ວິກິດໂຣກເບົາຫວານ ແລະ ໂຣກອື່ນທທີ່ມາກັບໂຣກນີ້

Generic Stock of Hospital ward pictures

ການວັດແທກຄ່ານ້ຳຕານໃນເລືອດ ເພື່ອກວດໂຣກເບົາຫວານ. Source: Press Association

ພາຍໃນປີ 2045, ຈໍານວນຄົນທີ່ປ່ວຍດ້ວຍໂຣກເບົາຫວານ ໃນອອສເຕຣເລັຍຄາດວ່າຈະເພີ່ມຂຶ້ນເປັນສອງເທົ່າ.....ເປັນປະມານ ສາມລ້ານຄົນ. ອາການນີ້ ອາດນໍາໄປສູ່ໂຣກທີ່ເປັນອັນຕະຣາຍຕໍ່ຊີວິດ ແຕ່ສາມາດປ້ອງກັນໄດ້. ຕອນນີ້, ມີຢາທີ່ເຮັດໃຫ້ການຫຼຸດລົງຂອງການເຮັດວຽກ ຂອງຫມາກໄຂ່ຫຼັງ ຊ້າລົງ ໃນຄົນທີ່ເປັນໂຣກເບົາຫວານ ຊະນິດ 2 ແລະໂຣກຫມາກໄຂ່ຫຼັງຊໍາເຮື້ອ ໄດ້ຮັບການເພີ່ມເຂົ້າ ໃນແຜນການຜົນປໂຍດດ້ານເພສັດ (Pharmaceutical Benefits Scheme) ໃນວັນທີ 1 ກໍລະກົດ.


ວິກິດໂຣກເບົາຫວານ ແລະ ໂຣກອື່ນທທີ່ມາກັບໂຣກນີ້.

ປ່ວຍດ້ວຍໂຣກເບົາຫວານ ໃນຄາດວ່າຈະເພີ່ມຂຶ້ນ ເປັນສອງເທົ່າພາຍໃນປີ 2045, ເປັນປະມານສາມລ້ານຄົນ.

ອາການນີ້ ອາດນໍາໄປສູ່ໂຣກທີ່ເປັນອັນຕະຣາຍຕໍ່ຊີວິດ ແຕ່ສາມາດປ້ອງກັນໄດ້.

Diabetes Australia ກ່າວວ່າ ມີ 'ຄວາມຈໍາເປັນຮີບດ່ວນ' ສໍາລັບໂຄງການ ກວດໂຣກຫມາກໄຂ່ຫລັງ ສໍາລັບຄົນທີ່ມີອາການ. ດັ່ງທີ່ Ciara Hain ລາຍງານ.

Neil Meaden ແມ່ນຫນຶ່ງໃນຈໍານວນປະມານ 330,000 ຄົນ ໃນອອສເຕຣເລັຍ ທີ່ຢູ່ກັບໂຮກຫມາກໄຂ່ຫລັງ ທີ່ເກີດຈາກໂຣກເບົາຫວານ.

ມັນເຮັດໃຫ້ລາວ ມີຄວາມສ່ຽງ ຕໍ່ຄວາມລົ້ມເຫລວ ຂອງຫມາກໄຂ່ຫລັງ ຊຶ່ງຈະຕ້ອງໄດ້ຮັບ ການຟອກຫມາກໄຂ່ຫລັງ (Dialysis) ຫຼືປ່ຽນຫມາກໄຂ່ຫລັງ.

"ຂ້ອຍໄດ້ຍິນມາຫຼາຍ ກ່ຽວກັບການຟອກຫມາກໄຂ່ຫລັງ. ມັນເຮັດໃຫ້ຂ້ອຍເປັນຫ່ວງ, ຄວາມຄິດທີ່ວ່າ ຈະຕ້ອງໃຊ້ຊີວິດທີ່ຜູກຕິດກັບເຄື່ອງຈັກ ຫຼາຍພໍປະມານ ເປັນສິ່ງທີ່ບໍ່ຢາກໃຫ້ເກີດຂຶ້ນ. ຜົນຂ້າງຄຽງ ແລະສິ່ງອື່ນໆ ທີ່ອາດມາຈາກການ ຢູ່ກັບເຄື່ອງຈັກກໍເຊັ່ນກັນ ມັນກໍໜ້າເປັນຫ່ວງຫນ້ອຍຫນຶ່ງ ແຕ່ຂ້ອຍຄິດວ່າ ຂ້ອຍຕ້ອງຮັບມັນໄດ້ ແລະຫວັງວ່າມັນຈະບໍ່ເປັນຂ້ອຍ."

