເຮົາຕ້ອງການ ໃຫ້ແນ່ໃຈວ່າເຮົາມີລະບົບ, ການບໍຣິການ ແລະການສນັບສນູນຄອບຄົວ ກ່ອນທີ່ຈະຍົກລະດັບອາຍຸ ໃຫ້ເປັນ 14 ປີ."
ຜູ້ສນັບສນູນ ໄດ້ຊຸກຍູ້ ໃຫ້ອາຍຸຂອງຄວາມຮັບຜິດຊອບ ທາງອາຊະຍາກັມ ຖືກຍົກຂຶ້ນເປັນ 14 ປີ ມາດົນນານແລ້ວ.
ບັນຫານີ້ ໄດ້ເປັນຫົວຂໍ້ "Raise the Age campaign" ແຫ່ງຊາດ ຊຶ່ງໃຫ້ເຫດຜົນວ່າ ວ່າ ບໍ່ໄດ້ປະຕິບັດ ຕາມມາດຕະຖານສາກົນ ຢ່າງຮ້າຍແຮງ.
ປະຈຸບັນ ເດັກນ້ອຍອາຍຸບໍ່ເກີນ 10 ປີ ສາມາດຖືກຈັບ, ຖືກຄຸມຂັງ ແລະຖືກຂັງຄຸກ ໃນສະຖານກັກຂັງເດັກ ແລະຊາວໜຸ່ມ ຖ້າຖືກຕັ້ງຂໍ້ຫາ ຫລືຖືກພົບວ່າ ມີຄວາມຜິດທາງອາຍາ.
ອົງການສະຫະປະຊາຊາດ, ກຸ່ມສວັດດີການເດັກ, ຜູ້ຊ່ຽວຊານ ດ້ານການແພດ, ທະນາຍຄວາມດ້ານສິດທິມະນຸດ ແລະພວກສນັບສນູນ ຊາວພື້ນເມືອງ ກ່າວວ່າ ເກນມາດຕະຖານຂັ້ນຕ່ຳ ບໍ່ຄວນຕ່ຳກວ່າ 14.
ບັດນີ້, ຫລາຍຄົນສະແດງຄວາມຜິດຫວັງ ຕໍ່ການຕັດສິນໃຈ ຂອງຣັດVictoria ທີ່ຈະໃຊ້ວິທີການ ທີ່ເປັນລະດັບ.
ຫົວຫນ້າ Victorian Youth Affairs Council ທ່ານນາງ Katherine Ellis
"ພວກເຮົາຜິດຫວັງຫລາຍ ທີ່ການເຄື່ອນໄຫວຢ່າງກ້າຫານ ບໍ່ໄດ້ເຄື່ອນໄປຫາ 14 ປີໂດຍກົງ. ມັນເປັນເລື້ອງສໍາຄັນ ທີ່ຈະບໍ່ໃຫ້ເດັກນ້ອຍ ຕົກຢູ່ໃນຂະບວນການຍຸຕິທັມ. ຫລັກຖານທັງຫມົດ ສະແດງໃຫ້ເຫັນວ່າ ມັນເຮັດໃຫ້ເຂົາເຈົ້າ ເສັຍຫາຍຫລາຍຂຶ້ນ. ແລະພວກຄົນຫນຸ່ມເຫລົ່ານີ້- ພວກເດັກນ້ອຍເຫລົ່ານີ້ ແມ່ນມາຈາກບ່ອນ ທີ່ມີຄວາມຄວາມເສັຍຫາຍ ແລະຄວາມເຈັບປວດຢູ່ແລ້ວ. ລະບົບໄດ້ ປະຖິ້ມເຂົາແລ້ວ ແລະຫຼັງຈາກນັ້ນ ພວກເຮົາກໍາລັງຈະປ່ອຍໃຫ້ພວກເຂົາ ຢູ່ໃນສະຖານະການ ທີ່ເຮັດໃຫ້ທຸກຢ່າງ ຮ້າຍແຮງຂຶ້ນເທົ່ານັ້ນ."