ລາຍງານໃຫມ່ຂອງ Diabetes Australia ເນັ້ນເຖິງໂຣກເບົາຫວານ ທີ່ສົ່ງຜົນກະທົບ ຕໍ່ໂຣກຫມາກໄຂ່ຫລັງ ແລະຫມາກໄຂ່ຫລັງລົ້ມເຫຼວ.

ມັນເຮັດໃຫ້ຄ່າໃຊ້ຈ່າຍ ທາງເສດຖະກິດ ເປັນມູນຄ່າປະມານ 2.6 ພັນລ້ານ ໂດລາຕໍ່ປີ.

ລາຍງານ ຍັງເປີດເຜີຍວ່າ ການຟອກຫມາກໄຂ່ຫລັງ ເພື່ອສນັບສນູນຄົນປ່ວຍ ດ້ວຍໂຣກຫມາກໄຂ່ຫຼັງ ທີ່ກ່ຽວຂ້ອງ ກັບໂຣກເບົາຫວານ ຄາດວ່າ ຈະເທົ່າກັບ 5 ເປີເຊັນ ຂອງການເຂົ້າໂຮງຫມໍ.

Justine Cain ແມ່ນ CEO ຂອງ Diabetes Australia.

"ພວກເຮົາກໍາລັງຢູ່ທ່າມກາງ ການລະບາດຂອງໂຣກເບົາຫວານ. ຄວາມລົ້ມເຫຼວ ຂອງຫມາກໄຂ່ຫຼັງແບບຊໍາເຮື້ອ ໄດ້ນໍາມາ ເຊິ່ງການປ່ຽນແປງຢ່າງໃຫຍ່ຫຼວງ ໃນການດຳເນີນຊີວິດ. 5 ຊົ່ວໂມງ, ອາທິດລະ 3 ຄັ້ງ, 52 ອາທິດຕໍ່ປີ: 780 ຊົ່ວໂມງຕໍ່ປີ ໃນໂຮງຫມໍເພື່ອ ຟອກຫມາກໄຂ່ຫລັງ. 50 ເປີເຊັນ ຂອງຜູ້ທີ່ເປັນໂຣກເບົາຫວານ ລາຍງານ ເຖິງຄວາມຊຶມເສົ້າໃຈ, ເຊັ່ນດຽວກັບຜູ້ດູແລຫລາຍຄົນ.”

ການກວດພົບ ແລະການແຊກແຊງໃນເບື້ອງຕົ້ນ ສາມາດຊ່ວຍໃຫ້ ໂຮກຫມາກໄຂ່ຫຼັງ ຊ້າລົງໄດ້, ແຕ່ນ້ອຍກວ່າ ຫນຶ່ງ ໃນສີ່ຄົນ ໃນອອສເຕຣເລັຍ ທີ່ເປັນໂຣກເບົາຫວານ ແມ່ນໄດ້ຮັບການກວດຫມາກໄຂ່ຫຼັງ ພາຍໃນໄລຍະເວລາ ທີ່ແນະນໍາ.

ສາດສະດາຈານ Richard Macisaac ເປັນຜູ້ອໍານວຍການ Endocrinology ຂອງໂຮງຫມໍ St Vincent ກ່າວວ່າ:

"ສາມສ່ວນສີ່ ຂອງຄົນທີ່ເປັນໂຣກຫມາກໄຂ່ຫຼັງ ອາດມີຄວາມຊັກຊ້າບາງຢ່າງ ໃນການວິນິດໄສ, ເຊິ່ງສາມາດເຮັດໄດ້ ໂດຍຜ່ານການກວດເລືອດ ຫຼືການກວດ ປັດສາວະ (ຍ່ຽວ). ສະນັ້ນ, ຂ້າພະເຈົ້າຄິດວ່າ ມີການຮຽກຮ້ອງ ໃຫ້ມີວິທີການກວດສອບ ຫຼືໂຄງການ ທີ່ດີກວ່າເພື່ອລະບຸຜູ້ທີ່ຈະມີສິດ ໄດ້ຮັບການປິ່ນປົວ ແລະບັດນີ້ ມີໂຄງການທົດລອງທາງຄລີນິກ ທີ່ແຂງແກ່ນແທ້ໆ ທີ່ ສນັບສນູນ ເຂົາເຈົ້າ ເພື່ອພິສູດປະສິດທິພາບ ແລະປະສິດທິຜົນຂອງເຂົາເຈົ້າ ໃນການເຮັດໃຫ້ອາການ ຫມາກໄຂ່ຫລັງລົ້ມເຫລວນັ້ນ ຊ້າລົງ."

ໂຣກຫມາກໄຂ່ ຫຼັງຍັງພົບໃນຊົນຊາດທໍາອິດ ຢ່າງບໍ່ສົມສ່ວນ (Disproportionately).

ສາດສະດາຈານ Genie Pedagagos ຈາກ the Epworth Internal Medicine Clinical Institute ອະທິບາຍ.

"ມັນບໍ່ສໍາຄັນວ່າ ພວກເຂົາຈະຢູ່ໃສ, ບໍ່ວ່າເຂົາເຈົ້າຈະອາສັຍຢູ່ໃນບ້ານນອກ, ຫຼືພວກເຂົາເຈົ້າອາສັຍຢູ່ໃນເມືອງ, ພວກເຂົາ ມີໂອກາດທີ່ຈະເປັນໂຣກຫມາກໄຂ່ຫຼັງໄດ້ ຫ້າເທົ່າ ແລະຫນ້າເສັຍດາຍ ທີ່ ມີແນວໂນ້ມ ທີ່ຈະເສັຍຊີວິດຍ້ອນໂຣກຫມາກໄຂ່ຫຼັງ ສີ່ເທົ່າ ແລະພວກເຮົາຮູ້ວ່າ ໃນເຂດຫ່າງໄກຫຼາຍ ໃນອອສເຕຣເລັຍ, ອັດຕາການລົ້ມເຫຼວ ຂອງຫມາກໄຂ່ຫຼັງ ແມ່ນສູງເຖິງ 20 ເທົ່າ ຂອງປະຊາກອນທົ່ວໄປ."

Justine Cain ກ່າວວ່າ ຈຳເປັນຕ້ອງມີໂຄງການກວດສອບທີ່ ກຳໜົດເປົ້າຫມາຍ.

'ພວກເຮົາຕ້ອງປ່ຽນຕົວເລກ, ພວກເຮົາມີໂປຣແກຣມກວດສອບ ທີ່ດີເລີດຢູ່ແລ້ວ ໃນອອສເຕຣເລັຍ. ພວກເຮົາ ມີການກວດຫາ ມະເຮັງລໍາໄສ້, ພວກເຮົາ ມີການກວດຫາ ມະເຮັງປາກມົດລູກ, ພວກເຮົາມີການກວດຫາ ມະເຮັງເຕົ້ານົມ, ພວກເຮົາມີການກວດຫາ ມະເຮັງປອດ. ມັນເປັນສິ່ງສໍາຄັນແທ້ໆ ທີ່ເຮົາຈະພິຈາລະນາ ທາງເລືອກ ແລະສິ່ງທີ່ ເຮົາສາມາດເຮັດຮ່ວມກັນ ເພື່ອປ່ຽນແປງຕົວເລກເຫຼົ່ານີ້.'

ທ່ານ Mark Butler ຣັຖມົນຕີກະຊວງສາທາຣະນະສຸກ ໄດ້ກ່າວຊື່ນຊົມການຮ່ວມມື ຂອງຣັຖບານ ກັບ Diabetes Australia.

"ຂ້າພະເຈົ້າດີໃຈ ທີ່ໄດ້ມີໂອກາດເຮັດວຽກຮ່ວມກັບ Diabetes Australia ກ່ຽວກັບແນວຄວາມຄິດນີ້.ຣັຖບານກາງຂອງທັງສອງຝ່າຍການເມືອງ ໄດ້ມີຄວາມຮ່ວມມືກັບ Diabetes Australia ເປັນເວລາຫຼາຍກວ່າ ສາມທົດສະວັດ ໃນເວລານີ້, ແລະຂ້າພະເຈົ້າຄິດວ່າຄວາມຮ່ວມມື ໄດ້ມອບການບໍຣິການ ໂຣກເບົາຫວານ ທີ່ດີທີ່ສຸດໃນໂລກ."

ຢາທີ່ເຮັດໃຫ້ການຫຼຸດລົງຂອງການເຮັດວຽກ ຂອງຫມາກໄຂ່ຫຼັງ ຊ້າລົງ ໃນຄົນທີ່ເປັນໂຣກເບົາຫວານ ຊະນິດ 2 ແລະໂຣກຫມາກໄຂ່ຫຼັງຊໍາເຮື້ອ ໄດ້ຮັບການເພີ່ມເຂົ້າ ໃນແຜນການຜົນປໂຍດດ້ານເພສັດ (Pharmaceutical Benefits Scheme) ໃນວັນທີ 1 ກໍລະກົດ.

Kerendia ຈະເຮັດໃຫ້ຜູ້ໃຊ້ ເສັຍຄ່າໃຊ້ຈ່າຍຫນຶ່ງພັນໂດລາຕໍ່ປີ.

Phillippa Carisbrooke ແລະ Ciara Hain ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share