ພວກສນັບສນຸນຊາວພື້ນເມືອງ ກ່າວວ່າ ລະບົບຍຸຕິທັມ ທາງອາຍາ ຈະສືບຕໍ່ທໍາຮ້າຍພວກເດັກນ້ອຍ ທີ່ມີຄວາມສ່ຽງ.
Aunty Geraldine Atkinson ປະທານຮ່ວມ ຂອງ First Peoples' Assembly ຖາມຂໍ້ໂຕ້ແຍ້ງ ຂອງຣັຖບານວ່າ ຢາກທົດສອບອາຍຸ 12 ປີກ່ອນຈະດຳເນີນຂັ້ນຕໍ່ໄປ.
"ຂ້າພະເຈົ້າບໍ່ຄິດວ່າ ມັນຈໍາເປັນຕ້ອງມີການທົດສອບ. ຂ້າພະເຈົ້າຄິດວ່າ ພວກເຮົາໄດ້ເຫັນ ເຖິງຜົນຂອງສິ່ງທີ່ເກີດຂຶ້ນ ເມື່ອລູກໆຂອງພວກເຮົາ ຖືກຄຸກ ແລະວ່າເມື່ອພວກເຂົາກັບບ້ານ ຊີວິດຂອງເຂົາ ມີແຕ່ຕົກຕ່ຳລົງ.. ບໍ່ມີຫຍັງດີຂຶ້ນ. ເຂົາຕ້ອງຢູ່ບ້ານກັບພໍ່ແມ່ຂອງເຂົາເຈົ້າ ໂດຍໄດ້ຮັບຄວາມຮັກ ແລະການລ້ຽງດູ ແລະຢູ່ໃນຊຸມຊົນ."
ຣັຖບານ Victoria ກ່າວວ່າ ເດັກນ້ອຍອາຍຸລະຫວ່າງ 12 ຫາ 13ປີ ຈະຍັງຄົງຮັບຜິດຊອບ ຕໍ່ອັນທີ່ເອີ້ນວ່າ 'ຄວາມຜິດຮ້າຍແຮງ ບາງຢ່າງ' ທີ່ຍັງບໍ່ທັນຖືກກໍານົດເທື່ອ.
ຫົວໜ້າບໍຣິຫານຂອງ the Victorian Aboriginal Legal Service, ທ່ານນາງ Nerita Waight, ກ່າວວ່າ ຣັຖບານ ຂາດຄວາມກ້າຫານ ໃນການບໍ່ຍ້າຍໄປທີ່ອາຍຸ 14 ປີທັນທີ.
"ຣັຖບານ Victoria ມີຄວາມເຊື້່ອຫຼາຍເກີນໄປ ໃນການປຸກລະດົມຄວາມຢ້ານ ຂອງສະມາຄົມຕໍາຫຼວດ ແທນທີ່ ຈະຟັງຜູ້ຊ່ຽວຊານ ທີ່ປະກອບດ້ວຍ ຝ່າຍກົດຫມາຍ, ຊຸມຊົນທາງການແພດ, ນັກປິ່ນປົວຄອບຄົວແລະເດັກ, ພວກທີ່ຮູ້ແທ້ໆວ່າ ຈະໃຫ້ວິທີຕາມຫຼັກຖານ ກ່ຽວກັບເດັກນ້ອຍທີ່ເຈັບປວດ ຈາກມືຂອງຣັດ ດັ່ງທີ່ມັນເປັນຢູ່ ໃນເວລານີ້.'
ໃນຖແລງການສະບັບຫນຶ່ງ, ສະມາຄົມຕໍາຫຼວດ Victoria ກ່າວວ່າ ການພິຈາລະນານະໂຍບາຍຢ່າງຮອບຄອບ ແມ່ນຈໍາເປັນ 'ເພື່ອໃຫ້ແນ່ໃຈວ່າ ຜົນປໂຍດຂອງຊາວຫນຸ່ມ ທີ່ມີຄວາມສ່ຽງ ທີ່ຕິດຢູ່ໃນການກະທຳຜິດທາງອາຍາ ມີຄວາມສົມດຸນ ກັບຄວາມຈໍາເປັນ ໃນການຮັກສາຄວາມປອດພັຍ ຂອງຊຸມຊົນ'.
ການຕັດສິນໃຈຂອງຣັດ Victoria ມີຂຶ້ນ ຫຼັງຈາກ ຣັດ ແລະເຂດປົກຄອງ ຂອງອອສເຕຣເລັຍ ໄດ້ຕົກລົງ ທີ່ຈະພັດທະນາ ແຜນຍົກລະດັບອາຍຸ ຂອງຄວາມຮັບຜິດຊອບ ທາງອາຊະຍາກັມ ໃຫ້ເປັນ 12 ປີໃນ ທ້າຍປີ 2021.
ມັນເຮັດໃຫ້ຣັດ Victoria ເປັນຣັດທໍາອິດ ທີ່ກ້າວໄປສູ່ເລື້ອງນີ້, ແຕ່ມັນຕາມຫຼັງສັນຍາຂອງ ACT ທີ່ຈະຍົກລະດັບອາຍຸ ໃຫ້ເປັນ 14 ປີ ໃນປີ 2026.
ຣັຖບານ Northern Territory ໄດ້ອອກກົດຫມາຍ ວ່າດ້ວຍການຍົກລະດັບອາຍຸຂຶ້ນເປັນ 12 ປີ.
Tasmania ມີແຜນ ທີ່ຈະຮັກສາຄວາມຮັບຜິດຊອບທາງອາຍາ ໄວ້ທີ່ 10ປີ, ແຕ່ຍົກລະດັບອາຍຸການຂັງຄຸກ ເປັນ 14 ປີ.
ອັຍການສູງສຸດ Jaclyn Symes ກ່າວວ່າ ທຸກໆເຂດອຳນາດສານ ປະເຊີນກັບການທ້າທາຍທີ່ ແຕກຕ່າງກັນ ເມື່ອກ່າວເຖິງ ບັນຫາຄວາມຍຸຕິທັມ ຂອງຊາວຫນຸ່ມ.
"ທຸກຄົນມີຄວາມມຸ່ງຫມັ້ນ ທີ່ຈະເຮັດສິ່ງທີ່ດີກວ່າ ແຕ່ຂ້າພະເຈົ້າຄິດວ່າ ໃນ Victoria ພວກເຮົາສາມາດເປັນຜູ້ນໍາໄດ້. ເຮົາສາມາດເປັນຕົວຢ່າງທີ່ດີໄດ້. ແລະຜູ້ຄົນສາມາດເບິ່ງນະໂຍບາຍຂອງພວກເຮົາ ເພື່ອເບິ່ງວ່າ ຈະເຫມາະສົມ ກັບເຂດອຳນາດສານຂອງເຂົາຫຼືບໍ່. ຂ້າພະເຈົ້າຄິດວ່າ ນີ້ຈະເປັນການເປັນຜູ້ນໍາຂອງປະເທດ. ພວກເຮົາຈະເປັນຣັດທໍາອິດ ທີ່ຈະຍົກລະດັບອາຍຸ ແລະຂ້າພະເຈົ້າຮູ້ວ່າ ຣັດອື່ນໆຊຶ່ງກໍາລັງເບິ່ງປະສົບການໃນ Victoria ຢ່າງຕັ້ງໃຈ."
ການຕັດສິນໃຈ ມີຂຶ້ນກ່ອນຫນ້າກອງປະຊຸມ ອັຍການສູງສຸດ ຂອງຣັຖບານກາງ, ຣັດ ແລະເຂດປົກຄອງ ໃນ Darwin ໃນວັນສຸກ (28 ເມສາ)
ເນື້ອເລື່ອງໂດຍ Phillippa Carisbrooke ແລະ Claire Slattery ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.